bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Genesis 21
Genesis 21
Lao Bible 2012 (ພຣະຄຳພີສັກສິ)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 22 →
1
ພຣະເຈົ້າຢາເວໄດ້ມາຢ້ຽມຢາມນາງຊາຣາ ເໝືອນດັ່ງທີ່ພຣະອົງໄດ້ກ່າວໄວ້, ແລະພຣະເຈົ້າຢາເວໄດ້ກະທຳແກ່ນາງຊາຣາຕາມທີ່ຊົງສັນຍາໄວ້;
2
ນາງໄດ້ຕັ້ງທ້ອງແລະເກີດລູກຊາຍຜູ້ໜຶ່ງໃຫ້ແກ່ອັບຣາຮາມ ເມື່ອເພິ່ນເຖົ້າແກ່ແລ້ວ. ເດັກຊາຍນັ້ນເກີດມາ ຕາມເວລາທີ່ພຣະເຈົ້າໄດ້ກຳນົດໄວ້.
3
ອັບຣາຮາມໃສ່ຊື່ລູກຊາຍວ່າ ອີຊາກ
4
ແລະເມື່ອອີຊາກໄດ້ແປດວັນ ອັບຣາຮາມກໍເຮັດພິທີຕັດໃຫ້ຕາມທີ່ພຣະເຈົ້າໄດ້ສັ່ງເພິ່ນ.
5
ເມື່ອອີຊາກເກີດມາ ອັບຣາຮາມອາຍຸໄດ້ 100 ປີ
6
ແລະຊາຣາເວົ້າວ່າ, “ພຣະເຈົ້າໃຫ້ຂ້ອຍຊົມຊື່ນຍິນດີແລະຫົວເລາະ. ທຸກຄົນທີ່ໄດ້ຍິນເລື່ອງນີ້ກໍຈະຫົວເລາະນຳຂ້ອຍ.”
7
ນາງເວົ້າອີກວ່າ, “ໃຜໜໍຈະກ້າເວົ້າກັບອັບຣາຮາມວ່າ ຊາຣາຍັງມີລູກດູດນົມ? ແຕ່ຂ້ອຍກໍໄດ້ລູກຊາຍຜູ້ໜຶ່ງໃຫ້ລາວເມື່ອເຖົ້າແກ່ແລ້ວ.”
8
ເດັກນ້ອຍນັ້ນໄດ້ຈະເລີນເຕີບໂຕຂຶ້ນ ແລະໃນມື້ທີ່ອີຊາກເຊົານົມ ອັບຣາຮາມໄດ້ຈັດງານກິນລ້ຽງຢ່າງຍິ່ງໃຫຍ່.
9
ມື້ໜຶ່ງອິດຊະມາເອນລູກຊາຍຂອງອັບຣາຮາມ ຜູ້ທີ່ເກີດຈາກນາງຮາກາຊາວເອຢິບ ກຳລັງເຢາະເຢີ້ຍ ອີຊາກລູກຊາຍຂອງນາງຊາຣາ.
10
ເມື່ອນາງຊາຣາເຫັນເຊັ່ນນີ້ ຈຶ່ງເວົ້າກັບອັບຣາຮາມວ່າ, “ຈົ່ງສົ່ງຄົນຮັບໃຊ້ຍິງຜູ້ນີ້ ແລະລູກຊາຍຂອງນາງໜີໄປສາ. ລູກຊາຍຂອງນາງບໍ່ຄວນໄດ້ຮັບມໍຣະດົກສ່ວນໃດໆຂອງເຈົ້າ ຊຶ່ງອີຊາກລູກຊາຍຂອງຂ້ອຍແຕ່ຜູ້ດຽວເທົ່ານັ້ນ ຈະເປັນຜູ້ໄດ້ຮັບ.”
11
ເລື່ອງນີ້ສ້າງຄວາມໜັກໃຈໃຫ້ແກ່ອັບຣາຮາມ ເພາະອິດຊະມາເອນກໍເປັນລູກຂອງເພິ່ນຄືກັນ.
