bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 28
Genesis 28
Lao Bible 2012 (ພຣະຄຳພີສັກສິ)
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 29 →
1
ອີຊາກໄດ້ເອີ້ນຢາໂຄບມາເພື່ອອວຍພອນ ແລະສັ່ງວ່າ, “ລູກຢ່າເອົາຍິງສາວຊາວການາອານມາເປັນເມຍເດີ
2
ແຕ່ຈົ່ງໄປຫາເບທູເອນພໍ່ຂອງແມ່ເຈົ້າທີ່ເມໂຊໂປຕາເມຍ ແລະຫາເອົາຍິງສາວຜູ້ໜຶ່ງໃນພວກຜູ້ສາວຢູ່ທີ່ນັ້ນມາເປັນເມຍຄື: ລູກສາວຄົນໜຶ່ງໃນພວກລູກສາວຂອງລາບານລູງຂອງເຈົ້າ.
3
ຂໍໃຫ້ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ໂຜດອວຍພອນການແຕ່ງງານຂອງເຈົ້າ ແລະໃຫ້ເຈົ້າມີລູກຢ່າງຫລວງຫລາຍ ເພື່ອເຈົ້າຈະໄດ້ເປັນບັນພະບຸລຸດຂອງຫລາຍຊົນຊາດ
4
ຂໍພຣະອົງໂຜດອວຍພອນເຈົ້າແລະເຊື້ອສາຍຂອງເຈົ້າ ເໝືອນດັ່ງພຣະອົງໄດ້ອວຍພອນອັບຣາຮາມ ຂໍໃຫ້ເຈົ້າໄດ້ເປັນກຳມະສິດດິນແດນທີ່ເຈົ້າກຳລັງຢູ່ນີ້ ຊຶ່ງພຣະເຈົ້າໄດ້ມອບໃຫ້ອັບຣາຮາມ.”
5
ອີຊາກສົ່ງຢາໂຄບໄປຫາລາບານທີ່ເມໂຊໂປຕາເມຍ. ລາບານເປັນລູກຊາຍຂອງເບທູເອນຊາວອາຣາມ ແລະເປັນອ້າຍຂອງນາງເຣເບກາ ຜູ້ທີ່ເປັນແມ່ຂອງຢາໂຄບແລະເອຊາວ.
6
ເອຊາວຮູ້ວ່າອີຊາກໄດ້ອວຍພອນຢາໂຄບ ແລະສົ່ງລາວໜີໄປຫາເອົາເມຍທີ່ເມໂຊໂປຕາເມຍ. ລາວຮູ້ຈັກຄືກັນວ່າເມື່ອອີຊາກອວຍພອນຢາໂຄບນັ້ນ ເພິ່ນໄດ້ບອກລາວວ່າ ບໍ່ໃຫ້ເອົາຍິງສາວຊາວການາອານມາເປັນເມຍ.
7
ເອຊາວຮູ້ວ່າຢາໂຄບຟັງຄວາມຂອງພໍ່ແມ່ ແລະໄດ້ໄປທີ່ເມໂຊໂປຕາເມຍແລ້ວ.
8
ລາວເຂົ້າໃຈວ່າອີຊາກພໍ່ຂອງຕົນບໍ່ມັກຍິງສາວຊາວການາອານ.
9
ດັ່ງນັ້ນ ລາວຈຶ່ງໄປຫາອິດຊະມາເອນລູກຊາຍຂອງອັບຣາຮາມ ແລະເອົານາງມາຮາລາດລູກສາວຂອງເພິ່ນມາເປັນເມຍຄື: ນ້ອງສາວຂອງເນບາໂຢດ.
10
ຢາໂຄບອອກຈາກເບເອນເຊບາ ແລະມຸ່ງໜ້າໄປສູ່ເມືອງຮາຣານ.
11
ລາວມາຮອດບ່ອນໜຶ່ງ ພໍດີຄໍ່າຈຶ່ງພັກນອນຢູ່ທີ່ນັ້ນ. ລາວນອນລົງໂດຍໃຊ້ກ້ອນຫີນໝູນຕາງໝອນ.
12
ເມື່ອຫລັບໄປ ລາວໄດ້ຝັນເຫັນຂັ້ນໄດແຕ່ດິນຈົນຈຸສະຫວັນ ແລະ ມີບັນດາເທວະດາຂອງພຣະເຈົ້າກຳລັງຍ່າງຂຶ້ນຍ່າງລົງຕາມຂັ້ນໄດນັ້ນ.
