bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 2
Genesis 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 3 →
1
ດັ່ງນັ້ນ ຈັກກະວານແລະແຜ່ນດິນໂລກ ກັບສັບພະທຸກສິ່ງທັງໝົດທີ່ມີຢູ່ໃນນັ້ນກໍສຳເລັດເສັດສິ້ນ.
2
ມື້ທີເຈັດສິ່ງທີ່ພຣະເຈົ້າໄດ້ສ້າງກໍສຳເລັດ ແລະພຣະອົງໄດ້ຢຸດພັກກິດຈະການ.
3
ພຣະເຈົ້າອວຍພອນມື້ທີເຈັດ ແລະຕັ້ງໄວ້ໃຫ້ເປັນວັນສັກສິດບໍຣິສຸດ ເພາະໃນມື້ນັ້ນ ພຣະອົງໄດ້ຢຸດພັກຈາກການນິຣະມິດສ້າງ ແລະຢຸດກິດຈະການທັງສິ້ນ.
4
ປະຫວັດຈັກກະວານແລະແຜ່ນດິນໂລກໄດ້ຖືກນິຣະມິດສ້າງຂຶ້ນມາກໍເປັນດັ່ງນີ້. ເມື່ອພຣະເຈົ້າຢາເວ ພຣະເຈົ້າໄດ້ສ້າງແຜ່ນດິນໂລກແລະຈັກກະວານນັ້ນ;
5
ຕົ້ນໄມ້ກັບກໍຫຍ້າບໍ່ທັນມີເທິງແຜ່ນດິນໂລກ ເພາະພຣະເຈົ້າຢາເວພຣະເຈົ້າຍັງບໍ່ໃຫ້ຝົນຕົກລົງມາ ແລະຍັງບໍ່ທັນມີຈັກຄົນທີ່ທຳມາຫາກິນຢູ່ເທິງແຜ່ນດິນໂລກ,
6
ແຕ່ຍັງມີນໍ້າຂຶ້ນມາເທິງໜ້າດິນ ແລະເຮັດໃຫ້ພື້ນດິນຊຸ່ມຊື່ນທົ່ວໄປ.
7
ແລ້ວພຣະເຈົ້າຢາເວພຣະເຈົ້າກໍເອົາຂີ້ດິນແຕ່ພື້ນດິນ ມາປັ້ນເປັນຊາຍ ແລະເປົ່າລົມຫາຍໃຈໃສ່ຮູດັງຂອງຊາຍທີ່ຖືກປັ້ນຂຶ້ນມານັ້ນໃຫ້ມີຊີວິດ ແລະຊາຍທີ່ຖືກປັ້ນນັ້ນກໍໄດ້ເລີ່ມມີຊີວິດ.
8
ແລ້ວພຣະເຈົ້າຢາເວພຣະເຈົ້າກໍສ້າງສວນແຫ່ງໜຶ່ງໃນເອເດນ ຢູ່ທາງທິດຕາເວັນອອກ ແລະເອົາຊາຍຜູ້ທີ່ພຣະອົງໄດ້ປັ້ນຂຶ້ນນັ້ນມາຢູ່.
9
ໃນສວນແຫ່ງນີ້ພຣະເຈົ້າຢາເວພຣະເຈົ້າບັນດານໃຫ້ມີຕົ້ນໄມ້ທຸກຊະນິດ ໃບຂຽວງາມດີ ແລະໝາກໄມ້ກໍເປັນໜ້າຢາກກິນ. ໃນກາງສວນນັ້ນພຣະອົງບັນດານໃຫ້ມີຕົ້ນໄມ້ທີ່ໃຫ້ຊີວິດ, ໃຫ້ຮູ້ຈັກດີ ແລະຮູ້ຈັກຊົ່ວ.
10
ນອກນີ້ກໍຍັງມີແມ່ນໍ້າສາຍໜຶ່ງ ທີ່ໄຫລອອກຈາກເອເດນມາລໍ່ລ້ຽງສວນນີ້; ແມ່ນໍ້ານີ້ແບ່ງອອກເປັນສີ່ສາຍ ດັ່ງນີ້:
11
ສາຍທີໜຶ່ງຊື່ວ່າ ປີໂຊນ ຊຶ່ງໄຫລອ້ອມດິນແດນຮາວີລາ. (
12
ໃນດິນແດນນີ້ມີບໍ່ຄຳຊັ້ນດີ ແກ້ວປະເສີດໂກຣາ ແລະຕົ້ນຢາງຫອມທີ່ມີຄ່າສູງ)
13
ສາຍທີສອງຊື່ວ່າ ກີໂຮນ ຊຶ່ງໄຫລອ້ອມດິນແດນກູເຊ.
14
ສາຍທີສາມຊື່ວ່າ ຕິກຣິດຊຶ່ງໄຫລຜ່ານດິນແດນປະເທດອັດຊີເຣຍ ແລະສາຍທີສີ່ ຊື່ວ່າ ເອີຟຣັດ.
