bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 26
Genesis 26
Lao Bible 2012 (ພຣະຄຳພີສັກສິ)
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 27 →
1
ຢູ່ຕໍ່ມາ ມີການອຶດຢາກເກີດຂຶ້ນໃນປະເທດຊຶ່ງການອຶດຢາກເຊັ່ນນີ້ ເຄີຍມີມາແລ້ວໃນສະໄໝຂອງອັບຣາຮາມ. ອີຊາກຈຶ່ງໄປຫາເຈົ້າອາບີເມເຫຼັກ ຜູ້ທີ່ເປັນກະສັດຂອງຊາວຟີລິດສະຕິນທີ່ເມືອງເກຣາກ.
2
ພຣະເຈົ້າຢາເວໄດ້ປາກົດແກ່ອີຊາກ ແລະບອກເພິ່ນວ່າ, “ຢ່າໄປປະເທດເອຢິບ; ຈົ່ງຢູ່ໃນດິນແດນນີ້ຊຶ່ງເປັນບ່ອນທີ່ເຮົາບອກເຈົ້າຢູ່.
3
ໃນທີ່ນີ້ ເຮົາຈະຢູ່ນຳເຈົ້າແລະອວຍພອນເຈົ້າ. ເຮົາຈະມອບດິນແດນທັງໝົດນີ້ໃຫ້ແກ່ເຈົ້າກັບເຊື້ອສາຍຂອງເຈົ້າ. ເຮົາຈະເຮັດໃຫ້ຄຳສາບານ ຊຶ່ງເຮົາໄດ້ປະຕິຍານໄວ້ກັບອັບຣາຮາມ ພໍ່ຂອງເຈົ້າສຳເລັດ.
4
ເຮົາຈະໃຫ້ເຈົ້າມີເຊື້ອສາຍຫລວງຫລາຍ ດັ່ງດວງດາວໃນທ້ອງຟ້າ ແລະເຮົາຈະມອບດິນແດນທັງໝົດນີ້ໃຫ້ເຊື້ອສາຍຂອງເຈົ້າ. ຊົນຊາດທັງປວງຈະໄດ້ຮັບພຣະພອນຜ່ານທາງເຊື້ອສາຍຂອງເຈົ້າ.
5
ເຮົາຈະອວຍພອນເຈົ້າ ເພາະອັບຣາຮາມເຊື່ອຟັງເຮົາ ໂດຍໄດ້ປະຕິບັດຕາມຂໍ້ຄຳສັ່ງຂອງເຮົາ.”
6
ດັ່ງນັ້ນ ອີຊາກຈຶ່ງອາໄສຢູ່ທີ່ເມືອງເກຣາກ.
7
ເມື່ອຜູ້ຊາຍຊາວເມືອງຖາມກ່ຽວກັບເມຍຂອງເພິ່ນ ເພິ່ນກໍຕອບພວກເຂົາວ່າ ນາງເປັນນ້ອງສາວ. ເພິ່ນບໍ່ກ້າເວົ້າວ່ານາງເປັນເມຍຂອງຕົນ ເພາະຢ້ານພວກຜູ້ຊາຍຊາວເມືອງນີ້ຂ້າເພິ່ນ ແລະເອົານາງເຣເບກາຜູ້ເປັນຍິງສວຍງາມນີ້ໄປ.
8
ເມື່ອອີຊາກອາໄສຢູ່ໃນເມືອງນີ້ຊົ່ວໄລຍະໜຶ່ງແລ້ວ ເຈົ້າອາບີເມເຫຼັກກະສັດຂອງຊາວຟີລິດສະຕິນໄດ້ຫລຽວລົງມາຈາກປ່ອງຢ້ຽມ ແລະເຫັນອີຊາກກຳລັງກອດນາງເຣເບກາເມຍຂອງຕົນຢູ່.
