bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 1
Jeremiah 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 2 →
1
ພຣະທຳນີ້ເປັນບົດບັນທຶກຖ້ອຍຄຳທີ່ເຢເຣມີຢາໄດ້ກ່າວ. ເຢເຣມີຢາແມ່ນລູກຊາຍຂອງຮິນກີຢາ ປະໂຣຫິດຜູ້ໜຶ່ງໃນຄະນະປະໂຣຫິດແຫ່ງເມືອງອານາທົດ ໃນເຂດແດນຂອງເບັນຢາມິນ.
2
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວແກ່ເຢເຣມີຢາໃນປີທີສິບສາມ ທີ່ເຈົ້າໂຢສີຢາ ລູກຊາຍຂອງເຈົ້າອາໂມນໄດ້ຂຶ້ນເປັນກະສັດແຫ່ງຢູດາຍ.
3
ຕໍ່ມາ ໄດ້ກ່າວແກ່ເຢເຣມີຢາອີກ ເມື່ອເຢໂຮຍອາກິມ ລູກຊາຍຂອງເຈົ້າໂຢສີຢາໄດ້ຂຶ້ນເປັນກະສັດ. ຫລັງຈາກນັ້ນ ພຣະອົງກໍໄດ້ກ່າວແກ່ເຢເຣມີຢາອີກຕັ້ງຫລາຍເທື່ອ ຈົນເຖິງຣາຊການປີທີສິບເອັດຂອງກະສັດເຊເດກີຢາ ລູກຊາຍຂອງເຈົ້າໂຢສີຢາ. ໃນເດືອນທີຫ້າຂອງປີນັ້ນເອງ ປະຊາຊົນນະຄອນເຢຣູຊາເລັມໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.
4
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ,
5
“ເຮົາເລືອກເຈົ້າໄວ້ ກ່ອນເຮົາໄດ້ໃຫ້ຊີວິດແກ່ເຈົ້າ ແລະກ່ອນເຈົ້າໄດ້ເກີດມາ ເຮົາໄດ້ເລືອກເອົາເຈົ້າໄວ້ແລ້ວ ເພື່ອໃຫ້ເປັນຜູ້ທຳນວາຍແກ່ປະຊາຊາດທັງຫລາຍ.”
6
ຂ້າພະເຈົ້າຈຶ່ງຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ຂ້ານ້ອຍບໍ່ຮູ້ຈັກວ່າຈະກ່າວຢ່າງໃດ; ຂ້ານ້ອຍຍັງໜຸ່ມເກີນໄປທີ່ຈະກ່າວຕໍ່ໜ້າມະຫາຊົນ.”
7
ແຕ່ພຣະເຈົ້າຢາເວກໍຍັງກ່າວແກ່ຂ້າພະເຈົ້າວ່າ, “ຢ່າເວົ້າວ່າ, ເຈົ້າຍັງໜຸ່ມເກີນໄປ ແຕ່ຈົ່ງໄປຫາປະຊາຊົນທີ່ເຮົາສັ່ງເຈົ້າໃຫ້ໄປພົບ ແລະບອກພວກເຂົາທຸກໆສິ່ງທີ່ເຮົາສັ່ງເຈົ້າໃຫ້ກ່າວ.
8
ຢ່າສູ່ຢ້ານກົວພວກເຂົາເລີຍ, ເພາະເຮົາຢູ່ກັບເຈົ້າເພື່ອປົກປ້ອງຄຸ້ມຄອງເຈົ້າ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
9
ແລ້ວພຣະເຈົ້າຢາເວກໍເດ່ມືອອກແຕະທີ່ປາກຂອງຂ້າພະເຈົ້າ ແລະພຣະເຈົ້າຢາເວກໍກ່າວແກ່ຂ້າພະເຈົ້າວ່າ, “ເບິ່ງດູ ເຮົາກຳລັງເອົາຖ້ອຍຄຳຂອງເຮົາໃສ່ເຂົ້າໄປໃນປາກຂອງເຈົ້າເພື່ອໃຫ້ເຈົ້າກ່າວ.
10
ວັນນີ້ ເຮົາໃຫ້ເຈົ້າມີອຳນາດເໜືອປະຊາຊາດແລະອານາຈັກທັງຫລາຍ ເພື່ອໃຫ້ຖອນຮາກແລະຮື້ຖິ້ມ ເພື່ອໃຫ້ທຳລາຍແລະໂຄ່ນລົ້ມ ເພື່ອໃຫ້ກໍ່ສ້າງແລະປູກຝັງ.”
