bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 8
Genesis 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 9 →
1
ພຣະເຈົ້າບໍ່ໄດ້ລືມໂນອາພ້ອມທັງສັດຊະນິດຕ່າງໆທີ່ຢູ່ໃນເຮືອ; ພຣະອົງໄດ້ເຮັດໃຫ້ມີລົມພັດມາ ແລະນໍ້າກໍບົກລົງ.
2
ຮູນໍ້າໃຕ້ພື້ນດິນ ແລະປ່ອງນໍ້າເທິງຟ້າສະຫວັນ ຖືກອັດໝົດ ຝົນເຊົາຕົກ
3
ແລະນໍ້າກໍຄ່ອຍໆບົກລົງຕາມລຳດັບເປັນເວລາໜຶ່ງຮ້ອຍຫ້າສິບວັນ.
4
ໃນວັນທີສິບເຈັດຂອງເດືອນທີເຈັດ ເຮືອຂອງໂນອາໄດ້ຄ້າງຄາຢູ່ທີ່ເທິງພູເຂົາອາຣາຣັດ.
5
ນໍ້າໄດ້ບົກລົງເລື້ອຍໆ ຈົນຮອດວັນທີໜຶ່ງຂອງເດືອນທີສິບແລ້ວ ຈອມພູທັງຫລາຍກໍໄດ້ປາກົດຂຶ້ນ.
6
ຕໍ່ມາອີກສີ່ສິບວັນ ໂນອາໄດ້ໄຂປ່ອງຢ້ຽມເຮືອອອກ
7
ແລະປ່ອຍກາໂຕໜຶ່ງອອກໄປ ກາໂຕນີ້ບໍ່ໄດ້ບິນຄືນມາ ແຕ່ມັນໄດ້ບິນເວີ່ນຢູ່ຈົນນໍ້າໄດ້ແຫ້ງລົງ.
8
ໃນເວລາດຽວກັນນັ້ນ ໂນອາໄດ້ປ່ອຍນົກເຂົາໂຕໜຶ່ງອອກໄປອີກ ເພື່ອຈະໄດ້ຮູ້ວ່ານໍ້າບົກແລ້ວຫລືຍັງ
9
ແຕ່ນົກເຂົາໂຕນັ້ນບໍ່ມີບ່ອນຈັບ ຈຶ່ງໄດ້ກັບຄືນມາ ເພາະນໍ້າຍັງຖ້ວມພື້ນດິນຢູ່; ພໍເຫັນນົກກັບມາ ໂນອາກໍຟ້າວເດ່ມືອອກໄປຈັບເອົານົກໂຕນັ້ນມາໄວ້ໃນເຮືອນຳໝູ່.
10
ເຈັດວັນຕໍ່ມາ ເພິ່ນໄດ້ປ່ອຍນົກເຂົາອອກໄປອີກ.
11
ນົກເຂົາໂຕນັ້ນໄດ້ບິນກັບມາໃນຕອນແລງ ພ້ອມທັງຄາບເອົາໃບໝາກກອກເທດ. ສະນັ້ນ ເພິ່ນຈຶ່ງຮູ້ຈັກຄັກແນ່ວ່າ ນໍ້າໄດ້ບົກລົງແລ້ວ.
12
ເຈັດວັນຕໍ່ມາ ເພິ່ນໄດ້ປ່ອຍນົກເຂົາອອກໄປອີກ, ແຕ່ໃນເທື່ອນີ້ມັນບໍ່ໄດ້ກັບຄືນມາ.
13
ເມື່ອໂນອາອາຍຸໄດ້ 601 ປີ ຄືໃນວັນທີໜຶ່ງຂອງເດືອນທີໜຶ່ງຂອງປີນັ້ນ ນໍ້າກໍໄດ້ບົກ ແລະແຫ້ງລົງໝົດ ເພິ່ນເປີດຫລັງຄາເຮືອອອກເບິ່ງໄປລອບໆ ຈຶ່ງເຫັນວ່າໜ້າດິນແຫ້ງແລ້ວ.
14
ໃນວັນທີຊາວເຈັດຂອງເດືອນທີສອງ ພື້ນດິນຈຶ່ງໄດ້ແຫ້ງໝົດ.
15
ແລ້ວພຣະເຈົ້າກໍກ່າວແກ່ໂນອາວ່າ,
16
“ເຈົ້າແລະເມຍພ້ອມດ້ວຍພວກລູກຊາຍກັບພວກລູກໃພ້ຂອງເຈົ້າ ຈົ່ງພາກັນອອກໄປຈາກເຮືອ.
17
ຈົ່ງປ່ອຍນົກ ແລະສັດທັງຫລາຍທີ່ຢູ່ໃນເຮືອອອກໄປໝົດ ເພື່ອໃຫ້ອອກແມ່ແຜ່ລູກຫລາຍຂຶ້ນຢູ່ເທິງແຜ່ນດິນໂລກ.”
18
ດັ່ງນັ້ນ ໂນອາ ແລະເມຍພ້ອມທັງພວກລູກຊາຍ ແລະພວກລູກໃພ້ຂອງຕົນ ຈຶ່ງພາກັນອອກໄປຈາກເຮືອ.
19
ສັດແລະນົກທຸກຊະນິດຕ່າງກໍອອກມາຈາກເຮືອເປັນໝູ່ໆຕາມຊະນິດຂອງມັນ.
20
ແລ້ວໂນອາກໍໄດ້ສ້າງແທ່ນບູຊາແທ່ນໜຶ່ງ ຖວາຍແກ່ພຣະເຈົ້າຢາເວ; ເພິ່ນເອົາສັດແລະນົກແນວລະໂຕ ທີ່ບໍ່ເປັນມົນທິນ ຂ້າເຜົາຖວາຍທັງໂຕເທິງແທ່ນບູຊາ.
21
ກິ່ນຫອມຫວນຂອງເຄື່ອງຖວາຍນີ້ເປັນທີ່ພໍໃຈພຣະເຈົ້າຢາເວ ແລະພຣະເຈົ້າຢາເວກໍຊົງກ່າວວ່າ, “ເຮົາຈະບໍ່ໃຫ້ແຜ່ນດິນໂລກຕົກຢູ່ໃຕ້ຄຳສາບແຊ່ງອີກຈັກເທື່ອ ຍ້ອນສິ່ງທີ່ມະນຸດກະທຳ; ເຮົາຮູ້ວ່າ ແຕ່ເວລາມະນຸດຍັງນ້ອຍ ຄວາມຄິດຂອງເຂົາກໍຊົ່ວຢູ່ແລ້ວ. ເຮົາຈະບໍ່ທຳລາຍສິ່ງທີ່ມີຊີວິດ ເໝືອນດັ່ງທີ່ເຮົາໄດ້ທຳລາຍໃນຄັ້ງນີ້ອີກຈັກເທື່ອ.
22
ຕາບໃດທີ່ໂລກຍັງຄົງດຳລົງຢູ່ ລະດູຫວ່ານກັບລະດູເກັບກ່ຽວກໍຍັງມີຢູ່ຕໍ່ໄປ ຈະມີໜາວມີຮ້ອນຮ່ວມກັນຢູ່ສະເໝີໄປ ຍາມຮ້ອນແລະຍາມໜາວ ກາງເວັນແລະກາງຄືນດ້ວຍ.”
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50