bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 26
Jeremiah 26
Lao Bible 2012 (ພຣະຄຳພີສັກສິ)
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 27 →
1
ຫລັງຈາກເຢໂຮຍອາກິມລູກຊາຍຂອງເຈົ້າໂຢສີຢາ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍບໍ່ເຫິງປານໃດ. ພຣະເຈົ້າຢາເວໄດ້ໃຫ້ຖ້ອຍຄຳນີ້ມາ
2
ພຣະເຈົ້າຢາເວກ່າວວ່າ, “ເຈົ້າຈົ່ງຢືນຢູ່ໃນເດີ່ນຂອງວິຫານຂອງພຣະເຈົ້າຢາເວ ແລະປະກາດຖ້ອຍຄຳທັງໝົດທີ່ເຮົາໄດ້ສັ່ງເຈົ້າໃຫ້ກ່າວຕໍ່ປະຊາຊົນ ທີ່ມາຈາກເມືອງຕ່າງໆຂອງອານາຈັກຢູດາຍເພື່ອນະມັດສະການໃນວິຫານຂອງພຣະເຈົ້າຢາເວ. ຢ່າສູ່ກ່າວໃຫ້ຂາດໄປຈັກຄຳ.
3
ບາງທີປະຊາຊົນຈະຟັງ ແລະຍອມເລີກເຮັດໃນທາງຊົ່ວກໍໄດ້. ຖ້າພວກເຂົາເລີກເຮັດ ເຮົາກໍຈະປ່ຽນຄວາມຕັ້ງໃຈກ່ຽວກັບແຜນການ ທີ່ຈະນຳການທຳລາຍມາສູ່ພວກເຂົາ ຍ້ອນການເຮັດຊົ່ວທັງໝົດຂອງພວກເຂົານັ້ນ.”
4
ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າໃຫ້ກ່າວຕໍ່ປະຊາຊົນວ່າ, “ພຣະເຈົ້າຢາເວໄດ້ກ່າວດັ່ງນີ້: ພວກເຈົ້າຕ້ອງເຊື່ອຟັງເຮົາ ໂດຍເຮັດຕາມຄຳສັ່ງສອນທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້ານັ້ນ
5
ແລະໂດຍເອົາໃຈໃສ່ຕໍ່ຖ້ອຍຄຳທັງຫລາຍຂອງຜູ້ທຳນວາຍ ຄືຜູ້ຮັບໃຊ້ຂອງເຮົາທີ່ເຮົາໄດ້ສືບຕໍ່ສົ່ງມາຫາພວກເຈົ້າ. ພວກເຈົ້າບໍ່ເຄີຍເຊື່ອຟັງສິ່ງທີ່ພວກເຂົາໄດ້ກ່າວ.
6
ຖ້າພວກເຈົ້າສືບຕໍ່ບໍ່ຍອມເຊື່ອຟັງ ແລ້ວເຮົາກໍຈະເຮັດຕໍ່ພຣະວິຫານນີ້ ດັ່ງທີ່ເຮົາໄດ້ເຮັດຕໍ່ເມືອງຊີໂລ ແລະທຸກຊົນຊາດທົ່ວທັງໂລກກໍຈະໃຊ້ຊື່ຂອງເມືອງນີ້ເປັນຄຳສາບແຊ່ງ.”
7
ພວກປະໂຣຫິດ, ພວກຜູ້ທຳນວາຍ ແລະປະຊາຊົນທັງໝົດ ກໍໄດ້ຍິນຂ້າພະເຈົ້າກ່າວຖ້ອຍຄຳເຫຼົ່ານີ້ໃນວິຫານຂອງພຣະເຈົ້າຢາເວ
8
ແລະພໍຂ້າພະເຈົ້າໄດ້ກ່າວສິ່ງທັງໝົດ ທີ່ພຣະເຈົ້າຢາເວໄດ້ສັ່ງໃຫ້ຂ້າພະເຈົ້າກ່າວຈົບແລ້ວ ພວກເຂົາກໍແລ່ນເຂົ້າມາເພື່ອຫຸ້ມຈັບກຸມຂ້າພະເຈົ້າໄວ້ ແລະຮ້ອງຂຶ້ນວ່າ, “ເຈົ້າຄວນຈະຖືກຂ້າຍ້ອນຄຳເວົ້າຂອງເຈົ້າ
9
ເປັນຫຍັງເຈົ້າຈຶ່ງໄດ້ເວົ້າໃນນາມຂອງພຣະເຈົ້າຢາເວວ່າ ວິຫານຂອງພຣະເຈົ້າຢາເວນີ້ຈະກາຍເປັນດັ່ງເມືອງຊີໂລ ແລະກ່າວວ່ານະຄອນນີ້ຈະຖືກທຳລາຍ ແລະບໍ່ມີຜູ້ໃດຢູ່ອາໄສ?” ແລ້ວປະຊາຊົນກໍພາກັນລ້ອມຂ້າພະເຈົ້າໄວ້.
