bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 29
Genesis 29
Lao Bible 2012 (ພຣະຄຳພີສັກສິ)
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 30 →
1
ຢາໂຄບໄດ້ເດີນທາງຕໍ່ໄປ ຈົນເຖິງດິນແດນຂອງຊາວຕາເວັນອອກ.
2
ໃນທັນໃດນັ້ນ ລາວກໍມາຮອດນໍ້າສ້າງທີ່ທົ່ງນາ ຊຶ່ງມີແກະສາມຝູງກຳລັງນອນພັກຜ່ອນຢູ່ໃກ້ໆນັ້ນ. ແກະເຫຼົ່ານັ້ນກິນນໍ້າຈາກສ້າງແຫ່ງນີ້ ຊຶ່ງມີຫີນກ້ອນໃຫຍ່ອັດປາກສ້າງຢູ່.
3
ຕາມປົກກະຕິ ເມື່ອແກະທຸກຝູງມາໂຮມກັນທີ່ນັ້ນໝົດແລ້ວ ພວກລ້ຽງແກະຈຶ່ງພາກັນກິ້ງກ້ອນຫີນອອກ ແລະຕັກນໍ້າໃຫ້ແກະກິນ. ແລ້ວພວກເຂົາກໍກິ້ງກ້ອນຫີນນັ້ນ ອັດປາກນໍ້າສ້າງໄວ້ຄືເກົ່າ.
4
ຢາໂຄບຖາມພວກລ້ຽງແກະວ່າ, “ພີ່ນ້ອງທັງຫຼາຍເອີຍ ພວກເຈົ້າມາແຕ່ໃສ?” ພວກເຂົາຕອບວ່າ, “ມາແຕ່ເມືອງຮາຣານ”.
5
ລາວຖາມອີກວ່າ, “ພວກເຈົ້າຮູ້ຈັກລາບານ ຫລານຊາຍນາໂຮບໍ?” ພວກເຂົາຕອບວ່າ, “ຮູ້ ພວກເຮົາຮູ້ຈັກເພິ່ນ”.
6
ລາວຖາມວ່າ, “ເພິ່ນສະບາຍດີບໍ?” ພວກເຂົາຕອບວ່າ, “ເພິ່ນສະບາຍດີ ຫັ້ນເດ ຣາເຊັນລູກສາວຂອງເພິ່ນກຳລັງຕ້ອນຝູງແກະມາ.”
7
ຢາໂຄບເວົ້າວ່າ, “ເວລານີ້ກໍຍັງເວັນຢູ່ ແລະບໍ່ທັນແມ່ນຍາມນຳຝູງສັດກັບຄືນມາເທື່ອ; ເປັນຫຍັງພວກເຈົ້າຈຶ່ງບໍ່ເອົາຝູງສັດກິນນໍ້າ ແລ້ວນຳເອົາໄປລ້ຽງອີກ?”
8
ພວກເຂົາຕອບວ່າ, “ບໍ່ໄດ້ ພວກເຮົາຕ້ອງລໍຖ້າຈົນແກະທຸກໆຝູງມາຮອດສາກ່ອນ ແລ້ວຈຶ່ງພາກັນກິ້ງກ້ອນຫີນອອກ ແລະເອົານໍ້າໃຫ້ສັດກິນ.”
9
ໃນເວລາທີ່ຢາໂຄບກຳລັງຢືນລົມກັບພວກລ້ຽງແກະຢູ່ນັ້ນ ນາງຣາເຊັນກໍກຳລັງນຳຝູງແກະມາຮອດທີ່ນໍ້າສ້າງ.
10
ພໍຢາໂຄບເຫັນຣາເຊັນພ້ອມກັບຝູງແກະຂອງລູງຕົນມາເຖິງ ລາວຈຶ່ງໄປທີ່ນໍ້າສ້າງເພື່ອຊ່ວຍກິ້ງກ້ອນຫີນອອກ ແລະຕັກນໍ້າໃຫ້ສັດກິນ.
11
ແລ້ວລາວກໍຈູບນາງພ້ອມທັງຮ້ອງໄຫ້ດ້ວຍຄວາມຊົມຊື່ນຍິນດີ.
