bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 6
Jeremiah 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 7 →
1
ປະຊາຊົນເບັນຢາມິນເອີຍ ຈົ່ງແລ່ນປົບໜີເອົາຕົວລອດສາເຖີດ ຈົ່ງປົບໜີຈາກນະຄອນເຢຣູຊາເລັມສາ ຈົ່ງເປົ່າແກຂຶ້ນໃນເມືອງເຕກົວ ແລະຈົ່ງດັງໄຟຂຶ້ນເປັນສັນຍານຢູ່ໃນເມືອງເບັດຮັກເກເຣັມ. ໄພພິບັດ ແລະການທຳລາຍຈາກທາງເໜືອເກືອບຈະມາຮອດແລ້ວ.
2
ນະຄອນຊີໂອນເປັນທີ່ສວຍງາມຫລາຍ ແຕ່ກໍຈະຖືກທຳລາຍ;
3
ບັນດາຜູ້ລ້ຽງແກະພ້ອມທັງຝູງແກະຂອງພວກເຂົາຈະມາຕໍ່ສູ້ລາວຢູ່ທີ່ນັ້ນ. ພວກເຂົາຈະຕັ້ງເຕັນອ້ອມຮອບຕົວເມືອງ ແລະແຕ່ລະຄົນຈະຕັ້ງເຕັນຕາມໃຈມັກຂອງຕົນ.
4
ພວກເຂົາຈະເວົ້າວ່າ, “ຈົ່ງຕຽມໂຈມຕີນະຄອນເຢຣູຊາເລັມ ຈົ່ງຕຽມພ້ອມ ພວກເຮົາຈະໂຈມຕີໃນຕອນທ່ຽງ” ແຕ່ພວກເຂົາຈະເວົ້າວ່າ, “ມັນຊ້າໄປສາແລ້ວ ຕາເວັນເກືອບຈະຕົກດິນ ແລະຂ້ອນຄໍ່າຫລາຍແລ້ວ.
5
ພວກເຮົາຈະບຸກໂຈມຕີໃນຕອນກາງຄືນ; ພວກເຮົາຈະທຳລາຍປ້ອມປ້ອງກັນຕົວເມືອງ.”
6
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ສັ່ງໃຫ້ຕັດກົກໄມ້ລົງ ແລະຄູນດິນຂຶ້ນອ້ອມນະຄອນເຢຣູຊາເລັມໄວ້. ພຣະອົງກ່າວວ່າ, “ເຮົາຈະລົງໂທດນະຄອນນີ້ ຍ້ອນເປັນເມືອງທີ່ເຕັມໄປດ້ວຍການກົດຂີ່.
7
ນໍ້າສ້າງກັກນໍ້າຈືດໄວ້ສັນໃດ ນະຄອນເຢຣູຊາເລັມກໍກັກຄວາມຊົ່ວຊ້າຂອງຕົນໄວ້ສັນນັ້ນ. ເຮົາໄດ້ຍິນແຕ່ການຮຸນແຮງ ແລະການທຳລາຍດັງຂຶ້ນໃນຕົວເມືອງ; ເຮົາເຫັນແຕ່ຄົນບາດເຈັບ ແລະຄົນທົນທຸກ.
8
ຊາວນະຄອນເຢຣູຊາເລັມເອີຍ ຈົ່ງໃຫ້ຄວາມເດືອດຮ້ອນເຫຼົ່ານີ້ ເປັນການເຕືອນພວກເຈົ້າເຖີດ ຫລືບໍ່ດັ່ງນັ້ນ ເຮົາຈະປະຖິ້ມພວກເຈົ້າຕື່ມອີກ; ເຮົາຈະປ່ຽນນະຄອນນີ້ໃຫ້ເປັນຖິ່ນແຫ້ງແລ້ງກັນດານ ຊຶ່ງເປັນບ່ອນໜຶ່ງທີ່ບໍ່ມີຜູ້ໃດຢູ່ອາໄສ.”