9
ເຈົ້າອາບີເມເຫຼັກຈຶ່ງເອີ້ນອີຊາກມາ ແລະເວົ້າວ່າ, “ເບິ່ງດູ ນາງເປັນເມຍຂອງເຈົ້າແທ້ ແຕ່ເປັນຫຍັງເຈົ້າຈຶ່ງເວົ້າວ່ານາງເປັນນ້ອງສາວ?” ອີຊາກຈຶ່ງຕອບວ່າ, “ເພາະຂ້ານ້ອຍຢ້ານຖືກຂ້າ ຖ້າເວົ້າວ່ານາງເປັນເມຍ.”
10
ເຈົ້າອາບີເມເຫຼັກເວົ້າວ່າ, “ເປັນຫຍັງເຈົ້າຈຶ່ງເຮັດກັບເຮົາດັ່ງນີ້? ຄົນຂອງເຮົາບາງຄົນອາດນອນນຳເມຍຂອງເຈົ້າກໍໄດ້ ແລະເຈົ້າຕ້ອງຮັບຜິດຊອບໃນຄວາມຜິດຂອງພວກເຮົາ.”
11
ດັ່ງນັ້ນ ເຈົ້າອາບີເມເຫຼັກຈຶ່ງອອກຄຳສັ່ງເຕືອນປະຊາຊົນໃນເມືອງນັ້ນວ່າ, “ຖ້າຜູ້ໃດຜູ້ໜຶ່ງຂົ່ມເຫັງຊາຍຜູ້ນີ້ແລະເມຍຂອງລາວ ຈະໄດ້ຮັບໂທດເຖິງຕາຍ.”
12
ອີຊາກເຮັດນາໃນປະເທດນີ້ ແລະໃນປີນັ້ນເອງ ເພິ່ນເກັບກ່ຽວເຂົ້າໄດ້ຮ້ອຍເທົ່າໃນຈຳນວນເຂົ້າທີ່ເພາະປູກ ເພາະພຣະເຈົ້າຢາເວອວຍພອນເພິ່ນ.
13
ອີຊາກຈະເລີນຮຸ່ງເຮືອງຂຶ້ນແລະກາຍເປັນຄົນຮັ່ງມີ.
14
ຍ້ອນເພິ່ນມີຝູງແກະ, ຝູງງົວ ແລະມີຄົນຮັບໃຊ້ຫລາຍຄົນ ຊາວຟີລິດສະຕິນຈຶ່ງອິດສາເພິ່ນ.
15
ສະນັ້ນ ພວກເຂົາຈຶ່ງເອົາຂີ້ດິນຖົມນໍ້າສ້າງທຸກໜ່ວຍ ຊຶ່ງຄົນຮັບໃຊ້ຂອງພໍ່ເພິ່ນໄດ້ຂຸດໃນສະໄໝທີ່ພໍ່ຂອງເພິ່ນຍັງມີຊີວິດຢູ່.
16
ຕໍ່ມາ ເຈົ້າອາບີເມເຫຼັກໄດ້ບອກອີຊາກວ່າ, “ຈົ່ງໜີໄປຈາກດິນແດນຂອງເຮົາ. ເຈົ້າມີກຳລັງອຳນາດຫລາຍກວ່າເຮົາແລ້ວ.”
17
ດັ່ງນັ້ນ ອີຊາກຈຶ່ງໜີໄປຕັ້ງຄ້າຍພັກຢູ່ຮ່ອມພູຂອງເມືອງເກຣາກ ແລະຕັ້ງຫຼັກແຫຼ່ງຢູ່ໃນທີ່ນັ້ນຊົ່ວໄລຍະໜຶ່ງ.
