bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 6
Genesis 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 7 →
1
ເມື່ອມະນຸດໄດ້ເພີ່ມທະວີຫລາຍຂຶ້ນຢູ່ໃນທົ່ວແຜ່ນດິນໂລກ ແລະພວກລູກຍິງກໍໄດ້ເກີດມາ,
2
ລູກຊາຍທັງຫລາຍຂອງພຣະເຈົ້າ ທີ່ເຫັນວ່າຍິງສາວເຫຼົ່ານີ້ງາມຫລາຍ. ສະນັ້ນ ຈຶ່ງພາກັນຫາເລືອກເອົາເປັນເມຍຕາມໃຈມັກ.
3
ເມື່ອພຣະເຈົ້າຢາເວເຫັນດັ່ງນັ້ນ ຈຶ່ງກ່າວວ່າ, “ເຮົາຈະບໍ່ອະນຸຍາດໃຫ້ມະນຸດມີຊີວິດຢູ່ຕະຫລອດໄປ ເພາະພວກເຂົາເປັນມະນຸດທີ່ຕ້ອງຕາຍ, ແຕ່ບັດນີ້ໄປ ພວກເຂົາຈະມີອາຍຸບໍ່ເກີນ 120 ປີ.”
4
ໃນສະໄໝນັ້ນ ແລະທັງສະໄໝຕໍ່ມາ ມີຄົນຮູບຮ່າງໃຫຍ່ທີ່ເທິງແຜ່ນດິນໂລກ. ຄົນພວກນີ້ເກີດຈາກຜູ້ຍິງກັບລູກຊາຍທັງຫລາຍຂອງພຣະເຈົ້າ. ພວກເຂົາເປັນຄົນເກັ່ງກ້າສາມາດຫລາຍ ແລະເປັນຄົນທີ່ມີຊື່ສຽງດີໃນສະໄໝບູຮານ.
5
ເມື່ອພຣະເຈົ້າຢາເວເຫັນວ່າມະນຸດຊົ່ວຮ້າຍຫລາຍຂຶ້ນ ແລະຄວາມຄິດຊົ່ວກໍບັງຄັບຈິດໃຈພວກເຂົາຢູ່ທຸກເວລາ,
6
ພຣະເຈົ້າຢາເວຈຶ່ງເສຍໃຈຫລາຍທີ່ໄດ້ສ້າງພວກເຂົາ ແລະໃຫ້ພວກເຂົາຢູ່ເທິງແຜ່ນດິນໂລກ ພຣະອົງກິນແໜງໃຈຫລາຍ
7
ພຣະເຈົ້າຢາເວຈຶ່ງກ່າວວ່າ, “ເຮົາຈະທຳລາຍມະນຸດເຫຼົ່ານີ້ ທີ່ເຮົາໄດ້ສ້າງມາພ້ອມກັບສັດທັງຫລາຍ ແລະນົກຕ່າງໆເພາະເຮົາເສຍໃຈທີ່ໄດ້ສ້າງພວກເຂົາ.”
8
ແຕ່ພຣະເຈົ້າຢາເວຊົງພໍໃຈນຳໂນອາ.
9
ປະຫວັດຂອງໂນອາເປັນມາດັ່ງນີ້: ເພິ່ນມີລູກຊາຍຢູ່ສາມຄົນຄື: ເຊມ, ຮາມ ແລະຢາເຟດ. ໂນອາເປັນຄົນດີ ແລະແມ່ນເພິ່ນຜູ້ດຽວເທົ່ານັ້ນທີ່ພຣະເຈົ້າພໍໃຈນຳ ເພາະເພິ່ນໄດ້ດຳເນີນຊີວິດໃນຄວາມສາມັກຄີທຳຕິດສະໜິດກັບພຣະເຈົ້າ;
11
ແຕ່ພວກອື່ນໆທຸກຄົນໄດ້ເຮັດຊົ່ວໃນສາຍຕາຂອງພຣະເຈົ້າ ແລະການຂ້າຟັນລັນແທງກັນກໍແຜ່ລາມໄປທົ່ວທຸກທີ່ທຸກບ່ອນ.
12
ພຣະເຈົ້າເບິ່ງໂລກນີ້ ແລະເຫັນວ່າເຕັມໄປດ້ວຍຄວາມຊົ່ວຮ້າຍ ຍ້ອນມະນຸດທັງປວງເຮັດແຕ່ຄວາມຊົ່ວຊ້າທັງສິ້ນ.
13
ພຣະເຈົ້າໄດ້ບອກໂນອາວ່າ, “ເຮົາໄດ້ຕັດສິນໃຈທີ່ຈະດັບສູນມະນຸດຊາດທັງໝົດແລ້ວ. ເຮົາຈະທຳລາຍພວກເຂົາຢ່າງໝົດສິ້ນ ເພາະໂລກນີ້ເຕັມໄປດ້ວຍການກະທຳອັນຊົ່ວຊ້າຂອງພວກເຂົາ. ຈົ່ງສ້າງເຮືອລຳໜຶ່ງດ້ວຍໄມ້ແກ່ນທີ່ໜາແໜ້ນສຳລັບເຈົ້າເອງ;
14
ຈົ່ງສ້າງໃຫ້ເປັນຫລາຍຫ້ອງ ແລະເອົາຂີ້ຊີອັດຢາທາງໃນກັບທາງນອກໃຫ້ດີ.
15
ເຮືອລຳນີ້ ທາງຍາວໃຫ້ໄດ້ 133 ແມັດ, ທາງກວ້າງ 22 ແມັດ ແລະທາງສູງ 13 ແມັດ.
16
ຈົ່ງເຮັດປ່ອງຢ້ຽມ ຈຸຫລັງຄາສູງເຄິ່ງແມັດແລະຍາວຕາມຝາເຮືອ. ສ່ວນທາງໃນເຮືອນັ້ນໃຫ້ເຮັດເປັນສາມຊັ້ນ ແລະເຮັດປະຕູໄວ້ຂ້າງໜຶ່ງ.
17
ເຮົາຈະເຮັດໃຫ້ມີນໍ້າຖ້ວມເທິງແຜ່ນດິນໂລກເພື່ອທຳລາຍທຸກສິ່ງທີ່ມີຊີວິດຢູ່. ທຸກໆສິ່ງເທິງແຜ່ນດິນໂລກຈະດັບສູນໄປ
18
ແຕ່ເຮົາຈະຕັ້ງພັນທະສັນຍາໄວ້ກັບເຈົ້າ. ຈົ່ງເອົາເມຍ, ລູກຊາຍ ແລະພວກລູກໃພ້ຂອງເຈົ້າເຂົ້າໄປໃນເຮືອ.
19
ຈົ່ງເອົາສັດທຸກໆຊະນິດແນວລະຄູ່, ນົກທຸກໆຊະນິດແນວລະຄູ່ ເພື່ອໃຫ້ສັດເຫຼົ່ານີ້ມີຊີວິດຢູ່.
21
ຢ່າລືມຕຽມເອົາອາຫານຫລາຍໆຊະນິດໄວ້ສຳລັບຄອບຄົວຂອງເຈົ້າ ແລະສຳລັບສັດເຫຼົ່ານັ້ນ.”
22
ໂນອາໄດ້ເຮັດຕາມທີ່ພຣະເຈົ້າໄດ້ສັ່ງໄວ້ທຸກປະການ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50