bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 32
Genesis 32
Lao Bible 2012 (ພຣະຄຳພີສັກສິ)
← Chapter 31
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 33 →
1
ເມື່ອຢາໂຄບເດີນທາງໄປຕໍ່ ເທວະດາຂອງພຣະເຈົ້າໄດ້ມາພົບເພິ່ນ.
2
ພໍເຫັນເທວະດາຕົນນັ້ນ ເພິ່ນຈຶ່ງເວົ້າວ່າ, “ນີ້ແມ່ນຄ້າຍຂອງພຣະເຈົ້າ.” ສະນັ້ນ ເພິ່ນຈຶ່ງໃສ່ຊື່ໃຫ້ບ່ອນນັ້ນວ່າ ມະຫານາອິມ.
3
ຢາໂຄບໄດ້ໃຊ້ຄົນນຳຂ່າວໄປບອກເອຊາວອ້າຍຂອງຕົນ ທີ່ເມືອງເສອີໃນດິນແດນເອໂດມ.
4
ເພິ່ນສັ່ງຄົນນຳຂ່າວໃຫ້ໄປບອກເອຊາວດັ່ງນີ້: “ຂ້ານ້ອຍຢາໂຄບ ຄົນຮັບໃຊ້ຜູ້ເຊື່ອຟັງຂອງທ່ານທີ່ໄດ້ໄປອາໄສຢູ່ນຳລາບານນັ້ນ ແລະດຽວນີ້ຫາກໍກັບມາ ຂໍລາຍງານຕໍ່ທ່ານເອຊາວວ່າ
5
ຂ້ານ້ອຍມີຝູງງົວ, ຝູງລໍ, ຝູງແບ້ ແລະຝູງແກະພ້ອມທັງຄົນຮັບໃຊ້ຊາຍຍິງຢ່າງຫລວງຫລາຍ. ດັ່ງນັ້ນ ຈຶ່ງໄດ້ໃຊ້ຄົນມາຄຳນັບທ່ານ ໂດຍຫວັງວ່າທ່ານຈະໃຫ້ຄວາມເຫັນອົກເຫັນໃຈ.”
6
ເມື່ອຄົນນຳຂ່າວກັບຄືນມາ ພວກເຂົາຈຶ່ງເລົ່າໃຫ້ຢາໂຄບຟັງວ່າ, “ພວກເຮົາໄດ້ໄປຫາເອຊາວອ້າຍຂອງທ່ານແລ້ວ ແລະເພິ່ນກຳລັງອອກເດີນທາງມາພົບທ່ານ ພ້ອມທັງມີຄົນມານຳສີ່ຮ້ອຍຄົນ.”
7
ຢາໂຄບຢ້ານແລະອຸກໃຈຫລາຍ. ສະນັ້ນ ເພິ່ນຈຶ່ງແບ່ງຄົນຕະຫລອດທັງຝູງແກະ, ຝູງແບ້, ຝູງງົວ ແລະ ຝູງອູດອອກເປັນສອງພວກ;
8
ເພາະເພິ່ນຄິດວ່າ, ຖ້າເອຊາວມາບຸກໂຈມຕີພວກທີໜຶ່ງ, ພວກທີສອງກໍຈະສາມາດຫລົບໜີໄປໄດ້.
9
ແລ້ວຢາໂຄບກໍພາວັນນາອະທິຖານວ່າ, “ໂອ ພຣະເຈົ້າຂອງອັບຣາຮາມຜູ້ເປັນປູ່ ແລະພຣະເຈົ້າຂອງອີຊາກຜູ້ເປັນພໍ່ຂອງຂ້ານ້ອຍ, ໂອ ພຣະເຈົ້າຢາເວ ພຣະອົງບອກໃຫ້ຂ້ານ້ອຍກັບຄືນເມືອສູ່ດິນແດນຫາຍາດຕິພີ່ນ້ອງ ແລະພຣະອົງຈະໃຫ້ທຸກສິ່ງຜ່ານພົ້ນໄປໂດຍດີສຳລັບຂ້ານ້ອຍ.
10
ຂ້ານ້ອຍບໍ່ສົມຄວນກັບພຣະກະລຸນາ ແລະຄວາມສັດຊື່ທີ່ພຣະອົງໄດ້ສຳແດງຕໍ່ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງເລີຍ. ຂ້ານ້ອຍໄດ້ຂ້າມແມ່ນໍ້າຈໍແດນ ມີພຽງໄມ້ເທົ້າເທົ່ານັ້ນ; ແຕ່ບັດນີ້ ຂ້ານ້ອຍກັບມາພ້ອມດ້ວຍຈຳນວນຄົນແລະຝູງສັດສອງໝວດນີ້.
