bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 13
Genesis 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 14 →
1
ອັບຣາມພາເມຍຂອງຕົນພ້ອມກັບສິ່ງຂອງທີ່ຕົນມີຢູ່ ອອກຈາກພາກເໜືອຂອງປະເທດເອຢິບມຸ່ງໜ້າໄປສູ່ເຂດໃຕ້ຂອງການາອານ. ໂລດກໍຕິດຕາມເພິ່ນໄປດ້ວຍ.
2
ອັບຣາມເປັນຄົນຮັ່ງມີ; ເພິ່ນມີຝູງແກະ, ຝູງແບ້ ແລະຝູງງົວ ພ້ອມທັງເງິນຄຳຢ່າງຫລວງຫລາຍ.
3
ແລ້ວເພິ່ນກໍຍົກຍ້າຍຈາກທີ່ນັ້ນ ເດີນທາງຕໍ່ໄປເລື້ອຍໆສູ່ເມືອງເບັດເອນ ແລະເພິ່ນກໍໄປເຖິງບ່ອນທີ່ຕົນເຄີຍຕັ້ງຄ້າຍພັກພາອາໄສມາກ່ອນ ຢູ່ລະຫວ່າງເມືອງເບັດເອນກັບເມືອງອາອີ
4
ບ່ອນທີ່ເພິ່ນເຄີຍໄດ້ສ້າງແທ່ນບູຊາໄວ້ແຕ່ກ່ອນນັ້ນ. ແລ້ວຢູ່ທີ່ນີ້ ເພິ່ນກໍໄດ້ຮ້ອງທູນອອກນາມຊື່ພຣະເຈົ້າຢາເວ.
5
ໂລດຜູ້ທີ່ຮ່ວມເດີນທາງໄປກັບອັບຣາມນັ້ນ ກໍມີຝູງແກະ, ຝູງແບ້, ຝູງງົວ ຕະຫລອດທັງຄົນໃນຄອບຄົວ ແລະຄົນຮັບໃຊ້ຈຳນວນຫລວງຫລາຍຄືກັນ.
6
ສະນັ້ນ ຈຶ່ງບໍ່ມີທົ່ງຫຍ້າພຽງພໍສຳລັບລ້ຽງສັດ ເພື່ອໃຫ້ພວກເຂົາຢູ່ຮ່ວມກັນໄດ້ ເພາະຕ່າງຝ່າຍຕ່າງກໍມີສັດຫລາຍ.
7
ເມື່ອເປັນເຊັ່ນນັ້ນ ຄົນລ້ຽງສັດຂອງອັບຣາມ ແລະໂລດຈຶ່ງຜິດຖຽງກັນ. (ຊາວການາອານ ແລະຊາວເປຣີຊີກໍຍັງຢູ່ໃນດິນແດນນັ້ນ.)
8
ແລ້ວອັບຣາມກໍເວົ້າກັບໂລດວ່າ, “ເຮົາທັງສອງເປັນພີ່ນ້ອງກັນ ຂໍຢ່າໃຫ້ຄົນຂອງເຈົ້າ ແລະຄົນຂອງຂ້ອຍຕ້ອງຜິດຖຽງກັນເລີຍ.
9
ສະນັ້ນ ໃຫ້ພວກເຮົາແຍກທາງກັນເສຍ. ຈົ່ງເລືອກເອົາທີ່ດິນທີ່ເຈົ້າຕ້ອງການ. ຖ້າເຈົ້າໄປທາງຊ້າຍ ຂ້ອຍກໍຈະໄປທາງຂວາ ຖ້າເຈົ້າໄປທາງຂວາ ຂ້ອຍກໍຈະໄປທາງຊ້າຍ.”
10
ໂລດຫລຽວໄປຮອບໆຈຶ່ງເຫັນວ່າ ທົ່ງຮາບພຽງຂອງແມ່ນໍ້າຈໍແດນທັງໝົດ ຈົນເຖິງເມືອງໂຊອາ ມີນໍ້າຫລາຍເໝືອນດັ່ງສວນຂອງພຣະເຈົ້າຢາເວ ຫລືດິນແດນຂອງປະເທດເອຢິບ. (ກ່ອນທີ່ພຣະເຈົ້າຢາເວໄດ້ທຳລາຍເມືອງໂຊໂດມກັບເມືອງໂກໂມຣາ ທົ່ງຮາບພຽງນີ້ອຸດົມສົມບູນຫລາຍ.)
11
ດັ່ງນັ້ນ ໂລດຈຶ່ງໄດ້ຕັດສິນໃຈເລືອກເອົາທົ່ງຮາບພຽງຂອງແມ່ນໍ້າຈໍແດນທັງໝົດ ເປັນບ່ອນຢູ່ອາໄສຂອງຕົນ ແລະເພິ່ນໄດ້ເຄື່ອນຂະບວນມຸ່ງໜ້າໄປທາງທິດຕາເວັນອອກ. ໂລດແລະອັບຣາມກໍໄດ້ແຍກທາງກັນໄປ.
12
ອັບຣາມອາໄສຢູ່ໃນດິນແດນການາອານ ສ່ວນໂລດນັ້ນຕັ້ງຖິ່ນຖານຢູ່ທ່າມກາງເມືອງຕ່າງໆ ໃນທົ່ງຮາບພຽງໃກ້ກັບເມືອງໂຊໂດມ
13
ຊຶ່ງປະຊາຊົນໃນເມືອງນີ້ຊົ່ວຊ້າ ແລະເຮັດຜິດບາບຕໍ່ສູ້ພຣະເຈົ້າຢາເວ.
14
ຫລັງຈາກໂລດໄດ້ໜີໄປແລ້ວ ພຣະເຈົ້າຢາເວກໍບອກອັບຣາມວ່າ, “ຕັ້ງແຕ່ບ່ອນທີ່ເຈົ້າຢືນຢູ່ນີ້ ຈົ່ງແນມໄປທົ່ວທຸກທິດໃຫ້ດີ.
15
ດິນທຸກບ່ອນທີ່ເຈົ້າແນມເຫັນ ເຮົາຈະໃຫ້ເຈົ້າ ແລະເຊື້ອສາຍຂອງເຈົ້າ ແລະມັນຈະເປັນຂອງພວກເຈົ້າຕະຫລອດໄປເປັນນິດ.
16
ເຮົາຈະໃຫ້ເຈົ້າມີເຊື້ອສາຍຫລວງຫລາຍ ເໝືອນດັ່ງຂີ້ຝຸ່ນດິນຈົນນັບບໍ່ຖ້ວນ
17
ບັດນີ້ ຈົ່ງອອກເດີນທາງໄປທົ່ວດິນແດນນັ້ນ ເພາະເຮົາຈະມອບດິນທັງໝົດໃຫ້ເຈົ້າ.”
18
ດັ່ງນັ້ນ ອັບຣາມຈຶ່ງຍົກຍ້າຍຂະບວນທີ່ພັກໄປຕັ້ງຢູ່ໃກ້ຕົ້ນໄມ້ສັກສິດຂອງມຳເຣທີ່ເຮັບໂຣນ ແລະໃນທີ່ນັ້ນ ເພິ່ນໄດ້ສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວ.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50