bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 39
Genesis 39
Lao Bible 2012 (ພຣະຄຳພີສັກສິ)
← Chapter 38
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 40 →
1
ພວກອິດຊະມາເອນໄດ້ພາໂຢເຊັບມາທີ່ປະເທດເອຢິບ ແລະຂາຍຕໍ່ໃຫ້ໂປຕີຟານາຍທະຫານຄົນໜຶ່ງຂອງກະສັດ; ເພິ່ນເປັນຫົວໜ້າຮັບຜິດຊອບຮັກສາຣາຊວັງ.
2
ພຣະເຈົ້າຢາເວສະຖິດຢູ່ກັບໂຢເຊັບ ແລະບັນດານໃຫ້ທຸກສິ່ງທີ່ລາວເຮັດເກີດຜົນດີ. ລາວໄດ້ອາໄສຢູ່ໃນເຮືອນຂອງຄົນເອຢິບນາຍຂອງຕົນ
3
ນາຍກໍເຫັນວ່າພຣະເຈົ້າຢາເວໄດ້ຢູ່ກັບໂຢເຊັບ ແລະພຣະເຈົ້າຢາເວໄດ້ບັນດານໃຫ້ການງານທຸກຢ່າງທີ່ລາວກະທຳຈະເລີນຂຶ້ນຫລາຍໃນມືຂອງລາວ.
4
ໂປຕີຟາພໍໃຈກັບວຽກງານທີ່ໂຢເຊັບໄດ້ເຮັດ ແລະແຕ່ງຕັ້ງລາວໃຫ້ເປັນຄົນຮັບໃຊ້ປະຈຳຕົນ; ສະນັ້ນ ເພິ່ນຈຶ່ງມອບທຸກໆສິ່ງທີ່ເພິ່ນມີ ໃຫ້ໂຢເຊັບເປັນຜູ້ເບິ່ງແຍງແລະຮັບຜິດຊອບແທນຕົນ.
5
ຕັ້ງແຕ່ໂປຕີຟາໄດ້ແຕ່ງຕັ້ງໂຢເຊັບມາ ພຣະເຈົ້າຢາເວຈຶ່ງອວຍພອນຄອບຄົວຂອງຄົນເອຢິບຜູ້ນີ້ເພາະເຫັນແກ່ໂຢເຊັບ ແລະພຣະເຈົ້າຢາເວໄດ້ອວຍພອນທຸກສິ່ງທີ່ໂປຕີຟາມີໃນເຮືອນແລະໃນທົ່ງນາ.
6
ໂປຕີຟາໄດ້ມອບຊັບສິ່ງຂອງທຸກຢ່າງໃຫ້ໂຢເຊັບເປັນຜູ້ເບິ່ງແຍງຮັກສາແທນ ແລະບໍ່ກັງວົນສົນໃຈນຳສິ່ງໃດເລີຍ ນອກຈາກອາຫານທີ່ຕົນກິນເທົ່ານັ້ນ. ໂຢເຊັບເປັນຊາຍໜຸ່ມທີ່ມີຮູບຮ່າງໄດ້ຊັດສ່ວນດີ ແລະໜ້າຕາງາມ.
7
ແຕ່ແລ້ວບໍ່ເຫິງເທົ່າໃດ ເມຍຂອງນາຍກໍຫລົງມັກໂຢເຊັບ ແລະຊວນລາວເຂົ້າໄປນອນນຳ.
8
ໂຢເຊັບປະຕິເສດ ແລະຕອບນາງວ່າ, “ເບິ່ງດູ ນາຍຂອງຂ້ອຍບໍ່ກັງວົນສົນໃຈນຳສິ່ງໃດເລີຍຢູ່ໃນເຮືອນນີ້ ຍ້ອນເພິ່ນໄວ້ເນື້ອເຊື່ອໃຈຂ້ອຍ. ເພິ່ນໃຫ້ຂ້ອຍຮັບຜິດຊອບທຸກໆສິ່ງທີ່ເພິ່ນມີ.
9
ຂ້ອຍມີອຳນາດໃນເຮືອນຫລັງນີ້ເທົ່າໆກັນກັບເພິ່ນ ແລະເພິ່ນບໍ່ເຄີຍຫວງຫ້າມຂ້ອຍໃນສິ່ງໃດໆເລີຍ ເວັ້ນໄວ້ແຕ່ຍານາງເອງທີ່ເປັນເມຍຂອງເພິ່ນ. ຂ້ອຍຈະກ້າລ່ວງປະເວນີ ແລະເຮັດຜິດບາບຕໍ່ສູ້ພຣະເຈົ້າໄດ້ຢ່າງໃດ?”
