bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 40
Genesis 40
Lao Bible 2012 (ພຣະຄຳພີສັກສິ)
← Chapter 39
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 41 →
1
ຫລັງຈາກນັ້ນມາອີກບໍ່ເຫິງເທົ່າໃດ ຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນ ກັບຫົວໜ້າພະນັກງານເຮັດເຂົ້າຈີ່ຂອງກະສັດເອຢິບໄດ້ເຮັດໃຫ້ກະສັດເຄືອງໃຈ.
2
ສະນັ້ນ ເພິ່ນຈຶ່ງໃຈຮ້າຍຂ້າຣາຊການສອງຄົນນີ້
3
ແລະສັ່ງຂັງພວກເຂົາໃນຄຸກທີ່ເຮືອນຂອງນາຍທະຫານຮັກສາຣາຊວັງ ຊຶ່ງເປັນບ່ອນດຽວກັນກັບທີ່ໂຢເຊັບຖືກຂັງຢູ່.
4
ພວກເຂົາຢູ່ນຳກັນໃນຄຸກເປັນເວລານານ ແລະເຈົ້າໜ້າທີ່ຮັກສາໄດ້ເອົາໂຢເຊັບ ມາເປັນຜູ້ຮັບໃຊ້ຂ້າຣາຊການສອງຄົນນີ້.
5
ຄືນໜຶ່ງ ໃນຫ້ອງຂັງນັ້ນ ຂ້າຣາຊການສອງຄົນຕ່າງກໍຝັນ; ຄວາມຝັນຂອງແຕ່ລະຄົນມີຄວາມໝາຍແຕກຕ່າງກັນ.
6
ຕອນເຊົ້າມາ ເມື່ອໂຢເຊັບເຂົ້າໄປໃນຫ້ອງຂອງພວກເຂົາ ລາວກໍສັງເກດເຫັນວ່າເຂົາທັງສອງກະວົນກະວາຍໃຈ.
7
ລາວຈຶ່ງຖາມວ່າ, “ມື້ນີ້ ພວກທ່ານມີຄວາມທຸກໃຈເລື່ອງຫຍັງນໍ?”
8
ພວກເຂົາຕອບວ່າ, “ພວກຂ້ອຍຝັນ ແລະບໍ່ມີຜູ້ໃດໃນທີ່ນີ້ສາມາດແກ້ຄວາມຝັນໄດ້.” ໂຢເຊັບເວົ້າຂຶ້ນວ່າ, “ແມ່ນພຣະເຈົ້າເທົ່ານັ້ນທີ່ຈະແກ້ໄດ້ ພວກທ່ານລອງເລົ່າຄວາມຝັນສູ່ຂ້ານ້ອຍຟັງເບິ່ງດູ.”
9
ເມື່ອໄດ້ຍິນດັ່ງນັ້ນ ຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນ ຈຶ່ງເລົ່າຄວາມຝັນຂອງຕົນສູ່ໂຢເຊັບຟັງວ່າ, “ຂ້ອຍໄດ້ຝັນເຫັນເຄືອອະງຸ່ນເຄືອໜຶ່ງຢູ່ຕໍ່ໜ້າຂ້ອຍ
10
ແລະມີສາມງ່າ. ໃນທັນໃດ ງ່າເຫຼົ່ານັ້ນກໍປົ່ງໃບ, ດອກກໍບານ ແລະມີພົ້ວໝາກອະງຸ່ນສຸກຢູ່ເຕັມງ່າ.
11
ຂ້ອຍຍົກຈອກຂອງກະສັດຂຶ້ນ ແລະປິດໝາກອະງຸ່ນບີບລົງໃສ່ຈອກນັ້ນແລະຍື່ນໃຫ້ເພິ່ນ.”
12
ໂຢເຊັບເວົ້າວ່າ, “ຄວາມຝັນຂອງທ່ານມີຄວາມໝາຍດັ່ງນີ້: ສາມງ່ານັ້ນໝາຍເຖິງສາມວັນ.
13
ພາຍໃນສາມວັນ ກະສັດຈະປົດປ່ອຍທ່ານອອກຈາກຄຸກ ທັງຍົກໂທດໃຫ້ແລະມອບຕຳແໜ່ງເດີມໃຫ້. ທ່ານຈະຍໍຈອກເຫຼົ້າອະງຸ່ນໃຫ້ເພິ່ນດັ່ງທີ່ເຄີຍໄດ້ເຮັດມາ.
