bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 9
Jeremiah 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 10 →
1
“ຂ້ານ້ອຍຢາກໃຫ້ຫົວຂອງຂ້ານ້ອຍ ເປັນບໍ່ນໍ້າພຸບໍ່ໜຶ່ງເດ ແລະຕາຂອງຂ້ານ້ອຍກໍຄືກັນ ເປັນນໍ້າພຸແຫ່ງນໍ້າຕາດ້ວຍ ເພື່ອວ່າຂ້ານ້ອຍຈະຮ້ອງໄຫ້ທັງເວັນທັງຄືນ ໃຫ້ປະຊາຊົນຂອງຂ້ານ້ອຍທີ່ໄດ້ຖືກສັງຫານຖິ້ມ.
2
ຂ້ານ້ອຍຢາກມີບ່ອນໜຶ່ງໃນຖິ່ນແຫ້ງແລ້ງກັນດານ ບ່ອນທີ່ຂ້ານ້ອຍຫລົບໜີຈາກປະຊາຊົນຂອງຂ້ານ້ອຍໄດ້. ພວກເຂົາລ້ວນແລ້ວແຕ່ເປັນຄົນຫລີ້ນຊູ້ກັນທັງໝົດ ເປັນປະຊາຊົນອັນແໜ້ນໜາທີ່ກະບົດຄົດລ້ຽວ.
3
ພວກເຂົາຕຽມພ້ອມທີ່ຈະເວົ້າຕົວະຢູ່ສະເໝີ ຄວາມບໍ່ສັດຊື່ແທນຄວາມຈິງປົກຄອງດິນແດນນີ້.” ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຂອງເຮົາເຮັດຊົ່ວແລ້ວເຮັດຊົ່ວອີກ ທັງບໍ່ໄດ້ຮັບຮູ້ເຮົາວ່າເປັນພຣະເຈົ້າຂອງພວກເຂົາ.”
4
ທຸກຄົນຕ້ອງເຝົ້າຈ້ອງເບິ່ງກັນດ້ວຍຄວາມສົງໄສ ແລະບໍ່ມີຜູ້ໃດໄວ້ວາງໃຈອ້າຍເອື້ອຍນ້ອງຂອງຕົນໄດ້; ພວກເຂົາທຸກຄົນຫລອກລວງ ເກັ່ງຄືຢາໂຄບຫລອກລວງ ທຸກຄົນຕ່າງກໍປະຫັດປະຫານໝູ່ເພື່ອນຂອງຕົນຖິ້ມ.
5
ພວກເຂົາລ້ວນແຕ່ເຮັດໃຫ້ໝູ່ເພື່ອນຫລົງຜິດໄປ ບໍ່ມີແມ່ນແຕ່ຄົນດຽວບອກຄວາມຈິງໃຫ້ກັນຮູ້; ພວກເຂົາໄດ້ຝຶກແອບລີ້ນຂອງພວກເຂົາໃຫ້ເວົ້າຕົວະ ພວກເຂົາຈະບໍ່ຍອມເຊົາການບາບຂອງພວກເຂົາ. ພວກເຂົາກໍ່ຄວາມຮຸນແຮງຂຶ້ນ ແລະກໍ່ອີກເທື່ອໃໝ່ ແລະກໍ່ການຫລອກລວງຂຶ້ນ ແລະກໍ່ອີກທີ. ພວກເຂົາຕ່າງກໍພາກັນປະຕິເສດທີ່ຈະຮັບຮູ້ເຮົາ ອົງພຣະຜູ້ເປັນເຈົ້າກ່າວວ່າພວກເຂົາປະຖິ້ມພຣະອົງແລ້ວ.
7
ເພາະເຫດນີ້ແຫຼະ ພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ຈຶ່ງກ່າວວ່າ, “ເຮົາຈະຫລອມປະຊາຊົນຂອງເຮົາ ດັ່ງທີ່ເຮົາຫລອມໂລຫະ ແລະໃຫ້ພວກເຂົາປະເຊີນກັບການທົດລອງ ມີຫຍັງແດ່ທີ່ຊ່ວຍເຫລືອ ເມື່ອພວກເຂົາມັກເຮັດຊົ່ວ?
8
ລີ້ນພວກເຂົາເປັນດັ່ງລູກທະນູນຳສູ່ຄວາມຕາຍ ພວກເຂົາເວົ້າຈາປາໄສຕົວະຍົວະຢູ່ເລື້ອຍໆ. ທຸກຄົນເວົ້າຕໍ່ເພື່ອນບ້ານຢ່າງສັນເພື່ອນມິດທີ່ດີ ແຕ່ຈິດໃຈແທ້ຈິງ ພັດມີອຸບາຍກຳລັງວາງໄວ້.
