bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 13
Jeremiah 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 14 →
1
ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າໄປຊື້ເສື້ອຊ້ອນບາງຜືນ ທີ່ເປັນຜ້າປ່ານສຳລັບຂ້າພະເຈົ້າ ແລະໃຫ້ນຸ່ງເສື້ອນັ້ນ; ແຕ່ພຣະອົງໄດ້ບອກຂ້າພະເຈົ້າບໍ່ໃຫ້ຈຸ່ມນໍ້າ.
2
ສະນັ້ນ ຂ້າພະເຈົ້າຈຶ່ງຊື້ເສື້ອມານຸ່ງຕາມຖ້ອຍຄຳຂອງພຣະເຈົ້າຢາເວ.
3
ຕໍ່ມາ ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າເທື່ອທີສອງວ່າ,
4
“ຈົ່ງໄປທີ່ແມ່ນໍ້າເອີຟຣັດ ແລະເຊື່ອງເສື້ອໄວ້ຢູ່ຮູໃນໂງ່ນຫີນ.”
5
ດັ່ງນັ້ນ ຂ້າພະເຈົ້າຈຶ່ງເອົາເສື້ອນັ້ນໄປເຊື່ອງໄວ້ໃກ້ແມ່ນໍ້າ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງຂ້າພະເຈົ້າ.
6
ຫລາຍວັນຕໍ່ມາ ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າ ໃຫ້ກັບຄືນໄປທີ່ແມ່ນໍ້າເອີຟຣັດອີກ ເພື່ອເອົາເສື້ອຊ້ອນເຫຼົ່ານັ້ນມາ.
7
ຂ້າພະເຈົ້າຈຶ່ງກັບຄືນໄປ ແລະເມື່ອພົບບ່ອນທີ່ໄດ້ເຊື່ອງເສື້ອແລ້ວ ຂ້າພະເຈົ້າກໍເຫັນວ່າເສື້ອເຫຼົ່ານັ້ນເປື່ອຍໝົດຈົນໃຊ້ການຫຍັງບໍ່ໄດ້.
8
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍກ່າວແກ່ຂ້າພະເຈົ້າອີກ. ພຣະເຈົ້າຢາເວກ່າວວ່າ,
9
“ດ້ວຍວິທີນີ້ແຫຼະ ເຮົາຈະທຳລາຍຄວາມຈອງຫອງຂອງຢູດາ ແລະຄວາມຈອງຫອງອັນໃຫຍ່ຂອງຊາວນະຄອນເຢຣູຊາເລັມ.
10
ຄົນຊົ່ວເຫຼົ່ານີ້ປະຕິເສດບໍ່ຍອມເຊື່ອຟັງເຮົາ. ພວກເຂົາດື້ດ້ານ ແລະຊົ່ວຊ້າເໝືອນເດີມ; ພວກເຂົາໄດ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ. ສະນັ້ນ ພວກເຂົາຈຶ່ງຈະເປັນດັ່ງເສື້ອຊ້ອນເຫຼົ່ານີ້ຊຶ່ງບໍ່ມີຫຍັງດີເລີຍ.”
11
ພຣະເຈົ້າຢາເວກ່າວວ່າ, “ເສື້ອຊ້ອນຮັດກາຍດີສັນໃດ ເຮົາກໍຢາກໃຫ້ປະຊາຊົນອິດສະຣາເອນແລະຢູດາທັງໝົດເຂົ້າສະໜິດກັບເຮົາດີສັນນັ້ນ. ເຮົາໄດ້ເຮັດເຊັ່ນນີ້ເພື່ອພວກເຂົາຈະໄດ້ເປັນປະຊາຊົນຂອງເຮົາ ຄືຜູ້ທີ່ໃຫ້ຄຳຍ້ອງຍໍສັນລະເສີນ ແລະນຳກຽດສັກສີມາສູ່ນາມຂອງເຮົາ; ແຕ່ພວກເຂົາບໍ່ເຊື່ອຟັງເຮົາ.”