10
ເມື່ອບັນດາພວກເຈົ້ານາຍຂອງຢູດາຍໄດ້ຍິນເຖິງສິ່ງທີ່ເກີດຂຶ້ນ ພວກເຂົາກໍຟ້າວອອກຈາກວັງມາທີ່ວິຫານຂອງພຣະເຈົ້າຢາເວ ແລະໄປນັ່ງທີ່ທາງເຂົ້າປະຕູໃໝ່ຂອງວິຫານຂອງພຣະເຈົ້າຢາເວ.
11
ແລ້ວພວກປະໂຣຫິດກັບພວກຜູ້ທຳນວາຍ ກໍໄດ້ກ່າວຕໍ່ພວກເຈົ້ານາຍ ແລະປະຊາຊົນນັ້ນວ່າ, “ຊາຍຄົນນີ້ສົມຄວນຈະໄດ້ຮັບໂທດເຖິງຕາຍ ເພາະລາວໄດ້ກ່າວໃສ່ຮ້າຍເມືອງຂອງພວກເຮົາ. ພວກທ່ານກໍໄດ້ຍິນກັບຫູຂອງພວກທ່ານເອງແລ້ວ.”
12
ແລ້ວຂ້າພະເຈົ້າກໍກ່າວວ່າ, “ພຣະເຈົ້າຢາເວໄດ້ໃຊ້ຂ້າພະເຈົ້າມາ ເພື່ອປະກາດທຸກໆສິ່ງທີ່ພວກທ່ານໄດ້ຍິນຂ້າພະເຈົ້າກ່າວຕໍ່ສູ້ວິຫານແລະເມືອງນີ້.
13
ແຕ່ບັດນີ້ ພວກທ່ານຕ້ອງປ່ຽນທາງດຳເນີນຊີວິດ ແລະຄວາມປະພຶດ ແລະຕ້ອງເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານ. ຖ້າພວກທ່ານຍອມເຊື່ອຟັງ ພຣະເຈົ້າຢາເວຈະປ່ຽນຄວາມຕັ້ງໃຈກ່ຽວກັບການທຳລາຍ ຊຶ່ງພຣະອົງໄດ້ກ່າວວ່າຈະນຳມາສູ່ພວກທ່ານ.
14
ສຳລັບຂ້າພະເຈົ້ານັ້ນແມ່ນຢູ່ໃນກຳມືຂອງພວກທ່ານແລ້ວ ຈົ່ງເຮັດກັບຂ້າພະເຈົ້າຕາມທີ່ພວກທ່ານເຫັນດີແລະຖືກຕ້ອງເທີ້ນ.
15
ແຕ່ຈົ່ງແນ່ໃຈໃນເລື່ອງນີ້ ຄືຖ້າພວກທ່ານສັງຫານຂ້າພະເຈົ້າ ພວກທ່ານແລະຊາວເມືອງນີ້ກໍຈະມີຄວາມຜິດໃນຖານຂ້າຄົນບໍ່ມີຄວາມຜິດ ເພາະແມ່ນພຣະເຈົ້າຢາເວທີ່ໄດ້ໃຊ້ຂ້າພະເຈົ້າມາເຕືອນພວກທ່ານໃນເລື່ອງນີ້.”
16
ແລ້ວພວກເຈົ້ານາຍແລະປະຊາຊົນກໍເວົ້າຕໍ່ບັນດາປະໂຣຫິດ ແລະພວກຜູ້ທຳນວາຍວ່າ, “ຊາຍຄົນນີ້ໄດ້ເວົ້າກັບພວກເຮົາ ໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ; ລາວບໍ່ສົມຄວນຖືກສັງຫານ.”