13
ແລະຢູ່ທີ່ນັ້ນ ພຣະເຈົ້າຢາເວກຳລັງຢືນຢູ່ຂ້າງລາວ. ພຣະອົງກ່າວວ່າ, “ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງອັບຣາຮາມປູ່ຂອງເຈົ້າແລະພຣະເຈົ້າຂອງອີຊາກ; ເຮົາຈະມອບດິນແດນທີ່ເຈົ້າກຳລັງນອນຢູ່ນີ້ໃຫ້ເຈົ້າແລະເຊື້ອສາຍຂອງເຈົ້າ.
14
ເຊື້ອສາຍຂອງເຈົ້ານັ້ນຈະມີຫລວງຫລາຍດັ່ງຂີ້ຝຸ່ນດິນ. ພວກເຂົາຈະແຜ່ຜາຍຂະຫຍາຍເຂດໄປທົ່ວທຸກທິດ ແລະໂດຍຜ່ານທາງເຈົ້າ ແລະເຊື້ອສາຍຂອງເຈົ້າ ເຮົາຈະອວຍພອນບັນດາຊົນຊາດທັງປວງ.
15
ຈົ່ງຈົດຈຳຢູ່ສະເໝີວ່າເຮົາຈະຢູ່ນຳເຈົ້າແລະປົກປັກຮັກສາເຈົ້າ ທຸກທີ່ທຸກບ່ອນທີ່ເຈົ້າໄປ ແລະເຮົາຈະໃຫ້ເຈົ້າກັບມາຢູ່ໃນດິນແດນນີ້. ເຮົາຈະບໍ່ໜີໄປຈາກເຈົ້າ ຈົນກວ່າເຮົາຈະເຮັດສິ່ງທີ່ເຮົາໄດ້ສັນຍາໄວ້ກັບເຈົ້າ.”
16
ເມື່ອຢາໂຄບຕື່ນຂຶ້ນຈຶ່ງເວົ້າວ່າ, “ພຣະເຈົ້າຢາເວສະຖິດຢູ່ບ່ອນນີ້ແທ້ໆ ແຕ່ເຮົາບໍ່ຮູ້ຈັກ.”
17
ລາວຢ້ານແລະເວົ້າວ່າ, “ບ່ອນນີ້ ໜ້າຂົນຫົວລຸກແທ້ໆ! ຄົງເປັນວິຫານຂອງພຣະເຈົ້າ ແລະຄົງເປັນປະຕູທີ່ໄຂໄປສູ່ສະຫວັນ.”
18
ຢາໂຄບລຸກຂຶ້ນແຕ່ເຊົ້າໆ ແລະເອົາກ້ອນຫີນທີ່ໝູນຫົວນັ້ນຕັ້ງຂຶ້ນເປັນເສົາອະນຸສອນ. ແລ້ວລາວກໍເອົານໍ້າມັນຫອມຖອກເທໃສ່ເພື່ອອຸທິດຖວາຍໃຫ້ແກ່ພຣະເຈົ້າ.
19
ລາວເອີ້ນບ່ອນນີ້ວ່າ ເບັດເອນ. (ແຕ່ກ່ອນເມືອງນີ້ຊື່ວ່າ ລູເຊ)
20
ແລ້ວຢາໂຄບກໍໄດ້ສາບານວ່າ, “ຖ້າພຣະເຈົ້າສະຖິດຢູ່ກັບຂ້ານ້ອຍ ແລະປົກປັກຮັກສາຂ້ານ້ອຍໃນການເດີນທາງ ແລະໃຫ້ອາຫານແລະເຄື່ອງນຸ່ງຫົ່ມ
21
ແລະຖ້າຂ້ານ້ອຍກັບມາເຖິງບ້ານພໍ່ຂອງຂ້ານ້ອຍຢ່າງປອດໄພ ແລ້ວພຣະເຈົ້າຢາເວກໍຈະເປັນພຣະເຈົ້າຂອງຂ້ານ້ອຍ.
22
ກ້ອນຫີນທີ່ຂ້ານ້ອຍຕັ້ງຂຶ້ນເປັນເສົາອະນຸສອນນີ້ ຈະເປັນເສົາວິຫານຂອງພຣະເຈົ້າ ແລະຂ້ານ້ອຍຈະຖວາຍໜຶ່ງສ່ວນສິບໃນທຸກໆສິ່ງທີ່ພຣະອົງໄດ້ອວຍພອນຂ້ານ້ອຍ.”
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 29 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50