10
ເຖິງແມ່ນວ່ານາງຂໍຮ້ອງໂຢເຊັບທຸກມື້ທຸກວັນ, ແຕ່ໂຢເຊັບກໍບໍ່ຍອມໄປນອນນຳນາງ.
11
ແຕ່ຕໍ່ມາມື້ໜຶ່ງ ເມື່ອໂຢເຊັບເຂົ້າໄປເຮັດວຽກຢູ່ໃນເຮືອນ ຊຶ່ງໃນມື້ນັ້ນບໍ່ມີຄົນຮັບໃຊ້ຈັກຄົນຢູ່ໃນເຮືອນ.
12
ເມຍຂອງນາຍຈຶ່ງສວຍໂອກາດນັ້ນຈ່ອງເສື້ອລາວໄວ້ ແລະເວົ້າວ່າ, “ໄປນອນນຳຂ້ອຍສາ.” ແຕ່ໂຢເຊັບຫລົບໜີແລ່ນອອກໄປຂ້າງນອກໄດ້ ໂດຍປະເສື້ອຄາໄວ້ໃນມືຂອງນາງ.
13
ເມື່ອນາງເຫັນໂຢເຊັບປະເສື້ອໄວ້ ແລະແລ່ນອອກໄປຈາກເຮືອນ
14
ນາງຈຶ່ງຮ້ອງໃສ່ຄົນຮັບໃຊ້ໃນເຮືອນວ່າ, “ເບິ່ງນີ້ແມ! ຄົນເຮັບເຣີຜູ້ທີ່ຜົວຂອງຂ້ອຍເອົາມາຢູ່ໃນເຮືອນ ໄດ້ລ່ວງເກີນພວກເຮົາ. ລາວເຂົ້າມາໃນຫ້ອງນອນຂອງຂ້ອຍ ແລະພະຍາຍາມຂົ່ມຂືນຂ້ອຍ ແຕ່ຂ້ອຍຮ້ອງຈົນສຸດສຽງ.
15
ເມື່ອລາວໄດ້ຍິນສຽງຂ້ອຍຮ້ອງ ລາວຈຶ່ງປະເສື້ອໄວ້ແລະຟ້າວແລ່ນໜີໄປ.”
16
ນາງຮັກສາເສື້ອນອກຂອງໂຢເຊັບໄວ້ ຈົນຜູ້ເປັນນາຍຂອງໂຢເຊັບກັບມາເຮືອນ.
17
ແລ້ວນາງກໍເລົ່າເລື່ອງແບບດຽວກັນນັ້ນວ່າ, “ຄົນເຮັບເຣີຜູ້ທີ່ເຈົ້າເອົາມາຢູ່ນຳນັ້ນ ລາວໄດ້ເຂົ້າມາຂົ່ມຂືນຂ້ອຍຢູ່ໃນຫ້ອງນອນ.
18
ແຕ່ເມື່ອຂ້ອຍຮ້ອງຂຶ້ນ ລາວຈຶ່ງປະເສື້ອໄວ້ທີ່ນີ້ແລະແລ່ນໜີໄປ.”
19
ເມື່ອນາຍຂອງໂຢເຊັບໄດ້ຍິນເລື່ອງທີ່ເມຍຂອງຕົນເລົ່າສູ່ຟັງກໍໃຈຮ້າຍຫຼາຍ
20
ແລະສັ່ງຂັງໂຢເຊັບໄວ້ໃນຄຸກບ່ອນທີ່ກະສັດຂັງນັກໂທດ.
21
ແຕ່ພຣະເຈົ້າຢາເວສະຖິດຢູ່ນຳໂຢເຊັບແລະເມດຕາລາວ. ດັ່ງນັ້ນ ຫົວໜ້າຜູ້ຄຸມຄຸກຈຶ່ງພໍອົກພໍໃຈນຳໂຢເຊັບ.
22
ລາວໃຫ້ໂຢເຊັບເປັນຜູ້ຕາງໜ້າເບິ່ງແຍງນັກໂທດທັງຫລາຍ ແລະໃຫ້ລາວຮັບຜິດຊອບວຽກງານທຸກໆຢ່າງຢູ່ໃນຄຸກ.
23
ຫົວໜ້າຜູ້ຄຸມຄຸກບໍ່ໄດ້ກວດກາສິ່ງໃດໆທີ່ໂຢເຊັບຮັບຜິດຊອບ ຍ້ອນວ່າພຣະເຈົ້າຢາເວສະຖິດຢູ່ນຳລາວ ແລະພຣະເຈົ້າຢາເວໄດ້ໂຜດໃຫ້ທຸກສິ່ງທີ່ລາວເຮັດນັ້ນຈະເລີນ.
← Chapter 38
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 40 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50