bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 15
Genesis 15
Lao Bible 2012 (ພຣະຄຳພີສັກສິ)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 16 →
1
ຫລັງຈາກນັ້ນ ອັບຣາມກໍໄດ້ຍິນພຣະເຈົ້າຢາເວກ່າວແກ່ຕົນທາງນິມິດວ່າ, “ອັບຣາມເອີຍ ເຈົ້າຢ່າຢ້ານແຕ່ຢ່າງໃດເລີຍ ເຮົາແມ່ນໂລ້ຕ້ານທານທີ່ຄອຍຮັກສາເຈົ້າ ຈາກເຫຼົ່າໂພຍໄພຮ້າຍອັນຕະລາຍຕ່າງໆ ເຮົາຈະໃຫ້ບຳເໜັດເຈົ້າຢ່າງຫລວງຫລາຍ.”
2
ແຕ່ອັບຣາມໄດ້ຕອບວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ພຣະອົງຢາກໃຫ້ບຳເໜັດແກ່ຂ້ານ້ອຍເຮັດຫຍັງໃນເມື່ອຂ້ານ້ອຍບໍ່ມີລູກ? ຜູ້ທີ່ຈະສືບມໍຣະດົກແທນຂ້ານ້ອຍກໍແມ່ນເອລີເອເຊ ຊາວດາມັສກັດ.
3
ພຣະອົງບໍ່ໃຫ້ຂ້ານ້ອຍມີລູກ ແລະຄົນຮັບໃຊ້ຄົນໜຶ່ງຂອງຂ້ານ້ອຍຈະເປັນຜູ້ໄດ້ຮັບມໍຣະດົກ.”
4
ແລ້ວອັບຣາມກໍໄດ້ຍິນພຣະເຈົ້າຢາເວກ່າວແກ່ເພິ່ນອີກວ່າ, “ຄົນຮັບໃຊ້ຜູ້ນີ້ຈະບໍ່ໄດ້ຮັບມໍຣະດົກຂອງເຈົ້າດອກ, ແຕ່ແມ່ນລູກຊາຍຂອງເຈົ້າເອງ ທີ່ຈະເປັນຜູ້ສືບມໍຣະດົກແທນເຈົ້າ.”
5
ພຣະອົງພາເພິ່ນຍ່າງອອກໄປຂ້າງນອກ ແລະບອກວ່າ, “ຈົ່ງນັບດວງດາວໃນທ້ອງຟ້າທີ່ເຈົ້າເຫັນເບິ່ງດູ ເຈົ້າຈະມີເຊື້ອສາຍຫລວງຫລາຍເໝືອນດັ່ງດວງດາວເຫຼົ່ານັ້ນ.”
6
ອັບຣາມໄວ້ວາງໃຈໃນພຣະເຈົ້າຢາເວ ແລະດ້ວຍເຫດນັ້ນ ພຣະອົງຈຶ່ງພໍໃຈແລະຮັບວ່າເພິ່ນເປັນຄົນຊອບທຳ.
7
ຕໍ່ມາ ພຣະອົງກ່າວແກ່ອັບຣາມວ່າ, “ເຮົາແມ່ນພຣະເຈົ້າຢາເວ ຜູ້ທີ່ນຳພາເຈົ້າອອກມາຈາກເມືອງອູເຣໃນບາບີໂລນ ເພື່ອຈະມອບດິນແດນນີ້ໃຫ້ເປັນກຳມະສິດຂອງເຈົ້າ.”
8
ແຕ່ອັບຣາມຖາມວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ຂ້ານ້ອຍຈະຮູ້ວ່າດິນແດນນີ້ເປັນຂອງຂ້ານ້ອຍໄດ້ຢ່າງໃດ?”
9
ພຣະອົງຕອບວ່າ, “ເຈົ້າຈົ່ງເອົາງົວແມ່ໂຕໜຶ່ງ ແບ້ແມ່ໂຕໜຶ່ງ ແກະເຖິກໂຕໜຶ່ງ ຊຶ່ງທັງໝົດນັ້ນໃຫ້ມີອາຍຸສາມປີ ແລະນົກເຂົາໂຕໜຶ່ງກັບນົກກາງແກໜຸ່ມໂຕໜຶ່ງ ມາຖວາຍແກ່ເຮົາ.”