12
ລາວບອກນາງວ່າ, “ຂ້ອຍແມ່ນລູກຂອງນາງເຣເບກາພີ່ນ້ອງຂອງພໍ່ເຈົ້າ.” ນາງຈຶ່ງຟ້າວແລ່ນໄປບອກພໍ່ຂອງຕົນ;
13
ເມື່ອລາບານໄດ້ຍິນຂ່າວວ່າ ຢາໂຄບຫລານຊາຍຂອງຕົນມາ ເພິ່ນກໍຟ້າວອອກມາພົບທັງກອດຈູບ ແລະພາລາວເມືອເຮືອນ. ເມື່ອຢາໂຄບເລົ່າເລື່ອງທັງໝົດທີ່ເກີດຂຶ້ນສູ່ຟັງແລ້ວ
14
ລາບານກໍເວົ້າວ່າ, “ເຈົ້າແມ່ນເລືອດເນື້ອເຊື້ອໄຂຂອງຂ້ອຍແທ້.” ຢາໂຄບອາໄສຢູ່ນຳລາບານໜຶ່ງເດືອນ.
15
ຕໍ່ມາ ລາບານໄດ້ເວົ້າຕໍ່ຢາໂຄບວ່າ, “ພວກເຮົາເປັນພີ່ນ້ອງກັນກໍຈິງ ແຕ່ການເຮັດວຽກນັ້ນຕ້ອງມີຄ່າຈ້າງ. ເຈົ້າບໍ່ຕ້ອງເຮັດວຽກໃຫ້ຂ້ອຍລ້າໆດອກ. ເຈົ້າຕ້ອງການຄ່າຈ້າງເທົ່າໃດ?”
16
ລາບານມີລູກສາວສອງຄົນ; ຜູ້ກົກຊື່ວ່າ ເລອາ; ສ່ວນຜູ້ນ້ອງນັ້ນຊື່ວ່າ ຣາເຊັນ.
17
ນາງເລອາເປັນຄົນມີແວວຕາສັ້ນ ສ່ວນນາງຣາເຊັນນັ້ນເປັນຄົນໄດ້ຊັດສ່ວນງາມດີ.
18
ຢາໂຄບຮັກນາງຣາເຊັນ ດັ່ງນັ້ນລາວຈຶ່ງເວົ້າວ່າ, “ຫລານຈະເຮັດວຽກໃຫ້ລູງເຈັດປີ ຖ້າລູງຍອມໃຫ້ຫລານແຕ່ງງານກັບຣາເຊັນ.”
19
ລາບານເວົ້າວ່າ, “ລູງຍິນດີມອບນາງໃຫ້ເຈົ້າ ດີກວ່າຈະມອບໃຫ້ຄົນອື່ນ. ຈົ່ງຢູ່ນຳລູງນີ້ແຫຼະ.”
20
ສະນັ້ນ ຢາໂຄບຈຶ່ງຕ້ອງເຮັດວຽກເຈັດປີເພື່ອຈະໄດ້ນາງຣາເຊັນ ແລະເວລາໄດ້ຜ່ານໄປເໝືອນສອງສາມມື້ ຍ້ອນວ່າລາວຮັກນາງຣາເຊັນ.
21
ແລ້ວຢາໂຄບກໍເວົ້າຕໍ່ລາບານວ່າ, “ເວລາທີ່ກຳນົດໄວ້ນັ້ນກໍຄົບແລ້ວ ຈົ່ງໃຫ້ຫລານແຕ່ງງານກັບຣາເຊັນສາ.”
22
ດັ່ງນັ້ນ ລາບານຈຶ່ງຈັດການແຕ່ງງານຂຶ້ນ ແລະເຊີນເພື່ອນບ້ານກັບມິດສະຫາຍຢ່າງຫລວງຫລາຍມາຮ່ວມ.
23
ແຕ່ໃນຄືນນັ້ນ ລາບານພັດເອົານາງເລອາໄປໃຫ້ຢາໂຄບແທນທີ່ຈະແມ່ນນາງຣາເຊັນ ແລະຢາໂຄບໄດ້ສົມສູ່ກັບນາງ. (
24
ລາບານມອບນາງຊີລະປາຄົນຮັບໃຊ້ຂອງຕົນ ໃຫ້ເປັນເອື້ອຍລ້ຽງຂອງນາງເລອາ.)
25
ແຕ່ບໍ່ທັນຮອດຕອນເຊົ້າຊໍ້າ ຢາໂຄບໄດ້ຮູ້ວ່າຜູ້ທີ່ຕົນແຕ່ງງານນຳນັ້ນແມ່ນເລອາ. ລາວຈຶ່ງເວົ້າຕໍ່ລາບານວ່າ, “ເປັນຫຍັງເຈົ້າຈຶ່ງເຮັດກັບຂ້ອຍແບບນີ້? ຂ້ອຍເຮັດວຽກໃຫ້ເຈົ້າຈົນເຈັດປີ ເພື່ອຈະໄດ້ນາງຣາເຊັນມາເປັນເມຍ, ແຕ່ເປັນຫຍັງເຈົ້າຈຶ່ງສໍ້ໂກງຂ້ອຍ?”
