bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 9
Genesis 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 10 →
1
ພຣະເຈົ້າໄດ້ອວຍພອນແກ່ໂນອາ ແລະພວກລູກຊາຍທັງສາມຄົນຂອງລາວວ່າ, “ຈົ່ງມີລູກຫລານໃຫ້ມາກຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະມີຊີວິດຢູ່ທົ່ວເທິງແຜ່ນດິນໂລກນີ້.
2
ສັດທຸກຊະນິດ, ນົກທຸກໂຕ, ສັດເລືອຄານ ແລະປາທຸກຊະນິດຈະມີຊີວິດຢູ່ໂດຍຢ້ານກົວພວກເຈົ້າ.
3
ບັດນີ້ ເຈົ້າກິນສັດນັ້ນ ແລະພືດໃບຂຽວໄດ້ ເພາະເຮົາໄດ້ໃຫ້ສິ່ງເຫຼົ່ານີ້ແກ່ພວກເຈົ້າເປັນອາຫານ.
4
ແຕ່ມີສິ່ງໜຶ່ງທີ່ເຈົ້າບໍ່ຕ້ອງກິນຄື: ຊີ້ນທີ່ມີເລືອດ; ເພາະເລືອດແມ່ນຫລັກສຳຄັນແຫ່ງຊີວິດ.
5
ຖ້າຜູ້ໃດທຳລາຍຊີວິດມະນຸດ ຜູ້ນັ້ນຈະຖືກລົງໂທດ. ສັດທຸກໂຕທີ່ທຳລາຍຊີວິດມະນຸດ ຈະຖືກລົງໂທດເຖິງແກ່ຄວາມຕາຍ.
6
ມະນຸດໄດ້ຖືກສ້າງໃຫ້ມີຮູບລັກສະນະຂອງພຣະເຈົ້າ; ສະນັ້ນ ຜູ້ໃດກໍຕາມທີ່ຂ້າເພື່ອນມະນຸດ ກໍຈະຖືກເພື່ອນມະນຸດຄົນອື່ນຂ້າເໝືອນກັນ.
7
ຈົ່ງມີລູກຫລານໃຫ້ມາກຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະມີຊີວິດຢູ່ທົ່ວໄປເທິງແຜ່ນດິນໂລກ.”
8
ພຣະເຈົ້າໄດ້ກ່າວແກ່ໂນອາ ແລະພວກລູກຊາຍຂອງລາວວ່າ,
9
“ບັດນີ້ ເຮົາເຮັດພັນທະສັນຍາຕໍ່ພວກເຈົ້າພ້ອມກັບເຊື້ອສາຍຂອງພວກເຈົ້າ
10
ແລະທຸກສິ່ງທີ່ມີຊີວິດເຊັ່ນ: ນົກທຸກຊະນິດ ແລະສັດທຸກຊະນິດ ຄືທຸກໆສິ່ງທີ່ອອກມາຈາກເຮືອນຳເຈົ້ານັ້ນ.
11
ດ້ວຍຖ້ອຍຄຳດັ່ງຕໍ່ໄປນີ້ ເຮົາຈຶ່ງຕັ້ງພັນທະສັນຍາກັບເຈົ້າຄື: ເຮົາສັນຍາວ່າຈະບໍ່ທຳລາຍທຸກສິ່ງທີ່ມີຊີວິດດ້ວຍນໍ້າຖ້ວມອີກ; ນໍ້າຖ້ວມແຜ່ນດິນໂລກແບບນີ້ຈະບໍ່ມີອີກຈັກເທື່ອ.”
12
ພຣະເຈົ້າຊົງກ່າວວ່າ, “ນີ້ແມ່ນໝາຍສຳຄັນຂອງພັນທະສັນຍາ ຊຶ່ງເຮົາກຳລັງເຮັດຢູ່ ລະຫວ່າງເຮົາກັບເຈົ້າ ແລະທຸກໆສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ ເພື່ອຄົນລຸ້ນຫລັງທັງໝົດໃນອະນາຄົດ,
13
ເຮົາຕັ້ງຮຸ້ງກິນນໍ້າໄວ້ໃນທ້ອງຟ້າ. ຮຸ້ງກິນນໍ້າຈະເປັນໝາຍສຳຄັນແຫ່ງພັນທະສັນຍາທີ່ເຮົາໄດ້ຕັ້ງໄວ້ກັບແຜ່ນດິນໂລກ.
14
ເມື່ອໃດ ເຮົາເຮັດໃຫ້ເມກປົກຄຸມທົ່ວທ້ອງຟ້າ ແລະໃຫ້ຮຸ້ງປາກົດຂຶ້ນ
15
ເມື່ອນັ້ນ ເຮົາກໍຈະນຶກເຖິງພັນທະສັນຍາ ທີ່ເຮົາໃຫ້ແກ່ເຈົ້າ ແລະສັດທັງປວງວ່າ ເຮົາຈະບໍ່ທຳລາຍທຸກສິ່ງທີ່ມີຊີວິດດ້ວຍນໍ້າອີກຈັກເທື່ອ.
