bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 17
Genesis 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 18 →
1
ເມື່ອອັບຣາມອາຍຸໄດ້ 99 ປີ; ພຣະເຈົ້າຢາເວໄດ້ປາກົດແກ່ເພິ່ນ ແລະກ່າວວ່າ, “ເຮົາເປັນພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່. ຈົ່ງເຊື່ອຟັງເຮົາ ແລະປະພຶດແຕ່ສິ່ງທີ່ຊອບທຳ.
2
ເຮົາຈະເຮັດພັນທະສັນຍາກັບເຈົ້າ ແລະຈະໃຫ້ເຈົ້າມີເຊື້ອສາຍຢ່າງຫລວງຫລາຍ.”
3
ອັບຣາມກົ້ມຂາບລົງທີ່ພື້ນດິນ ແລະພຣະເຈົ້າກ່າວວ່າ,
4
“ນີ້ແມ່ນພັນທະສັນຍາທີ່ເຮົາເຮັດກັບເຈົ້າຄື: ເຮົາສັນຍາວ່າ ເຈົ້າຈະເປັນບັນພະບຸລຸດຂອງຊົນຊາດທັງຫລາຍ.
5
ຊື່ເຈົ້າຈະບໍ່ແມ່ນອັບຣາມອີກຕໍ່ໄປ, ແຕ່ເຈົ້າຈະມີຊື່ໃໝ່ວ່າ ອັບຣາຮາມ ເພາະເຮົາກຳລັງໃຫ້ເຈົ້າເປັນບັນພະບຸລຸດຂອງຫລາຍໆຊົນຊາດ.
6
ເຮົາຈະໃຫ້ເຈົ້າມີເຊື້ອສາຍຢ່າງຫລວງຫລາຍ ແລະບາງຄົນໃນເຊື້ອສາຍນັ້ນຈະເປັນເຖິງກະສັດ. ເຈົ້າຈະມີເຊື້ອສາຍຢ່າງຫລວງຫລາຍ ຈົນກາຍເປັນປະຊາຊາດຕ່າງໆ.
7
ເຮົາຈະຕັ້ງພັນທະສັນຍາລະຫວ່າງເຮົາ ກັບເຈົ້າ ແລະເຊື້ອສາຍຂອງເຈົ້າ ໃຫ້ເປັນພັນທະສັນຍາສືບໄປສຳລັບຄົນເຊັ່ນຕໍ່ໆໄປ. ເຮົາຈະເປັນພຣະເຈົ້າຂອງເຈົ້າ ແລະພຣະເຈົ້າຂອງເຊື້ອສາຍຂອງເຈົ້າ.
8
ເຮົາຈະມອບດິນແດນ ທີ່ເຈົ້າອາໄສຢູ່ປັດຈຸບັນໃນຖານະເປັນຄົນຕ່າງດ້າວນີ້ ໃຫ້ແກ່ເຈົ້າແລະເຊື້ອສາຍຂອງພວກເຈົ້າ. ດິນແດນການາອານທັງໝົດ ຈະເປັນຂອງພວກເຈົ້າຕະຫລອດໄປ ແລະເຮົາຈະເປັນພຣະເຈົ້າຂອງພວກເຂົາ.”
9
ພຣະເຈົ້າໄດ້ກ່າວແກ່ອັບຣາຮາມວ່າ, “ເຈົ້າເອງ ແລະເຊື້ອສາຍຂອງເຈົ້າເຊັ່ນຕໍ່ໄປກໍດີ ຈົ່ງຮັກສາພັນທະສັນຍາທີ່ເຈົ້າມີໄວ້ກັບເຮົາ.
10
ນີ້ຄືພັນທະສັນຍາຂອງເຮົາທີ່ມີຕໍ່ເຈົ້າກັບເຊື້ອສາຍຂອງເຈົ້າຕ້ອງຮັກສາ ຄືໃຫ້ຜູ້ຊາຍທຸກຄົນຈະຕ້ອງ ເຮັດພິທີຕັດ.
11
ຕັ້ງແຕ່ນີ້ຕໍ່ໄປ ເຈົ້າຈົ່ງເຮັດພິທີຕັດ ມັນຈະເປັນໝາຍສຳຄັນ ລະຫວ່າງເຮົາກັບເຈົ້າ
12
ຜູ້ຊາຍທຸກຄົນເມື່ອເຂົາອາຍຸໄດ້ແປດວັນ. ໃຫ້ເຮັດພິທີຕັດ ລວມທັງຄົນຮັບໃຊ້ຜູ້ທີ່ເກີດໃນຄອບຄົວຂອງເຈົ້າ ແລະຜູ້ທີ່ຖືກຊື້ມາຈາກຊາວຕ່າງດ້າວ. ການກະທຳເຊັ່ນນີ້ ຈະສະແດງເຖິງພັນທະສັນຍາລະຫວ່າງເຈົ້າກັບເຮົາ.
13
ແຕ່ລະຄົນຕ້ອງເຮັດພິທີຕັດ ແລະຈະຕ້ອງໝາຍໄວ້ໃນຮ່າງກາຍ ເພື່ອສະແດງວ່າພັນທະສັນຍາຂອງເຮົານັ້ນດຳລົງຢູ່ສືບໄປ.