9
ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້: “ຊາດອິດສະຣາເອນຈະຖືກກວາດລ້າງໃຫ້ກ້ຽງ ດັ່ງສວນອະງຸ່ນທີ່ຖືກຄົນເກັບເລັມໃຫ້ຈົນກ້ຽງ. ດັ່ງນັ້ນ ເຈົ້າຕ້ອງຊ່ວຍກູ້ເອົາທຸກໆຄົນ ເທົ່າທີ່ຈະຊ່ວຍໄດ້ໃນເມື່ອຍັງມີເວລາຢູ່.”
10
ຂ້າພະເຈົ້າຈຶ່ງຕອບວ່າ, “ຜູ້ໃດແດ່ຈະຟັງຂ້ານ້ອຍ ຖ້າຂ້ານ້ອຍບອກ ແລະເຕືອນພວກເຂົາ? ພວກເຂົາດື້ດ້ານ ແລະບໍ່ຍອມຟັງຖ້ອຍຄຳຂອງພຣະເຈົ້າຢາເວ; ພວກເຂົາຫົວເລາະໃສ່ສິ່ງທີ່ພຣະອົງບອກໃຫ້ຂ້ານ້ອຍກ່າວ.
11
ຂ້າແດ່ພຣະເຈົ້າຢາເວ ຄວາມໂກດຮ້າຍທີ່ພຣະອົງມີຕໍ່ພວກເຂົານັ້ນ ກໍລຸກໄໝ້ຢູ່ໃນຂ້ານ້ອຍຄືກັນ ແລະຂ້ານ້ອຍກໍທົນຕໍ່ໄປບໍ່ໄດ້ແລ້ວ.” ແລ້ວພຣະເຈົ້າຢາເວກໍກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງລະບາຍຄວາມໂກດຮ້າຍຂອງເຮົາອອກໃສ່ເດັກນ້ອຍທີ່ທ້ອງຖະໜົນ ແລະໃນທີ່ປະຊຸມຕ່າງໆຂອງພວກຊາວໜຸ່ມ. ຜົວແລະເມຍຈະຖືກຈັບໄປ ແລະແມ່ນແຕ່ຄົນຊະຣາກໍຈະບໍ່ໄດ້ຖືກຍົກເວັ້ນ.
12
ເຮືອນຂອງພວກເຂົາຈະຖືກມອບໃຫ້ຄົນອື່ນ ພ້ອມທັງທົ່ງນາແລະເມຍຂອງພວກເຂົາກໍເຊັ່ນກັນດ້ວຍ. ເຮົາກຳລັງຈະລົງໂທດປະຊາຊົນໃນດິນແດນນີ້.
13
ຍ້ອນທຸກຄົນບໍ່ວ່າໃຫຍ່ຫລືນ້ອຍ ພະຍາຍາມຈະຫາເງິນໃນທາງທີ່ບໍ່ສັດຊື່; ແມ່ນແຕ່ພວກຜູ້ທຳນວາຍ ແລະພວກປະໂຣຫິດກໍສໍ້ໂກງປະຊາຊົນ.
14
ພວກເຂົາປະພຶດຄືກັບວ່າ ບາດແຜຂອງປະຊາຊົນເຮົານັ້ນເປັນພຽງແຕ່ແປ້ວເທົ່ານັ້ນ. ພວກເຂົາເວົ້າວ່າ, ‘ສະຫງົບສຸກ, ສະຫງົບສຸກ,’ ໃນເມື່ອທຸກສິ່ງບໍ່ໄດ້ສະຫງົບສຸກເລີຍ.
