bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 5
Jeremiah 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 6 →
1
ຊາວເຢຣູຊາເລັມເອີຍ ຈົ່ງແລ່ນຜ່ານຫົນທາງເຖີດ ຈົ່ງເບິ່ງອ້ອມໆຂ້າງ ຈົ່ງສັງເກດເບິ່ງເອງເຖີດ ຈົ່ງຄົ້ນເບິ່ງບ່ອນຕ່າງໆ ຕາມຕະຫລາດເບິ່ງດຸ ເຈົ້າພົບຜູ້ໜຶ່ງຜູ້ໃດບໍທີ່ເຮັດໃນສິ່ງທີ່ຖືກຕ້ອງ ແລະສະແຫວງຫາຄວາມຈິງຕໍ່ພຣະເຈົ້າ? ຖ້າພົບ ອົງພຣະຜູ້ເປັນເຈົ້າຈະຍົກໂທດໃຫ້ຄົນເມືອງນີ້.
2
ເຖິງປານນັ້ນ ເຈົ້າກໍຍັງອ້າງວ່ານະມັດສະການພຣະເຈົ້າຢາເວອົງຊົງພຣະຊົນຢູ່. ພວກເຈົ້າບໍ່ໄດ້ເຮັດຕາມຄຳສາບານທີ່ພວກເຈົ້າກ່າວນັ້ນ.
3
ແມ່ນແທ້ ພຣະເຈົ້າຢາເວຊອກຫາຄວາມສັດຊື່ ພຣະອົງຂ້ຽນຕີພວກເຈົ້າ ແຕ່ກໍບໍ່ສົນໃຈຮໍ່າຮຽນ; ພຣະອົງໄດ້ຢຽບຢໍ່າພວກເຈົ້າ ແຕ່ກໍບໍ່ຍອມຮໍ່າຮຽນ ພວກເຈົ້າດື້ດ້ານທັງບໍ່ຍອມຫັນໜີຈາກການບາບ.
4
ແລ້ວຂ້ານ້ອຍກໍຄິດວ່າ, “ພວກເຂົາຂີ້ທຸກ ແລະໂງ່ກັນໝົດ ພວກເຂົາພາກັນປະພຶດຕົວຢ່າງໂງ່ຈ້າແທ້ໆ; ພວກເຂົາບໍ່ຮູ້ຈັກທາງຂອງພຣະເຈົ້າຢາເວ ທັງບໍ່ຮູ້ວ່າພຣະເຈົ້າຂອງພວກເຂົາຢາກໃຫ້ເຮັດຫຍັງຊໍ້າ.
5
ຂ້ານ້ອຍຈະໄປຫາຄົນທີ່ມີອຳນາດ ແລະຈະໄປເວົ້າຈາປາໄສກັບພວກເຂົາເບິ່ງ ແນ່ນອນພວກເຂົາຕ້ອງຮູ້ຈັກທາງຂອງພຣະເຈົ້າຢາເວ ແລະຮູ້ສິ່ງທີ່ພຣະເຈົ້າຕ້ອງການໃຫ້ພວກເຂົາເຮັດ.” ແຕ່ພວກເຂົາບໍ່ຮັບເອົາຣິດເດດອຳນາດຂອງພຣະອົງຈັກຄົນ ແລະປະຕິເສດທີ່ຈະເຊື່ອຟັງພຣະອົງອີກດ້ວຍ.
6
ສະນັ້ນ ຝູງໂຕສິງຈາກປ່າຈະກັດກິນພວກເຂົາ ໝາປ່າແຕ່ຖິ່ນແຫ້ງແລ້ງກັນດານຈະຈີກພວກເຂົາເປັນຕ່ອນ ແລະເສືອດາວຈະດັກສະກັດຢູ່ຕາມເມືອງຂອງພວກເຂົາ ຖ້າອອກໄປ ພວກເຂົາຈະຖືກພວກມັນຈີກເປັນຕ່ອນໆ; ເພາະການບາບທີ່ພວກເຂົາກະທຳມີຢ່າງຫລວງຫລາຍ ພວກເຂົາໄດ້ຫັນໜີຈາກພຣະເຈົ້າເທື່ອແລ້ວເທື່ອອີກ.