18
ເພິ່ນຂຸດນໍ້າສ້າງເກົ່າທີ່ອັບຣາຮາມ ພໍ່ຂອງຕົນໄດ້ຂຸດໄວ້ໃນສະໄໝກ່ອນ ແລະພວກຟີລິດສະຕິນໄດ້ຖົມນໍ້າສ້າງເຫຼົ່ານັ້ນ ຫລັງຈາກອັບຣາຮາມໄດ້ຕາຍໄປແລ້ວ. ອີຊາກເອີ້ນຊື່ນໍ້າສ້າງທີ່ຂຸດໃໝ່ນີ້ ເໝືອນຊື່ເດີມທີ່ພໍ່ຂອງຕົນໄດ້ເອີ້ນມາແລ້ວ.
19
ຄົນຮັບໃຊ້ຂອງອີຊາກໄດ້ຂຸດນໍ້າສ້າງທີ່ຮ່ອມພູ ແລະພວກເຂົາໄດ້ພົບນໍ້າອອກບໍ່.
20
ຄົນລ້ຽງສັດຂອງຊາວເມືອງເກຣາກຈຶ່ງມາຖົກຖຽງກັນກັບຄົນລ້ຽງສັດຂອງອີຊາກວ່າ, “ບໍ່ນໍ້ານີ້ເປັນຂອງພວກເຮົາ.” ດັ່ງນັ້ນ ອີຊາກຈຶ່ງໃສ່ຊື່ບໍ່ນໍ້ານີ້ວ່າ, “ທະເລາະວິວາດ.”
21
ຄົນຮັບໃຊ້ຂອງອີຊາກໄດ້ຂຸດນໍ້າສ້າງອີກໜ່ວຍໜຶ່ງ ໃນບ່ອນນີ້ກໍມີການຖົກຖຽງກັນຕື່ມອີກ; ດັ່ງນັ້ນ ເພິ່ນຈຶ່ງໃສ່ຊື່ນໍ້າສ້າງນີ້ວ່າ, “ສັດຕູ.”
22
ເພິ່ນຈຶ່ງໜີຈາກທີ່ນັ້ນແລະໄປຂຸດນໍ້າສ້າງທີ່ອື່ນອີກ. ໃນທີ່ນີ້ບໍ່ມີການຖົກຖຽງກັນເກີດຂຶ້ນ. ດັ່ງນັ້ນ ເພິ່ນຈຶ່ງໃສ່ຊື່ນໍ້າສ້າງນີ້ວ່າ, “ອິດສະລະພາບ.” ເພິ່ນເວົ້າວ່າ, “ບັດນີ້ ພຣະເຈົ້າຢາເວໄດ້ໃຫ້ອິດສະລະພາບແກ່ພວກເຮົາໃນດິນແດນນີ້ ພວກເຮົາຈະຈະເລີນຮຸ່ງເຮືອງຂຶ້ນໃນທີ່ນີ້.”
23
ແລ້ວອີຊາກກໍຈາກບ່ອນນີ້ໄປສູ່ເບເອນເຊບາ.
24
ໃນຄືນນັ້ນ ພຣະເຈົ້າຢາເວປາກົດແກ່ເພິ່ນ ແລະກ່າວວ່າ, “ເຮົາເປັນພຣະເຈົ້າຂອງອັບຣາຮາມພໍ່ຂອງເຈົ້າ; ຢ່າສູ່ຢ້ານເລີຍ ເພາະເຮົາຢູ່ກັບເຈົ້າ. ແລະອວຍພອນໃຫ້ເຈົ້າມີເຊື້ອສາຍຫລວງຫລາຍ; ເຮົາໄດ້ສັນຍາໄວ້ກັບອັບຣາຮາມຜູ້ຮັບໃຊ້ຂອງເຮົາ.”
25
ໃນທີ່ນັ້ນ ອີຊາກໄດ້ສ້າງແທ່ນບູຊາຮ້ອງທູນອອກນາມຊື່ພຣະເຈົ້າຢາເວ. ແລ້ວເພິ່ນກໍຕັ້ງຄ້າຍພັກຢູ່ທີ່ນັ້ນ ແລະຄົນຂອງເພິ່ນກໍຂຸດນໍ້າສ້າງຕື່ມອີກ.
