bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 49
Genesis 49
Lao Bible 2012 (ພຣະຄຳພີສັກສິ)
← Chapter 48
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 50 →
1
ຢາໂຄບໄດ້ເອີ້ນພວກລູກຊາຍທຸກຄົນຂອງຕົນມາ ແລະເວົ້າວ່າ, “ຈົ່ງມາໂຮມກັນໃກ້ພໍ່ພີ້ ແລະພໍ່ຈະບອກເຖິງສິ່ງທີ່ຈະເກີດຂຶ້ນກັບພວກເຈົ້າໃນພາຍຄັ້ງໜ້າດັ່ງນີ້:
2
ພວກລູກຊາຍຂອງຢາໂຄບ ຈົ່ງພ້ອມໜ້າມາຮັບຟັງ ຟັງວາຈາຂອງອິດສະຣາເອນບິດາຂອງພວກເຈົ້າ.
3
ຣູເບັນ ຜູ້ເປັນລູກກົກຂອງເຮົາ ຜູ້ຊຶ່ງເປັນກຳລັງ ແລະຜົນແຮກແຫ່ງເຫື່ອແຮງຂອງເຮົາ ທັງຂະຫຍັນແລະອົງອາດໃນບັນດາລູກຂອງພໍ່; ແຮງເທົ່າທຽມດັ່ງກະແສນໍ້າຊັດຊົນໄປ, ແຕ່ເຈົ້ານັ້ນຈະບໍ່ແມ່ນບຸລຸດຄົນສຳຄັນ ເພາະເຈົ້າລັກນອນນຳເມຍນ້ອຍຂອງຂ້ອຍ. ເຈົ້າຈຶ່ງເຮັດໃຫ້ຂ້ອຍເສື່ອມເສຍກຽດສັກສີ ເຮັດໃຫ້ຕຽງຂ້ອຍມີຣາຄີເປັນມົນທິນໄປຕະຫລອດ.
5
ສ່ວນຊີເມໂອນແລະເລວີນັ້ນ ເປັນພີ່ນ້ອງດຽວກັນ; ເມົາແຕ່ໃຊ້ອາວຸດຍຸດທະພັນຮ່ວມກັນເຂັ່ນຂ້າ.
6
ຂ້ອຍຈະບໍ່ມີໜ້າໃນການສົນທະນາລັບກັບພວກເຂົາ ທັງຈະບໍ່ເຂົ້າໄປປະຊຸມບ່ອນໃດໆນຳເດັດຂາດ ເພາະພວກເຂົາຂ້າຄົນຕັ້ງຫລວງຫລາຍ ລົ້ມຕາຍກັນມາກມາຍກໍເພາະຄວາມໂກດຮ້າຍ. ພວກເຂົາໄດ້ໃຊ້ມີດຕັດເອັນຂະນ່ອງງົວເຖິກ ສະໜຸກດຸດດັ່ງກິລາຈົນງົວຂາພິການຍ້ອນ;
7
ຂ້ອຍຂໍສາບແຊ່ງໄວ້ ຄວາມໂຫດຫ້ຽມຂອງພວກເຂົາ. ຍ້ອນເມົາມົວໂມໂຫຈຶ່ງລືມຕົວເຮັດຊົ່ວໄວ້. ຂ້ອຍຈະໃຫ້ພວກເຂົາແຕກກະຈັດກະຈາຍໄປທົ່ວອິດສະຣາເອນ; ຂ້ອຍຈະໃຫ້ພວກເຂົາແຕກກັນໃນພວກເຂົາເຈົ້າ.