17
ຫລັງຈາກນັ້ນ ເຖົ້າແກ່ບາງຄົນຈຶ່ງຢືນຂຶ້ນ ແລະເວົ້າກັບປະຊາຊົນທີ່ໄດ້ມາເຕົ້າໂຮມກັນວ່າ,
18
“ເມື່ອເຈົ້າເຮເຊກີຢາເປັນກະສັດແຫ່ງຢູດາຍນັ້ນ ຜູ້ທຳນວາຍມີກາແຫ່ງໂມເຣເຊັດໄດ້ບອກປະຊາຊົນທຸກຄົນວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້: ‘ພູເຂົາຊີໂອນເອີຍ ເຈົ້າຈະຖືກໄຖດັ່ງໄຖນາ ນະຄອນເຢຣູຊາເລັມຈະເປັນກອງສິ່ງເພພັງຮົກຮ້າງ ສ່ວນເທິງເນີນພູບ່ອນທີ່ຕັ້ງວິຫານ ກໍຈະກາຍເປັນປ່າດົງພົງໄພຈົນສິ້ນ.’
19
ກະສັດເຮເຊກີຢາແລະປະຊາຊົນຢູດາບໍ່ໄດ້ປະຫານຊີວິດມີກາ. ແຕ່ເຈົ້າເຮເຊກີຢາກັບໄດ້ຢຳເກງພຣະເຈົ້າຢາເວ ແລະໄດ້ພະຍາຍາມປະພຶດຕົນໃຫ້ພຣະອົງພໍໃຈ. ແລ້ວພຣະເຈົ້າຢາເວກໍໄດ້ປ່ຽນຄວາມຕັ້ງໃຈໂດຍບໍ່ໄດ້ນຳໄພພິບັດ ທີ່ພຣະອົງໄດ້ກ່າວໄວ້ນັ້ນມາສູ່ພວກເຂົາແຕ່ຢ່າງໃດ. ແຕ່ບັດນີ້ ພວກເຮົາກຳລັງນຳໄພພິບັດອັນໜ້າຢ້ານກົວມາສູ່ພວກເຮົາເອງ.” (
20
ມີຊາຍຜູ້ໜຶ່ງອີກທີ່ຊື່ວ່າອຸຣິຢາ ລູກຊາຍຂອງເຊມາອີຢາ ຊາວເມືອງກີຣີອາດເຢອາຣີມ ໄດ້ກ່າວໃນນາມຂອງພຣະເຈົ້າຢາເວຕໍ່ສູ້ເມືອງນີ້ ແລະກ່າວຕໍ່ສູ້ປະເທດຊາດດັ່ງເຢເຣມີຢາໄດ້ກ່າວ.
21
ເມື່ອກະສັດເຢໂຮຍອາກິມກັບທະຫານ ພ້ອມຂ້າຣາຊການຂອງເພິ່ນໄດ້ຍິນສິ່ງທີ່ອຸຣິຢາໄດ້ກ່າວນັ້ນ ກະສັດກໍໄດ້ພະຍາຍາມສັງຫານລາວ, ແຕ່ອຸຣິຢາໄດ້ຮູ້ເລື່ອງກ່ອນ; ສະນັ້ນ ລາວຈຶ່ງໜີໄປຢ່າງຕົກໃຈກົວ ແລະໂຕນໄປຢູ່ປະເທດເອຢິບ.
22
ແຕ່ກະສັດເຢໂຮຍອາກິມຍັງໄດ້ສົ່ງເອນນາທານລູກຊາຍຂອງອັກໂບຣະ ແລະບາງຄົນໄປປະເທດເອຢິບເພື່ອຈັບເອົາອຸຣິຢາກັບຄືນມາ.
23
ພວກເຂົາໄດ້ນຳລາວກັບຄືນມາຫາກະສັດເຢໂຮຍອາກິມ ແລ້ວເພິ່ນກໍໄດ້ປະຫານຊີວິດລາວເສຍ ທັງໄດ້ໂຍນຊາກສົບຂອງລາວເຂົ້າໄປໃນບ່ອນຝັງສົບຂອງປະຊາຊົນທົ່ວໄປ.)
24
ແຕ່ເພາະຂ້າພະເຈົ້າໄດ້ຮັບການສະໜັບສະໜູນຈາກອາຮິກຳລູກຊາຍຂອງຊາຟານ; ຂ້າພະເຈົ້າຈຶ່ງບໍ່ໄດ້ຖືກມອບໃຫ້ປະຊາຊົນປະຫານຊີວິດ.
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 27 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
Recommended Reading
Commentary
Jeremiah Commentaries
→
Devotional
Jeremiah Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→