bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 16
Jeremiah 16
Lao Bible 2012 (ພຣະຄຳພີສັກສິ)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 17 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າອີກວ່າ,
2
“ຢ່າແຕ່ງງານຫລືມີລູກໃນບ່ອນຢ່າງນີ້ເລີຍ.
3
ພຣະເຈົ້າຢາເວຈະບອກເຈົ້າເຖິງສິ່ງທີ່ກຳລັງຈະເກີດຂຶ້ນຕໍ່ພວກເດັກນ້ອຍທີ່ເກີດໃນບ່ອນນີ້ ແລະຕໍ່ພໍ່ແມ່ຂອງພວກເຂົາ.
4
ພວກເຂົາຈະຕາຍດ້ວຍການເຈັບໄຂ້ໄດ້ປ່ວຍໜັກ ແລະຈະບໍ່ມີຜູ້ໃດໄວ້ທຸກໃຫ້ພວກເຂົາ ແລະຝັງພວກເຂົາໄວ້. ຊາກສົບຂອງພວກເຂົາຈະຢຽດຢາຍດັ່ງກອງຝຸ່ນຢູ່ຕາມເທິງໜ້າດິນ. ພວກເຂົາຈະຖືກຂ້າໃນສົງຄາມ ຫລືຕາຍອຶດຕາຍຢາກ ແລະຊາກສົບຂອງພວກເຂົາຈະເປັນອາຫານສຳລັບຝູງນົກ ແລະຝູງສັດປ່າ.”
5
ເພາະພຣະເຈົ້າຢາເວກ່າວວ່າດັ່ງນີ້: “ເຈົ້າບໍ່ຕ້ອງເຂົ້າໄປໃນເຮືອນທີ່ກຳລັງໄວ້ທຸກ. ຢ່າໂສກເສົ້າໃຫ້ຜູ້ໃດຜູ້ໜຶ່ງ. ເຮົາຈະບໍ່ອວຍພອນປະຊາຊົນຂອງເຮົາໃຫ້ມີສັນຕິສຸກ ຫລືສະແດງຄວາມຮັກແລະເມດຕາແກ່ພວກເຂົາຕໍ່ໄປອີກແລ້ວ. ພຣະເຈົ້າຢາເວກ່າວດັ່ງນັ້ນ.
6
ທັງຄົນຮັ່ງມີແລະຄົນຍາກຈົນຈະຕາຍຢູ່ໃນດິນແດນນີ້ ແຕ່ບໍ່ມີຜູ້ໃດຈະຝັງພວກເຂົາໄວ້ ແລະໄວ້ທຸກໃຫ້ພວກເຂົາ. ບໍ່ມີຜູ້ໃດຈະຂີດຕົວເອງ ຫລືແຖຫົວສະແດງຄວາມໂສກເສົ້າຂອງຕົນ.
7
ບໍ່ມີຜູ້ໃດຈະກິນແລະດື່ມກັບຄົນໜຶ່ງຄົນໃດເພື່ອເລົ້າໂລມໃຈກັນ ເມື່ອຄົນທີ່ຕົນຮັກຕາຍໄປ. ບໍ່ມີຜູ້ໃດຈະສະແດງຄວາມເຫັນອົກເຫັນໃຈຕໍ່ກັນແລະກັນ ແມ່ນແຕ່ຕໍ່ຜູ້ທີ່ສູນເສຍພໍ່ຫລືແມ່ກໍດີ.
8
ຢ່າເຂົ້າໄປໃນເຮືອນທີ່ຄົນກຳລັງກິນລ້ຽງກັນ. ຢ່ານັ່ງລົງກິນແລະດື່ມກັບພວກເຂົາ.
9
ຈົ່ງຟັງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວ: ເຮົາຈະເຮັດໃຫ້ສຽງມ່ວນຊື່ນເຮຮາ ແລະສຽງເຈົ້າບ່າວເຈົ້າສາວ ທີ່ມີຄວາມສຸກໃນພິທີແຕ່ງງານສຸດສິ້ນລົງ. ປະຊາຊົນໃນທີ່ນີ້ຈະມີຊີວິດຢູ່ຈົນໄດ້ເຫັນເຫດການນີ້ເກີດຂຶ້ນ.”
10
“ເມື່ອເຈົ້າບອກພວກເຂົາສິ່ງທັງໝົດນັ້ນແລ້ວ ພວກເຂົາກໍຈະຖາມເຈົ້າວ່າ, ‘ເປັນຫຍັງພຣະເຈົ້າຢາເວຈຶ່ງລົງໂທດພວກເຂົາໜັກແທ້.’ ພວກເຂົາຈະຖາມວ່າ, ‘ພວກເຮົາມີຄະດີຫຍັງ ແລະໄດ້ເຮັດບາບຫຍັງຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາແດ່.’
11
ແລ້ວເຈົ້າຈົ່ງບອກພວກເຂົາວ່າ ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ ‘ບັນພະບຸລຸດຂອງພວກເຈົ້າໄດ້ຫັນໜີຈາກເຮົາໄປຂາບໄຫວ້ແລະຮັບໃຊ້ພະອື່ນ. ພວກເຂົາໄດ້ປະຖິ້ມເຮົາແລະບໍ່ໄດ້ປະຕິບັດຕາມຄຳສັ່ງສອນຂອງເຮົາ.
