bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 4
Genesis 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 5 →
1
ຕໍ່ມາ ອາດາມໄດ້ສົມສູ່ກັບເມຍຂອງຕົນ ແລະນາງກໍຖືພາ ນາງເກີດລູກຊາຍຜູ້ໜຶ່ງ ແລະເວົ້າວ່າ, “ເພາະພຣະເຈົ້າຢາເວຊ່ວຍເຫຼືອຂ້ອຍ, ຂ້ອຍຈຶ່ງໄດ້ລູກຊາຍ.” ສະນັ້ນ ນາງຈຶ່ງຕັ້ງຊື່ໃຫ້ເດັກນ້ອຍຜູ້ນີ້ວ່າ, “ກາອິນ.”
2
ຕໍ່ມາ ນາງກໍໄດ້ລູກຊາຍອີກຜູ້ໜຶ່ງ; ລູກຊາຍຜູ້ນີ້ມີຊືວ່າ, “ອາເບັນ.” ລາວເປັນຄົນລ້ຽງສັດ ສ່ວນກາອິນນັ້ນເປັນພໍ່ນາ.
3
ຢູ່ມາວັນໜຶ່ງ ກາອິນໄດ້ເອົາຜົນລະປູກມາຖວາຍແກ່ພຣະເຈົ້າຢາເວ.
4
ສ່ວນອາເບັນນັ້ນ ລາວເອົາລູກແກະເຖິກຫົວປີໂຕໜຶ່ງໃນຝູງມາຂ້າ ແລະເອົາສ່ວນທີ່ດີທີ່ສຸດ ມາຖວາຍແກ່ພຣະເຈົ້າຢາເວ. ພຣະອົງພໍໃຈໃນການຖວາຍຂອງອາເບັນ,
5
ແຕ່ບໍ່ພໍໃຈໃນການຖວາຍຂອງກາອິນ. ກາອິນຈຶ່ງຄຽດແຄ້ນ ແລະໜ້າບູດບຶ້ງ.
6
ແລ້ວພຣະເຈົ້າຢາເວກໍຖາມລາວວ່າ, “ກາອິນເອີຍ ເປັນຫຍັງເຈົ້າຈຶ່ງຄຽດແຄ້ນ ແລະໜ້າຕາບູດບຶ້ງ?
7
ຖ້າເຈົ້າເຮັດໃນສິ່ງທີ່ຖືກຕ້ອງ ເຈົ້າກໍຄວນຍິ້ມແຍ້ມແຈ່ມໃສ; ແຕ່ດ້ວຍວ່າເຈົ້າເຮັດຊົ່ວ ຄືບາບທີ່ກຳລັງລໍຢູ່ທີ່ປະຕູເຮືອນຄອຍຖ້າຄຸບກິນເຈົ້າ. ມັນຢາກປົກຄອງເຈົ້າ ແຕ່ເຈົ້າຕ້ອງເອົາຊະນະມັນໃຫ້ໄດ້.”
8
ຕໍ່ມາ ກາອິນໄດ້ເວົ້າກັບອາເບັນນ້ອງຊາຍຂອງຕົນວ່າ, “ເຮົາພາກັນໄປຍ່າງຫລິ້ນທີ່ທົ່ງນາເທາະ.” ເມື່ອສອງອ້າຍນ້ອງໄປທີ່ທົ່ງນາ ກາອິນກໍໂດດໃສ່ນ້ອງຊາຍຂອງຕົນແລະຂ້າລາວເສຍ.
9
ພຣະເຈົ້າຢາເວຖາມກາອິນວ່າ, “ອາເບັນ ນ້ອງຊາຍຂອງເຈົ້າຢູ່ໃສ?” ລາວຈຶ່ງຕອບວ່າ, “ບໍ່ຮູ້ ຂ້ານ້ອຍເປັນຄົນດູແລຮັກສານ້ອງຊາຍຂອງຂ້ານ້ອຍບໍ?”
10
ແລ້ວພຣະເຈົ້າຢາເວກໍຖາມວ່າ, “ເປັນຫຍັງເຈົ້າຈຶ່ງເຮັດເລື່ອງອັນໂຫດຮ້າຍເຊັ່ນນີ້? ເລືອດນ້ອງຊາຍຂອງເຈົ້າຟ້ອງຮ້ອງຂຶ້ນມາຫາເຮົາ ດັ່ງສຽງຂໍຮ້ອງແກ້ແຄ້ນ.
11
ເຈົ້າຈະຖືກສາບແຊ່ງ ແລະຖືກຂັບໄລ່ໃຫ້ອອກຈາກທົ່ງນາແຫ່ງນີ້. ມັນຊຸ່ມໄປດ້ວຍເລືອດນ້ອງຊາຍຂອງເຈົ້າ ເໝືອນກັບວ່າພື້ນດິນນັ້ນອ້າປາກຮັບເລືອດຈາກມືຂອງເຈົ້າ ເມື່ອຂ້ານ້ອງຊາຍນັ້ນ.
12
ຖ້າເຈົ້າເຮັດໄຮ່ໄຖນາ ທີ່ດິນກໍຈະບໍ່ເກີດຜົນຫຍັງ; ເຈົ້າຈະບໍ່ມີທີ່ຢູ່ ແລະຈະພະເນຈອນໄປເທິງແຜ່ນດິນໂລກ.”
13
ກາອິນຈຶ່ງທູນຂໍຕໍ່ພຣະເຈົ້າຢາເວວ່າ, “ໂທດນີ້ໜັກເກີນກວ່າທີ່ຂ້ານ້ອຍຈະຮັບໄດ້.
