bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 28
Jeremiah 28
Lao Bible 2012 (ພຣະຄຳພີສັກສິ)
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 29 →
1
ໃນປີດຽວກັນນັ້ນ ຄືໃນເດືອນທີຫ້າຂອງຣາຊການປີທີສີ່ຂອງກະສັດເຊເດກີຢາແຫ່ງຢູດາຍ ຜູ້ທຳນວາຍຮານານີຢາລູກຊາຍຂອງອັດຊູຣະ ຊາວເມືອງກີເບໂອນ ໄດ້ເວົ້າຕໍ່ຂ້າພະເຈົ້າໃນວິຫານຂອງພຣະເຈົ້າຢາເວ. ຢູ່ຊ້ອງໜ້າຂອງພວກປະໂຣຫິດ ແລະປະຊາຊົນໃນທີ່ນັ້ນ ລາວໄດ້ເວົ້າຕໍ່ຂ້າພະເຈົ້າວ່າ,
2
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ກ່າວດັ່ງນີ້: “ເຮົາໄດ້ທຳລາຍການຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ.
3
ໃນລະຫວ່າງສອງປີ ເຮົາຈະນຳຊັບສົມບັດທັງໝົດຂອງວິຫານຂອງພຣະເຈົ້າຢາເວ ທີ່ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຢຶດເອົາໄປທີ່ບາບີໂລນນັ້ນກັບຄືນມາທີ່ນີ້.
4
ເຮົາຈະນຳເຢໂຮຍອາກິນ ລູກຊາຍຂອງເຢໂຮຍອາກິມຜູ້ເປັນກະສັດແຫ່ງຢູດາຍ ທີ່ໄດ້ຖືກຈັບໄປບາບີໂລນພ້ອມກັບປະຊາຊົນຢູດາຍນັ້ນກັບຄືນມາຄືກັນ. ພຣະເຈົ້າຢາເວກ່າວວ່າ ເຮົາຈະທຳລາຍການຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ.”
5
ແລ້ວໂດຍຊ້ອງໜ້າຂອງບັນດາປະໂຣຫິດແລະປະຊາຊົນທັງໝົດ ທີ່ກຳລັງຢືນຢູ່ໃນວິຫານຂອງພຣະເຈົ້າຢາເວນັ້ນ ຂ້າພະເຈົ້າກໍກ່າວຕໍ່ຮານານີຢາວ່າ,
6
“ອາແມນ ຂໍໃຫ້ພຣະເຈົ້າຢາເວເຮັດຕາມທີ່ເຈົ້າໄດ້ກ່າວມານັ້ນເຖີດ ຂ້າພະເຈົ້າຫວັງຢ່າງແນ່ນອນວ່າ ພຣະອົງຈະເຮັດໃຫ້ຄຳທຳນວາຍຂອງທ່ານກາຍເປັນຈິງ ແລະນຳເອົາຊັບສົມບັດທັງໝົດຂອງວິຫານຂອງພຣະເຈົ້າຢາເວພ້ອມດ້ວຍປະຊາຊົນທັງໝົດ ທີ່ໄດ້ຖືກຈັບໄປເປັນຊະເລີຍນັ້ນກັບຄືນມາຈາກບາບີໂລນ.
7
ແຕ່ຈົ່ງຟັງສິ່ງທີ່ຂ້າພະເຈົ້າກ່າວຕໍ່ທ່ານ ແລະຕໍ່ປະຊາຊົນ.
8
ພວກຜູ້ທຳນວາຍໄດ້ກ່າວມາຕັ້ງນານແລ້ວ ກ່ອນສະໄໝຂອງຂ້າພະເຈົ້າ ແລະຂອງທ່ານ ໂດຍໄດ້ທຳນວາຍວ່າສົງຄາມ, ການຕາຍອຶດຕາຍຫິວ ແລະການເຈັບໄຂ້ໄດ້ປ່ວຍ ຈະມາຖືກຫລາຍຊົນຊາດແລະອານາຈັກທີ່ມີອຳນາດທັງຫລາຍ.
9
ແຕ່ຜູ້ທຳນວາຍທີ່ທຳນວາຍຄວາມສະຫງົບສຸກຈະຖືກຮັບຮູ້ວ່າ ເປັນຜູ້ທຳນວາຍທີ່ພຣະເຈົ້າຢາເວໄດ້ໃຊ້ມາແທ້ ກໍຕໍ່ເມື່ອຄຳທຳນວາຍນັ້ນກາຍເປັນຈິງ.”
10
ແລ້ວຮານານີຢາກໍປົດເອົາແອກອອກຈາກຄໍຂອງຂ້າພະເຈົ້າ ແລ້ວຫັກແອກເປັນທ່ອນໆ
11
ແລະກ່າວໂດຍຊ້ອງໜ້າປະຊາຊົນທັງໝົດວ່າ, “ພຣະເຈົ້າຢາເວກ່າວວ່າ ພຣະອົງຈະຫັກແອກຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ ທີ່ວາງເທິງຄໍຂອງຊົນຊາດທັງຫລາຍນັ້ນຢ່າງນີ້ແຫຼະ; ແລະພຣະອົງຈະກະທຳການນີ້ພາຍໃນສອງປີ.” ແລ້ວຂ້າພະເຈົ້າກໍຈາກໄປ.
12
ຕໍ່ມາ ຫລັງຈາກເຫດການນີ້ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າ
13
ໃຫ້ໄປກ່າວແກ່ຮານານີຢາດັ່ງນີ້: “ພຣະເຈົ້າຢາເວກ່າວວ່າ ທ່ານອາດຫັກແອກໄມ້ໄດ້, ແຕ່ພຣະອົງ ຈະປ່ຽນມັນເປັນແອກເຫຼັກ.
14
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວວ່າພຣະອົງຈະເອົາແອກເຫຼັກວາງເທິງຊົນຊາດເຫຼົ່ານີ້ ແລະພວກເຂົາຈະຮັບໃຊ້ເນບູກາດເນັດຊາແຫ່ງບາບີໂລນ. ພຣະອົງຈະເຮັດໃຫ້ແມ່ນແຕ່ສັດປ່າຮັບໃຊ້ເພິ່ນ.”
15
ແລ້ວຂ້າພະເຈົ້າກໍບອກເລື່ອງນີ້ແກ່ຮານານີຢາ ໂດຍກ່າວຕື່ມວ່າ, “ຈົ່ງຟັງໃຫ້ດີ ຮານານີຢາ ພຣະເຈົ້າຢາເວບໍ່ໄດ້ໃຊ້ເຈົ້າມາ ແລະເຈົ້າກຳລັງເຮັດໃຫ້ຄົນເຫຼົ່ານີ້ເຊື່ອຄຳຕົວະຍົວະຂອງເຈົ້າ.
16
ສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າພຣະອົງຈະກຳຈັດເຈົ້າ. ກ່ອນໝົດປີນີ້ ເຈົ້າຈະຕາຍເພາະເຈົ້າໄດ້ບອກປະຊາຊົນໃຫ້ກະບົດຕໍ່ສູ້ພຣະເຈົ້າຢາເວ.”
17
ແລ້ວຮານານີຢາກໍຕາຍໃນເດືອນທີເຈັດຂອງປີດຽວກັນນັ້ນ.
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 29 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52