12
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ຈົ່ງບອກປະຊາຊົນອິດສະຣາເອນວ່າ ໄຫທີ່ພວກເຂົາເຮັດໄວ້ນັ້ນແມ່ນສຳລັບໃສ່ເຫຼົ້າອະງຸ່ນ, ແຕ່ຖ້າພວກເຂົາຕອບວ່າ, ‘ແມ່ນແລ້ວ ພວກເຮົາຮູ້ດີ.’
13
ແລ້ວຈົ່ງບອກພວກເຂົາວ່າ ‘ເຮົາຄືພຣະເຈົ້າຢາເວກຳລັງໃຫ້ປະຊາຊົນໃນດິນແດນ ມີເຫຼົ້າອະງຸ່ນດື່ມຢ່າງຫລວງຫລາຍຈົນມືນເມົາ ເຊັ່ນ: ບັນດາກະສັດທີ່ເປັນເຊື້ອສາຍຂອງດາວິດ, ພວກປະໂຣຫິດ, ພວກຜູ້ທຳນວາຍ ແລະຊາວນະຄອນເຢຣູຊາເລັມທັງໝົດ.’
14
ແລ້ວເຮົາຈະທຸບພວກເຂົາດັ່ງໄຫເຫຼົ້າທຸບກັນ ບໍ່ວ່າເຖົ້າຫລືໜຸ່ມກໍຕາມ. ພຣະເຈົ້າຢາເວກ່າວວ່າ, ເຮົາຈະບໍ່ມີຄວາມເມດຕາ, ຄວາມປານີ ຫລືຄວາມສົງສານໃດໆ ເມື່ອເຮົາທຳລາຍພວກເຂົາ.”
15
ປະຊາຊົນອິດສະຣາເອນເອີຍ ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ ຈົ່ງຖ່ອມຕົວລົງ ແລະເຊື່ອຟັງພຣະອົງສາເຖີດ
16
ຈົ່ງຍ້ອງຍໍໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກ່ອນທີ່ພຣະອົງນຳຄວາມມືດໜາມາໃຫ້ ຕາມເທິງໜ່ວຍພູເຂົານັ້ນພວກເຈົ້າຕ່າງກໍຊູນສະດຸດ ກ່ອນແຈ້ງທີ່ພວກເຈົ້າຫວັງກາຍເປັນມືດ.
17
ຖ້າພວກເຈົ້າບໍ່ຍອມຟັງຂ້າພະເຈົ້າກ່າວ ຂ້າພະເຈົ້າຈະລີ້ຮ້ອງໄຫ້ຍ້ອນພວກເຈົ້າຈອງຫອງ. ຂ້າພະເຈົ້າຈະຮ້ອງໄຫ້ຢ່າງຂົມຂື່ນນໍ້າຕາຫລັ່ງໄຫລ ເພາະປະຊາຊົນຂອງພຣະເຈົ້າຢາເວຖືກຈັບໄປເປັນຊະເລີຍສາແລ້ວ.
18
ພຣະເຈົ້າຢາເວກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງບອກກະສັດແລະແມ່ຂອງລາວໃຫ້ລົງຈາກບັນລັງສາ ເພາະມົງກຸດອັນງົດງາມນັ້ນໄດ້ຕົກລົງຈາກຫົວຂອງລາວແລ້ວ.
19
ເມືອງທາງພາກໃຕ້ຂອງຢູດາຍໄດ້ຖືກປິດລ້ອມແລ້ວ ບໍ່ມີຜູ້ໃດເລີຍລອດຊີວິດມາໄດ້. ປະຊາຊົນຢູດາລ້ວນແຕ່ໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.”