7
ພຣະເຈົ້າຢາເວຖາມວ່າ, “ເປັນຫຍັງເຮົາຈຶ່ງຍົກໂທດໃຫ້ປະຊາຊົນຂອງເຮົານໍ? ພວກເຂົາປະຖິ້ມເຮົາໄປຂາບໄຫວ້ພະທີ່ບໍ່ແມ່ນພຣະເຈົ້າ. ເຮົາລ້ຽງພວກເຂົາຈົນອີ່ມ ແຕ່ກໍນອກໃຈເຮົາ ແລະມົ້ວສຸມຢູ່ກັບພວກຍິງແມ່ຈ້າງ.
8
ພວກເຂົາເປັນຄືມ້າເຖິກທີ່ເຮົາລ້ຽງດີມີຕັນຫາຫລາຍ ແຕ່ລະຄົນກໍຢາກໄດ້ເມຍຂອງເພື່ອນບ້ານ.
9
ເພາະເລື່ອງນີ້ ເຮົາຈະບໍ່ຄວນລົງໂທດພວກເຂົາບໍ? ຊົນຊາດບາບດັ່ງນີ້ ຄວນຈະຖືກແກ້ແຄ້ນຫລືບໍ່?
10
ເຮົາຈະໃຊ້ສັດຕູມາຕັດຕົ້ນອະງຸ່ນຂອງພວກເຂົາລົງ ແຕ່ບໍ່ແມ່ນຈະທຳລາຍພວກເຂົາໃຫ້ໝົດຈົນສິ້ນ. ເຮົາຈະບອກເຫຼົ່າສັດຕູໃຫ້ລິງ່າຂອງມັນອອກສາ ເພາະງ່າເຫຼົ່ານັ້ນທັງໝົດບໍ່ໄດ້ເປັນຂອງພຣະເຈົ້າຢາເວ.
11
ຊາວອິດສະຣາເອນທັງຢູດາໄດ້ທໍລະຍົດຕໍ່ເຮົາໝົດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
12
ປະຊາຊົນຂອງພຣະເຈົ້າຢາເວຕ່າງກໍປະຕິເສດພຣະອົງ ໂດຍເວົ້າວ່າ, “ພຣະອົງບໍ່ມີຣິດອຳນາດຫຍັງດອກ. ພວກເຮົາຈະບໍ່ມີຄວາມຍາກລຳບາກ; ພວກເຮົາຈະບໍ່ມີເສິກ ແລະຄວາມອຶດຢາກ.”
13
ພວກເຂົາເວົ້າວ່າ, “ພວກຜູ້ທຳນວາຍບໍ່ມີຫຍັງດອກ ເປັນພຽງແຕ່ຖົງລົມເທົ່ານັ້ນ. ພວກເຂົາບໍ່ມີຖ້ອຍຄຳຫຍັງທີ່ມາຈາກອົງພຣະຜູ້ເປັນເຈົ້າ.” ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ເພາະປະຊາຊົນເຫຼົ່ານີ້ໄດ້ເວົ້າເຊັ່ນນັ້ນ ເຮົາຈະກະທຳໃຫ້ຖ້ອຍຄຳຂອງເຮົາເປັນດັ່ງໄຟທີ່ປາກຂອງເຈົ້າ. ປະຊາຊົນຈະເປັນດັ່ງຟືນ ແລະໄຟຈະໄໝ້ເຜົາຜານພວກເຂົາຖິ້ມ.”
15
ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, “ປະຊາຊົນອິດສະຣາເອນເອີຍ ເຮົາກຳລັງນຳເອົາຊົນຊາດໜຶ່ງຈາກທີ່ຫ່າງໄກມາໂຈມຕີພວກເຈົ້າ. ເປັນຊົນຊາດທີ່ເຂັ້ມແຂງ ແລະແຕ່ດຶກດຳບັນ ເປັນຊົນຊາດໜຶ່ງທີ່ພວກເຈົ້າບໍ່ຮູ້ຈັກພາສາ.
