bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 11
Genesis 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 12 →
1
ແຕ່ທຳອິດນັ້ນ ມະນຸດທົ່ວທັງແຜ່ນດິນໂລກປາກເວົ້າພາສາດຽວກັນ ແລະໃຊ້ຖ້ອຍຄຳແບບດຽວກັນ.
2
ເມື່ອພວກເຂົາທ່ອງທ່ຽວໄປທາງທິດຕາເວັນອອກ ຈຶ່ງພົບທົ່ງຮາບພຽງແຫ່ງໜຶ່ງທີ່ບາບີໂລນ ແລະພາກັນຕັ້ງຖິ່ນຖານຫຼັກແຫຼ່ງຢູ່ທີ່ນັ້ນ.
3
ພວກເຂົາເວົ້າກັນວ່າ, “ມາເທາະ ຈົ່ງພາກັນປັ້ນດິນຈີ່ ແລະເຜົາມັນໃຫ້ແຂງ.” ດັ່ງນັ້ນ ພວກເຂົາຈຶ່ງມີດິນຈີ່ເພື່ອກໍ່ສ້າງ ແລະມີຢາງໃຊ້ຕາງປະທາຍເພື່ອຕິດດິນຈີ່ເຂົ້າກັນ.
4
ພວກເຂົາເວົ້າວ່າ, “ບັດນີ້ ຈົ່ງພາກັນສ້າງເມືອງກັບທັງໃຫ້ມີຫໍຄອຍທີ່ມີຍອດສູງຈຸຟ້າສະຫວັນ ເພື່ອພວກເຮົາຈະໄດ້ສ້າງຊື່ສຽງໄວ້ ແລະຈະບໍ່ຖືກພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກນີ້.”
5
ແລ້ວພຣະເຈົ້າຢາເວກໍໄດ້ລົງມາ ເພື່ອເບິ່ງຕົວເມືອງກັບຫໍຄອຍທີ່ມະນຸດໄດ້ສ້າງຂຶ້ນ
6
ແລະພຣະອົງຊົງກ່າວວ່າ, “ບັດນີ້ ມະນຸດທ້ອນໂຮມກັນເປັນພວກດຽວ ແລະຕ່າງກໍປາກເວົ້າພາສາດຽວກັນ; ສິ່ງນີ້ເປັນພຽງຂັ້ນເລີ່ມຕົ້ນຂອງສິ່ງທີ່ພວກເຂົາກຳລັງຈະກະທຳ. ບໍ່ດົນນານ ພວກເຂົາກໍຈະສາມາດເຮັດທຸກສິ່ງຕາມທີ່ພວກເຂົາຕ້ອງການ
7
ສະນັ້ນ ພວກເຮົາຕ້ອງລົງໄປເຮັດໃຫ້ພາສາຂອງເຂົາສັບສົນແຕກຕ່າງກັນ ແລະພວກເຂົາຈະເວົ້າບໍ່ເຂົ້າໃຈກັນ.”
8
ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງເຮັດໃຫ້ພວກເຂົາພັດພາກຈາກກັນ ໄປຢູ່ທົ່ວທຸກຫົນທຸກແຫ່ງເທິງແຜ່ນດິນໂລກ ແລະພວກເຂົາກໍໄດ້ຢຸດການກໍ່ສ້າງເມືອງ.
9
ດັ່ງນັ້ນ ເຂົາໄດ້ໃສ່ຊື່ສະຖານທີ່ນັ້ນວ່າ, “ບາເບນ” ເພາະໃນທີ່ນັ້ນ ພຣະເຈົ້າຢາເວໄດ້ເຮັດໃຫ້ພາສາຂອງບັນດາປະຊາຊາດແຕກຕ່າງກັນ ແລະຈາກທີ່ນັ້ນ ພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຂົາພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກ.
10
ເຊື້ອສາຍຂອງເຊມມີຄວາມເປັນມາດັ່ງນີ້: ສອງປີຫລັງຈາກນໍ້າຖ້ວມ ເມື່ອເຊມອາຍຸໄດ້ 100 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ, ອາກປັກຊາດ.
11
ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 500 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
12
ເມື່ອອາກປັກຊາດອາຍຸໄດ້ 35 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເຊລາ;
13
ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 403 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
14
ເມື່ອເຊລາອາຍຸໄດ້ 30 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເອເບ;
15
ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 403 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
16
ເມື່ອເອເບອາຍຸໄດ້ 34 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເປເລັກ;
17
ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 430 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
18
ເມື່ອເປເລັກອາຍຸໄດ້ 30 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເຣອູ;
19
ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 209 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
20
ເມື່ອເຣອູອາຍຸໄດ້ 32 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເສຣຸກ;
21
ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 207 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
22
ເມື່ອເສຣຸກອາຍຸໄດ້ 30 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ນາໂຮ;
23
ຫລັງຈາກນັ້ນຕໍ່ມາອີກ ເພິ່ນກໍມີອາຍຸຍືນຕື່ມອີກ 200 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
24
ເມື່ອນາໂຮອາຍຸໄດ້ 29 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ, ເຕຣາ;
25
ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 119 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
26
ເມື່ອເຕຣາອາຍຸໄດ້ 70 ປີ ເພິ່ນມີລູກຊາຍສາມຄົນດັ່ງນີ້: ອັບຣາມ, ນາໂຮ ແລະຮາຣານ.
27
ຕໍ່ໄປນີ້ແມ່ນເຊື້ອສາຍຂອງເຕຣາ ຜູ້ເປັນພໍ່ຂອງອັບຣາມ, ນາໂຮ ແລະຮາຣານ. ຮາຣານເປັນພໍ່ຂອງໂລດ
28
ແລະຮາຣານໄດ້ຕາຍໄປທີ່ບ້ານເກີດຂອງຕົນເອງທີ່ອູເຣໃນບາບີໂລນ ໃນຂະນະທີ່ພໍ່ຂອງຕົນຍັງມີຊີວິດຢູ່.
29
ອັບຣາມແຕ່ງງານກັບນາງຊາຣາຍ ແລະນາໂຮແຕ່ງງານກັບນາງມີລະກາ ລູກສາວຂອງຮາຣານ ຜູ້ທີ່ເປັນພໍ່ຂອງອິດສະຄາ.
30
ຊາຣາຍບໍ່ສາມາດມີລູກເພາະນາງເປັນໝັນ.
31
ເຕຣາ ພາອັບຣາມລູກຊາຍຂອງຕົນ ແລະໂລດ ລູກຊາຍຂອງຮາຣານຫລານຂອງຕົນ ໜີໄປຈາກເມືອງອູເຣໃນບາບີໂລນ. ເພິ່ນຍັງພາຊາຣາຍລູກໃພ້ຂອງຕົນໜີໄປພ້ອມ ເພື່ອຈະເຂົ້າໄປອາໄສຢູ່ໃນການາອານ. ພວກເຂົາໄດ້ເດີນທາງມາຮອດເມືອງຮາຣານ ແລະຕັ້ງຖິ່ນຖານຢູ່ທີ່ນັ້ນ.
32
ເຕຣາຕາຍຢູ່ທີ່ເມືອງຮາຣານນີ້ ເມື່ອເພິ່ນອາຍຸໄດ້ 205 ປີ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50