12
ແຕ່ພຣະເຈົ້າກ່າວແກ່ອັບຣາຮາມວ່າ, “ຢ່າອຸກໃຈໃນເລື່ອງເດັກນ້ອຍກັບຄົນຮັບໃຊ້ຍິງຮາກາເລີຍ. ຈົ່ງເຮັດຕາມທີ່ຊາຣາບອກເຈົ້າ ເພາະແມ່ນທາງອີຊາກທີ່ເຈົ້າຈະມີເຊື້ອສາຍຫລວງຫລາຍ ຕາມທີ່ເຮົາໄດ້ສັນຍາໄວ້.
13
ເຮົາຈະໃຫ້ເດັກນ້ອຍເກີດມາຢ່າງຫລວງຫລາຍ ແກ່ລູກຊາຍຂອງຄົນຮັບໃຊ້ຍິງຜູ້ນີ້ເໝືອນກັນ ເພື່ອວ່າພວກເຂົາຈະໄດ້ກາຍເປັນປະເທດໜຶ່ງ. ລາວກໍເປັນລູກຊາຍຂອງເຈົ້າເໝືອນກັນ.”
14
ມື້ຕໍ່ມາ ຕັ້ງແຕ່ເຊົ້າໆ ອັບຣາຮາມໄດ້ເອົາເຂົ້າຈີ່ ແລະນໍ້າໃສ່ຖົງໜັງໃຫ້ນາງຮາກາ. ເພິ່ນເອົາເດັກນ້ອຍເຈ່ຍໃສ່ຫລັງໃຫ້ນາງ ແລະສົ່ງນາງໜີໄປ. ນາງພະເນຈອນໄປໃນຖິ່ນແຫ້ງແລ້ງກັນດານເບເອນເຊບາ.
15
ເມື່ອນໍ້າໃນຖົງໜັງໝົດ ນາງຈຶ່ງປະລູກໄວ້ຢູ່ໃຕ້ພຸ່ມໄມ້ແຫ່ງໜຶ່ງ ແລະໜີໄປນັ່ງຢູ່ຫ່າງຈາກເດັກນັ້ນປະມານລູກໜ້າທະນູຕົກ. ນາງເວົ້າຢູ່ຜູ້ດຽວວ່າ, “ຂ້ອຍບໍ່ກ້າເບິ່ງລູກສິ້ນໃຈຕາຍຕໍ່ໜ້າຕໍ່ຕາ.” ແລ້ວນາງ ກໍເລີ່ມຮ້ອງໄຫ້ຂຶ້ນ.
17
ພຣະເຈົ້າໄດ້ຍິນສຽງຂອງເດັກນ້ອຍຮ້ອງໄຫ້ ແລະເທວະດາຂອງພຣະເຈົ້າກໍໄດ້ເອີ້ນນາງຮາກາມາຈາກສະຫວັນວ່າ, “ຮາກາ ເຈົ້າມີຄວາມເດືອດຮ້ອນຫຍັງ? ຢ່າຢ້ານກົວເລີຍ. ພຣະເຈົ້າໄດ້ຍິນສຽງເດັກນ້ອຍຮ້ອງໄຫ້ແລ້ວ.
18
ຈົ່ງລຸກຂຶ້ນໄປອູ້ມແລະອອຍລາວເຖີດ. ເຮົາຈະໃຫ້ບັນດາເຊື້ອສາຍຂອງລາວເກີດເປັນຊົນຊາດໃຫຍ່.”
19
ແລ້ວພຣະເຈົ້າກໍໄດ້ບັນດານໃຫ້ນາງເຫັນນໍ້າສ້າງໜ່ວຍໜຶ່ງ. ນາງຈຶ່ງຟ້າວໄປຕັກເອົານໍ້າຈົນເຕັມຖົງ ແລະເອົາມາໃຫ້ລູກຊາຍດື່ມ.
20
ພຣະເຈົ້າຢູ່ນຳເດັກຊາຍຜູ້ນີ້ ຈົນລາວຈະເລີນເຕີບໂຕໃຫຍ່ຂຶ້ນ; ລາວອາໄສຢູ່ທີ່ຖິ່ນແຫ້ງແລ້ງກັນດານປາຣານ ແລະກາຍເປັນນາຍພານຜູ້ສະຫລາດແລະຊຳນິຊຳນານ.
21
ຜູ້ເປັນແມ່ໄດ້ໄປຫາເມຍຈາກປະເທດເອຢິບມາໃຫ້ລາວ.
