bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 43
Genesis 43
Lao Bible 2012 (ພຣະຄຳພີສັກສິ)
← Chapter 42
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 44 →
1
ຄວາມອຶດຢາກໃນການາອານຮ້າຍແຮງໜັກຂຶ້ນ
2
ແລະເມື່ອຄອບຄົວຂອງຢາໂຄບກິນເຂົ້າທີ່ໄດ້ຊື້ມາແຕ່ປະເທດເອຢິບໝົດແລ້ວ ຢາໂຄບຈຶ່ງເວົ້າກັບພວກລູກຊາຍວ່າ, “ຈົ່ງກັບຄືນໄປຊື້ອາຫານຕື່ມອີກເລັກນ້ອຍສຳລັບພວກເຮົາແມ.”
3
ຢູດາຕອບວ່າ, “ຜູ້ປົກຄອງເອຢິບໄດ້ເວົ້າກັບພວກເຮົາຢ່າງເດັດຂາດແລ້ວວ່າ ຢ່າໄປໃຫ້ເພິ່ນເຫັນໜ້າ ຈົນກວ່າພວກເຮົາຈະນຳນ້ອງຊາຍຫລ້າໄປດ້ວຍ.
4
ຖ້າພໍ່ຍອມໃຫ້ນ້ອງຊາຍຫລ້າໄປກັບພວກເຮົາ ພວກເຮົາກໍຈະໄປຊື້ເຂົ້າໃຫ້ພໍ່.
5
ຖ້າພໍ່ບໍ່ຍອມ ພວກເຮົາກໍຈະບໍ່ໄປ ເພາະເພິ່ນເວົ້າກັບພວກເຮົາວ່າ ຢ່າມາໃຫ້ເຫັນໜ້າ ຈົນກວ່າພວກເຮົາຈະພານ້ອງຊາຍຂອງພວກເຮົາໄປດ້ວຍ.”
6
ຢາໂຄບເວົ້າວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດເລື່ອງຫຍຸ້ງຍາກໃຫ້ຂ້ອຍຫລາຍແທ້ ເປັນຫຍັງຈຶ່ງບອກເພິ່ນວ່າ ພວກເຈົ້າມີນ້ອງຊາຍຢູ່ອີກຜູ້ໜຶ່ງ.”
7
ພວກເຂົາຕອບວ່າ, “ຊາຍຄົນນັ້ນຖາມພວກເຮົາ ແລະຖາມເຖິງຄອບຄົວຂອງພວກເຮົາວ່າ, ‘ພໍ່ຂອງພວກເຈົ້າຍັງມີຊີວິດຢູ່ບໍ? ພວກເຈົ້າມີນ້ອງຊາຍບໍ?’ ພວກເຮົາກໍຕ້ອງຕອບຄຳຖາມຂອງເພິ່ນຕາມນັ້ນ. ພວກເຮົາຈະຮູ້ໄດ້ແນວໃດວ່າ ເພິ່ນຈະບອກໃຫ້ພານ້ອງຊາຍໄປຫາເພິ່ນ.”
8
ຢູດາເວົ້າກັບອິດສະຣາເອນພໍ່ຂອງຕົນວ່າ, “ໃຫ້ນ້ອງຊາຍໄປກັບເຮົາສາ ແລະພວກເຮົາຈະຮີບອອກເດີນທາງ. ແລ້ວພວກເຮົາກໍຈະບໍ່ໄດ້ອຶດຕາຍລວມທັງພໍ່ ແລະພວກລູກນ້ອຍຂອງພວກເຮົາດ້ວຍ.
9
ລູກຈະຍອມອຸທິດຊີວິດເພື່ອລາວເອງ ໃຫ້ພໍ່ມອບຄວາມຮັບຜິດຊອບໃຫ້ລູກໂລດ. ຖ້າລູກບໍ່ນຳລາວກັບຄືນມາໄດ້ຢ່າງປອດໄພ ລູກຈະຍອມເປັນຜູ້ຮັບຜິດຊອບຕໍ່ພໍ່ຕະຫລອດຊີວິດ.