15
ພວກເຂົາອັບອາຍຂາຍໜ້າບໍ ທີ່ໄດ້ກະທຳສິ່ງອັນໜ້າລັງກຽດເຊັ່ນນີ້? ບໍ່ເລີຍ ພວກເຂົາບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຂົາຢູ່ຊື່ໆບໍ່ແດງຊໍ້າ. ສະນັ້ນ ພວກເຂົາຈຶ່ງຈະລົ້ມລົງດັ່ງຄົນອື່ນທີ່ໄດ້ລົ້ມລົງ; ເມື່ອເຮົາລົງໂທດພວກເຂົາກໍແມ່ນຈຸດຈົບສຳລັບພວກເຂົາສາແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
16
ພຣະເຈົ້າຢາເວໄດ້ກ່າວແກ່ປະຊາຊົນຂອງພຣະອົງວ່າ, “ຈົ່ງຢຸດຢູ່ທີ່ທາງສີ່ແຍກແລະແນມເບິ່ງ. ຈົ່ງຖາມຫາຫົນທາງດັ້ງເດີມແລະຫົນທາງອັນດີເລີດນັ້ນວ່າຢູ່ໃສ. ຈົ່ງເດີນໄປຕາມທາງນັ້ນແລະພວກເຈົ້າກໍຈະພົບຄວາມຢູ່ເຢັນເປັນສຸກ.” ແຕ່ພວກເຂົາເວົ້າວ່າ, “ບໍ່ ພວກເຮົາຈະບໍ່ເຮັດດອກ.”
17
ແລ້ວອົງພຣະຜູ້ເປັນເຈົ້າກໍໄດ້ແຕ່ງຕັ້ງຄົນເຝົ້າຍາມ ເພື່ອໃຫ້ເປົ່າແກເຕືອນວ່າ, “ຈົ່ງລະວັງສຽງແກສັນຍານໄພ.” ແຕ່ພວກເຂົາຊໍ້າເວົ້າວ່າ, “ພວກເຮົາຈະບໍ່ຟັງ.”
18
ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ຊົນຊາດທັງຫລາຍເອີຍ ຈົ່ງຟັງແລະຮຽນຮູ້ສິ່ງທີ່ກຳລັງເກີດຂຶ້ນຕໍ່ປະຊາຊົນຂອງເຮົາ
19
ແຜ່ນດິນໂລກເອີຍ ຈົ່ງຟັງເທີ້ນ ເຮົາກຳລັງຈະນຳເອົາໄພພິບັດມາສູ່ປະຊາຊົນເຫຼົ່ານີ້ ຄືໄພພິບັດທີ່ພວກເຂົາສົມຄວນໄດ້ຮັບ ຍ້ອນພວກເຂົາໄດ້ປະຖິ້ມຄຳສັ່ງສອນຂອງເຮົາ ແລະບໍ່ໄດ້ເຊື່ອຟັງຖ້ອຍຄຳຂອງເຮົາ.
20
ມີປະໂຫຍດຫຍັງແກ່ເຮົາແດ່ ທີ່ພວກເຂົາໄດ້ທູບຫອມມາແຕ່ເມືອງເຊບາ ຫລືໄດ້ເຄື່ອງຫອມມາຈາກທາງໄກ? ເຮົາຈະບໍ່ຍອມຮັບເອົາເຄື່ອງຖວາຍຂອງພວກເຂົາ ຫລືຍິນດີກັບເຄື່ອງບູຊາຂອງພວກເຂົາ.
21
ສະນັ້ນ ພຣະເຈົ້າຢາເວຈຶ່ງຈະເຮັດໃຫ້ປະຊາຊົນເຫຼົ່ານີ້ຕຳສະດຸດແລະລົ້ມລົງ. ບັນດາພໍ່ກັບບັນດາລູກຊາຍຈະຕາຍ ເຊັ່ນດຽວກັນກັບບັນດາໝູ່ເພື່ອນມິດສະຫາຍ ແລະບັນດາເພື່ອນບ້ານດ້ວຍ.”
22
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນກຳລັງມາແຕ່ປະເທດໜຶ່ງທາງທິດເໜືອ; ເປັນຊາດໜຶ່ງຊຶ່ງຢູ່ຫ່າງໄກທີ່ມີກຳລັງອຳນາດຕຽມສູ້ຮົບ.