8
ຢູດາເອີຍ ພວກພີ່ນ້ອງຈະຮ້ອງຄຳສັນລະເສີນ ເພາະເຈົ້າເຄີຍຈັບຄໍສັດຕູຍໍຂື້ນແລະລົງໄດ້. ອ້າຍນ້ອງນົບນ້ອມໄຫວ້ເປັນໃຈນຳທຸກທ່າ; ພາກັນມາຊ້ອງໜ້າຢູດາທ້າວແທ້ໃດ
9
ຢູດານີ້ ຍັງເກັ່ງກ້າຮ້າຍກາດເໝືອນໂຕສິງ; ຂ້າເຫຍື່ອຍາດຊີງມາ ແລະຟ້າວໄປຫາໝົ້ງນອນລີ້. ຢຽດຕົວລົງນອນເນີ້ງເຮັດຕາຫລັບສີພັບໆ ໃຜບໍ່ກ້າຫຍັບເຂົ້າໃກ້ຍາມລາວໄດ້ນອນຫລັບສະບາຍ.
10
ຢູດາ ຈະຖືຕາຕັ້ງອຳນາດແຫ່ງຣາຊາ ສືບຮອດຍາດວົງໃຫ້ເຊື້ອສາຍຄອງອຳນາດ ຈົນມີຫລາຍຊົນຊາດອາສາຫາຂອງຂວັນມາຖວາຍແດ່ ແລະກົ້ມຂາບລົງໄຫວ້ເຈົ້າຝູງຄົນເຝົ້າເຊື່ອຟັງ.
11
ລາວມັດລໍລ່າມໄວ້ໃຕ້ເຫຼົ່າຕົ້ນອະງຸ່ນ ງາມອຸ່ມຊຸ່ມເຕັມກົກພົ້ວດົກໝາກອະງຸ່ນແທ້ ໃຊ້ເຫຼົ້າອະງຸ່ນແດງແຫລ້ໆຈຸ່ມແຊ່ຊັກເຄື່ອງ ເສື້ອຄຸມຈຶ່ງຖືກຍ້ອມດ້ວຍນໍ້າເຫຼົ້າອະງຸ່ນ.
12
ດວງຕາເບິ່ງໄສແຈ້ງຍ້ອນແຮງລິດເຫຼົ້າອະງຸ່ນ; ແຂ້ວຂາວເປັນເງົາ ຍ້ອນລາວດື່ມນໍ້ານົມຕາງນໍ້າ.
13
ເຊບູໂລນ ຈະຢູ່ຕາມແຄມຝັ່ງທະເລ ບັນດາເຮືອຈະຈອດຊຸມກັນຢູ່ທີ່ນັ້ນ ເພາະໃນແຄມຝັ່ງຫັ້ນມີທ່າເຮືອຫລາຍບ່ອນ ເຂດຍາວຢ້ອນກາຍພົ້ນຈົນຮອດເມືອງຊີໂດນ.
14
ອິດຊາຄານັ້ນ ບໍ່ດີກວ່າໂຕລໍພໍເທົ່າໃດ ຢຽດກາຍລົງກາງຖົງໜັງນອນສະບາຍຫາຍຮ້ອນ.
15
ນອນຢູ່ຫັ້ນເພາະເຫັນດິນດອນວ່າງາມຍິ່ງ; ດິນແດນຈຶ່ງຊື່ນຊ້ອຍຍິນດີດ້ວຍຕື່ມເຕັມ ສະນັ້ນ ລາວຈຶ່ງຢຽດຕົວກົ້ມກົ່ງຫລັງລົງເພື່ອລໍຮັບ; ຍອມຮັບແບກເຄື່ອງໃຊ້ບັນທຸກໄວ້ແຕ່ສິ່ງຂອງ. ລາວຖືກບັງຄັບໃຫ້ເຮັດວຽກໜັກໜ່ວງແທ້ໃດ ຈົນທົນຮັບໃຊ້ເຂົາເໝືອນເປັນທາດຮັບໃຊ້.
16
ດານ ຈະປົກປ້ອງຄຸ້ມຄອງຄົນຂອງຕົນ ດັ່ງຊົນເຜົ່າຝູງຊາວອິດສະຣາເອນອື່ນໄດ້.