12
ແຕ່ພວກເຈົ້າໄດ້ເຮັດບາບຫລາຍກວ່າ ບັນພະບຸລຸດຂອງພວກເຈົ້າອີກ. ພວກເຈົ້າທຸກຄົນດື້ດ້ານແລະຊົ່ວຊ້າ ແລະພວກເຈົ້າກໍບໍ່ໄດ້ເຊື່ອຟັງເຮົາເລີຍ.
13
ສະນັ້ນ ເຮົາຈຶ່ງຈະໂຍນພວກເຈົ້າອອກຈາກດິນແດນນີ້ ເຂົ້າໄປໃນດິນແດນໜຶ່ງ ທີ່ທັງພວກເຈົ້າເອງແລະບັນພະບຸລຸດຂອງພວກເຈົ້າ ບໍ່ເຄີຍຮູ້ຈັກມາກ່ອນ. ຢູ່ໃນທີ່ນັ້ນ ພວກເຈົ້າຈະຮັບໃຊ້ບັນດາພະອື່ນທັງເວັນທັງຄືນ ແລະເຮົາຈະບໍ່ເມດຕາພວກເຈົ້າເລີຍ.”’
14
ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ປະຊາຊົນຈະບໍ່ກ່າວຕໍ່ໄປອີກວ່າ, ‘ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ຜູ້ທີ່ໄດ້ນຳປະຊາຊົນອິດສະຣາເອນອອກມາຈາກປະເທດເອຢິບ.’
15
ແຕ່ພວກເຂົາຈະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ຜູ້ໄດ້ນຳປະຊາຊົນອິດສະຣາເອນອອກມາຈາກດິນແດນທາງທິດເໜືອ ແລະອອກມາຈາກປະເທດຕ່າງໆ ທີ່ພຣະອົງໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປນັ້ນ.’ ເຮົາຈະນຳພວກເຂົາກັບຄືນມາສູ່ດິນແດນເດີມຂອງພວກເຂົາ ຄືດິນແດນຊຶ່ງເຮົາໄດ້ໃຫ້ແກ່ບັນພະບຸລຸດຂອງພວກເຂົານັ້ນ.”
16
ພຣະເຈົ້າຢາເວກ່າວວ່າ, “ເຮົາກຳລັງຈະສົ່ງຄົນຈັບປາຫລາຍຄົນ ມາຈັບປະຊາຊົນເຫຼົ່ານີ້. ແລ້ວເຮົາກໍຈະສົ່ງນາຍພານຫລາຍຄົນ ມາໂຫ່ພວກເຂົາລົງຈາກເທິງພູເຂົາ ແລະເນີນພູທຸກໜ່ວຍ ແລະເຂົ້າໄປໃນຖໍ້າແລະໃນໂງ່ນຫີນ.
17
ເຮົາເຫັນທຸກໆສິ່ງທີ່ພວກເຂົາເຮັດ. ບໍ່ມີສິ່ງໃດປິດບັງຈາກເຮົາໄປໄດ້. ບາບຂອງພວກເຂົາຫລົບຫລີກຈາກສາຍຕາຂອງເຮົາບໍ່ໄດ້ດອກ.
18
ເຮົາຈະໃຫ້ພວກເຂົາໄດ້ຮັບໂທດກຳສອງເທົ່າ ສຳລັບການບາບແລະຄວາມຊົ່ວຊ້າທີ່ພວກເຂົາໄດ້ເຮັດ ເພາະພວກເຂົາໄດ້ເຮັດໃຫ້ດິນແດນຂອງເຮົາເປັນມົນທິນ ໂດຍສ້າງຮູບເຄົາຣົບທີ່ບໍ່ມີຊີວິດແລະໂດຍມີພະປອມເຕັມທົ່ວທັງດິນແດນ.”
19
ຂ້າແດ່ພຣະເຈົ້າຢາເວ ພຣະອົງແມ່ນຜູ້ທີ່ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ ແລະໃຫ້ກຳລັງວັງຊາແກ່ຂ້ານ້ອຍ; ພຣະອົງໄດ້ຊ່ວຍຂ້ານ້ອຍໃນຍາມເດືອດຮ້ອນ. ຊົນຊາດທັງຫລາຍຈະມາຫາພຣະອົງຈາກສົ້ນສຸດແຜ່ນດິນໂລກ ແລະກ່າວວ່າ, “ບັນພະບຸລຸດຂອງພວກຂ້ານ້ອຍບໍ່ມີຫຍັງເລີຍ; ມີແຕ່ພະປອມເທົ່ານັ້ນຄືຮູບເຄົາຣົບທັງຫລາຍທີ່ບໍ່ມີປະໂຫຍດ.
20
ຄົນໜຶ່ງເຮັດພະຂອງຕົນໄດ້ບໍ? ບໍ່ໄດ້ດອກ; ຖ້າລາວເຮັດໄດ້ ສິ່ງທີ່ລາວເຮັດນັ້ນກໍບໍ່ແມ່ນພຣະແທ້.”
21
“ເພາະສະນັ້ນ ເຮົາຈະເຮັດໃຫ້ຊົນຊາດຕ່າງໆ ຮູ້ຣິດເດດ ແລະຄວາມຍິ່ງໃຫຍ່ຂອງເຮົາຄັ້ງດຽວແລ້ວພໍ; ພວກເຂົາຈະຮູ້ວ່ານາມຊື່ຂອງເຮົາແມ່ນພຣະເຈົ້າຢາເວ.”
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52