11
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, “ເຢເຣມີຢາເອີຍ ເຈົ້າເຫັນຫຍັງແດ່?” ຂ້າພະເຈົ້າຕອບວ່າ, “ຂ້ານ້ອຍເຫັນງ່າຂອງຕົ້ນໝາກບົກ.”
12
ພຣະເຈົ້າຢາເວກ່າວຕໍ່ຂ້າພະເຈົ້າວ່າ, “ເຈົ້າເວົ້າຖືກແລ້ວ ແລະເຮົາກຳລັງເຝົ້າຄອຍເບິ່ງ ໃຫ້ຖ້ອຍຄຳຂອງເຮົາກາຍເປັນຈິງ.”
13
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍມາເຖິງຂ້າພະເຈົ້າຄັ້ງທີສອງວ່າ, “ເຈົ້າເຫັນຫຍັງອີກແດ່?” ຂ້າພະເຈົ້າຕອບວ່າ, “ຂ້ານ້ອຍເຫັນໝໍ້ໜ່ວຍໜຶ່ງທີ່ກຳລັງຟົດຢູ່ທາງທິດເໜືອ ແລະປາກໝໍ້ນັ້ນກໍປິ່ນມາທາງພີ້.”
14
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ການທຳລາຍຈະຟົດເດືອດຂຶ້ນຈາກທິດເໜືອມາສູ່ທຸກຄົນທີ່ອາໄສຢູ່ໃນດິນແດນນີ້
15
ເພາະເຮົາກຳລັງເອີ້ນເອົາທຸກຊົນຊາດທາງທິດເໜືອໃຫ້ມາ. ພຣະເຈົ້າຢາເວກ່າວວ່າ ບັນດາກະສັດຂອງພວກເຂົາຈະຕັ້ງບັນລັງຂຶ້ນທີ່ປະຕູຂອງນະຄອນເຢຣູຊາເລັມ ແລະ ອ້ອມກຳແພງເມືອງ ຕະຫລອດທັງອ້ອມເມືອງອື່ນໆຂອງຢູດາຍດ້ວຍ.
16
ເຮົາຈະລົງໂທດປະຊາຊົນຂອງເຮົາ ເພາະພວກເຂົາໄດ້ເຮັດບາບ; ພວກເຂົາໄດ້ປະຖິ້ມເຮົາໂດຍເຜົາເຄື່ອງບູຊາຖວາຍແກ່ບັນດາພະອື່ນໆ ແລະສ້າງຮູບເຄົາຣົບເພື່ອຂາບໄຫວ້.
17
ເຢເຣມີຢາເອີຍ ຈົ່ງຕຽມຕົວໄປບອກພວກເຂົາທຸກສິ່ງທີ່ເຮົາສັ່ງເຈົ້າໃຫ້ກ່າວ. ບັດນີ້ຢ່າສູ່ຢ້ານກົວພວກເຂົາ ບໍ່ດັ່ງນັ້ນ ເຮົາຈະເຮັດໃຫ້ເຈົ້າຢ້ານຫລາຍຂຶ້ນຕື່ມ ເມື່ອເຈົ້າຢູ່ນຳພວກເຂົາ.
18
ຈົ່ງຟັງເຖີດ ເຢເຣມີຢາເອີຍ ທຸກຄົນໃນດິນແດນນີ້ ຄືບັນດາກະສັດແຫ່ງຢູດາຍ, ພວກຂ້າຣາຊການ, ພວກປະໂຣຫິດ ແລະປະຊາຊົນທົ່ວໄປ, ຈະຕໍ່ສູ້ເຈົ້າ. ແຕ່ວັນນີ້ເຮົາໃຫ້ກຳລັງແກ່ເຈົ້າ ເພື່ອເຈົ້າຈະຕ້ານທານພວກເຂົາໄດ້; ເຈົ້າຈະເປັນດັ່ງເມືອງທີ່ມີປ້ອມປ້ອງກັນ, ມີເສົາເປັນເຫຼັກ ແລະມີກຳແພງເປັນທອງສຳຣິດ. ພວກເຂົາຈະເອົາຊະນະເຈົ້າບໍ່ໄດ້ ເພາະເຮົາຢູ່ກັບເຈົ້າເພື່ອປົກປ້ອງຄຸ້ມຄອງເຈົ້າ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52