20
ນະຄອນເຢຣູຊາເລັມເອີຍ ເບິ່ງພຸ້ນດູ ເຫຼົ່າສັດຕູຂອງເຈົ້າກຳລັງລົງມາແຕ່ທາງທິດເໜືອ ປະຊາຊົນທີ່ອົງພຣະຜູ້ເປັນເຈົ້າໄດ້ມອບໃຫ້ເຈົ້າດູແລນັ້ນຢູ່ໃສ? ຄືປະຊາຊົນທີ່ເຈົ້າພໍໃຈນຳນັ້ນ.
21
ເຈົ້າຈະເວົ້າຢ່າງໃດ ເມື່ອຄົນທີ່ເຈົ້າຄິດວ່າເປັນມິດ ຮົບຊະນະເຈົ້າ ແລະປົກຄອງເຈົ້າ? ເຈົ້າຈະເຈັບປວດດັ່ງຜູ້ຍິງກຳລັງຄອດລູກ.
22
ຖ້າເຈົ້າຖາມວ່າ ເປັນຫຍັງເຫດການທັງໝົດນີ້ຈຶ່ງເກີດຂຶ້ນແກ່ເຈົ້າ ເປັນຫຍັງພວກເຂົາຈຶ່ງແກ້ເສື້ອຂອງເຈົ້າອອກ ແລະຂົ່ມຂືນເຈົ້າ ກໍຍ້ອນບາບຂອງເຈົ້າມີຢ່າງຫລວງຫລາຍ.
23
ຄົນຜິວດຳປ່ຽນຜິວໜັງຂອງຕົນໄດ້ບໍ? ຫລືເສືອດາວຈະລືບຈຸດຕາມໜັງຂອງມັນໄດ້ບໍ? ຖ້າໄດ້ ຖ້າດັ່ງນັ້ນ ເຈົ້າຜູ້ເຄີຍເຮັດແຕ່ການຊົ່ວກໍຮຽນຮູ້ເຮັດການດີໄດ້.
24
ພຣະເຈົ້າຢາເວຈະເຮັດໃຫ້ເຈົ້າກະຈັດກະຈາຍໄປ ດັ່ງແກບທີ່ຖືກລົມຈາກຖິ່ນແຫ້ງແລ້ງກັນດານພັດປິວໄປ.
25
ພຣະເຈົ້າຢາເວກ່າວວ່າ ອັນນີ້ ຈະແມ່ນຊາຕາກຳຂອງເຈົ້າ ອັນນີ້ ແມ່ນສິ່ງທີ່ພຣະອົງໄດ້ຕັດສິນໃຈກະທຳຕໍ່ເຈົ້າ ກໍຍ້ອນເຈົ້າລືມໄລພຣະອົງໄປແລະໄວ້ວາງໃຈໃນຄວາມຕົວະ.
26
ພຣະເຈົ້າຢາເວເອງຈະເປັນຜູ້ແກ້ເຄື່ອງຂອງເຈົ້າອອກ ແລະເຜີຍແບເຈົ້າໃຫ້ອັບອາຍຂາຍໜ້າ.
27
ພຣະອົງໄດ້ເຫັນເຈົ້າເຮັດສິ່ງຕ່າງໆທີ່ພຣະອົງກຽດຊັງ. ພຣະອົງໄດ້ເຫັນເຈົ້າແລ່ນຕາມບັນດາພະຕ່າງຊາດທີ່ເທິງເນີນພູແລະທີ່ທົ່ງນາ ດັ່ງຊາຍຜູ້ໜຶ່ງທີ່ແລ່ນຕາມເມຍຂອງເພື່ອນບ້ານຢ່າງບ້າຕັນຫາ ຫລືດັ່ງມ້າຖືເຊີງແລ່ນຕາມມ້າໂຕແມ່ ຊາວນະຄອນເຢຣູຊາເລັມເອີຍ ເຄາະກຳເປັນຂອງພວກເຈົ້າສາແລ້ວ ເມື່ອໃດນໍພວກເຈົ້າຈຶ່ງຈະບໍຣິສຸດ?
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52