16
ບັນດານັກຍິງໜ້າທະນູຂອງພວກເຂົາເປັນທະຫານທີ່ເກັ່ງກ້າ ແລະຂ້າຄົນໂດຍບໍ່ມີຄວາມເມດຕາ.
17
ພວກເຂົາຈະກິນຜົນລະປູກ ແລະອາຫານຂອງພວກເຈົ້າຈົນໝົດກ້ຽງ; ພວກເຂົາຈະຂ້າລູກຊາຍຍິງທັງຫລາຍຂອງພວກເຈົ້າ. ພວກເຂົາຈະຂ້າຝູງແກະແລະຝູງງົວ ທັງຈະທຳລາຍຕົ້ນອະງຸ່ນ ແລະກົກໝາກເດື່ອເທດຂອງພວກເຈົ້າດ້ວຍ. ເມືອງທີ່ມີປ້ອມປ້ອງກັນຊຶ່ງພວກເຈົ້າໄວ້ວາງໃຈນັ້ນ ກໍຈະຖືກທຳລາຍໂດຍກອງທັບຂອງພວກເຂົາ.”
18
ພຣະເຈົ້າຢາເວກ່າວວ່າ, “ເຖິງແມ່ນເຮົາຈະລົງໂທດພວກເຈົ້າ ໃນວັນເຫຼົ່ານັ້ນກໍຕາມ; ແຕ່ເຮົາກໍຈະບໍ່ທຳລາຍປະຊາຊົນຂອງເຮົາຢ່າງໝົດສິ້ນ.
19
ເຢເຣມີຢາເອີຍ ເມື່ອພວກເຂົາຖາມວ່າ, ດ້ວຍເຫດໃດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງເຮັດສິ່ງເຫຼົ່ານີ້ທັງໝົດ; ຈົ່ງບອກພວກເຂົາວ່າ ເມື່ອພວກເຂົາໄດ້ຫັນໜີຈາກເຮົາໄປຮັບໃຊ້ບັນດາພະຕ່າງຊາດ ໃນດິນແດນຂອງພວກເຂົາເອງສັນໃດ ພວກເຂົາກໍຈະໄດ້ຮັບໃຊ້ຄົນຕ່າງຊາດໃນດິນແດນໜຶ່ງທີ່ບໍ່ເປັນຂອງພວກເຂົາເອງສັນນັ້ນ.”
20
ພຣະເຈົ້າຢາເວກ່າວວ່າ, “ຈົ່ງປະກາດຄວາມນີ້ໃຫ້ບັນດາເຊື້ອສາຍຂອງຢາໂຄບ ແລະຄົນຂອງຢູດາວ່າ:
21
ຊົນຊາດທີ່ໂງ່ຈ້າ ແລະບໍ່ມີຄວາມຄິດເອີຍ ຈົ່ງເອົາໃຈໃສ່ ຜູ້ທີ່ມີຕາ ແຕ່ເບິ່ງບໍ່ເຫັນ ຜູ້ທີ່ມີຫູ ແຕ່ຟັງບໍ່ໄດ້ຍິນ.
22
ເຮົາແມ່ນພຣະເຈົ້າຢາເວ ເປັນຫຍັງພວກເຈົ້າຈຶ່ງບໍ່ຢຳເກງເຮົາ? ເປັນຫຍັງພວກເຈົ້າຈຶ່ງບໍ່ຢ້ານກົວຕົວສັ່ນຕໍ່ໜ້າເຮົາ? ເຮົາເປັນຜູ້ຈັດສັນດິນຊາຍໄວ້ເປັນເຂດອ້ອມທະເລ ເພື່ອໃຫ້ເປັນເຄື່ອງກີດກັ້ນອັນຖາວອນບໍ່ໃຫ້ນໍ້າທະເລຜ່ານໄປໄດ້. ນໍ້າທະເລອາດໂຍກຂຶ້ນໂຍກລົງ ແຕ່ກໍເລີຍຂອບເຂດນັ້ນໄປບໍ່ໄດ້; ຄື້ນທະເລອາດດັງກ້ອງສະໜັ່ນ ແຕ່ກໍຜ່ານໄປບໍ່ໄດ້.
