bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 18
Genesis 18
Lao Bible 2012 (ພຣະຄຳພີສັກສິ)
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 19 →
1
ພຣະເຈົ້າຢາເວໄດ້ປາກົດແກ່ອັບຣາຮາມທີ່ຕົ້ນໄມ້ສັກສິດຂອງມຳເຣ ໃນຂະນະທີ່ເພິ່ນກຳລັງນັ່ງຢູ່ທີ່ປະຕູເຕັນເວລາແດດກ້າ
2
ເມື່ອອັບຣາຮາມເງີຍໜ້າຂຶ້ນ ກໍເຫັນຊາຍສາມຄົນຢືນຢູ່ຕໍ່ໜ້າເພິ່ນ. ໃນທັນໃດ ທີ່ເຫັນພວກເພິ່ນ ເພິ່ນຈຶ່ງຟ້າວລຸກຂຶ້ນແລ່ນອອກໄປຕ້ອນຮັບ.
3
ເພິ່ນກົ້ມຂາບລົງແລະກ່າວວ່າ, “ທ່ານເອີຍ ກ່ອນຈະໄປທີ່ອື່ນ ເຊີນແວ່ບ້ານຂອງຂ້ານ້ອຍເທາະ ຂ້ານ້ອຍຍິນດີຈະຮັບໃຊ້ພວກທ່ານ.
4
ຂ້ານ້ອຍຈະເອົານໍ້າມາໃຫ້ທ່ານລ້າງຕີນ ແລ້ວຈົ່ງພັກຜ່ອນຢູ່ໃຕ້ຕົ້ນໄມ້ນີ້ກ່ອນກໍໄດ້.
5
ຂ້ານ້ອຍຈະເອົາອາຫານບາງເລັກນ້ອຍມາໃຫ້ທ່ານກິນ ເພື່ອວ່າທ່ານຈະມີແຮງເດີນທາງຕໍ່ໄປ. ທ່ານໄດ້ໃຫ້ກຽດມາຮອດບ້ານຂອງຂ້ານ້ອຍແລ້ວ. ສະນັ້ນ ກະລຸນາໃຫ້ຂ້ານ້ອຍໄດ້ຮັບໃຊ້ທ່ານເທີ້ນ.” ແລ້ວຊາຍທັງສາມກໍຕອບວ່າ, “ຂອບໃຈ ພວກເຮົາຕົກລົງ.”
6
ອັບຣາຮາມຈຶ່ງຟ້າວແລ່ນເຂົ້າໄປໃນຜ້າເຕັນ ແລະບອກຊາຣາວ່າ “ໄວໆ ຮີບໄປເອົາແປ້ງຢ່າງດີຖົງໜຶ່ງ ມານວດແລະເຮັດເຂົ້າຈີ່.”
7
ສ່ວນເພິ່ນເອງນັ້ນຟ້າວແລ່ນໄປຫາຝູງສັດ ແລະເລືອກເອົາງົວນ້ອຍໂຕໜຶ່ງ ທີ່ຕູ້ຍພີດີມາໃຫ້ຄົນຮັບໃຊ້ຂ້າ ແລະຈັດແຈ່ງເປັນອາຫານ.
8
ແລ້ວເພິ່ນກໍເອົາເນີຍ, ນໍ້ານົມສົດ ແລະຊີ້ນທີ່ຈັດແຈ່ງແລ້ວນັ້ນ ມາວາງໄວ້ຕໍ່ໜ້າຊາຍທັງສາມ. ເມື່ອຊາຍທັງສາມຮັບກິນຢູ່ໃຕ້ຕົ້ນໄມ້ນັ້ນ ອັບຣາຮາມກໍຢືນຮັບໃຊ້ດ້ວຍຕົນເອງ.
9
ແລ້ວແຂກທັງສາມກໍຖາມເພິ່ນວ່າ, “ຊາຣາ ເມຍຂອງເຈົ້າຢູ່ໃສ?” ເພິ່ນຕອບວ່າ, “ນາງຢູ່ໃນຜ້າເຕັນ.”
10
ຜູ້ໜຶ່ງໃນສາມຄົນເວົ້າວ່າ, “ອີກເກົ້າເດືອນ ເຮົາຈະກັບມາ ແລະຊາຣາຈະມີລູກຊາຍຄົນໜຶ່ງ.” ນາງຊາຣາຢືນຟັງຢູ່ໃກ້ປະຕູເຂົ້າເຕັນ ຂ້າງຫລັງຜົວຂອງຕົນ.
11
ອັບຣາຮາມກັບຊາຣາຕ່າງກໍເຖົ້າແກ່ແລ້ວ ແລະຊາຣາເອງກໍເຊົາເປັນປະຈຳເດືອນແລ້ວ.