9
ຈະບໍ່ໃຫ້ເຮົາລົງໂທດພວກເຂົາເພາະສິ່ງນີ້ບໍ? ຈະບໍ່ໃຫ້ເຮົາແກ້ແຄ້ນບໍ ຊົນຊາດທີ່ເປັນຢ່າງນີ້?” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
10
ຂ້ານ້ອຍກ່າວວ່າ, “ຂ້ານ້ອຍຈະໄວ້ທຸກໃຫ້ໜ່ວຍພູເຂົາ ແລະຮ້ອງໄຫ້ຮໍ່າໄຮໃຫ້ທົ່ງຫຍ້າດ້ວຍ ເພາະມັນໄດ້ຫ່ຽວແຫ້ງ ແລະຕາຍໄປໝົດ ບໍ່ມີຜູ້ໃດທ່ອງທ່ຽວໄປຕາມບ່ອນທີ່ກ່າວນັ້ນ. ບໍ່ໄດ້ຍິນສຽງຝູງສັດລ້ຽງຮ້ອງຕໍ່ໄປອີກເລີຍ ຝູງນົກແລະສັດປ່າປົບໜີໄປໝົດສາແລ້ວ.”
11
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຈະໃຫ້ນະຄອນເຢຣູຊາເລັມເປັນກອງສິ່ງເພພັງ ເປັນບ່ອນໜຶ່ງທີ່ຝູງໝາປ່າພາກັນອາໄສຢູ່; ເມືອງຢູດາຍຈະກາຍເປັນຖິ່ນແຫ້ງແລ້ງກັນດານ ເປັນບ່ອນໜຶ່ງຊຶ່ງບໍ່ມີຄົນອາໄສຢູ່.”
12
ຂ້ານ້ອຍໄດ້ຖາມວ່າ, “ຂ້າແດ່ພຣະເຈົ້າຢາເວ ເປັນຫຍັງດິນແດນນີ້ຈຶ່ງຖືກທຳລາຍ ແລະແຫ້ງແລ້ງດັ່ງຖິ່ນທຸລະກັນດານ ຈົນວ່າບໍ່ມີຜູ້ໃດທ່ອງທ່ຽວຜ່ານໄປມາເລີຍ? ຜູ້ໃດແດ່ສະຫລາດພໍທີ່ຈະເຂົ້າໃຈເລື່ອງນີ້ໄດ້? ພຣະອົງໄດ້ອະທິບາຍໃຫ້ຜູ້ໃດຟັງແດ່ ເພື່ອລາວຈະບອກຄົນອື່ນໃຫ້ຮູ້ໄດ້?”
13
ພຣະເຈົ້າຢາເວຈຶ່ງຕອບວ່າ, “ເຫດການນີ້ເກີດຂຶ້ນ ຍ້ອນປະຊາຊົນຂອງເຮົາໄດ້ປະຖິ້ມຄຳສັ່ງສອນທີ່ເຮົາໄດ້ມອບໃຫ້ພວກເຂົາ. ພວກເຂົາບໍ່ໄດ້ເຊື່ອຟັງເຮົາ ຫລືເຮັດໃນສິ່ງທີ່ເຮົາໄດ້ບອກພວກເຂົາ.
14
ແຕ່ພວກເຂົາຊໍ້າດື້ດ້ານ ແລະຂາບໄຫວ້ຮູບພະບາອານ ດັ່ງພໍ່ຂອງພວກເຂົາໄດ້ສອນໃຫ້ພວກເຂົາເຮັດ.
15
ສະນັ້ນ ຈົ່ງຟັງສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈະເຮັດດັ່ງນີ້: ເຮົາຈະໃຫ້ປະຊາຊົນຂອງເຮົາກິນພືດຂົມ ແລະດື່ມຂອງມີພິດ.
16
ເຮົາຈະໃຫ້ພວກເຂົາກະຈັດກະຈາຍໄປໃນທ່າມກາງບັນດາຊົນຊາດ ຊຶ່ງພວກເຂົາເອງແລະບັນພະບຸລຸດຂອງພວກເຂົາບໍ່ເຄີຍໄດ້ຍິນຊື່ມາກ່ອນ; ແລະເຮົາຈະສົ່ງກອງທັບທັງຫລາຍມາຕໍ່ສູ້ພວກເຂົາ ຈົນກວ່າເຮົາໄດ້ທຳລາຍພວກເຂົາຢ່າງໝົດສິ້ນ.”
17
ພຣະເຈົ້າຢາເວອົງຊົງຣິດຍິ່ງໃຫຍ່ກ່າວວ່າ, “ຈົ່ງຄິດເບິ່ງໃຫ້ດີໆ ສິ່ງທີ່ກຳລັງເກີດຂຶ້ນມານັ້ນ ຈົ່ງເອີ້ນພວກທີ່ໄວ້ທຸກໃຫ້ພ້ອມພາກັນມາ ຈົ່ງເອີ້ນພວກແມ່ຍິງມາຮ້ອງເພງປົງສົບກັນເຖີດ.”
18
ແລ້ວປະຊາຊົນກໍໄດ້ພາກັນເວົ້າວ່າ, “ຈົ່ງບອກພວກເຂົາຟ້າວຮ້ອງເພງປົງສົບໃຫ້ສາ ຈົນກວ່າເບົ້າຕາພວກເຮົານັ້ນເຕັມດ້ວຍນໍ້າຕາ ແລະຂົນຕາພວກເຮົາປຽກຊຸ່ມເພາະຮ້ອງໄຫ້.”