23
ພວກເຂົາຖືໜ້າທະນູກັບດາບ ພວກເຂົາເປັນຄົນຮ້າຍກາດແລະຂາດຄວາມເມດຕາ. ພວກເຂົາຂີ່ມ້າສຽງດັງກຶກກ້ອງ ດັ່ງສຽງຂອງທະເລຄຶກຄະນອງ. ພວກເຂົາຕຽມພ້ອມເຮັດເສິກຕໍ່ສູ້ນະຄອນເຢຣູຊາເລັມ.”
24
ປະຊາຊົນອິດສະຣາເອນເວົ້າວ່າ, “ພໍພວກເຮົາໄດ້ຍິນຂ່າວຂອງເສິກ ມືຂອງພວກເຮົາກໍອ່ອນເພຍລົງ; ພວກເຮົາເປັນທຸກໃຈຫລາຍ ແລະເຈັບປວດໜັກ ເໝືອນດັ່ງແມ່ຍິງທີ່ກຳລັງຈະອອກລູກ.
25
ພວກເຮົາບໍ່ກ້າອອກໄປນອກເມືອງ ຫລືຍ່າງຕາມຖະໜົນຫົນທາງ ເພາະເຫຼົ່າສັດຕູຖືອາວຸດອ້ອມລ້ອມພວກເຮົາຢູ່ ແລະພວກເຮົາກໍຢ້ານກົວພວກເຂົາຫລາຍ.”
26
ອົງພຣະຜູ້ເປັນເຈົ້າກ່າວແກ່ປະຊາຊົນຂອງພຣະອົງວ່າ, “ຈົ່ງນຸ່ງເຄື່ອງເຮັດດ້ວຍຜ້າກະສອບເຂົ້າ ແລະກິ້ງເກືອກຢູ່ໃນຂີ້ເຖົ່າໄຟສາ. ຈົ່ງຮ້ອງໄຫ້ໄວ້ທຸກດ້ວຍຄວາມຂົມຂື່ນ ເໝືອນລູກຊາຍຄົນດຽວໄດ້ຕາຍໄປເຖີດ ຍ້ອນຜູ້ທີ່ມາທຳລາຍພວກເຈົ້ານັ້ນຈະໂຈມຕີໃນທັນທີທັນໃດ.
27
ເຢເຣມີຢາເອີຍ ຈົ່ງທົດສອບເບິ່ງປະຊາຊົນຂອງເຮົາດູ ດັ່ງເຈົ້າທົດລອງໂລຫະ ແລະເບິ່ງວ່າມັນເປັນຢ່າງໃດ.
28
ພວກເຂົາເປັນຄົນກະບົດຢ່າງດື້ດ້ານ ແຂງດັ່ງທອງສຳຣິດແລະເຫລັກກ້າ. ພວກເຂົາທັງໝົດເປັນຄົນສໍ້ໂກງ ແລະທຽວຊອກຫາເວົ້າຂວັນຄົນ.
29
ເຕົາຫລອມລຸກໄໝ້ຢ່າງຮ້ອນແຮງແລ້ວ ແຕ່ຂີ້ໝຽງທີ່ຕິດຢູ່ກັບໂລຫະນັ້ນກໍຍັງບໍ່ຂຸລົງ. ມັນບໍ່ມີປະໂຫຍດຫຍັງທີ່ຈະຫລໍ່ຫລອມປະຊາຊົນຂອງເຮົາຂຶ້ນໃໝ່ ເພາະພວກຄົນຊົ່ວເຫຼົ່ານັ້ນຍັງບໍ່ໄດ້ຖືກກຳຈັດໃຫ້ໝົດສິ້ນໄປ.
30
ຄົນທັງຫລາຍຈະເອີ້ນພວກເຂົາວ່າເປັນຂອງເສດເຫລືອ; ເພາະເຮົາຄືພຣະເຈົ້າຢາເວໄດ້ປະຖິ້ມພວກເຂົາແລ້ວ.”
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52