bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 24
Jeremiah 24
Lao Bible 2012 (ພຣະຄຳພີສັກສິ)
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 25 →
1
ພຣະເຈົ້າຢາເວໄດ້ສຳແດງໃຫ້ຂ້າພະເຈົ້າເຫັນໝາກເດື່ອສອງກະຕ່າ ຊຶ່ງວາງໄວ້ຢູ່ຕໍ່ໜ້າພຣະວິຫານຂອງພຣະເຈົ້າຢາເວ. (ເລື່ອງນີ້ໄດ້ເກີດຂຶ້ນ ຫລັງຈາກກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຈັບເຈົ້າເຢໂຮຍອາກິນລູກຊາຍຂອງເຈົ້າເຢໂຮຍອາກິມ ກະສັດແຫ່ງຢູດາຍຈາກນະຄອນເຢຣູຊາເລັມ ໄປຍັງບາບີໂລນພ້ອມກັບພວກຜູ້ນຳຂອງຢູດາຍ, ພວກຊ່າງສີມື ແລະພວກຄົນງານທີ່ຊຳນິຊຳນານ.)
2
ກະຕ່າໜ່ວຍທີໜຶ່ງໄດ້ບັນຈຸໝາກເດື່ອດີ ຄືໝາກທີ່ໄດ້ເກັບແຕ່ຫົວປີ; ກະຕ່າໜ່ວຍທີສອງໄດ້ບັນຈຸໝາກເດື່ອບໍ່ດີ ຄືກິນບໍ່ໄດ້ເລີຍ.
3
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ເຈົ້າເຫັນຫຍັງແດ່?” ຂ້າພະເຈົ້າຕອບວ່າ, “ເຫັນໝາກເດື່ອ ໜ່ວຍດີກໍດີທີ່ສຸດ ແລະໜ່ວຍບໍ່ດີກໍບໍ່ດີຈົນກິນບໍ່ໄດ້.”
4
ສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວແກ່ຂ້າພະເຈົ້າວ່າ,
5
“ພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ ພິຈາລະນາເຫັນວ່າ ປະຊາຊົນທີ່ໄດ້ຖືກຈັບໄປບາບີໂລນນັ້ນເປັນດັ່ງໝາກເດື່ອທີ່ດີ ແລະເຮົາຈະປະຕິບັດຕໍ່ພວກເຂົາຢ່າງໃຈເມດຕາ.
6
ເຮົາຈະເຝົ້າເບິ່ງພວກເຂົາ ແລະຈະນຳພວກເຂົາກັບຄືນມາສູ່ດິນແດນນີ້. ເຮົາຈະກໍ່ສ້າງ ແລະຫລໍ່ຫລອມພວກເຂົາຂຶ້ນ ແລະຈະບໍ່ທຳລາຍພວກເຂົາລົງ; ເຮົາຈະປູກພວກເຂົາໄວ້ ແລະຈະບໍ່ຫລົກພວກເຂົາຖິ້ມ.
7
ເຮົາຈະໃຫ້ພວກເຂົາມີຄວາມປາຖະໜາຢາກຮູ້ຈັກວ່າ ເຮົາແມ່ນພຣະເຈົ້າຢາເວ. ແລ້ວພວກເຂົາກໍຈະເປັນປະຊາຊົນຂອງເຮົາ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ; ເພາະພວກເຂົາຈະກັບຄືນມາຫາເຮົາຢ່າງໝົດຈິດໝົດໃຈ.
8
ສຳລັບກະສັດເຊເດກີຢາແຫ່ງຢູດາຍ, ບັນດາພວກເຈົ້ານາຍຂອງລາວ ແລະປະຊາຊົນໃນນະຄອນເຢຣູຊາເລັມທີ່ຍັງເຫລືອຢູ່ ຄືຜູ້ທີ່ໄດ້ອາໄສຢູ່ໃນດິນແດນ ຫລືໄດ້ຍົກຍ້າຍໄປປະເທດເອຢິບນັ້ນ; ພຣະເຈົ້າຢາເວກ່າວວ່າ ເຮົາຈະປະຕິບັດຕໍ່ພວກເຂົາ ດັ່ງໝາກເດື່ອບໍ່ດີຈົນກິນບໍ່ໄດ້.
9
ເຮົາຈະນຳໄພພິບັດມາສູ່ພວກເຂົາ ຈົນຊົນຊາດທັງຫລາຍຈະເກີດຢ້ານກົວຫຼາຍ. ປະຊາຊົນຈະຫົວເລາະໃສ່ພວກເຂົາ, ເວົ້າສຽດສີພວກເຂົາ, ເວົ້າເຍາະເຍີ້ຍພວກເຂົາ ແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ ໃນທົ່ວທຸກບ່ອນທີ່ພວກເຂົາກະຈັດກະຈາຍໄປ.
10
ເຮົາຈະນຳເສິກສົງຄາມ, ຄວາມຕາຍອຶດຕາຍຫິວ ແລະການເຈັບໄຂ້ໄດ້ປ່ວຍມາສູ່ພວກເຂົາ ຈົນບໍ່ມີຜູ້ໃດໃນພວກເຂົາເຫລືອຢູ່ໃນດິນແດນທີ່ເຮົາໄດ້ມອບໃຫ້ພວກເຂົາ ແລະບັນພະບຸລຸດຂອງພວກເຂົາ.”
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 25 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52