bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 15
Jeremiah 15
Lao Bible 2012 (ພຣະຄຳພີສັກສິ)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 16 →
1
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຖິງແມ່ນວ່າໂມເຊກັບຊາມູເອນຢືນຮ້ອງຂໍນຳເຮົາຢູ່ທີ່ນີ້; ເຮົາກໍຈະບໍ່ມີໃຈເມດຕາຕໍ່ປະຊາຊົນເຫຼົ່ານີ້ເລີຍ. ຈົ່ງໄລ່ພວກເຂົາໜີໄປ; ຈົ່ງໃຫ້ພວກເຂົາໜີພົ້ນໄປຈາກສາຍຕາຂອງເຮົາສາ.
2
ເມື່ອພວກເຂົາຖາມເຈົ້າວ່າ, ‘ພວກເຮົາຄວນຈະໄປໃສ?’ ຈົ່ງບອກພວກເຂົາວ່າພຣະເຈົ້າຢາເວກ່າວດັ່ງນີ້: ‘ບາງຄົນຈະຕາຍຍ້ອນເຄາະກຳພະຍາດໂຣຄາ ບ່ອນນັ້ນແຫລະ ທີ່ພວກເຂົາຈະພາກັນໄປນັ້ນ ຄົນອື່ນອີກຈະຕາຍຍ້ອນເຄາະກຳໃນສົງຄາມ ບ່ອນນັ້ນແຫລະ ທີ່ພວກເຂົາຈະພາກັນໄປນັ້ນ ບາງຄົນຈະຕາຍຍ້ອນເຄາະກຳການອຶດຢາກນາໆ ບ່ອນນັ້ນແຫລະ ທີ່ພວກເຂົາຈະພາກັນໄປນັ້ນ ຄົນອື່ນອີກຮັບເຄາະກຳຍ້ອນຖືກຈັບເປັນຊະເລີຍ ບ່ອນນັ້ນແຫລະ ທີ່ພວກເຂົາຈະພາກັນໄປນັ້ນ.’
3
ເຮົາຄືພຣະເຈົ້າຢາເວໄດ້ຕັດສິນໃຈແລ້ວວ່າ ຈະໃຫ້ສິ່ງທີ່ໜ້າຢ້ານສີ່ປະການນີ້ເກີດຂຶ້ນກັບພວກເຂົາເຊັ່ນ: ພວກເຂົາຈະຖືກຂ້າໃນເສິກສົງຄາມ; ຝູງໝາຈະລາກຊາກສົບຂອງພວກເຂົາໄປກິນ; ຝູງນົກຈະສັບຕອດກິນຊາກສົບເຫຼົ່ານັ້ນ ແລະອັນທີ່ເຫຼືອນັ້ນສັດປ່າຈະກິນໃຫ້ກ້ຽງ.
4
ເຮົາຈະໃຫ້ທຸກຊົນຊາດທົ່ວໂລກຕົກໃຈຢ້ານໃນເຫດການ ທີ່ເກີດຂຶ້ນກັບພວກເຂົາກໍເພາະສິ່ງທີ່ມານາເຊລູກຊາຍຂອງເຮເຊກີຢາ ໄດ້ເຮັດໃນນະຄອນເຢຣູຊາເລັມ ເມື່ອລາວໄດ້ເປັນກະສັດແຫ່ງຢູດາຍ.”
5
ພຣະເຈົ້າຢາເວກ່າວວ່າ, “ຜູ້ໃດນໍ ຈະອີດູພວກເຈົ້າຊາວເຢຣູຊາເລັມເອີຍ ຜູ້ໃດນໍ ຈະຮ້ອງໄຫ້ ແລະໂສກເສົ້ານຳພວກເຈົ້າ? ຜູ້ໃດນໍ ຈະໃຊ້ເວລາຍືດຍາວ ເພື່ອຖາມເຖິງຄວາມສຸກທຸກຂອງພວກເຈົ້າ?
6
ພວກເຈົ້າເປັນປະຊາຊົນທີ່ໄດ້ປະຖິ້ມເຮົາໄປ ພວກເຈົ້າໄດ້ຫັນຫລັງໃຫ້ແກ່ເຮົາສາແລ້ວ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ ສະນັ້ນ ເຮົາຈຶ່ງກ້າວອອກຢຽບພວກເຈົ້າໃຫ້ໝຸ່ນໝົດ ເພາະເຮົາເມື່ອຍອົດທີ່ບໍ່ໂກດຮ້າຍພວກເຈົ້າແລ້ວ.
