bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 16
Genesis 16
Lao Bible 2012 (ພຣະຄຳພີສັກສິ)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 17 →
1
ນາງຊາຣາຍ ເມຍຂອງອັບຣາມ ບໍ່ມີລູກໃຫ້ເພິ່ນຈັກຄົນ. ແຕ່ນາງມີສາວໃຊ້ຊາວເອຢິບຜູ້ໜຶ່ງຊື່ວ່າ ຮາກາ.
2
ແລ້ວຊາຣາຍກໍເວົ້າຕໍ່ອັບຣາມວ່າ, “ພຣະເຈົ້າຢາເວບໍ່ຍອມໃຫ້ຂ້ອຍມີລູກແກ່ເຈົ້າ. ເປັນຫຍັງຈຶ່ງບໍ່ໄປນອນນຳສາວໃຊ້ຂອງຂ້ອຍ? ບາງທີນາງຈະເກີດລູກໃຫ້ຂ້ອຍກໍໄດ້.” ອັບຣາມກໍເຮັດຕາມຄຳແນະນຳຂອງຊາຣາຍ.
3
ດັ່ງນັ້ນ ນາງຈຶ່ງມອບນາງຮາກາສາວໃຊ້ຊາວເອຢິບ ໃຫ້ຜົວຂອງຕົນເອົາເປັນເມຍນ້ອຍ. (ເຫດການນີ້ເກີດຂຶ້ນ ຫລັງຈາກອັບຣາມໄດ້ຢູ່ໃນການາອານເປັນເວລາສິບປີ.)
4
ອັບຣາມນອນນຳນາງຮາກາ ແລະນາງກໍຕັ້ງທ້ອງ. ເມື່ອນາງຮາກາຮູ້ວ່າຕົນຕັ້ງທ້ອງແລ້ວ ກໍເກີດຈອງຫອງພອງຕົວ ແລະໝິ່ນປະໝາດນາງຊາຣາຍ.
5
ແລ້ວຊາຣາຍກໍເວົ້າຕໍ່ອັບຣາມວ່າ, “ເປັນຄວາມຜິດຂອງເຈົ້າ ທີ່ຮາກາໝິ່ນປະໝາດຂ້ອຍ. ຂ້ອຍເອົານາງໃຫ້ເປັນເມຍຂອງເຈົ້າ, ແຕ່ເມື່ອນາງມີທ້ອງແລ້ວ ກໍໝິ່ນປະໝາດຂ້ອຍ. ຂໍໃຫ້ພຣະເຈົ້າຢາເວຕັດສິນເອົາເອງເຖີດວ່າ ໃນລະຫວ່າງຂ້ອຍກັບເຈົ້າແມ່ນໃຜຖືກ ເຈົ້າຫລືຂ້ອຍ?”
6
ອັບຣາມຕອບວ່າ, “ດີແລ້ວ ຮາກາຍັງເປັນສາວໃຊ້ຂອງເຈົ້າຢູ່ ແລະນາງກໍຍັງຢູ່ໃຕ້ຄວາມຄຸ້ມຄອງຂອງເຈົ້າ. ຈົ່ງເຮັດຕໍ່ນາງຕາມທີ່ເຈົ້າເຫັນສົມຄວນເຖີດ.” ດັ່ງນັ້ນ ນາງຊາຣາຍຈຶ່ງຂົ່ມເຫັງຮາກາຢ່າງໜັກ ຈົນນາງຕ້ອງປົບໜີໄປ.
7
ເທວະດາຂອງພຣະເຈົ້າຢາເວໄດ້ພົບຮາກາໃກ້ບໍ່ນໍ້າແຫ່ງໜຶ່ງ ຢູ່ໃນທະເລຊາຍທາງໄປເມືອງຊູເຣ
8
ຈຶ່ງຖາມວ່າ, “ຮາກາ ສາວໃຊ້ຂອງຊາຣາຍ ເຈົ້າມາແຕ່ໃສ? ແລະເຈົ້າຈະໄປໃສ?” ນາງຕອບວ່າ, “ຂ້ານ້ອຍກຳລັງຈະໜີໄປຈາກຊາຣາຍ.”
9
ເທວະດາຂອງພຣະເຈົ້າຢາເວຈຶ່ງບອກວ່າ, “ຈົ່ງກັບຄືນເມືອຫານາຍຜູ້ຍິງຂອງເຈົ້າ ແລະຖ່ອມຕົວຢູ່ໃຕ້ອຳນາດຂອງນາງສາ.”
10
ແລ້ວເທວະດາຕົນນັ້ນກໍກ່າວຕໍ່ໄປອີກວ່າ, “ເຮົາຈະໃຫ້ເຈົ້າມີເຊື້ອສາຍຢ່າງມາກມາຍ; ມີຫລວງຫລາຍຈົນບໍ່ມີໃຜສາມາດນັບໄດ້.
11
ເຈົ້າກຳລັງຈະໄດ້ລູກຊາຍຜູ້ໜຶ່ງ ຜູ້ທີ່ເຈົ້າຈະໃສ່ຊື່ໃຫ້ວ່າ ອິດຊະມາເອນ. ຄວາມທຸກລຳບາກນັ້ນຄອງຈິດໃຈເຈົ້າກໍຈິງຢູ່, ແຕ່ພຣະເຈົ້າຢາເວກໍຮູ້ເລື່ອງນັ້ນທຸກປະການ.
12
ແຕ່ລູກຊາຍເຈົ້ານັ້ນຈະເປັນດັ່ງລໍປ່າ; ລາວຈະສູ້ໜ້າກັບທຸກຄົນແທ້ບໍ່ຖອຍ. ແລະທຸກຄົນກໍຈະສູ້ກັບລາວຢ່າງບໍ່ຢຸດຢ່ອນ; ຈົນຫ່າງຈາກພີ່ນ້ອງໜີໄປລີ້ຊ່ອນຢູ່ຕາມລຳພັງ.”
13
ນາງຮາກາຈຶ່ງຖາມຕົນເອງວ່າ, “ຂ້ອຍໄດ້ເຫັນພຣະເຈົ້າ ແລະມີຊີວິດຢູ່ເພື່ອເວົ້າເຖິງເລື່ອງນີ້ແທ້ບໍ?” ດັ່ງນັ້ນ ນາງຈຶ່ງເອີ້ນພຣະເຈົ້າຢາເວຜູ້ທີ່ໄດ້ກ່າວແກ່ນາງວ່າ, “ພຣະເຈົ້າຜູ້ເຫັນໄດ້.”
14
ດ້ວຍເຫດນີ້ ນໍ້າສ້າງທີ່ຢູ່ລະຫວ່າງເມືອງກາເດັດ ແລະເບເຣັດ ຈຶ່ງມີຊື່ວ່າ, “ນໍ້າສ້າງຂອງພຣະເຈົ້າຜູ້ເຫັນຂ້ອຍ.”
15
ນາງຮາກາໄດ້ເກີດລູກຊາຍໃຫ້ອັບຣາມ ແລະເພິ່ນໄດ້ຕັ້ງຊື່ໃຫ້ເດັກນັ້ນວ່າ ອິດຊະມາເອນ.
16
ໃນເວລານັ້ນ ອັບຣາມມີອາຍຸແປດສິບຫົກປີ.
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50