bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 33
Genesis 33
Lao Bible 2012 (ພຣະຄຳພີສັກສິ)
← Chapter 32
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 34 →
1
ຢາໂຄບເຫັນເອຊາວພ້ອມລູກນ້ອງ 400 ຄົນກຳລັງເດີນທາງມາ. ດັ່ງນັ້ນ ເພິ່ນຈຶ່ງແບ່ງເດັກນ້ອຍໃຫ້ເລອາ, ຣາເຊັນ ແລະໃຫ້ສາວໃຊ້ທັງສອງ.
2
ເພິ່ນໃຫ້ສາວໃຊ້ສອງຄົນກັບລູກຂອງພວກເຂົາອອກໜ້າກ່ອນ ຕໍ່ມາແມ່ນເລອາແລະລູກຢູ່ກາງ ແລະຣາເຊັນກັບໂຢເຊັບຢູ່ທາງຫລັງ.
3
ສ່ວນຢາໂຄບເອງໄດ້ອອກໜ້າພາພວກເຂົາໄປ ແລະຂາບລົງເຈັດເທື່ອຈົນເຂົ້າໄປຮອດອ້າຍ.
4
ຝ່າຍເອຊາວກໍຟ້າວແລ່ນໄປພົບຢາໂຄບ ທັງກອດແລະຈູບລາວ. ພວກເຂົາພາກັນຮ້ອງໄຫ້.
5
ເມື່ອເອຊາວມືນຕາຂຶ້ນເຫັນພວກແມ່ຍິງ ແລະເດັກນ້ອຍ ລາວຈຶ່ງຖາມວ່າ, “ຄົນທີ່ມານຳເຈົ້ານີ້ແມ່ນໃຜ?” ຢາໂຄບຕອບວ່າ, “ທ່ານເອີຍ ພວກເຫຼົ່ານີ້ແມ່ນລູກຂອງນ້ອງເອງ ທີ່ພຣະເຈົ້າໂຜດປະທານໃຫ້.”
6
ແລ້ວພວກເຂົາກໍຫຍັບເຂົ້າມາກົ້ມຂາບເອຊາວເປັນລຳດັບໄປ ດັ່ງນີ້: ສາວໃຊ້ທັງສອງພ້ອມດ້ວຍລູກ
7
ຕໍ່ມາ ເລອາພ້ອມດ້ວຍລູກ ແລະທ້າຍສຸດແມ່ນຣາເຊັນພ້ອມດ້ວຍໂຢເຊັບ.
8
ເອຊາວຈຶ່ງຖາມວ່າ, “ຖ້າດັ່ງນັ້ນ ໝວດທີ່ອ້າຍພົບມາກ່ອນຫັ້ນເດ ແມ່ນພວກໃດ?” ຢາໂຄບຕອບວ່າ, “ພວກນັ້ນແມ່ນນ້ອງໄດ້ສົ່ງໄປຂໍຄວາມກະລຸນາຈາກອ້າຍ.”
9
ແຕ່ເອຊາວຕອບວ່າ, “ນ້ອງເອີຍ ອ້າຍມີພໍແລ້ວ ເອົາໄວ້ເພື່ອເຈົ້າເອງສາ.”
10
ຢາໂຄບເວົ້າວ່າ, “ບໍ່ແມ່ນຢ່າງນັ້ນ ຖ້າອ້າຍກະລຸນານ້ອງແລ້ວ ຈົ່ງຮັບເອົາຂອງຕ້ອນນີ້ເຖີດ. ເຫັນໜ້າອ້າຍກໍເທົ່າກັບໄດ້ເຫັນໜ້າພຣະເຈົ້າ ດຽວນີ້ອ້າຍດີຕໍ່ນ້ອງແທ້ໆ.