7
ຕາມແຕ່ລະຕົວເມືອງທີ່ຢູ່ໃນດິນແດນ ເຮົາໃຊ້ດົ້ງຝັດພວກເຈົ້າໄປດັ່ງຄົນຝັດແກບຖິ້ມ. ເຮົາທຳລາຍພວກເຈົ້າແລ້ວ ປະຊາຊົນຂອງເຮົາເອີຍ ເຮົາຂ້າລູກພວກເຈົ້າໝົດຍ້ອນພວກເຈົ້າບໍ່ເຊົາເຮັດຊົ່ວ.
8
ໃນດິນແດນມີແມ່ໝ້າຍຫລາຍກວ່າ ທີ່ແຄມທະເລມີເມັດຊາຍ. ເຮົາຂ້າຊາວໜຸ່ມ ແລະໃຫ້ແມ່ທຸກລະທົມໃຈ ໂດຍຕີພວກເຂົາລົງບຶດດຽວໃຫ້ລະທົມໃຈຢ້ານ.
9
ແມ່ທີ່ເສຍລູກເຈັດຄົນ ກໍສະຫລົບລົ້ມຫາຍໃຈປາ ສຳລັບນາງ ແສງກາງເວັນກໍປ່ຽນເປັນມືດສາແລ້ວ; ນາງຖືກອັບອາຍຂາຍໜ້າ ແລະຂົມຂື່ນຈິດໃຈ ເຮົາຈະປ່ອຍໃຫ້ສັດຕູຂ້າພວກເຈົ້າຜູ້ຍັງມີຊີວິດຢູ່.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
10
ຂ້ານ້ອຍນີ້ ຊ່າງເປັນຄົນທີ່ຂາດຄວາມສຸກໃຈແທ້ນໍ ເປັນຫຍັງນໍແມ່ຈຶ່ງເກີດຂ້ານ້ອຍມາຢູ່ໃນໂລກນີ້? ຂ້ານ້ອຍຈຶ່ງຕ້ອງປາກເວົ້າຜິດຖຽງ ແລະໂຕ້ແຍ້ງກັບທຸກໆຄົນທີ່ຢູ່ໃນດິນແດນນີ້. ຂ້ານ້ອຍບໍ່ໄດ້ໃຫ້ຜູ້ໃດຢືມເງິນ ຫລືຢືມເງິນຈາກຜູ້ໃດເລີຍ, ແຕ່ປານນັ້ນທຸກຄົນກໍສາບແຊ່ງຂ້ານ້ອຍ.
11
ຂ້າແດ່ພຣະເຈົ້າຢາເວ ຂໍໃຫ້ຄຳສາບແຊ່ງຂອງພວກເຂົາທັງໝົດກາຍເປັນຈິງ ຖ້າຂ້ານ້ອຍບໍ່ໄດ້ບົວລະບັດຮັບໃຊ້ ພຣະອົງຢ່າງດີ ຖ້າຂ້ານ້ອຍບໍ່ໄດ້ຮ້ອງຂໍກັບພຣະອົງເພື່ອເຫຼົ່າສັດຕູຂອງຂ້ານ້ອຍ ເມື່ອພວກເຂົາເດືອດຮ້ອນ ແລະຕົກຢູ່ໃນຄວາມລຳບາກ. (
12
ບໍ່ມີຜູ້ໃດຫັກເຫຼັກໄດ້ ໂດຍສະເພາະຢ່າງຍິ່ງແລ້ວ ແມ່ນເຫຼັກທີ່ມາຈາກທິດເໜືອຊຶ່ງປະປົນກັບທອງສຳຣິດ.)
13
ພຣະອົງໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຮົາຈະສົ່ງເຫຼົ່າສັດຕູມາກວາດເອົາຊັບສົມບັດແລະເງິນຄຳ ທີ່ປະຊາຊົນຂອງເຮົາໄດ້ສະສົມໄວ້ໄປໝົດ ເພື່ອເປັນການລົງໂທດທີ່ພວກເຂົາໄດ້ກະທຳບາບໄວ້ທົ່ວທັງດິນແດນ.
14
ເຮົາຈະເຮັດໃຫ້ພວກເຂົາຮັບໃຊ້ເຫຼົ່າສັດຕູໃນປະເທດໜຶ່ງ ທີ່ພວກເຂົາບໍ່ເຄີຍຮູ້ຈັກ ເພາະຄວາມໂກດຮ້າຍຂອງເຮົາເປັນດັ່ງໄຟ ຊຶ່ງໄໝ້ເຜົາຜານຕະຫລອດໄປ.”
