bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 20
Genesis 20
Lao Bible 2012 (ພຣະຄຳພີສັກສິ)
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 21 →
1
ອັບຣາຮາມໄດ້ຍ້າຍຈາກເມືອງມຳເຣ ໄປທີ່ເຂດພາກໃຕ້ຂອງການາອານ ແລະເພິ່ນໄດ້ຕັ້ງຖິ່ນຖານຢູ່ລະຫວ່າງເມືອງກາເດັດແລະເມືອງຊູເຣ. ຕໍ່ມາ ເມື່ອອັບຣາຮາມພັກຢູ່ທີ່ເມືອງເກຣາກນັ້ນ
2
ເພິ່ນເວົ້າວ່ານາງຊາຣາເມຍຂອງຕົນເປັນນ້ອງສາວ. ດັ່ງນັ້ນ ເຈົ້າອາບີເມເຫຼັກ ກະສັດແຫ່ງເກຣາກ ຈຶ່ງເອົານາງຊາຣາໄປ.
3
ໃນຄືນໜຶ່ງ ພຣະເຈົ້າໄດ້ປາກົດແກ່ກະສັດໃນຄວາມຝັນວ່າ “ເຈົ້າຈະຕາຍ ເພາະເຈົ້າເອົາຍິງຜູ້ນີ້ມາ. ນາງມີຜົວແລ້ວ.”
4
ແຕ່ເຈົ້າອາບີເມເຫຼັກຜູ້ທີ່ບໍ່ໄດ້ແຕະຕ້ອງນາງແຕ່ຢ່າງໃດ ຖາມວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍບໍ່ໄດ້ເຮັດຜິດຫຍັງ ພຣະອົງຈະທຳລາຍຂ້ານ້ອຍແລະປະຊາຊົນຂອງຂ້ານ້ອຍດ້ວຍກັນບໍ?
5
ອັບຣາຮາມເອງບອກວ່ານາງເປັນນ້ອງສາວຂອງລາວ ແລະນາງຊາຣາເອງກໍເວົ້າຄືກັນ. ຂ້ານ້ອຍເຮັດໄປດ້ວຍຄວາມບໍຣິສຸດໃຈ ແລະບໍ່ໄດ້ເຮັດຜິດຫຍັງເລີຍ.”
6
ພຣະເຈົ້າຕອບເພິ່ນທາງຄວາມຝັນວ່າ, “ຖືກຕ້ອງ ເຮົາຮູ້ດີວ່າເຈົ້າໄດ້ເຮັດໄປດ້ວຍຄວາມບໍຣິສຸດໃຈ. ສະນັ້ນ ເຮົາຈຶ່ງປ້ອງກັນເຈົ້າໄວ້ບໍ່ໃຫ້ເຮັດຜິດຕໍ່ເຮົາ ແລະບໍ່ໃຫ້ເຈົ້າໄດ້ແຕະຕ້ອງນາງ.
7
ແຕ່ບັດນີ້ ຈົ່ງເອົາຍິງຜູ້ນີ້ໄປສົ່ງໃຫ້ຜົວຂອງນາງ. ຜົວຂອງນາງເປັນຜູ້ທຳນວາຍ ແລະລາວຈະພາວັນນາອະທິຖານສຳລັບເຈົ້າເພື່ອເຈົ້າຈະບໍ່ຕາຍ, ແຕ່ເຮົາຂໍເຕືອນເຈົ້າວ່າ ຖ້າເຈົ້າບໍ່ສົ່ງນາງຄືນໄປ ເຈົ້າແລະປະຊາຊົນທັງໝົດຂອງເຈົ້າຈະຕ້ອງຕາຍ.”
8
ມື້ໃໝ່ມາແຕ່ເຊົ້າໆ ເຈົ້າອາບີເມເຫຼັກໄດ້ເອີ້ນຄົນຮັບໃຊ້ທຸກຄົນຂອງຕົນມາ ແລະເລົ່າເຫດການນັ້ນສູ່ພວກເຂົາຟັງ ແລະພວກເຂົາກໍຢ້ານທີ່ສຸດ.