14
ພຣະອົງໄລ່ຂ້ານ້ອຍໃຫ້ໜີຈາກບ່ອນທີ່ທຳມາຫາກິນ ແລະໃຫ້ຫ່າງໄກຈາກພຣະອົງ. ຂ້ານ້ອຍຈະເປັນຄົນຂາດທີ່ເພິ່ງ ແລະພະເນຈອນໄປເທິງແຜ່ນດິນໂລກ ແລະຜູ້ໃດຜູ້ໜຶ່ງທີ່ພົບຂ້ານ້ອຍ ກໍຈະສັງຫານຂ້ານ້ອຍເສຍ.”
15
ແຕ່ພຣະເຈົ້າຢາເວຕອບກາອິນວ່າ, “ບໍ່ເປັນດັ່ງນັ້ນດອກ ຖ້າຜູ້ໃດຂ້າກາອິນຈະໄດ້ຮັບໂທດເຈັດເທົ່າ ເພື່ອເປັນການແກ້ແຄ້ນ.” ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງເຮັດເຄື່ອງໝາຍໄວ້ໃນຕົວກາອິນ ເພື່ອວ່າເມື່ອຜູ້ໃດຜູ້ໜຶ່ງທີ່ພົບລາວຈະບໍ່ໄດ້ຂ້າລາວ.
16
ກາອິນຈຶ່ງໜີໄກຈາກພຣະພັກພຣະເຈົ້າຢາເວ ໄປອາໄສຢູ່ໃນດິນແດນແຫ່ງໜຶ່ງຊື່ວ່າ, ແດນພະເນຈອນ.
17
ກາອິນແລະເມຍຂອງລາວໄດ້ລູກຊາຍຜູ້ໜຶ່ງຊື່ວ່າ ເອນົກ. ແລ້ວກາອິນກໍໄດ້ສ້າງເມືອງໜຶ່ງຂຶ້ນ ແລະເອົາຊື່ລູກຊາຍຂອງຕົນເປັນຊື່ເມືອງນັ້ນ.
18
ເອນົກມີລູກຊາຍຜູ້ໜຶ່ງຊື່ວ່າ ອີຣາດ ຜູ້ທີ່ເປັນພໍ່ຂອງເມຮູຢາເອນ ແລະເມຮູຢາເອນເປັນພໍ່ຂອງເມທູຊາເອນ ແລະເມທູຊາເອນກໍມີລູກຊາຍຊື່ວ່າ ລາເມັກ.
19
ລາເມັກມີເມຍສອງຄົນດັ່ງນີ້: ອາດາ ແລະຊິນລາ.
20
ອາດາໃຫ້ກຳເນີດລູກຊາຍຜູ້ໜຶ່ງຊື່ວ່າ ຢາບານ ຜູ້ທີ່ເປັນບັນພະບຸລຸດຂອງຄົນລ້ຽງສັດທີ່ອາໄສຢູ່ໃນຜ້າເຕັນ.
21
ຢູບານ ນ້ອງຊາຍຂອງຢາບານ ເປັນບັນພະບຸລຸດຂອງພວກນັກດົນຕຼີທັງໝົດຄື: ນັກດີດພິນແລະນັກເປົ່າຂຸ່ຍ.
22
ຕໍ່ມາ ຊິນລາກໍເກີດລູກຊາຍຜູ້ໜຶ່ງອີກຊື່ວ່າ ຕູບາກາອິນ. ລາວເປັນຊ່າງຕີເຄື່ອງມືເປັນທອງສຳຣິດແລະເຫຼັກ. ຕູບາກາອິນມີນ້ອງສາວຜູ້ໜຶ່ງຊື່ວ່າ ນາອາມາ.
23
ສ່ວນລາເມັກນັ້ນ ລາວມັກເວົ້າອວດເມຍທັງສອງຂອງຕົນຢູ່ສະເໝີວ່າ, “ອາດາແລະຊິນລາ ຈົ່ງຟັງໃຫ້ດີ ໃນສິ່ງທີ່ອ້າຍເລົ່າ ອ້າຍໄດ້ຕີຊາຍໜຸ່ມຜູ້ໜຶ່ງໃຫ້ຕາຍ ເພາະລາວໄດ້ຕີອ້າຍໃຫ້ຊໍ້າບວມ.
24
ຜູ້ໃດທີ່ທຳລາຍກາອິນນັ້ນ ຈະຖືກໂທດເຈັດເທົ່າ ແຕ່ຖ້າຜູ້ໃດທຳລາຍອ້າຍ ຈະໄດ້ຮັບໂທດເຈັດສິບເຈັດເທົ່າ.”
25
ອາດາມ ແລະເມຍໄດ້ລູກຊາຍຜູ້ໜຶ່ງອີກ. ເອວາຈຶ່ງເວົ້າວ່າ, “ພຣະເຈົ້າໂຜດໃຫ້ຂ້ອຍ ມີລູກຊາຍອີກຜູ້ໜຶ່ງ ເພື່ອທົດແທນອາເບັນຜູ້ທີ່ກາອິນໄດ້ຂ້າ.” ດັ່ງນັ້ນ ນາງຈຶ່ງໃສ່ຊື່ໃຫ້ລູກຊາຍຜູ້ນີ້ວ່າ ເຊດ.
26
ເຊດມີລູກຊາຍຜູ້ໜຶ່ງຊື່ວ່າ ເອໂນດ. ຕັ້ງແຕ່ນັ້ນມາ ມະນຸດກໍເລີ່ມຕົ້ນຮ້ອງທູນໂດຍອອກພຣະນາມຊື່ບໍຣິສຸດຂອງພຣະເຈົ້າຢາເວ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50