11
ຂ້ານ້ອຍພາວັນນາອະທິຖານ ຂໍພຣະອົງໂຜດຊ່ວຍຂ້ານ້ອຍ ໃຫ້ພົ້ນຈາກເງື້ອມມືຂອງອ້າຍເອຊາວແດ່ທ້ອນ. ຂ້ານ້ອຍຢ້ານວ່າ ລາວຈະເຂົ້າມາບຸກໂຈມຕີ ແລະທຳຮ້າຍພວກຂ້ານ້ອຍທັງໝົດຄື: ພວກຜູ້ຍິງແລະເດັກນ້ອຍ.
12
ໂຜດຈົດຈຳຄຳສັນຍາທີ່ວ່າ ພຣະອົງຈະເຮັດທຸກສິ່ງໃຫ້ຜ່ານພົ້ນໄປໂດຍດີ ແລະໃຫ້ຂ້ານ້ອຍມີເຊື້ອສາຍຢ່າງຫລວງຫລາຍ ດັ່ງເມັດຊາຍທີ່ແຄມທະເລຊຶ່ງບໍ່ອາດນັບໄດ້.”
13
ຫລັງຈາກຢາໂຄບໄດ້ນອນຄ້າງຄືນທີ່ມະຫານາອິມແລ້ວ ເພິ່ນກໍເລືອກເອົາເຄື່ອງຂອງທີ່ເພິ່ນມີ ເພື່ອເປັນຂອງຕ້ອນໃຫ້ແກ່ເອຊາວ ອ້າຍຂອງຕົນດັ່ງນີ້: ແບ້ແມ່ 200 ໂຕ ແລະແບ້ເຖິກ 20 ໂຕ, ແກະແມ່ 200 ໂຕ ແລະແກະເຖິກ 20 ໂຕ, ອູດແມ່ແລະລູກທີ່ຍັງກິນນົມຢູ່ 30 ໂຕ, ງົວແມ່ 40 ໂຕ, ງົວເຖິກ 10 ໂຕ, ລໍແມ່ 20 ໂຕ, ລໍເຖິກ 10 ໂຕ.
16
ເພິ່ນມອບຝູງສັດແຕ່ລະຝູງໃຫ້ຄົນຮັບໃຊ້ແຕ່ລະຄົນເບິ່ງແຍງຮັກສາ. ເພິ່ນສັ່ງພວກເຂົາວ່າ, “ຈົ່ງເດີນທາງໄປກ່ອນຂ້ອຍ ທັງປ່ອຍໄລຍະໃຫ້ຫ່າງກັນພໍສົມຄວນ.”
17
ເພິ່ນສັ່ງຄົນຮັບໃຊ້ຜູ້ທີໜຶ່ງວ່າ, “ເວລາເອຊາວພົບເຈົ້າແລະຖາມວ່າ, ‘ເຈົ້າຈະໄປໃສ? ໃຜເປັນນາຍຂອງເຈົ້າ? ສັດທີ່ຍ່າງໄປກ່ອນນັ້ນເປັນຂອງໃຜ?’
18
ເຈົ້າຕ້ອງຕອບເພິ່ນວ່າ, ‘ສັດເຫຼົ່ານັ້ນເປັນຂອງຢາໂຄບ ຄົນຮັບໃຊ້ຂອງທ່ານ. ເພິ່ນສັ່ງໃຫ້ນຳສັດເຫຼົ່ານີ້ມາເປັນຂອງຕ້ອນແກ່ເອຊາວ ນາຍຂອງເພິ່ນ. ສ່ວນເພິ່ນເອງນັ້ນກຳລັງເດີນທາງມາຕາມຫລັງ.”’
19
ຢາໂຄບສັ່ງຜູ້ທີສອງ, ຜູ້ທີສາມ ແລະທຸກຄົນທີ່ຮັບຜິດຊອບເບິ່ງແຍງຝູງສັດວ່າ, “ເມື່ອພວກເຈົ້າພົບເອຊາວໃຫ້ພາກັນເວົ້າດັ່ງນີ້:
20
‘ທ່ານເອີຍ ຢາໂຄບຄົນຮັບໃຊ້ຂອງທ່ານກຳລັງເດີນທາງມາຕາມຫລັງ.”’ ຢາໂຄບຄິດວ່າ, “ດ້ວຍຂອງຕ້ອນທີ່ຂ້ອຍສົ່ງໄປໃຫ້ນັ້ນ ລາວຄົງຈະເຫັນໃຈຂ້ອຍ ແລະເມື່ອຂ້ອຍພົບລາວ ບາງທີລາວອາດຈະຍົກໂທດໃຫ້ຂ້ອຍກໍໄດ້.”