12
ດັ່ງນັ້ນ ນາງຈຶ່ງຫົວຂວັນໃນໃຈ ແລະເວົ້າວ່າ, “ດຽວນີ້ ຂ້ອຍແກ່ເກີນທີ່ຈະມີລູກແລ້ວ; ຂ້ອຍຍັງຈະມີຄວາມຕ້ອງການທາງເພດຢູ່ອີກບໍ? ແລະນອກນີ້ອີກ ຜົວຂອງຂ້ອຍກໍແກ່ຕົວແລ້ວດ້ວຍ.”
13
ແລ້ວພຣະເຈົ້າຢາເວກໍຖາມອັບຣາຮາມວ່າ, “ເປັນຫຍັງຊາຣາຈຶ່ງຫົວຂວັນ ແລະກ່າວວ່າ ‘ເຮົາຈະມີລູກແທ້ບໍ ໃນເມື່ອເຮົາແກ່ຕົວຫລາຍແລ້ວ?’
14
ມີຫຍັງແດ່ຍາກສຳລັບພຣະເຈົ້າຢາເວບໍ? ຕາມທີ່ເຮົາບອກເຈົ້າແລ້ວ ໃນລະຫວ່າງເກົ້າເດືອນ ເຮົາຈະກັບມາອີກແລະຊາຣາຈະມີລູກຊາຍຜູ້ໜຶ່ງ.”
15
ເພາະນາງຊາຣາຢ້ານຈຶ່ງປະຕິເສດວ່າ, “ຂ້ານ້ອຍບໍ່ໄດ້ຫົວຂວັນ.” ພຣະອົງໂຕ້ຕອບວ່າ, “ເຈົ້າຫົວຂວັນ.”
16
ຫລັງຈາກນັ້ນ ຊາຍທັງສາມກໍຈາກໄປສູ່ບ່ອນທີ່ພວກຕົນຈະເຫັນເມືອງໂຊໂດມໄດ້ ແລະອັບຣາຮາມກໍຕາມໄປສົ່ງດ້ວຍ.
17
ພຣະເຈົ້າຢາເວໄດ້ກ່າວວ່າ, “ເຮົາຈະບໍ່ປິດບັງອັບຣາຮາມສິ່ງທີ່ເຮົາກຳລັງຈະເຮັດນີ້.
18
ບັນດາເຊື້ອສາຍຂອງລາວຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່ທັງມີອຳນາດ ແລະໂດຍຜ່ານທາງລາວ ເຮົາຈະອວຍພອນຊົນຊາດທັງປວງ.
19
ເຮົາໄດ້ເລືອກເອົາລາວ ເພື່ອວ່າລາວຈະບອກສອນລູກໆກັບເຊື້ອສາຍຂອງລາວໃຫ້ເຊື່ອຟັງເຮົາ ທັງປະພຶດສິ່ງທີ່ຖືກຕ້ອງແລະຊອບທຳ. ເພື່ອພຣະເຈົ້າຢາເວຈະປະທານແກ່ອັບຣາຮາມ ຕາມສິ່ງທີ່ພຣະອົງໄດ້ສັນຍາໄວ້ກັບລາວ.”
20
ແລ້ວພຣະເຈົ້າຢາເວກໍບອກອັບຣາຮາມວ່າ, “ມີສຽງກ່າວຟ້ອງຕໍ່ສູ້ເມືອງໂຊໂດມ ແລະເມືອງໂກໂມຣາຢ່າງໜັກໜ່ວງ ແລະການບາບຂອງຊາວເມືອງກໍໜັກໜາຫລາຍ.
21
ເຮົາຈະຕ້ອງລົງໄປສຳຫລວດເບິ່ງວ່າ ການກ່າວຫາທີ່ເຮົາໄດ້ຍິນນັ້ນ ເປັນຄວາມຈິງຫລືບໍ່?”
22
ແລ້ວຊາຍສອງຄົນກໍຈາກໄປ ໂດຍມຸ່ງໜ້າສູ່ເມືອງໂຊໂດມ, ແຕ່ພຣະເຈົ້າຢາເວຍັງຢູ່ກັບອັບຣາຮາມ.
23
ອັບຣາຮາມຈຶ່ງຫຍັບເຂົ້າໃກ້ພຣະອົງ ແລະຖາມວ່າ, “ພຣະອົງຈະທຳລາຍຄົນຊອບທຳກັບຄົນອະທຳ ໄປພ້ອມກັນແທ້ບໍ?
24
ຖ້າວ່າມີຄົນຊອບທຳຢູ່ໃນເມືອງ 50 ຄົນ ພຣະອົງກໍຈະທຳລາຍໝົດເມືອງບໍ? ພຣະອົງຈະບໍ່ຈົ່ງເມືອງນີ້ໄວ້ເພື່ອຊ່ວຍຫ້າສິບຄົນນັ້ນບໍ?