10
ຖ້າພວກເຮົາບໍ່ຊັກຊ້າຢູ່ຢ່າງນີ້ ປານນີ້ ພວກເຮົາຄົງຈະໄປແລະກັບມາເປັນຖ້ຽວທີສອງແລ້ວ.”
11
ພໍ່ຂອງພວກເຂົາຈຶ່ງເວົ້າວ່າ, “ຖ້າດັ່ງນັ້ນ ໃຫ້ເຮັດຢ່າງນີ້: ໃຫ້ເອົາໝາກໄມ້ຢ່າງດີທີ່ສຸດທີ່ມີໃນດິນແດນຂອງເຮົາ ໃສ່ຖົງເຂົ້າໄປຕ້ອນຜູ້ປົກຄອງຄົນນັ້ນ ເຊັ່ນ: ກຳຍານ, ນໍ້າເຜິ້ງ, ໝາກກໍ່, ເຄື່ອງເທດ ແລະໝາກບົກ.
12
ຈົ່ງຖືເງິນໄປນຳສອງເທົ່າ ເພາະພວກເຈົ້າຈະຕ້ອງເອົາເງິນທີ່ໄດ້ພົບໃນຖົງເຂົ້ານັ້ນສົ່ງຄືນ. ບາງທີອາດເປັນການຫລົງລືມກໍໄດ້.
13
ພານ້ອງຊາຍຂອງເຈົ້າອອກເດີນທາງໄປສາ.
14
ຂໍໃຫ້ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ດົນບັນດານໃຫ້ຊາຍຜູ້ນັ້ນ ມີຄວາມເມດຕາຕໍ່ພວກເຈົ້າ ເພື່ອວ່າເພິ່ນຈະປ່ອຍຊີເມໂອນ ແລະເບັນຢາມິນໃຫ້ກັບຄືນມາ. ສຳລັບພໍ່ແລ້ວ ຖ້າວ່າຈະສູນເສຍລູກທັງສອງກໍຕ້ອງຈຳເປັນ.”
15
ດັ່ງນັ້ນ ພວກລູກຊາຍຂອງຢາໂຄບຈຶ່ງນຳຂອງຕ້ອນແລະເງິນສອງເທົ່າ ພ້ອມກັບເບັນຢາມິນ ອອກເດີນທາງໄປສູ່ປະເທດເອຢິບ. ເມື່ອໄປຮອດ ພວກເຂົາກໍເຂົ້າໄປຫາໂຢເຊັບ.
16
ພໍເມື່ອໂຢເຊັບເຫັນເບັນຢາມິນມາກັບພວກເຂົາ ເພິ່ນຈຶ່ງສັ່ງຄົນຮັບໃຊ້ຜູ້ຮັບຜິດຊອບໃນເຮືອນຂອງຕົນວ່າ, “ຈົ່ງພາຄົນເຫຼົ່ານີ້ໄປໃນເຮືອນຂອງຂ້ອຍ ເພາະໃນຕອນທ່ຽງ ຄົນເຫຼົ່ານີ້ຈະກິນເຂົ້ານຳຂ້ອຍ. ສະນັ້ນ ຈົ່ງໄປຂ້າສັດແລະຈັດແຈງອາຫານໄວ້ເດີ.”
17
ຄົນຮັບໃຊ້ກໍເຮັດຕາມທີ່ໂຢເຊັບໄດ້ສັ່ງນັ້ນ ແລະລາວໄດ້ພາພວກເຂົາໄປທີ່ເຮືອນຂອງເພິ່ນ.
18
ເມື່ອຄົນຮັບໃຊ້ນຳພວກເຂົາມາຮອດເຮືອນຂອງໂຢເຊັບພວກເຂົາກໍຢ້ານຫລາຍ ແລະຄິດວ່າ, “ລາວພາພວກເຮົາມາທີ່ນີ້ ເພາະເງິນທີ່ພວກເຮົາໄດ້ພົບຢູ່ໃນຖົງເຂົ້າຄາວທີ່ມາຖ້ຽວທຳອິດນັ້ນແຫຼະ. ເຂົາຈະຕ້ອງຂ້ຽນພວກເຮົາ, ຢຶດເອົາລໍທັງໝົດຂອງພວກເຮົາ ແລະເອົາພວກເຮົາໄປເປັນທາດ.”