17
ດານ ຈະເປັນງູພິດຮ້າຍນອນຂວາງທາງຍ່າງ ເລືອລ້ຽວໄປຢ່າງນັ້ນຊອກຫາເລື່ອງຕາມແຄມທາງ. ທີ່ນັ້ນ ມັນດັກກັດຂະນ່ອງມ້າທີ່ກຳລັງແລ່ນຫອບໄປ ຈົນຄົນຂີ່ຫງາຍຫລັງລົງຈາກຫລັງມ້າ.
18
ໂອ ຂ້າແດ່ພຣະເຈົ້າຢາເວ ອົງທີ່ຂ້ານ້ອຍເຝົ້າຄອງຫາ ເຊີນມາຊ່ວຍຊູຂ້ານ້ອຍໃຫ້ພົ້ນໄພດ້ວຍ.
19
ກາດ ຈະຖືກຄົນເຂົາປຸ້ນໂອລະຫົນວຸ້ນວາຍ, ແຕ່ລາວຈະໄລ່ຕາມຕິດຄິດບັນຊີນຳເຂົາໃຫ້ໄດ້.
20
ອາເຊ ຈະມີທີ່ດິນກວ້າງປູກຝັງໄດ້ຫລາຍຢ່າງ ຈະຫາອາຫານຢ່າງດີໃຫ້ຣາຊາເຈົ້າເຫຼົ່າກະສັດ.
21
ເນັບທາລີ ເປັນດັ່ງກວາງນ້ອຍຮອຍງາມຍ່າງສະຫງ່າ ແລ່ນລ່າເລີງເລາະຫລິ້ນເສລີແທ້ຕາມພົງໄພ; ດັ່ງພັນໄມ້ດີມີເຊື້ອງາມງ່າງາມຕາ ເກີດລູກມາຊ່າງໜ້າຊົມ ຊື່ນອາຣົມສົມໃຈແທ້.
22
ສ່ວນໂຢເຊັບນັ້ນດັ່ງລໍປ່າຕາມແຄມນໍ້າພຸໄສ ປຽບຄືລູກມ້າເຖິກໂຕງາມຕາມເນີນພູພຸ້ນ.
23
ສັດຕູບຸກໂຈມຕີຮອບດ້ານຢ່າງໃຈອຳມະຫິດ ແລະເລັ່ງໄລ່ຕິດຕາມຖືທະນູແລະໜ້າພ້ອມ.
24
ແຕ່ໂຢເຊັບຖືໜ້າທະນູໄວ້ໃນກຳມືຢ່າງໝັ້ນແກ່ນ ແລະແຂນລາວຈຶ່ງໄດ້ຮັບຊ່ວຍຊູຂຶ້ນໃຫ້ແຂງແຮງ; ເປັນເພາະຣິດອຳນາດຂອງພຣະອົງ ຄືພຣະເຈົ້າອົງຊົງນຳພາຢາໂຄບມາຕະຫລອດ. ພຣະອົງເປັນທັງຜູ້ປົກປ້ອງຄຸ້ມຄອງຕະຫລອດມາ ທັງເປັນພຣະຜູ້ລ້ຽງຊົນເຜົ່າຊາດອິດສະຣາເອນດ້ວຍ.
25
ຍ້ອນຄວາມຊ່ວຍຊູຂອງພຣະເຈົ້າແຫ່ງພຣະບິດາ ອົງຊົງຣິດອຳນາດຍິ່ງໃຫຍ່ຖອກເທພອນລົງມາ ເໝືອນດັ່ງຫ່າຝົນເທລົງມາສູ່ພິພົບ ປັດຖະພີບໍ່ຫລົບຫລີກໄດ້ເລີຍໄປສູ່ພື້ນທ້ອງທາລາ. ໂດຍອວຍພອນໃຫ້ມີລົ້ນ ທັງຝູງງົວແລະລູກຫລານຕື່ມ ໃຫ້ເປັນກໍເປັນເຫງົ້າຢ່າງຫລວງຫລາຍ.