26
ເຈົ້າອາບີເມເຫຼັກມາແຕ່ເມືອງເກຣາກພ້ອມກັບອາຮູຊາດທີ່ປຶກສາ ແລະຟີໂກນແມ່ທັບຂອງຕົນເພື່ອຢ້ຽມຢາມອີຊາກ.
27
ອີຊາກຖາມວ່າ, “ທ່ານເອີຍ ດ້ວຍເຫດໃດຈຶ່ງມາຫາຂ້ານ້ອຍ? ໃນເມື່ອທ່ານກຽດຊັງຂ້ານ້ອຍ ແລະຂັບໄລ່ຂ້ານ້ອຍອອກມາຈາກດິນແດນຂອງທ່ານ.”
28
ເຈົ້າອາບີເມເຫຼັກຕອບວ່າ, “ບັດນີ້ ພວກເຮົາຮູ້ແລ້ວວ່າພຣະເຈົ້າຢາເວສະຖິດຢູ່ກັບເຈົ້າ ແລະພວກເຮົາຄິດວ່າເຈົ້າແລະເຮົາຄວນມີການຕົກລົງກັນຢ່າງຈິງໃຈ.
29
ພວກເຮົາປະສົງຢາກໃຫ້ເຈົ້າສັນຍາວ່າຈະບໍ່ທຳຮ້າຍພວກເຮົາ ດັ່ງທີ່ພວກເຮົາບໍ່ໄດ້ທຳຮ້າຍເຈົ້າ. ພວກເຮົາເມດຕາເຈົ້າໂດຍໃຫ້ເດີນທາງອອກໜີມາຢ່າງສະຫງົບສຸກ. ມາບັດນີ້ ເປັນການຈະແຈ້ງແລ້ວວ່າ ແມ່ນພຣະເຈົ້າຢາເວທີ່ອວຍພອນເຈົ້າ.”
30
ອີຊາກໄດ້ຈັດງານກິນລ້ຽງຂຶ້ນເພື່ອຕ້ອນຮັບພວກເພິ່ນ ພວກເພິ່ນພາກັນກິນແລະດື່ມຢ່າງມ່ວນຊື່ນ.
31
ໃນຕອນເຊົ້າມືດທັງສອງຝ່າຍຕ່າງກໍສາບານຕໍ່ກັນແລະກັນ. ອີຊາກໄດ້ສັ່ງລາພວກເພິ່ນ ແລະພວກເພິ່ນໄດ້ອຳລາກັບເມືອຢ່າງສັນມິດທີ່ດີ.
32
ໃນມື້ນັ້ນເອງ ຄົນຮັບໃຊ້ຂອງອີຊາກໄດ້ມາບອກເຖິງການຂຸດນໍ້າສ້າງວ່າ, “ເຮົາໄດ້ພົບນໍ້າ.”
33
ດັ່ງນັ້ນ ເພິ່ນຈຶ່ງໃສ່ຊື່ນໍ້າສ້າງນີ້ວ່າ, “ສາບານ” ຊຶ່ງຕໍ່ມາໄດ້ກາຍເປັນຊື່ຂອງເມືອງເບເອນເຊບາ.
34
ເມື່ອເອຊາວອາຍຸໄດ້ 40 ປີ; ເພິ່ນແຕ່ງງານກັບລູກສາວຂອງຊາວຮິດຕີສອງຄົນຄື: ນາງຢູດິດລູກສາວຂອງເບເອຣີ ແລະນາງບາເສມາດລູກສາວຂອງເອໂລນ.
35
ລູກໃພ້ສອງຄົນນີ້ເຮັດໃຫ້ອີຊາກແລະນາງເຣເບກາ ບໍ່ມີຄວາມສຸກໃຈເລີຍ.
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 27 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50