25
ແນ່ນອນທີ່ສຸດ ພຣະອົງຈະບໍ່ຂ້າຄົນຊອບທຳພ້ອມກັບຄົນອະທຳ ເປັນໄປບໍ່ໄດ້ ພຣະອົງຈະບໍ່ເຮັດເຊັ່ນນັ້ນ. ຖ້າພຣະອົງເຮັດ ຄົນຊອບທຳກໍຈະຖືກລົງໂທດ ເຊັ່ນດຽວກັນກັບຄົນອະທຳ ເປັນໄປບໍ່ໄດ້. ຜູ້ພິພາກສາໂລກຕ້ອງເຮັດທຸກສິ່ງຢ່າງຍຸດຕິທຳ.”
26
ພຣະເຈົ້າຢາເວຕອບວ່າ, “ຖ້າເຮົາພົບຄົນຊອບທຳຢູ່ໃນເມືອງ 50 ຄົນ ທີ່ເມືອງໂຊໂດມ; ເຮົາກໍຈະໄວ້ຊີວິດຄົນທັງເມືອງ ເພາະເຫັນແກ່ຄົນຊອບທຳຫ້າສິບຄົນນັ້ນ.”
27
ອັບຣາຮາມໄດ້ຕອບແລະກ່າວຕື່ມວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍໂຜດຍົກໂທດໃຫ້ແກ່ຂ້ານ້ອຍ ທີ່ກ້າກ່າວຕໍ່ພຣະອົງອີກ. ຂ້ານ້ອຍເປັນພຽງແຕ່ມະນຸດເທົ່ານັ້ນ ແລະບໍ່ມີສິດທີ່ຈະກ່າວຫຍັງ.
28
ແຕ່ບາງທີຢູ່ໃນທີ່ນັ້ນ ມີຄົນຊອບທຳ 45 ຄົນ ແທນທີ່ຈະມີ 50 ຄົນ; ພຣະອົງກໍຈະທຳລາຍໝົດເມືອງເພາະຂາດ 5 ຄົນບໍ?” ພຣະອົງຕອບວ່າ, “ເຮົາຈະບໍ່ທຳລາຍເມືອງນັ້ນ ຖ້າພົບຄົນຊອບທຳສີ່ສິບຫ້າຄົນ.”
29
ອັບຣາຮາມໄດ້ກ່າວອີກວ່າ, “ບາງທີອາດມີພຽງ 40 ຄົນ ເທົ່ານັ້ນເດ.” ພຣະອົງຕອບວ່າ, “ເຮົາຈະບໍ່ທຳລາຍເມືອງນັ້ນ ຖ້າເຮົາພົບ 40 ຄົນ.”
30
ອັບຣາຮາມເວົ້າວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຢ່າຟ້າວໂກດຮ້າຍເລີຍ; ຂ້ານ້ອຍຂໍຖາມອີກວ່າ ຖ້າມີພຽງ 30 ຄົນ ເດ?” ພຣະອົງຕອບວ່າ, “ເຮົາຈະບໍ່ທຳລາຍເມືອງນັ້ນ ຖ້າເຮົາພົບ 30 ຄົນ.”
31
ອັບຣາຮາມທູນຖາມວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍພຣະອົງໂຜດຍົກໂທດໃຫ້ຂ້ານ້ອຍ ທີ່ຍັງກ້າສືບຕໍ່ກ່າວຕໍ່ພຣະອົງ. ຖ້າວ່າມີພຽງ 20 ຄົນ ເທົ່ານັ້ນເດ?” ພຣະອົງຕອບວ່າ, “ເຮົາຈະບໍ່ທຳລາຍເມືອງນັ້ນ ຖ້າເຮົາພົບ 20 ຄົນ.”
32
ອັບຣາຮາມຮຽນຖາມອີກວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຢ່າຟ້າວໂກດຮ້າຍເລີຍ ຂ້ານ້ອຍຂໍຖາມພຣະອົງອີກຄັ້ງໜຶ່ງເທົ່ານັ້ນ. ພຣະອົງຈະເຮັດແນວໃດ ຖ້າມີພຽງແຕ່ 10 ຄົນ?” ພຣະອົງຕອບວ່າ, “ເຮົາກໍຈະບໍ່ທຳລາຍເມືອງນັ້ນເຊັ່ນກັນ ຖ້າມີພຽງແຕ່ 10 ຄົນ.”
33
ຫລັງຈາກພຣະເຈົ້າຢາເວໄດ້ສົນທະນາກັບອັບຣາຮາມສິ້ນສຸດລົງແລ້ວ ພຣະອົງກໍຈາກໄປ ແລະອັບຣາຮາມກໍກັບຄືນເມືອສູ່ທີ່ພັກຂອງຕົນ.
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 19 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50