19
ດັ່ງນັ້ນ ເມື່ອມາຮອດປະຕູເຮືອນຂອງໂຢເຊັບ ພວກເຂົາຈຶ່ງເວົ້າກັບຄົນຮັບໃຊ້ຜູ້ຮັບຜິດຊອບນັ້ນວ່າ,
20
“ທ່ານເອີຍ ຂໍໄດ້ໂຜດກະລຸນາເທີ້ນ ເມື່ອຄາວທີ່ພວກຂ້ານ້ອຍໄດ້ມາຊື້ອາຫານຖ້ຽວກ່ອນນັ້ນ.
21
ເມື່ອເດີນທາງກັບຄືນ ພໍຫາທີ່ພັກໄດ້ ພວກຂ້ານ້ອຍຈຶ່ງໄຂຖົງເຂົ້າ ແລະແຕ່ລະຄົນກໍພົບເງິນທີ່ໄດ້ຈ່າຍຄ່າຊື້ເຂົ້າຄົບຕາມຈຳນວນເດີມ; ພວກຂ້ານ້ອຍຈຶ່ງເອົາມາສົ່ງຄືນໃຫ້ທ່ານ. ພວກຂ້ານ້ອຍບໍ່ຮູ້ວ່າ ແມ່ນຜູ້ໃດເອົາເງິນນັ້ນມາໃສ່ໄວ້ໃນຖົງເຂົ້າ.
22
ເທື່ອນີ້ ພວກຂ້ານ້ອຍຖືເງິນມານຳຫລາຍສົມຄວນເພື່ອຂໍຊື້ເຂົ້າອີກ.”
23
ຄົນຮັບໃຊ້ຈຶ່ງເວົ້າວ່າ, “ຢ່າອຸກໃຈແລະຢ້ານກົວເລີຍ. ພຣະເຈົ້າຂອງພວກເຈົ້າ ແລະພຣະເຈົ້າຂອງພໍ່ພວກເຈົ້າໄດ້ເອົາເງິນນີ້ໃສ່ໃນຖົງເຂົ້າໃຫ້ພວກເຈົ້າ. ເງິນທີ່ພວກເຈົ້າໄດ້ຈ່າຍນັ້ນ ຂ້ອຍໄດ້ຮັບຮຽບຮ້ອຍແລ້ວ.” ແລ້ວຄົນຮັບໃຊ້ກໍນຳຊີເມໂອນອອກມາຫາພວກເຂົາ.
24
ຄົນຮັບໃຊ້ພາພວກອ້າຍນ້ອງຂອງໂຢເຊັບເຂົ້າໄປໃນເຮືອນ. ລາວເອົານໍ້າໃຫ້ພວກເຂົາລ້າງຕີນ ແລະເອົາເຟືອງໃຫ້ລໍຂອງພວກເຂົາກິນ.
25
ສ່ວນພວກເຂົາກໍຕຽມເອົາຂອງຕ້ອນໄວ້ ເພື່ອມອບໃຫ້ແກ່ໂຢເຊັບໃນຕອນທ່ຽງ ເພາະພວກເຂົາຮູ້ວ່າເພິ່ນຈະມາກິນເຂົ້າຮ່ວມກັບພວກຕົນທີ່ບ້ານ.
26
ເມື່ອໂຢເຊັບກັບມາເຮືອນ ພວກເຂົາກໍເອົາຂອງຕ້ອນເຂົ້າໄປມອບໃຫ້ໂຢເຊັບ ແລະຂາບລົງຕໍ່ໜ້າເພິ່ນ.
27
ໂຢເຊັບໄດ້ຖາມເຖິງຄວາມສຸກທຸກຂອງພວກເຂົາ ແລະຖາມວ່າ, “ພວກເຈົ້າໄດ້ເວົ້າສູ່ຂ້ອຍຟັງເລື່ອງພໍ່ຂອງພວກເຈົ້າທີ່ເຖົ້າແກ່ແລ້ວນັ້ນ, ດຽວນີ້ ເພິ່ນເປັນຢ່າງໃດ? ເພິ່ນຍັງມີຊີວິດຢູ່ແລະສະບາຍດີບໍ?”