21
ຢາໂຄບໄດ້ສົ່ງຂອງຕ້ອນໄປກ່ອນ ສ່ວນເພິ່ນເອງນັ້ນຍັງນອນຄ້າງຄືນຢູ່ທີ່ຄ້າຍພັກ.
22
ໃນຄືນດຽວກັນນັ້ນ ຢາໂຄບຕື່ນຂຶ້ນພາເມຍທັງສອງ, ຄົນຮັບໃຊ້ຍິງສອງຄົນ ແລະລູກສິບເອັດຄົນຂອງຕົນຂ້າມແມ່ນໍ້າຢັບໂບກ.
23
ຫລັງຈາກສົ່ງພວກເຂົາຂ້າມແມ່ນໍ້າໄປໝົດແລ້ວ ເພິ່ນກໍຈັດເອົາສິ່ງຂອງຂ້າມກັບໄປອີກ,
24
ສ່ວນເພິ່ນເອງຍັງນອນຄ້າງຄືນຢູ່ຟາກແມ່ນໍ້າພຸ້ນແຕ່ຜູ້ດຽວ. ແລ້ວມີຊາຍຄົນໜຶ່ງມາກຸມປໍ້າສູ້ກັບເພິ່ນຈົນເຖິງຮຸ່ງເຊົ້າ.
25
ເມື່ອຊາຍຄົນນີ້ເຫັນວ່າຕົນຈະບໍ່ຊະນະ ຈຶ່ງຕີແອວຂອງຢາໂຄບຈົນພິກໂບກ.
26
ຊາຍຜູ້ນັ້ນເວົ້າວ່າ, “ປ່ອຍຂ້ອຍແມ ເພາະຕາເວັນຈວນຈະຂຶ້ນແລ້ວ.” ແຕ່ຢາໂຄບຕອບວ່າ, “ຂ້ອຍຈະບໍ່ປ່ອຍເຈົ້າໄປ ຈົນກວ່າເຈົ້າຈະອວຍພອນຂ້ອຍ.”
27
ຊາຍຄົນນັ້ນຖາມວ່າ, “ເຈົ້າຊື່ຫຍັງ?” ລາວຕອບວ່າ, “ຢາໂຄບ”.
28
ຊາຍນັ້ນເວົ້າວ່າ, “ຊື່ຂອງເຈົ້າຈະບໍ່ແມ່ນຢາໂຄບອີກຕໍ່ໄປ. ເຈົ້າໄດ້ຕໍ່ສູ້ກັບພຣະເຈົ້າ ແລະມະນຸດ ແລະເຈົ້າຊະນະ; ສະນັ້ນ ຊື່ຂອງເຈົ້າຈະແມ່ນອິດສະຣາເອນ.”
29
ຢາໂຄບຂໍຮ້ອງວ່າ, “ບັດນີ້ ຈົ່ງບອກຊື່ຂອງເຈົ້າໃຫ້ຂ້ອຍຮູ້ແດ່.” ແຕ່ຊາຍຄົນນັ້ນຕອບວ່າ, “ເຈົ້າຢາກຮູ້ຊື່ຂອງຂ້ອຍເຮັດຫຍັງ?” ແລ້ວເພິ່ນກໍໄດ້ອວຍພອນຢາໂຄບ.
30
ຢາໂຄບເວົ້າວ່າ, “ຂ້ອຍໄດ້ເຫັນພຣະເຈົ້າຕໍ່ໜ້າຕໍ່ຕາ ແລະຂ້ອຍຍັງບໍ່ຕາຍ.” ສະນັ້ນ ເພິ່ນຈຶ່ງໃສ່ຊື່ບ່ອນນັ້ນວ່າ “ເປນີເອນ.”
31
ເມື່ອຢາໂຄບອອກໄປຈາກເປນີເອນ ຕາເວັນກໍກຳລັງຂຶ້ນ; ເພິ່ນຍ່າງຂາເຢັກໄປເພາະເຈັບແອວ.
32
ດ້ວຍເຫດນີ້ ຊາວອິດສະຣາເອນຈຶ່ງບໍ່ກິນຊີ້ນເອັນທີ່ຕໍ່ກັບແອວ ເພາະແມ່ນບ່ອນທີ່ພຣະເຈົ້າໄດ້ຕີ.
← Chapter 31
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 33 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50