16
ເມື່ອຮຸ້ງປາກົດຂຶ້ນໃນເມກ ເຮົາຈະເຫັນ ແລະເຮົາກໍຈະລະນຶກເຖິງພັນທະສັນຍາອັນຕະຫລອດໄປ ລະຫວ່າງເຮົາກັບທຸກສິ່ງທີ່ມີຊີວິດຢູ່ໃນແຜ່ນດິນໂລກ.”
17
ພຣະເຈົ້າຊົງກ່າວກັບໂນອາວ່າ, “ອັນນີ້ ແມ່ນໝາຍສຳຄັນຂອງພັນທະສັນຍາ ຊຶ່ງເຮົາເຮັດໄວ້ກັບທຸກສິ່ງທີ່ມີຊີວິດຢູ່ເທິງແຜ່ນດິນໂລກ.”
18
ລູກຊາຍຂອງໂນອາທີ່ອອກມາຈາກເຮືອໃຫຍ່ ມີດັ່ງນີ້: ເຊມ, ຮາມ ແລະຢາເຟດ. (ຮາມເປັນພໍ່ຂອງຊົນເຜົ່າການາອານ.)
19
ລູກຊາຍທັງສາມຂອງໂນອານີ້ເປັນບັນພະບຸລຸດຂອງປະຊາຊາດທັງໝົດທີ່ເທິງແຜ່ນດິນໂລກ.
20
ໂນອາ ຜູ້ທີ່ເປັນພໍ່ນາ ເປັນຄົນທຳອິດທີ່ປູກຕົ້ນອະງຸ່ນ.
21
ຫລັງຈາກດື່ມນໍ້າອະງຸ່ນຫລາຍຈົນມືນເມົາ ເພິ່ນຈຶ່ງຫລົງແກ້ເຄື່ອງນຸ່ງຫົ່ມຂອງຕົນອອກ ແລ້ວນອນເປືອຍກາຍຢູ່ໃນຜ້າເຕັນ.
22
ເມື່ອຮາມພໍ່ຂອງການາອານເຫັນພໍ່ຂອງຕົນ ກຳລັງນອນເປືອຍກາຍຢ່າງມືນເມົາຢູ່ເຊັ່ນນັ້ນ ລາວຈຶ່ງຟ້າວໄປບອກອ້າຍທັງສອງ.
23
ແລ້ວເຊມກັບຢາເຟດກໍຖືເອົາເສື້ອຄຸມຜືນໜຶ່ງ ພາດໃສ່ບ່າຂອງພວກເຂົາມາ. ພວກເຂົາຍ່າງຖອຍຫລັງເຂົ້າມາຫາພໍ່ ແລ້ວປົດເສື້ອທີ່ພາດຢູ່ເທິງບ່ານັ້ນປົກຕົວພໍ່ໄວ້ໂດຍປິ່ນໜ້າໜີ ເພາະບໍ່ຢາກເຫັນພໍ່ຂອງພວກຕົນຢູ່ໃນສະພາບເປືອຍກາຍເຊັ່ນນີ້.
24
ເມື່ອໂນອາຕື່ນຂຶ້ນມາ ແລະຊວ່າງເມົາ ເພິ່ນກໍຮູ້ສິ່ງທີ່ລູກຊາຍຫລ້າໄດ້ເຮັດກັບຕົນ
25
ຈຶ່ງຮ້ອງຂຶ້ນວ່າ, “ກູຂໍສາບແຊ່ງຊາວການາອານ ມັນຈະເປັນຂ້ອຍຂ້າຮັບໃຊ້ພວກອ້າຍຂອງມັນ
26
ຂໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍຊົງອວຍພອນເຊມ; ຊາວການາອານຈະເປັນຂ້ອຍຂ້າຮັບໃຊ້ຂອງເຊມແນ່ແທ້.
27
ຂໍພຣະເຈົ້າຊ່ວຍຢາເຟດ ໃຫ້ຮັ່ງມີເປັນດີ; ມີເຊື້ອສາຍຢ່າງຫລວງຫລາຍເຫຼືອນັບ. ຂໍໃຫ້ເຊື້ອສາຍຢາເຟດຢູ່ຮ່ວມກັບເຊື້ອສາຍເຊມ; ຊາວການາອານຈະເປັນທາດຮັບໃຊ້ຂອງຢາເຟດ.”
28
ຫລັງຈາກນໍ້າຖ້ວມແຜ່ນດິນໂລກແລ້ວ ໂນອາກໍມີອາຍຸຕໍ່ມາອີກ 350 ປີ;
29
ເພິ່ນໄດ້ຕາຍໄປເມື່ອເພິ່ນອາຍຸໄດ້ 950 ປີ.
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50