bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 25
Genesis 25
Lao Bible 2012 (ພຣະຄຳພີສັກສິ)
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 26 →
1
ອັບຣາຮາມໄດ້ແຕ່ງງານກັບຍິງອີກຜູ້ໜຶ່ງຊື່ວ່າ ເກຕູຣາ.
2
ນາງເກີດລູກຊາຍຫລາຍຄົນໃຫ້ເພິ່ນດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະຊູອາ.
3
ໂຢກຊານເປັນພໍ່ຂອງເຊບາ ແລະເດດານ; ເຊື້ອສາຍຂອງເດດານ ມີດັ່ງນີ້: ອັດຊູຣີມ, ເລຕູຊີມ ແລະເລອຸມມີມ.
4
ລູກຊາຍຂອງມີດີອານ ມີດັ່ງນີ້: ເອຟາ, ເອເຟ, ຮານົກ, ອາບີດາ ແລະເອນດາອາ. ພວກເຂົາທັງໝົດເປັນລູກຫລານຂອງນາງເກຕູຣາ.
5
ອັບຣາຮາມມອບມໍຣະດົກທຸກຢ່າງໃຫ້ອີຊາກ;
6
ກ່ອນຕາຍໄປ ເພິ່ນໄດ້ແບ່ງຊັບສິ່ງຂອງບາງສ່ວນໃຫ້ລູກຊາຍທຸກໆຄົນ ທີ່ໄດ້ຈາກເມຍຜູ້ອື່ນໆ. ແລ້ວກໍໃຫ້ພວກເຂົາໜີຈາກອີຊາກລູກຊາຍຂອງຕົນ ໄປຢູ່ດິນແດນທາງທິດຕາເວັນອອກ.
7
ອັບຣາຮາມມີອາຍຸທັງໝົດ 175 ປີ.
8
ຈາກນັ້ນ ອັບຣາຮາມກໍໄດ້ສິ້ນລົມຫາຍໃຈ ແລະໄດ້ຕາຍໄປໃນຂະນະທີ່ມີອາຍຸສູງ ເປັນຜູ້ເຖົ້າທີ່ມີອາຍຸໝັ້ນຍືນ ແລະໄດ້ຖືກຮວບຮວມໄວ້ກັບຄົນທັງຫລາຍຂອງຕົນ.
9
ອີຊາກແລະອິດຊະມາເອນລູກຊາຍຂອງເພິ່ນໄດ້ຝັງສົບເພິ່ນໄວ້ ທີ່ຖໍ້າມັກເປລາໃນນາທາງທິດຕາເວັນອອກຂອງເມືອງມຳເຣ ຊຶ່ງເປັນຂອງເອຟະໂຣນ ລູກຊາຍຂອງໂຊຮາຊາວຮິດຕີ.
10
ນາບ່ອນນີ້ອັບຣາຮາມໄດ້ຊື້ຈາກຊາວຮິດຕີ ອັບຣາຮາມກັບເມຍຂອງເພິ່ນທັງສອງກໍຖືກຝັງໄວ້ໃນທີ່ນັ້ນ.
11
ຫລັງຈາກອັບຣາຮາມໄດ້ຕາຍໄປແລ້ວ ພຣະເຈົ້າໄດ້ອວຍພອນອີຊາກລູກຊາຍຂອງເພິ່ນ ຜູ້ທີ່ອາໄສຢູ່ໃກ້ “ນໍ້າສ້າງຂອງພຣະເຈົ້າຜູ້ເຫັນຂ້ອຍ.”
12
ອິດຊະມາເອນຜູ້ທີ່ນາງຮາກາ ສາວໃຊ້ຊາວເອຢິບຂອງນາງຊາຣາ ເກີດໃຫ້ອັບຣາຮາມນັ້ນ
13
ມີລູກຊາຍຕາມລະດັບການເກີດ ດັ່ງນີ້: ເນບາໂຢດ, ເກດາ, ອັດເບເອນ, ມິບສາມ,
14
ມີຊະມາ, ດູມາ, ມາສາ,
15
ຮາດັດ, ເຕມາ, ເຢຕູເຣ, ນາຟິດ ແລະເກເດມາ.
16
ພວກເຂົາເປັນບັນພະບຸລຸດຂອງສິບສອງເຜົ່າ ແລະຊື່ຂອງພວກເຂົາກາຍເປັນຊື່ຂອງບ້ານກັບທີ່ພັກອາໄສຕ່າງໆ.
17
ອິດຊະມາເອນໄດ້ຕາຍໄປເມື່ອອາຍຸໄດ້ 137 ປີ.
18
ເຊື້ອສາຍຂອງອິດຊະມາເອນອາໄສຢູ່ໃນດິນແດນ ລະຫວ່າງເມືອງຮາວີລາແລະຊູເຣ ທີ່ຢູ່ທາງທິດຕາເວັນອອກຂອງປະເທດເອຢິບ ຕາມທາງໄປສູ່ປະເທດອັດຊີເຣຍ. ພວກເຂົາອາໄສຢູ່ຕ່າງຫາກຈາກເຊື້ອສາຍຂອງອັບຣາຮາມ.
19
ຕໍ່ໄປນີ້ແມ່ນເລື່ອງຂອງອີຊາກ ລູກຊາຍຂອງອັບຣາຮາມ.
20
ອີຊາກມີອາຍຸໄດ້ 40 ປີ ເມື່ອແຕ່ງງານກັບເຣເບກາລູກສາວຂອງເບທູເອນ (ຊາວປາດານ-ອາຣາມຈາກເມໂຊໂປຕາເມຍ) ແລະເປັນນ້ອງສາວຂອງລາບານ.