22
ໃນຄາວນັ້ນ ເຈົ້າອາບີເມເຫຼັກ ແລະຟິໂກນແມ່ທັບຂອງເພິ່ນໄດ້ມາຫາອັບຣາຮາມ ແລະເວົ້າວ່າ, “ພຣະເຈົ້າສະຖິດຢູ່ກັບເຈົ້າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ.
23
ສະນັ້ນ ຈົ່ງປະຕິຍານໃນທີ່ນີ້ຊ້ອງໜ້າພຣະເຈົ້າວ່າ ເຈົ້າຈະບໍ່ຫລອກລວງເຮົາ, ລູກຫລານ ຫລືເຊື້ອສາຍຂອງເຮົາ. ເຮົາສັດຊື່ຕໍ່ເຈົ້າ. ດັ່ງນັ້ນ ຈົ່ງສັນຍາກັບເຮົາວ່າ ເຈົ້າຈະສັດຊື່ຕໍ່ເຮົາເໝືອນກັນແລະຕໍ່ດິນແດນທີ່ເຈົ້າຢູ່ນີ້.”
24
ອັບຣາຮາມຕອບວ່າ, “ຂ້ານ້ອຍຂໍປະຕິຍານ.”
25
ອັບຣາຮາມຮ້ອງຂໍຕໍ່ເຈົ້າອາບີເມເຫຼັກເຖິງເລື່ອງນໍ້າສ້າງ ທີ່ຂ້າຣາຊການຂອງເພິ່ນໄດ້ຢຶດເອົາໄປນັ້ນ.
26
ເພິ່ນຕອບວ່າ, “ເຮົາບໍ່ຮູ້ຈັກ ເຈົ້າບໍ່ເຄີຍບອກເຮົາເຖິງເລື່ອງນີ້ເລີຍ ແລະແມ່ນເທື່ອທຳອິດທີ່ເຮົາໄດ້ຍິນກ່ຽວກັບເລື່ອງນີ້.”
27
ແລ້ວອັບຣາຮາມກໍໄດ້ເອົາແກະແລະງົວບາງໂຕມອບໃຫ້ເຈົ້າອາບີເມເຫຼັກ ແລະທັງສອງໄດ້ເຮັດຂໍ້ຕົກລົງກັນ.
28
ອັບຣາຮາມໄດ້ແຍກເອົາລູກແກະເຈັດໂຕອອກມາຈາກຝູງ
29
ແລະເຈົ້າອາບີເມເຫຼັກໄດ້ຖາມວ່າ, “ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນັ້ນ?”
30
ແລ້ວອັບຣາຮາມກໍຕອບວ່າ, “ທ່ານຈົ່ງຮັບເອົາລູກແກະເຈັດໂຕນີ້ໄປເຖີດ. ໂດຍກະທຳເຊັ່ນນີ້ ທ່ານຈະໄດ້ຮັບຮູ້ວ່າຂ້ານ້ອຍເປັນຜູ້ຂຸດນໍ້າສ້າງນີ້.”
31
ດັ່ງນັ້ນ ບ່ອນນັ້ນຈຶ່ງເອີ້ນວ່າ ເບເອນເຊບາ ເພາະເປັນບ່ອນທີ່ທັງສອງຝ່າຍໄດ້ປະຕິຍານຕໍ່ກັນແລະກັນ.
32
ຫລັງຈາກທີ່ທັງສອງໄດ້ເຮັດຂໍ້ຕົກລົງກັນທີ່ເບເອນເຊບາແລ້ວ; ເຈົ້າອາບີເມເຫຼັກ ແລະຟິໂກນຜູ້ທີ່ເປັນແມ່ທັບຂອງເພິ່ນ ກໍພາກັນກັບຄືນສູ່ດິນແດນຊາວຟີລິດສະຕິນ.
33
ແລ້ວອັບຣາຮາມກໍປູກກົກໄມ້ຕົ້ນໜຶ່ງຊື່ວ່າ, “ຕາມາຣີ” ໃສ່ທີ່ເບເອນເຊບາ ແລະຮ້ອງທູນອອກນາມຊື່ພຣະເຈົ້າຢາເວ ຄືພຣະເຈົ້າຜູ້ດຳລົງຢູ່ຕະຫລອດໄປເປັນນິດ.
34
ອັບຣາຮາມໄດ້ຢູ່ທີ່ດິນແດນຟີລິດສະຕິນເປັນເວລານານ.
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 22 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50