10
ອັບຣາມເອົາສັດກັບນົກເຫຼົ່ານີ້ມາຖວາຍແກ່ພຣະເຈົ້າ. ເພິ່ນເອົາສັດເຫຼົ່ານີ້ມາຜ່າເຄິ່ງ ແລະລຽນເປັນຖັນເປັນແຖວ ສ່ວນນົກນັ້ນເພິ່ນບໍ່ໄດ້ຜ່າເຄິ່ງ.
11
ຝູງແຮ້ງໄດ້ມາຈັບຊາກສັດ ແຕ່ເພິ່ນໄລ່ພວກມັນໃຫ້ໜີໄປ.
12
ພໍເມື່ອຕາເວັນລັບຂອບຟ້າແລ້ວ ອັບຣາມກໍນອນຫລັບສະໜິດ ແລະຄວາມຢ້ານກົວອັນໃຫຍ່ກໍຄອບງຳເພິ່ນ.
13
ພຣະອົງຈຶ່ງກ່າວແກ່ເພິ່ນວ່າ, “ເຊື້ອສາຍຂອງເຈົ້າຈະເປັນຄົນຕ່າງດ້າວຢູ່ໃນຕ່າງດິນແດນໜຶ່ງ ພວກເຂົາຈະຕົກເປັນທາດຮັບໃຊ້ຢູ່ໃນທີ່ນັ້ນ ແລະຈະຖືກກົດຂີ່ຢ່າງທາລຸນເປັນເວລາສີ່ຮ້ອຍປີ.
14
ແຕ່ເຮົາຈະລົງໂທດປະເທດທີ່ປະພຶດເຊັ່ນນັ້ນຕໍ່ພວກເຂົາ. ເມື່ອອອກໜີຈາກປະເທດນັ້ນແລ້ວ ພວກເຂົາຈະໄດ້ຊັບສົມບັດຢ່າງຫລວງຫລາຍໄປນຳ.
15
ເຈົ້າຈະມີຊີວິດຢູ່ຢ່າງຍືນຍາວ ແລະຕາຍຢ່າງສະຫງົບສຸກ ແລະຊາກສົບຂອງເຈົ້າຈະຖືກຝັງໄວ້.
16
ມັນຈະເປັນເວລາເຖິງສີ່ເຊັ່ນຄົນ ກ່ອນເຊື້ອສາຍຂອງເຈົ້າຈະກັບຄືນມາທີ່ນີ້ ເພາະເຮົາຈະບໍ່ຂັບໄລ່ຊາວອາໂມອອກໜີໄປ ຈົນກວ່າພວກເຂົາເຮັດຊົ່ວຮ້າຍໜັກສົມກັບຕ້ອງໄດ້ຮັບໂທດ.”
17
ເມື່ອຕາເວັນຕົກດິນແລ້ວ ໃນທັນໃດ ກໍມີເຕົາໄຟອັນຮ້ອນທີ່ມີຄວັນພຸ່ງຂຶ້ນ ແລະມີໂຄມໄຟທີ່ມີແສງຮຸ່ງເຮືອງປາກົດຂຶ້ນໃຫ້ເຫັນ ຜ່ານກາງຊາກຂອງສັດເຫຼົ່ານັ້ນໄປ.
18
ແລ້ວພຣະເຈົ້າຢາເວກໍໄດ້ຕັ້ງພັນທະສັນຍາກັບອັບຣາມ ໂດຍກ່າວວ່າ, “ເຮົາສັນຍາວ່າ ຈະມອບດິນແດນທັງໝົດນີ້ໃຫ້ແກ່ເຊື້ອສາຍຂອງເຈົ້າ ຄືດິນແດນຕັ້ງແຕ່ເຂດແດນຂອງເອຢິບ ຈົນໄປເຖິງແມ່ນໍ້າໃຫຍ່ເອີຟຣັດ
19
ລວມທັງດິນແດນຂອງພວກເກນິດ, ເກນິດຊີ, ກັດໂມ,
20
ຮິດຕີ, ເປຣີຊີ, ເຣຟາອີມ,
21
ອາໂມ, ການາອານ, ກີກາຊີ ແລະເຢບຸດ.”
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50