26
ລາບານຕອບວ່າ, “ກໍຍ້ອນວ່າບໍ່ແມ່ນທຳນຽມຂອງເມືອງນີ້ ທີ່ຈະໃຫ້ນ້ອງສາວເອົາຜົວກ່ອນເອື້ອຍ.
27
ຈົ່ງລໍຖ້າໃຫ້ງານນີ້ອາທິດໜຶ່ງຜ່ານພົ້ນກ່ອນ ລູງຈຶ່ງຈະມອບນາງຣາເຊັນໃຫ້ເຈົ້າ ຖ້າເຈົ້າຈະຕົກລົງເຮັດວຽກໃຫ້ລູງຕື່ມອີກເຈັດປີ.”
28
ຢາໂຄບຕົກລົງ ແລະເມື່ອງານແຕ່ງງານອາທິດໜຶ່ງໄດ້ຜ່ານພົ້ນໄປແລ້ວ ລາບານກໍມອບນາງຣາເຊັນໃຫ້ເປັນເມຍຂອງຢາໂຄບ. (
29
ລາບານໄດ້ມອບນາງບິນຮາຄົນຮັບໃຊ້ຂອງຕົນ ໃຫ້ເປັນເອື້ອຍລ້ຽງຂອງນາງຣາເຊັນ.)
30
ຢາໂຄບໄດ້ສົມສູ່ກັບນາງຣາເຊັນຄືກັນ ແລະລາວຮັກນາງຫລາຍກວ່າຮັກເລອາ. ແລ້ວລາວກໍຕ້ອງເຮັດວຽກໃຫ້ລາບານຕື່ມອີກເຈັດປີ.
31
ເມື່ອພຣະເຈົ້າຢາເວເຫັນວ່າ ຢາໂຄບຮັກນາງເລອາໜ້ອຍກວ່າຮັກຣາເຊັນ ພຣະອົງຈຶ່ງເຮັດໃຫ້ນາງເລອາມີລູກ ສ່ວນນາງຣາເຊັນນັ້ນບໍ່ມີລູກ.
32
ນາງເລອາໄດ້ຕັ້ງທ້ອງແລະເກີດລູກຊາຍຜູ້ໜຶ່ງ. ນາງເວົ້າວ່າ, “ພຣະເຈົ້າຢາເວໄດ້ເຫັນຄວາມທຸກລຳບາກໃຈຂອງຂ້ອຍ ແລະບັດນີ້ ຜົວຄົງຈະຮັກຂ້ອຍ.” ດັ່ງນັ້ນ ນາງຈຶ່ງຕັ້ງຊື່ໃຫ້ເດັກນັ້ນວ່າ ຣູເບັນ.
33
ນາງຕັ້ງທ້ອງອີກແລະເກີດລູກຊາຍຜູ້ທີສອງ. ນາງເວົ້າວ່າ, “ພຣະເຈົ້າຢາເວໃຫ້ລູກຊາຍຜູ້ນີ້ແກ່ຂ້ອຍ ເພາະພຣະອົງໄດ້ຍິນວ່າຜົວບໍ່ຮັກຂ້ອຍ.” ດັ່ງນັ້ນ ນາງຈຶ່ງໃສ່ຊື່ໃຫ້ເດັກນ້ອຍນັ້ນວ່າ ຊີເມໂອນ.
34
ຢູ່ມານາງກໍຖືພາອີກແລະອອກລູກຊາຍຜູ້ໃໝ່ຕື່ມ. ນາງເວົ້າວ່າ, “ບັດນີ້ ຜົວຕ້ອງຕິດພັນຢູ່ກັບຂ້ອຍ ເພາະຂ້ອຍໄດ້ລູກຊາຍໃຫ້ລາວເຖິງສາມຄົນແລ້ວ.” ດັ່ງນັ້ນ ນາງຈຶ່ງໃສ່ຊື່ໃຫ້ເດັກນ້ອຍນັ້ນວ່າ ເລວີ.
35
ຕໍ່ມາ ນາງກໍຖືພາອີກແລະໄດ້ລູກຊາຍຜູ້ທີສີ່. ນາງຈຶ່ງເວົ້າວ່າ, “ເທື່ອນີ້ຂ້ອຍຈະສັນລະເສີນພຣະເຈົ້າຢາເວ.” ສະນັ້ນ ນາງຈຶ່ງໃສ່ຊື່ໃຫ້ເດັກນ້ອຍນີ້ວ່າ ຢູດາ. ແລ້ວນາງກໍເຊົາມີລູກ.
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 30 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50