11
ຈົ່ງຮັບເອົາຂອງຕ້ອນທີ່ນ້ອງນຳມາມອບໃຫ້ອ້າຍນີ້ສາ ພຣະເຈົ້າໄດ້ໂຜດກະລຸນານ້ອງໂດຍໃຫ້ທຸກສິ່ງທີ່ນ້ອງຕ້ອງການ.” ຢາໂຄບວິງວອນຂໍຢ່າງອ່ອນນ້ອມຈົນອ້າຍຍອມຮັບເອົາ.
12
ເອຊາວເວົ້າວ່າ, “ເຮົາພາກັນອອກເດີນທາງເທາະ ອ້າຍຈະນຳໜ້ານ້ອງໄປ.”
13
ຢາໂຄບຕອບວ່າ, “ອ້າຍເອີຍ ອ້າຍກໍເຫັນແລ້ວວ່າພວກເດັກນ້ອຍຍັງອ່ອນແຮງຫລາຍ ແລະນ້ອງຍັງເປັນຫ່ວງນຳຝູງສັດ ແລະລູກນ້ອຍຂອງມັນທີ່ຍັງກິນນົມຢູ່. ຖ້າພວກເຮົາຮີບເຮັ່ງໄລ່ມັນໄປໃນມື້ດຽວໂລດ ສັດເຫຼົ່ານີ້ກໍຈະຕາຍໝົດ.
14
ອ້າຍຈົ່ງໄປກ່ອນສາເຖີດ ນ້ອງກັບເດັກນ້ອຍພ້ອມດ້ວຍຝູງສັດຈະຕິດຕາມໄປນຳຫລັງຊ້າໆ, ແຕ່ກໍຈະພະຍາຍາມໄປໄວເທົ່າທີ່ຈະໄວໄດ້ຈົນຮອດເມືອງເອໂດມ.”
15
ເອຊາວເວົ້າວ່າ, “ຖ້າດັ່ງນັ້ນ ອ້າຍຈະປະຄົນຂອງອ້າຍບາງຄົນໄວ້ກັບນ້ອງ.” ແຕ່ຢາໂຄບຕອບວ່າ, “ນ້ອງເຫັນວ່າບໍ່ມີຄວາມຈຳເປັນດອກ ເພາະນ້ອງຕ້ອງການຄວາມກະລຸນາຈາກອ້າຍຫລາຍກວ່າ.”
16
ສະນັ້ນ ເອຊາວຈຶ່ງກັບຄືນເມືອດິນແດນເອໂດມໃນວັນນັ້ນເອງ.
17
ສ່ວນຢາໂຄບນັ້ນ ໄດ້ເດີນທາງໄປເຖິງເມືອງຊຸກໂກດ ແລະສ້າງເຮືອນຫລັງໜຶ່ງສຳລັບຄອບຄົວຂອງຕົນ ແລະສ້າງຄອກສຳລັບຝູງສັດ. ດ້ວຍເຫດນີ້ບ່ອນນັ້ນຈຶ່ງມີຊື່ວ່າ ຊຸກໂກດ.
18
ເມື່ອຄາວກັບມາແຕ່ເມໂຊໂປຕາເມຍນັ້ນ ຢາໂຄບໄດ້ເດີນທາງໄປຢ່າງປອດໄພ ຈົນຮອດເມືອງຊີເຄມຢູ່ໃນການາອານ ແລະຕັ້ງຄ້າຍພັກຢູ່ໃກ້ນາທົ່ງໜຶ່ງຂອງເມືອງນັ້ນ.
19
ເພິ່ນໄດ້ຊື້ນາທົ່ງນັ້ນ ລາຄາໜຶ່ງຮ້ອຍຫລຽນຈາກເຊື້ອສາຍຂອງຮາໂມ ພໍ່ຂອງຊີເຄມ.
20
ເພິ່ນໄດ້ສ້າງແທ່ນບູຊາຂຶ້ນທີ່ນັ້ນແລະໃສ່ຊື່ແທ່ນນັ້ນວ່າ ເອນ, ພຣະເຈົ້າຂອງຊາດອິດສະຣາເອນ.
← Chapter 32
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 34 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50