bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 22
Genesis 22
Lao Bible 2012 (ພຣະຄຳພີສັກສິ)
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 23 →
1
ຕໍ່ມາ ພຣະເຈົ້າໄດ້ລອງໃຈອັບຣາຮາມ; ພຣະອົງເອີ້ນເພິ່ນວ່າ, “ອັບຣາຮາມເອີຍ” ແລະອັບຣາຮາມກໍຕອບວ່າ, “ໂດຍ ຂ້ານ້ອຍກຳລັງຟັງຢູ່.”
2
ພຣະເຈົ້າສັ່ງວ່າ, “ເອົາອີຊາກລູກຊາຍຂອງເຈົ້າ ຄືລູກຊາຍຄົນດຽວທີ່ເຈົ້າຮັກຫລາຍນັ້ນ ໄປທີ່ແຄວ້ນໂມຣິຢາ. ໃຫ້ເຈົ້າເຜົາລາວຖວາຍເປັນເຄື່ອງບູຊາແກ່ເຮົາຢູ່ເທິງພູເຂົາແຫ່ງໜຶ່ງ ຊຶ່ງເຮົາຈະບອກເຈົ້າທີ່ນັ້ນ.”
3
ອັບຣາຮາມຈຶ່ງລຸກຂຶ້ນແຕ່ເຊົ້າມືດ ຈັດຕຽມເອົາຟືນເພື່ອເຜົາເຄື່ອງບູຊາ, ເອົາເຄື່ອງຂອງບັນທຸກໃສ່ເທິງຫລັງລໍ ແລະເອົາອີຊາກກັບຄົນຮັບໃຊ້ສອງຄົນໄປນຳຕົນ. ພວກເຂົາອອກເດີນທາງມຸ່ງໜ້າໄປສູ່ບ່ອນທີ່ພຣະເຈົ້າໄດ້ບອກ.
4
ເມື່ອເດີນທາງມາໄດ້ສາມວັນແລ້ວ ອັບຣາຮາມກໍຫລຽວເຫັນບ່ອນນັ້ນແຕ່ໄກ.
5
ແລ້ວເພິ່ນກໍກ່າວແກ່ຄົນຮັບໃຊ້ວ່າ, “ພວກເຈົ້າກັບລໍ ຈົ່ງຖ້າຂ້ອຍຢູ່ທີ່ນີ້. ຂ້ອຍກັບລູກຈະຂຶ້ນໄປນະມັດສະການພຣະເຈົ້າຢູ່ເທິງພຸ້ນ ແລະຈະກັບມາຫາພວກເຈົ້າ.”
6
ອັບຣາຮາມເອົາຟືນສຳລັບເຜົາເຄື່ອງບູຊາໃຫ້ອີຊາກແບກຂຶ້ນໄປ ສ່ວນເພິ່ນເອງຖືມີດກັບຖ່ານໄຟທີ່ກຳລັງລຸກຢູ່. ເມື່ອເດີນທາງໄປນັ້ນ
7
ອີຊາກເວົ້າກັບອັບຣາຮາມວ່າ, “ພໍ່ເອີຍ” ພໍ່ຈຶ່ງຕອບວ່າ, “ແມ່ນຫຍັງລູກ?” ອີຊາກຖາມວ່າ, “ຟືນກັບໄຟກໍມີແລ້ວ, ແຕ່ລູກແກະທີ່ຈະເຜົາບູຊານັ້ນຢູ່ໃສ?”
8
ອັບຣາຮາມຕອບວ່າ, “ພຣະເຈົ້າຈະຈັດຫາໃຫ້ເອງ.” ແລ້ວສອງພໍ່ລູກກໍຍ່າງຕໍ່ໄປ.
9
ເມື່ອເດີນທາງມາຮອດບ່ອນທີ່ພຣະເຈົ້າໄດ້ບອກໄວ້ແລ້ວ ອັບຣາຮາມໄດ້ສ້າງແທ່ນບູຊາຂຶ້ນ ແລະຈັດເອົາຟືນວາງໄວ້ເທິງແທ່ນນັ້ນ. ເພິ່ນມັດລູກຊາຍຂອງຕົນວາງໄວ້ທີ່ກອງຟືນເທິງແທ່ນບູຊາ.
10
ແລ້ວເພິ່ນກໍຈັບເອົາມີດຕຽມຈະລົງມືຂ້າ
11
ແຕ່ໃນທັນໃດນັ້ນ ເທວະດາຂອງພຣະເຈົ້າຢາເວໄດ້ເອີ້ນມາແຕ່ສະຫວັນວ່າ, “ອັບຣາຮາມ ອັບຣາຮາມເອີຍ!” ເພິ່ນຈຶ່ງຕອບວ່າ, “ໂດຍ ຂ້ານ້ອຍກຳລັງຟັງຢູ່.”