15
ແລ້ວຂ້າພະເຈົ້າກໍກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະອົງເຂົ້າໃຈ. ຈົ່ງລະນຶກເຖິງຂ້ານ້ອຍແລະຊ່ວຍຊູຂ້ານ້ອຍດ້ວຍ. ໂຜດໃຫ້ຂ້ານ້ອຍໄດ້ແກ້ແຄ້ນພວກທີ່ຂົ່ມເຫັງຂ້ານ້ອຍເຖີດ. ຢ່າອົດທົນຕໍ່ພວກເຂົາຜູ້ທີ່ຫວັງຢາກຂ້າຂ້ານ້ອຍໃຫ້ໄດ້. ຈົ່ງລະນຶກວ່າ ການທີ່ຂ້ານ້ອຍໄດ້ຮັບການດູໝິ່ນນິນທານີ້ ກໍເພື່ອເຫັນແກ່ພຣະອົງ.
16
ພຣະອົງໄດ້ກ່າວແກ່ຂ້ານ້ອຍ ແລະຂ້ານ້ອຍກໍໄດ້ເຊື່ອຟັງພຣະອົງທຸກຖ້ອຍຄຳ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ຂ້ານ້ອຍເປັນຂອງພຣະອົງ; ສະນັ້ນ ຖ້ອຍຄຳຂອງພຣະອົງຈຶ່ງເຮັດໃຫ້ຈິດໃຈຂອງຂ້ານ້ອຍ ເຕັມລົ້ນໄປດ້ວຍຄວາມຊົມຊື່ນຍິນດີແລະຄວາມສຸກໃຈ.
17
ຂ້ານ້ອຍບໍ່ໄດ້ໃຊ້ເວລາກັບຄົນອື່ນໃຫ້ເສຍໄປລ້າໆ ໂດຍຫົວເລາະແລະສະໜຸກສະໜານ. ໂດຍຍອມເຊື່ອຟັງພຣະຂໍ້ຄຳສັ່ງ ຂ້ານ້ອຍໄດ້ຢູ່ຕາມລຳພັງ ແລະເຕັມໄປດ້ວຍຄວາມໂກດຮ້າຍ.
18
ເປັນຫຍັງຂ້ານ້ອຍຈຶ່ງຕ້ອງທົນທຸກຢູ່ຢ່າງນີ້? ເປັນຫຍັງບາດແຜຂອງຂ້ານ້ອຍຈຶ່ງບໍ່ດີຈັກເທື່ອ? ເປັນຫຍັງບາດແຜນັ້ນຈຶ່ງປິ່ນປົວບໍ່ດີ? ພຣະອົງຕັ້ງໃຈຈະໃຫ້ຂ້ານ້ອຍຕ້ອງຜິດຫວັງ ດັ່ງນໍ້າຫ້ວຍທີ່ບົກແຫ້ງລົງໃນລະດູຮ້ອນຊັ້ນບໍ?”
19
ກ່ຽວກັບຄຳຖາມນີ້ພຣະເຈົ້າຢາເວຕອບຄືນວ່າ, “ຖ້າເຈົ້າກັບມາ ເຮົາກໍຈະຮັບເອົາເຈົ້າເປັນຜູ້ຮັບໃຊ້ຂອງເຮົາອີກ. ຖ້າເຈົ້າບໍ່ເວົ້າສິ່ງທີ່ບໍ່ເປັນປະໂຫຍດ ແລະປະກາດແຕ່ຖ້ອຍຄຳຂອງເຮົາ ເຈົ້າກໍຈະໄດ້ເປັນຜູ້ທຳນວາຍຂອງເຮົາອີກ. ປະຊາຊົນຈະກັບຄືນມາຫາເຈົ້າ ແລະເຈົ້າບໍ່ຕ້ອງໄປຫາພວກເຂົາ.
20
ເຮົາຈະໃຫ້ເຈົ້າເປັນດັ່ງກຳແພງທອງສຳຣິດ ອັນແຂງແກ່ນສຳລັບພວກເຂົາ. ພວກເຂົາຈະຕໍ່ສູ້ເຈົ້າ ແຕ່ພວກເຂົາຈະບໍ່ຊະນະເຈົ້າໄດ້ຈັກເທື່ອ. ເຮົາຈະຢູ່ກັບເຈົ້າເພື່ອປົກປ້ອງຄຸ້ມຄອງເຈົ້າໃຫ້ປອດໄພ.
21
ເຮົາຈະຊ່ວຍກູ້ເອົາເຈົ້າໃຫ້ພົ້ນຈາກອຳນາດຂອງຄົນຊົ່ວຮ້າຍ ແລະຄົນມັກການຮຸນແຮງ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
Recommended Reading
Commentary
Jeremiah Commentaries
→
Devotional
Jeremiah Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→