26
ຄືອວຍພອນໃຫ້ມີເຂົ້າແລະມາລາງາມສະຫງ່າ ພອນຈາກພູຜາແຕ່ກ່ອນກີ້ ທັງພູນ້ອຍທັງຫຼາຍ ສືບໄປ ຂໍໃຫ້ໂຢເຊັບໄດ້ເປັນຜູ້ຮັບພອນນີ້ ໃຫ້ພອນນັ້ນປະດັບທີ່ເທິງຫົວຂອງລາວໄວ້. ທີ່ໜ້າຜາກຂອງຜູ້ທີ່ຖືກຕັ້ງໄວ້ສະເພາະ ຈາກບັນດາຍາດຕິພີ່ນ້ອງຂອງຕົນນັ້ນ.
27
ສ່ວນເບັນຢາມິນ ນັ້ນ ຄືໝາໄນໂຕຫ້ຽມໂຫດ ຕອນເຊົ້າລ່າເນື້ອໄດ້ແລະແບ່ງກັນໃນຕອນແລງ.”
28
ຄົນທັງໝົດນີ້ທີ່ໄດ້ເວົ້າມານັ້ນ ແມ່ນສິບສອງເຜົ່າຂອງຊາດອິດສະຣາເອນ; ແລະທຸກສິ່ງທີ່ພໍ່ຂອງພວກເຂົາໄດ້ເວົ້າເຖິງ ແມ່ນຄຳອວຍພອນອຳລາ ທີ່ເໝາະສົມສຳລັບແຕ່ລະຄົນ.
29
ຢາໂຄບໄດ້ສັ່ງພວກເຂົາວ່າ, “ບັດນີ້ ພໍ່ໃກ້ຈະສິ້ນໃຈຕາຍໄປຢູ່ກັບບັນພະບຸລຸດຂອງເຮົາທີ່ຕາຍໄປກ່ອນແລ້ວ; ຈົ່ງຝັງພໍ່ໄວ້ກັບປູ່ຍ່າຕາຍາຍຂອງພວກເຮົາຢູ່ໃນຂຸມຝັງສົບທີ່ນາຂອງເອຟະໂຣນຊາວຮິດຕີ
30
ທີ່ມັກເປລາ ທາງທິດຕາເວັນອອກຂອງມຳເຣໃນການາອານ. ອັບຣາຮາມໄດ້ຊື້ຖໍ້າໃນທົ່ງນາຂອງເອຟະໂຣນຊາວຮິດຕີໄວ້ ກໍເພື່ອເຮັດເປັນບ່ອນຝັງສົບ.
31
ແມ່ນໃນບ່ອນນັ້ນເອງທີ່ພວກເຂົາໄດ້ຝັງອັບຣາຮາມກັບນາງຊາຣາ ເມຍຂອງເພິ່ນ; ອີຊາກກັບນາງເຣເບກາເມຍຂອງເພິ່ນ; ແລະຂ້ອຍໄດ້ຝັງນາງເລອາເມຍຂອງຂ້ອຍໄວ້ຢູ່ໃນທີ່ນັ້ນເໝືອນກັນ.
32
ທົ່ງນາກັບຖໍ້ານັ້ນ ໄດ້ຊື້ມາຈາກຊາວຮິດຕີ. ຈົ່ງຝັງຂ້ອຍໄວ້ຢູ່ໃນທີ່ນັ້ນ.”
33
ເມື່ອຢາໂຄບສັ່ງລາພວກລູກຊາຍຂອງຕົນແລ້ວ ເພິ່ນກໍເອ່ນຕົວລົງເທິງຕຽງແລ້ວສິ້ນລົມຫາຍໃຈ ແລະຖືກຮວບຮວມໄປຢູ່ກັບບັນພະບຸລຸດຂອງເພິ່ນ.
← Chapter 48
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 50 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50