19
ຈົ່ງຟັງສຽງຮ້ອງໄຫ້ທີ່ເທິງພູເຂົາຊີໂອນວ່າ, “ພວກເຮົາຖືກອັບອາຍທີ່ສຸດ ໄພພິບັດມາຮອດ ພວກເຮົາຈຳຕ້ອງໜີຈາກດິນແດນຂອງພວກເຮົາໄປ ບ້ານເຮືອນຂອງພວກເຮົາກໍຖືກທຳລາຍລົງກ້ຽງ.”
20
ຂ້ານ້ອຍກ່າວວ່າ, “ພວກແມ່ຍິງເອີຍ ຈົ່ງເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ ຈົ່ງເອົາໃຈໃສ່ຕໍ່ຖ້ອຍຄຳທີ່ພຣະອົງບອກສອນພວກເຈົ້າ. ຈົ່ງສັ່ງສອນລູກສາວພວກເຈົ້າວ່າຄວນໄວ້ທຸກຢ່າງໃດ ຕະຫລອດທັງເພື່ອນໆຂອງພວກເຈົ້າດ້ວຍ.
21
ທາງປ່ອງຢ້ຽມນັ້ນຄວາມຕາຍໄດ້ຜ່ານເຂົ້າມາ ເຂົ້າມາເຖິງຣາຊວັງດ້ວຍ; ມັນຟັນພວກເດັກນ້ອຍຕາມທ້ອງຖະໜົນຫົນທາງ ຟັນຊາວໜຸ່ມທັງຫລາຍຕາມທ້ອງຕະຫລາດ.
22
ຊາກສົບຄົນຕາຍເດຍລະດາດຢູ່ທຸກບ່ອນ ດັ່ງກອງຝຸ່ນຖືກປະໄວ້ຕາມທ້ອງທົ່ງນານັ້ນ ດັ່ງຟ່ອນເຂົ້າຖືກຕັດປະໄວ້ທາງຫລັງຄົນເກັບກ່ຽວ ຊຶ່ງບໍ່ມີຜູ້ໃດຮິບໂຮມຟ່ອນເຂົ້າເຫຼົ່ານັ້ນໄວ້ເລີຍ. ສິ່ງນີ້ແຫລະ ທີ່ພຣະເຈົ້າຢາເວໄດ້ບອກໃຫ້ຂ້ານ້ອຍຟັງ ເພື່ອສັ່ງຂ້ານ້ອຍໄປເວົ້າໃຫ້ຄົນອື່ນຟັງຕໍ່.”
23
ພຣະເຈົ້າຢາເວກ່າວວ່າ, “ຄົນສະຫລາດບໍ່ຄວນອວດ ເຖິງສະຕິປັນຍາທີ່ຕົນມີຢູ່ນັ້ນ; ຄົນແຂງແຮງກໍບໍ່ຄວນອວດເຖິງເຮື່ອແຮງຂອງຕົນ ຄົນຮັ່ງມີກໍບໍ່ຄວນອວດເຖິງຊັບສົມບັດຂອງຕົນດ້ວຍ.
24
ຖ້າຜູ້ໃດຜູ້ໜຶ່ງຢາກອວດອ້າງອອກມາ ໃຫ້ອວດວ່າຕົນຮູ້ ແລະເຂົ້າໃຈເຮົາກໍດີກວ່າ ເພາະເຮົາຄືພຣະເຈົ້າຢາເວຜູ້ສຳແດງຄວາມຮັກທີ່ໝັ້ນຄົງ ເຮົາກະທຳສິ່ງທີ່ທ່ຽງທຳ ແລະສິ່ງທີ່ຖືກຕ້ອງເທິງແຜ່ນດິນໂລກ. ແມ່ນສິ່ງເຫຼົ່ານັ້ນແຫລະ ທີ່ເຮັດໃຫ້ເຮົາພໍໃຈ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
25
ພຣະເຈົ້າຢາເວກ່າວວ່າ, “ເຖິງເວລາແລ້ວທີ່ເຮົາຈະລົງໂທດປະຊາຊົນເອຢິບ, ຢູດາ, ເອໂດມ, ອໍາໂມນ, ໂມອາບ ແລະປະຊາຊົນທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານ. ພວກນີ້ຕັດຜົມຂອງພວກເຂົາສັ້ນໆ. ປະຊາຊົນເຫຼົ່ານີ້ລ້ວນແຕ່ໄດ້ຮັບພິທີຕັດ; ແຕ່ບໍ່ມີຜູ້ໃດໄດ້ຮັກສາພັນທະສັນຍາ ທີ່ພວກເຂົາໄດ້ເຮັດໄວ້. ບໍ່ມີຜູ້ໃດໃນປະຊາຊົນເຫຼົ່ານີ້ ແລະປະຊາຊົນອິດສະຣາເອນ ໄດ້ຮັກສາພັນທະສັນຍາຂອງເຮົາເລີຍ.”
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52