15
ແລ້ວພຣະເຈົ້າຢາເວພຣະເຈົ້າກໍເອົາຊາຍ ຜູ້ທີ່ພຣະອົງໄດ້ສ້າງມານັ້ນ ໄປເຝົ້າຮັກສາແລະເບິ່ງແຍງສວນ.
16
ແລ້ວພຣະເຈົ້າຢາເວພຣະເຈົ້າສັ່ງລາວວ່າ, “ໝາກໄມ້ທຸກຕົ້ນໃນສວນນີ້ເຈົ້າກິນໄດ້
17
ເວັ້ນໄວ້ແຕ່ຕົ້ນທີ່ໃຫ້ຮູ້ຈັກຄວາມດີ ແລະຮູ້ຈັກຄວາມຊົ່ວ. ເຈົ້າຢ່າກິນໝາກໄມ້ໃນຕົ້ນນັ້ນ; ຖ້າເຈົ້າຂືນກິນເມື່ອໃດ ເຈົ້າກໍຈະຕາຍເມື່ອນັ້ນ.”
18
ແລ້ວພຣະເຈົ້າຢາເວພຣະເຈົ້າກໍກ່າວອີກວ່າ, “ບໍ່ເປັນການສົມຄວນທີ່ຜູ້ຊາຍຕ້ອງຢູ່ໂດດດ່ຽວຢ່າງນີ້. ເຮົາຈະສ້າງຜູ້ຊ່ວຍທີ່ເໝາະສົມໃຫ້ລາວ.”
19
ແລ້ວພຣະເຈົ້າຢາເວພຣະເຈົ້າຈຶ່ງເອົາຂີ້ດິນຈາກພື້ນດິນ ມາປັ້ນເປັນຮູບສັດຕ່າງໆທີ່ຢູ່ໃນທົ່ງ ແລະນົກທັງຫລາຍທີ່ຢູ່ໃນອາກາດ ແລະໄດ້ນຳສັດເຫຼົ່ານັ້ນມາໃຫ້ຊາຍນັ້ນເບິ່ງວ່າ ລາວຈະໃສ່ຊື່ໃຫ້ຢ່າງໃດ ແລະຊື່ໃດທີ່ລາວຕັ້ງໃຫ້ສັດທັງຫລາຍທີ່ມີຊີວິດຈຶ່ງເປັນຊື່ຕໍ່ໆມາ.
20
ສະນັ້ນ ຊາຍຜູ້ນີ້ຈຶ່ງຕັ້ງຊື່ໃຫ້ສັດລ້ຽງທັງຫລາຍແລະຝູງນົກໃນອາກາດ ແລະໃຫ້ສັດປ່າທັງໝົດ; ແຕ່ບໍ່ມີສັດໂຕໃດເລີຍເປັນຜູ້ຊ່ວຍທີ່ເໝາະສົມແກ່ລາວ.
21
ແລ້ວພຣະເຈົ້າຢາເວພຣະເຈົ້າຈຶ່ງເຮັດໃຫ້ຜູ້ຊາຍນັ້ນນອນຫລັບສະໜິດ ແລະໃນຂະນະທີ່ລາວນອນຢູ່ນັ້ນ ພຣະອົງກໍເອົາກະດູກຂ້າງຊີກໜຶ່ງຂອງລາວອອກມາ ແລະເຮັດໃຫ້ເນື້ອໜັງຈອດຕິດກັນດັ່ງເດີມ.
22
ພຣະເຈົ້າຢາເວພຣະເຈົ້າເອົາກະດູກຂ້າງມາສ້າງເປັນຜູ້ຍິງ ແລະນຳນາງມາມອບໃຫ້ລາວ.
23
ແລ້ວຊາຍຜູ້ນັ້ນກໍເວົ້າວ່າ, “ນີ້ເດ ແມ່ນຜູ້ທີ່ມີຮູບຮ່າງຄືເຮົາ; ກະດູກຂອງນາງມາຈາກກະດູກຂອງເຮົາ ເນື້ອໜັງຂອງນາງມາຈາກເນື້ອໜັງຂອງເຮົາ; ຜູ້ຍິງແມ່ນຊື່ຂອງນາງເພາະນາງມາຈາກຜູ້ຊາຍ.”
24
ດ້ວຍເຫດນີ້ ຜູ້ຊາຍຈຶ່ງຈາກພໍ່ແມ່ຂອງຕົນ ແລະໄປຕິດພັນຢູ່ກັບເມຍຂອງຕົນ ແລະເຂົາທັງສອງກໍກາຍເປັນຄົນດຽວກັນ.
25
ຊາຍແລະຍິງໄດ້ເປືອຍກາຍຢູ່ ແຕ່ພວກເຂົາບໍ່ຮູ້ສຶກລະອາຍກັນເລີຍ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50