14
ຊາຍຄົນໃດທີ່ບໍ່ຍອມເຮັດພິທີຕັດ ຊາຍຄົນນັ້ນກໍຈະຖືກຕັດອອກຈາກພີ່ນ້ອງຂອງຕົນ ເພາະລາວບໍ່ຮັກສາພັນທະສັນຍາທີ່ໄດ້ມີໄວ້ກັບເຮົາ.”
15
ພຣະເຈົ້າຍັງບອກອັບຣາຮາມຕື່ມວ່າ, “ສ່ວນນາງຊາຣາຍເມຍຂອງເຈົ້ານັ້ນ ເຈົ້າຢ່າເອີ້ນນາງຊາຣາຍອີກຕໍ່ໄປ ເພາະ ຊື່ຂອງນາງແມ່ນຊາຣາ.
16
ເຮົາຈະອວຍພອນນາງໃຫ້ມີລູກຊາຍຜູ້ໜຶ່ງ ແລະຈະອວຍພອນນາງໃຫ້ເປັນແມ່ຂອງຊົນຊາດທັງຫລາຍ ຈົນກະສັດຫລາຍຄົນຈະມາຈາກເຊື້ອສາຍຂອງນາງ.”
17
ອັບຣາຮາມກົ້ມຂາບລົງຍິ້ມຢູ່ໃນໃຈ ແລະເວົ້າວ່າ, “ຄົນອາຍຸໜຶ່ງຮ້ອຍປີແລ້ວ ຈະມີລູກໄດ້ຈັ່ງໃດ? ແລະຊາຣາກໍອາຍຸເກົ້າສິບປີແລ້ວ ນາງຍັງຈະມີລູກໄດ້ຢູ່ບໍ?”
18
ອັບຣາຮາມໄດ້ກ່າວຕໍ່ພຣະເຈົ້າວ່າ, “ຂໍໃຫ້ອິດຊະມາເອນມີຊີວິດຢູ່ຕໍ່ພຣະພັກຂອງພຣະອົງ!”
19
ແຕ່ພຣະເຈົ້າໄດ້ກ່າວວ່າ, “ບໍ່, ແມ່ນຊາຣາເມຍຂອງເຈົ້າເອງ ທີ່ຈະເກີດລູກຊາຍໃຫ້ເຈົ້າ ແລະຈົ່ງໃສ່ຊື່ເດັກນັ້ນວ່າ ອີຊາກ. ເຮົາຈະຮັກສາພັນທະສັນຍາຂອງເຮົາໄວ້ກັບລາວ ແລະກັບເຊື້ອສາຍຂອງລາວຕະຫລອດໄປ. ມັນເປັນພັນທະສັນຍາອັນຕະຫລອດໄປ.
20
ເຮົາໄດ້ຍິນເຈົ້າຂໍຮ້ອງກ່ຽວກັບອິດຊະມາເອນ; ເຮົາຈະອວຍພອນລາວແລະໃຫ້ລາວມີລູກຫລາຍຄົນ ແລະທັງມີເຊື້ອສາຍຢ່າງຫລວງຫລາຍ. ລາວຈະເປັນພໍ່ຂອງເຈົ້າຊາຍສິບສອງຄົນ ແລະເຊື້ອສາຍຂອງລາວກໍຈະກາຍເປັນປະເທດທີ່ຍິ່ງໃຫຍ່.
21
ແຕ່ເຮົາຈະຮັກສາພັນທະສັນຍາຂອງເຮົາກັບອີຊາກ ລູກຊາຍຂອງເຈົ້າ ຜູ້ທີ່ຈະເກີດຈາກຊາຣາໃນທ້າຍປີໜ້າລະຫວ່າງລະດູນີ້.”
22
ເມື່ອພຣະເຈົ້າກ່າວແກ່ອັບຣາຮາມແລ້ວໆ ພຣະອົງກໍຈາກເພິ່ນໄປ.
23
ເພື່ອເຮັດຕາມທີ່ພຣະເຈົ້າໄດ້ສັ່ງໄວ້ໃນມື້ດຽວກັນນັ້ນ; ອັບຣາຮາມກໍເຮັດພິທີຕັດໃຫ້ແກ່ອິດຊະມາເອນ ພ້ອມທັງຄົນຮັບໃຊ້ທຸກໆຄົນກັບຜູ້ທີ່ເກີດໃນເຮືອນ ແລະຜູ້ທີ່ໄດ້ຖືກຊື້ມາ.
24
ອັບຣາຮາມເຮັດພິທີຕັດ ເມື່ອເພິ່ນມີອາຍຸເກົ້າສິບເກົ້າປີ
25
ແລະອິດຊະມາເອນກໍເຮັດພິທີຕັດ ເມື່ອລາວອາຍຸສິບສາມປີ.
26
ພວກເຂົາທັງສອງເຮັດພິທີຕັດໃນມື້ດຽວກັນ
27
ຮ່ວມກັບພວກຄົນຮັບໃຊ້ທຸກຄົນຂອງອັບຣາຮາມ.
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50