9
ແລ້ວເຈົ້າອາບີເມເຫຼັກກໍເອີ້ນອັບຣາຮາມມາ ແລະຖາມວ່າ, “ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້ກັບເຮົາ? ເຮົາເຮັດຜິດຫຍັງຕໍ່ເຈົ້າ ເຈົ້າຈຶ່ງຈະນຳຄວາມຈິບຫາຍແບບນີ້ມາສູ່ເຮົາ ແລະອານາຈັກຂອງເຮົາ? ບໍ່ມີຜູ້ໃດເຄີຍເຮັດສິ່ງທີ່ເຈົ້າໄດ້ເຮັດນີ້ກັບເຮົາຈັກເທື່ອ.
10
ເປັນຫຍັງເຈົ້າຈຶ່ງເຮັດກັບເຮົາເຊັ່ນນີ້?”
11
ອັບຣາຮາມຈຶ່ງຕອບວ່າ, “ຂ້ານ້ອຍຄິດວ່າໃນທີ່ນີ້ ຈະບໍ່ມີໃຜຢຳເກງພຣະເຈົ້າ ແລະພວກເຂົາອາດສັງຫານຂ້ານ້ອຍເສຍ ເພື່ອເອົາເມຍຂອງຂ້ານ້ອຍໄປ.
12
ຕາມຄວາມເປັນຈິງແລ້ວ ນາງກໍເປັນນ້ອງສາວຂອງຂ້ານ້ອຍແທ້. ນາງເປັນລູກຕ່າງແມ່ ແລະຂ້ານ້ອຍໄດ້ເອົານາງມາເປັນເມຍ.
13
ດັ່ງນັ້ນ ເມື່ອພຣະເຈົ້າໃຫ້ຂ້ານ້ອຍອອກໜີຈາກເຮືອນຂອງພໍ່ ໄປສູ່ດິນແດນທີ່ຕ່າງປະເທດ; ຂ້ານ້ອຍຈຶ່ງເວົ້າກັບນາງວ່າ, ‘ເຈົ້າຕ້ອງສັດຊື່ຕໍ່ຂ້ອຍໂດຍໃຫ້ເວົ້າກັບທຸກຄົນວ່າ ຂ້ອຍເປັນອ້າຍຂອງເຈົ້າ.”’
14
ແລ້ວເຈົ້າອາບີເມເຫຼັກກໍສົ່ງນາງຊາຣາຄືນໃຫ້ອັບຣາຮາມ ແລະເພິ່ນກໍເອົາຝູງແກະ, ຝູງງົວ, ແລະຄົນຮັບໃຊ້ຊາຍຍິງຫລາຍຄົນໃຫ້ອັບຣາຮາມອີກດ້ວຍ.
15
ເຈົ້າອາບີເມເຫຼັກເວົ້າກັບອັບຣາຮາມວ່າ, “ທີ່ນີ້ເປັນດິນແດນຂອງເຮົາທັງໝົດ; ເຈົ້າຢູ່ບ່ອນໃດກໍໄດ້ຕາມທີ່ເຈົ້າຕ້ອງການ.”
16
ແລ້ວເພິ່ນກໍກ່າວຕໍ່ນາງຊາຣາວ່າ, “ເຮົາເອົາເງິນໜຶ່ງພັນຫລຽນໃຫ້ອ້າຍຂອງເຈົ້າເພື່ອເປັນຂໍ້ພິສູດ ໃຫ້ທຸກຄົນທີ່ຢູ່ນຳເຈົ້າເຫັນວ່າ ເຈົ້າເປັນຄົນສັດຊື່; ທຸກຄົນຈະຮູ້ເຫັນວ່າ ເຈົ້າບໍ່ໄດ້ເຮັດຜິດຫຍັງເລີຍ.”
17
ຍ້ອນເລື່ອງເກີດຂຶ້ນກັບຊາຣາເມຍຂອງອັບຣາຮາມ ພຣະເຈົ້າຢາເວຈຶ່ງເຮັດໃຫ້ຜູ້ຍິງທຸກຄົນໃນວັງຂອງເຈົ້າອາບີເມເຫຼັກບໍ່ມີລູກ. ສະນັ້ນ ອັບຣາຮາມຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າເພື່ອເພິ່ນ ແລະພຣະເຈົ້າກໍໂຜດຮັກສາເພິ່ນໃຫ້ຫາຍດີ. ພຣະອົງຍັງໄດ້ໂຜດໃຫ້ເມຍຂອງເພິ່ນ ແລະບັນດາຍິງທັງໝົດຫາຍດີເໝືອນກັນ ເພື່ອວ່າພວກເຂົາຈະມີລູກໄດ້.
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 21 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50