21
ຍ້ອນນາງເຣເບກາບໍ່ມີລູກ ອີຊາກຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວເພື່ອນາງ. ພຣະເຈົ້າຢາເວຕອບຄຳພາວັນນາອະທິຖານຂອງລາວ ແລະນາງເຣເບກາຈຶ່ງຕັ້ງທ້ອງ.
22
ເມື່ອນາງຖືພາຢູ່ນັ້ນ ລູກຝາແຝດກໍບຽດກັນຢູ່ໃນທ້ອງ. ນາງເລີຍເວົ້າວ່າ “ຖ້າເປັນເຊັ່ນນີ້ ເປັນຫຍັງຂ້ອຍຈຶ່ງຢາກມີລູກ?” ດັ່ງນັ້ນ ນາງຈຶ່ງພາວັນນາອະທິຖານຖາມພຣະເຈົ້າຢາເວກ່ຽວກັບເລື່ອງນີ້.
23
ພຣະເຈົ້າຢາເວຕອບນາງວ່າ, “ມີສອງຊົນຊາດທີ່ຢູ່ພາຍໃນເຈົ້າ; ເປັນສອງຊົນເຜົ່າທີ່ຈະເກີດມາຕໍ່ສູ້ກັນ. ສ່ວນຜູ້ໜຶ່ງນັ້ນຈະແຂງແຮງລື່ນກວ່າ; ຜູ້ອ້າຍຈະຮັບໃຊ້ຜູ້ເປັນນ້ອງຂອງຕົນ.”
24
ເມື່ອເຖິງກຳນົດຄອດ ນາງໄດ້ເກີດລູກຊາຍເປັນຝາແຝດ.
25
ຜູ້ທີ່ອອກມາກ່ອນແດງແລະມີຂົນເຕັມຕົວ ເໝືອນເສື້ອທີ່ເຮັດດ້ວຍຂົນສັດ. ດັ່ງນັ້ນ ເພິ່ນຈຶ່ງໃສ່ຊື່ໃຫ້ລາວວ່າ ເອຊາວ.
26
ຜູ້ທີສອງອອກມາມືຈັບສົ້ນໜ່ອງຂອງເອຊາວໄວ້. ສະນັ້ນ ລາວຈຶ່ງມີຊື່ວ່າ ຢາໂຄບ. ເມື່ອລູກຊາຍຝາແຝດເກີດມາ ອີຊາກອາຍຸໄດ້ 60 ປີ.
27
ເດັກນ້ອຍທັງສອງເຕີບໃຫຍ່ຂຶ້ນມາ ແລະເອຊາວກາຍເປັນນາຍພານທີ່ເກັ່ງກ້າທັງຊຳນິຊຳນານ ແລະມັກໃຊ້ຊີວິດຢູ່ນອກບ້ານ. ສ່ວນຢາໂຄບນັ້ນ ເປັນຄົນສຸກຂຸມແລະມັກຢູ່ແຕ່ໃນເຮືອນ.
28
ອີຊາກຮັກເອຊາວເພາະເພິ່ນໄດ້ກິນສັດທີ່ລາວຫາມາໄດ້. ສ່ວນເຣເບການັ້ນນາງຮັກຢາໂຄບ.
29
ມື້ໜຶ່ງ ເມື່ອຢາໂຄບກຳລັງເຮັດແກງໝາກຖົ່ວຢູ່ ກໍພໍດີເອຊາວກັບມາແຕ່ລ່າເນື້ອ. ລາວຫິວຫລາຍ
30
ຈຶ່ງເວົ້າກັບຢາໂຄບວ່າ, “ຂ້ອຍຂໍກິນແກງໝາກຖົ່ວແດງຂອງເຈົ້າຈັກຄຳແດ່ ເພາະຂ້ອຍຫິວຫລາຍແທ້ໆ.” (ດ້ວຍເຫດຜົນດັ່ງກ່າວນີ້ ເພິ່ນຈຶ່ງເອີ້ນເອຊາວວ່າ ເອໂດມ)
31
ຢາໂຄບຕອບວ່າ, “ຂ້ອຍຈະໃຫ້ກິນ ຖ້າເຈົ້າຂາຍສິດອ້າຍກົກໃຫ້ຂ້ອຍ.”
32
ເອຊາວຕອບວ່າ, “ເອົາລະ ຂ້ອຍຫິວໃກ້ຈະຕາຍຢູ່ແລ້ວ ສິດອ້າຍກົກຈະມີປະໂຫຍດຫຍັງແກ່ຂ້ອຍ.”
33
ຢາໂຄບຈຶ່ງຕອບວ່າ, “ສາບານກ່ອນແມວ່າ ເຈົ້າຈະມອບສິດອ້າຍກົກໃຫ້ຂ້ອຍ.” ເອຊາວຈຶ່ງສາບານ ແລະຂາຍສິດອ້າຍກົກຂອງຕົນໃຫ້ຢາໂຄບ.
34
ແລ້ວຢາໂຄບກໍເອົາເຂົ້າຈີ່ແລະແກງໝາກຖົ່ວໃຫ້ເອຊາວ, ລາວກິນແລະດື່ມຈົນອີ່ມແລ້ວກໍໜີໄປ. ເອຊາວໄດ້ໝິ່ນປະໝາດສິດຂອງອ້າຍກົກ.
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 26 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50