23
ແຕ່ສຳລັບປະຊາຊົນດັ່ງພວກເຈົ້າແລ້ວ ພວກເຈົ້າດື້ດຶງ ແລະເປັນກະບົດ ໂດຍຫັນໜີ ແລະປະຖິ້ມເຮົາໄປ.
24
ພວກເຈົ້າບໍ່ເຄີຍຄິດເລີຍທີ່ຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເຖິງແມ່ນວ່າເຮົາໄດ້ສົ່ງຝົນຍາມລະດູໃບໄມ້ຫລົ່ນ ແລະຝົນຍາມລະດູໃບໄມ້ປົ່ງມາໃຫ້ ແລະໃຫ້ພວກເຈົ້າມີລະດູເກັບກ່ຽວປະຈຳປີກໍຕາມ.
25
ແຕ່ບາບກຳຂອງພວກເຈົ້າຕ່າງຫາກທີ່ກີດກັ້ນສິ່ງດີເຫຼົ່ານີ້ຈາກພວກເຈົ້າ.
26
ບັນດາຄົນຊົ່ວຊ້າໄດ້ອາໄສຢູ່ທ່າມກາງປະຊາຊົນຂອງເຮົາ; ພວກເຂົານອນຄອຍຖ້າ ດັ່ງຄົນຜູ້ໜຶ່ງວາງຕາໜ່າງໄວ້ຈັບນົກ ແຕ່ພວກເຂົາພັດວາງຕາໜ່າງໄວ້ຈັບຄົນ.
27
ນາຍພານຈັບນົກໄດ້ເຕັມກົງຂັງສັນໃດ ພວກເຂົາກໍໄດ້ເຄື່ອງປຸ້ນມາໄວ້ເຕັມເຮືອນສັນນັ້ນ. ເພາະສະນັ້ນ ພວກເຂົາຈຶ່ງມີອຳນາດແລະຮັ່ງມີເປັນດີ
28
ຈຶ່ງຕຸ້ຍພີແລະມີອາຫານກິນຢ່າງອຸດົມສົມບູນ. ການເຮັດຊົ່ວຂອງພວກເຂົາບໍ່ມີຂອບເຂດ. ພວກເຂົາບໍ່ຍອມໃຫ້ລູກກຳພ້າມີສິດທິ ຫລືບໍ່ຍອມໃຫ້ຄວາມຍຸດຕິທຳແກ່ຜູ້ທີ່ຖືກກົດຂີ່.”
29
ພຣະເຈົ້າຢາເວກ່າວວ່າ, “ເຮົາຈະລົງໂທດພວກເຂົາຕໍ່ສິ່ງເຫຼົ່ານັ້ນ; ເຮົາຈະແກ້ແຄ້ນຊົນຊາດນີ້.
30
ເຫດການທີ່ໜ້າຢ້ານ ແລະຕົກໃຈໄດ້ເກີດຂຶ້ນໃນດິນແດນນີ້ແລ້ວ
31
ຄືບັນດາຜູ້ທຳນວາຍກໍເວົ້າແຕ່ຄຳບໍ່ຈິງ ພວກປະໂຣຫິດກໍປົກຄອງຕາມຄຳສັ່ງຂອງພວກຜູ້ທຳນວາຍ ແລະປະຊາຊົນຂອງເຮົາກໍບໍ່ໄດ້ຄັດຄ້ານຫຍັງເລີຍ. ແຕ່ພວກເຂົາຈະເຮັດຢ່າງໃດໃນບັ້ນປາຍ?”
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52