12
ແລະພຣະອົງໄດ້ກ່າວວ່າ, “ຢ່າທຳຮ້າຍຫລືເຮັດຫຍັງແກ່ເດັກຊາຍນີ້ເລີຍ. ບັດນີ້ ເຮົາຮູ້ແລ້ວວ່າ ເຈົ້າເຊື່ອຟັງແລະຢຳເກງພຣະເຈົ້າຢູ່ສະເໝີ; ດ້ວຍວ່າ ເຈົ້າບໍ່ໄດ້ຫວງລູກຊາຍຄົນດຽວຂອງເຈົ້າໄວ້ຈາກພຣະອົງ.”
13
ອັບຣາຮາມແນມໄປຮອບໆຕົວ ແລະເຫັນແກະເຖິກໂຕໜຶ່ງ ຊຶ່ງເຂົາຂອງມັນຄາພຸ່ມໄມ້ຢູ່. ເພິ່ນຈຶ່ງໄປອຸ້ມເອົາມັນມາຂ້າຖວາຍແທນລູກຊາຍຂອງຕົນ.
14
ອັບຣາຮາມໃສ່ຊື່ບ່ອນນັ້ນວ່າ, “ພຣະເຈົ້າຢາເວຈັດຕຽມໃຫ້” ແລະຈົນເຖິງທຸກວັນນີ້ ຊາວເມືອງກໍຍັງເວົ້າຕໍ່ໆກັນມາວ່າ, “ເທິງພູຂອງພຣະເຈົ້າຢາເວຜູ້ຈັດຫາໃຫ້.”
15
ເທວະດາຂອງພຣະເຈົ້າຢາເວກໍໄດ້ເອີ້ນອັບຣາຮາມເປັນເທື່ອທີສອງມາແຕ່ສະຫວັນວ່າ,
16
“ເຮົາຂໍສາບານໃນນາມຂອງເຮົາຄືພຣະເຈົ້າຢາເວຜູ້ກຳລັງກ່າວຢູ່ນີ້ວ່າ, ເຮົາຈະອວຍພອນເຈົ້າຢ່າງຫລວງຫລາຍ. ເພາະເຈົ້າໄດ້ເຮັດຕາມສິ່ງທີ່ເຮົາບອກ ແລະບໍ່ໄດ້ຫວງລູກຊາຍຄົນດຽວຂອງເຈົ້າໄວ້;
17
ເຮົາຂໍສັນຍາວ່າ ຈະໃຫ້ເຈົ້າມີເຊື້ອສາຍຢ່າງຫລວງຫລາຍ ດັ່ງດວງດາວໃນທ້ອງຟ້າຫລືເມັດດິນຊາຍທີ່ແຄມທະເລ. ເຊື້ອສາຍຂອງເຈົ້າຈະຕີຊະນະສັດຕູທັງປວງ.
18
ຊົນຊາດທັງປວງໃນໂລກຈະຂໍຮ້ອງເຮົາໃຫ້ອວຍພອນພວກເຂົາ ດັ່ງທີ່ເຮົາໄດ້ອວຍພອນເຊື້ອສາຍຂອງເຈົ້າ. ເຮົາຈະເຮັດສິ່ງທັງໝົດນີ້ ເພາະເຈົ້າເຊື່ອຟັງຄຳສັ່ງຂອງເຮົາ.”
19
ອັບຣາຮາມກັບຄືນມາຫາຄົນຮັບໃຊ້ທັງສອງຂອງຕົນ ແລະພາກັນກັບເມືອເມືອງເບເອນເຊບາ ບ່ອນທີ່ຕົນອາໄສຢູ່.
20
ຕໍ່ມາ ອັບຣາຮາມກໍຮູ້ວ່າມີລະກາເມຍຂອງນາໂຮນ້ອງຊາຍຂອງຕົນນັ້ນ ມີລູກແປດຄົນດັ່ງນີ້:
21
ອູເຊອ້າຍກົກ, ບູເຊນ້ອງຊາຍ, ເກມູເອນພໍ່ຂອງອາຣາມ,
22
ເກເສັດ, ຮາໂຊ, ປິນດາດ, ຢິດລັບ ແລະເບທູເອນ
23
ຜູ້ທີ່ເປັນພໍ່ຂອງນາງເຣເບກາ. ມີລະກາໄດ້ເກີດລູກຊາຍແປດຄົນນີ້ໃຫ້ນາໂຮ ນ້ອງຊາຍຂອງອັບຣາຮາມ.
24
ນາງຣູມາ ເມຍຜູ້ທີສອງຂອງນາໂຮໄດ້ເກີດລູກສີ່ຄົນດັ່ງນີ້: ເຕບາ, ກາຮາມ, ຕາຮັດ ແລະມາອາກາ.
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 23 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50