14
ແຕ່ຢ່າລືມຂ້ານ້ອຍເດີ ເມື່ອທຸກສິ່ງຮຽບຮ້ອຍໄປດ້ວຍດີແລ້ວ. ຂໍທ່ານກະລຸນາບອກເລື່ອງຂອງຂ້ານ້ອຍໃຫ້ກະສັດຮັບຮູ້ນຳແດ່ ແລະຊ່ວຍຂ້ານ້ອຍໃຫ້ອອກຈາກຄຸກນີ້ດ້ວຍ.
15
ຕາມທີ່ຈິງແລ້ວ ຂ້ານ້ອຍຖືກຂາຍມາແຕ່ດິນແດນຂອງຊາວເຮັບເຣີ; ແມ່ນແຕ່ທີ່ປະເທດເອຢິບນີ້ ຂ້ານ້ອຍກໍບໍ່ໄດ້ເຮັດຜິດຫຍັງເລີຍ ພໍທີ່ຈະຖືກຄຸກຍ້ອນ.”
16
ເມື່ອຫົວໜ້າພະນັກງານເຮັດເຂົ້າຈີ່ເຫັນວ່າ ຄວາມຝັນຂອງພະນັກງານເຫຼົ້າອະງຸ່ນເປັນເລື່ອງດີ; ລາວຈຶ່ງເວົ້າກັບໂຢເຊັບວ່າ, “ຂ້ອຍກໍຝັນຄືກັນ ຂ້ອຍຝັນວ່າໄດ້ຖືຖາດເຂົ້າຈີ່ສາມຖາດເທິງຫົວຂ້ອຍ.
17
ໃນຖາດໜ່ວຍເທິງມີເຂົ້າຈີ່ທຸກຊະນິດສຳລັບກະສັດ ແຕ່ນົກໄດ້ມາກິນເຂົ້າຈີ່ນັ້ນ.”
18
ໂຢເຊັບຕອບວ່າ, “ຄວາມຝັນນັ້ນມີຄວາມໝາຍດັ່ງນີ້: ຖາດສາມໃບນັ້ນໝາຍເຖິງສາມວັນ.
19
ພາຍໃນສາມວັນ ກະສັດຟາໂຣຈະເອົາທ່ານອອກມາຈາກຄຸກ ແລະສັ່ງຕັດຄໍທ່ານເສຍ! ແລ້ວເຂົາກໍຈະເອົາສົບຂອງທ່ານໄປແຂວນໄວ້ທີ່ຕົ້ນໄມ້ ແລະຝູງນົກຈະມາເຈາະກິນເນື້ອຂອງທ່ານ.”
20
ຫລັງຈາກນັ້ນສາມວັນ ກໍເປັນວັນເກີດຂອງກະສັດ ເພິ່ນໄດ້ຈັດງານກິນລ້ຽງຂຶ້ນສຳລັບຂ້າຣາຊການທັງຫລາຍຂອງເພິ່ນ; ກະສັດໄດ້ປ່ອຍພະນັກງານເຮັດເຫຼົ້າອະງຸ່ນ ແລະພະນັກງານເຮັດເຂົ້າຈີ່ອອກຈາກຄຸກ ແລະໃຫ້ພວກເຂົາມາຢືນຢູ່ຕໍ່ໜ້າຂ້າຣາຊການທັງຫລາຍ.
21
ເພິ່ນມອບຕຳແໜ່ງເດີມຄືນໃຫ້ພະນັກງານເຮັດເຫຼົ້າອະງຸ່ນ
22
ແຕ່ສັ່ງປະຫານຫົວໜ້າພະນັກງານເຮັດເຂົ້າຈີ່. ທຸກສິ່ງເປັນໄປຕາມທີ່ໂຢເຊັບໄດ້ກ່າວໄວ້.
23
ແຕ່ຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນບໍ່ໄດ້ລະນຶກເຖິງໂຢເຊັບເລີຍ ລາວລືມໄລໂຢເຊັບໄປຢ່າງໝົດສິ້ນ.
← Chapter 39
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 41 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50