28
ພວກເຂົາຕອບວ່າ, “ພໍ່ຂອງພວກຂ້ານ້ອຍຜູ້ຮັບໃຊ້ທີ່ສັດຊື່ຕໍ່ທ່ານ ຍັງມີຊີວິດຢູ່ແລະຍັງສະບາຍດີ.” ແລ້ວພວກເຂົາກໍຂາບລົງດິນຕໍ່ໜ້າໂຢເຊັບ.
29
ເມື່ອໂຢເຊັບເຫັນເບັນຢາມິນນ້ອງຊາຍຄີງໆຂອງຕົນ ເພິ່ນກໍເວົ້າວ່າ, “ຊາຍຄົນນີ້ຄົງເປັນນ້ອງຊາຍຫລ້າຂອງພວກເຈົ້າ ທີ່ພວກເຈົ້າໄດ້ເວົ້າສູ່ຂ້ອຍຟັງເມື່ອມາຄັ້ງກ່ອນແມ່ນບໍ? ນ້ອງເອີຍ ຂໍພຣະເຈົ້າຈົ່ງອວຍພອນເຈົ້າເດີ.”
30
ແລ້ວໂຢເຊັບກໍຟ້າວຍ່າງອອກໄປທັນທີ ເພາະເພິ່ນຕື້ນຕັນໃຈຍ້ອນວ່າຮັກນ້ອງຊາຍຄີງໆຂອງຕົນ. ເພິ່ນເກືອບຮ້ອງໄຫ້ຕໍ່ໜ້າພວກເຂົາ. ສະນັ້ນ ເພິ່ນຈຶ່ງເຂົ້າໄປລີ້ຮ້ອງໄຫ້ຢູ່ໃນຫ້ອງສ່ວນຕົວ.
31
ຫລັງຈາກລ້າງໜ້າແລ້ວ ເພິ່ນຈຶ່ງອອກມາຂ້າງນອກລະງັບຈິດໃຈໄວ້ ແລະສັ່ງຄົນໃຫ້ຈັດແຈ່ງອາຫານມາ.
32
ເຂົາໄດ້ຈັດແຈ່ງໂຕະໃຫ້ໂຢເຊັບກິນຜູ້ດຽວຕ່າງຫາກ ແລະຈັດແຈ່ງໃຫ້ພວກອ້າຍນ້ອງຂອງໂຢເຊັບກິນໂຕະໜຶ່ງຕ່າງຫາກ. ຊາວເອຢິບຜູ້ທີ່ມາຮ່ວມນຳນັ້ນ ເຂົາໄດ້ຈັດໃຫ້ກິນໂຕະໜຶ່ງອີກຕ່າງຫາກ ເພາະເຂົາຖືວ່າມັນເປັນການອັບອາຍຂາຍໜ້າ ທີ່ຈະກິນເຂົ້າຮ່ວມໂຕະກັບຊາວເຮັບເຣີ.
33
ພວກອ້າຍນ້ອງຂອງໂຢເຊັບນັ່ງລຽນກັນປິ່ນໜ້າໃສ່ໂຢເຊັບ ໂດຍລຽນຕາມລຳດັບອາຍຸຄື: ອ້າຍກົກຫານ້ອງຫລ້າ. ເມື່ອນັ່ງຮຽບຮ້ອຍແລ້ວ ເຂົາກໍແນມເບິ່ງໜ້າກັນແລະກັນຢ່າງປະຫລາດໃຈ.
34
ຄົນຮັບໃຊ້ເລີ່ມຢາຍອາຫານຕັ້ງແຕ່ໂຕະຂອງໂຢເຊັບໄປ ແລະເບັນຢາມິນໄດ້ຮັບອາຫານຫລາຍກວ່າຜູ້ອື່ນຫ້າເທົ່າ. ດັ່ງນັ້ນ ພວກເຂົາຈຶ່ງກິນແລະດື່ມກັບໂຢເຊັບຢ່າງມ່ວນຊື່ນເບີກບານ.
← Chapter 42
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 44 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50