bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 11
Jeremiah 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 12 →
1
ພຣະເຈົ້າຢາເວໄດ້ກ່າວແກ່ຂ້ານ້ອຍວ່າ,
2
“ຈົ່ງຟັງເນື້ອແທ້ຂອງພັນທະສັນຍາ. ຈົ່ງບອກປະຊາຊົນຢູດາ ແລະຊາວນະຄອນເຢຣູຊາເລັມວ່າ
3
ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ສາບແຊ່ງທຸກໆຄົນທີ່ບໍ່ໄດ້ປະຕິບັດຕາມພັນທະສັນຍານີ້.
4
ມັນແມ່ນພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ ສະໄໝທີ່ເຮົາໄດ້ນຳພວກເຂົາອອກມາຈາກປະເທດເອຢິບ ຄືດິນແດນ ຊຶ່ງເປັນດັ່ງເຕົາຫລອມເຫຼັກສຳລັບພວກເຂົາ. ເຮົາໄດ້ບອກພວກເຂົາໃຫ້ເຊື່ອຟັງເຮົາ ແລະໃຫ້ກະທຳທຸກຢ່າງທີ່ເຮົາໄດ້ສັ່ງ. ເຮົາໄດ້ບອກພວກເຂົາວ່າຖ້າພວກເຂົາເຊື່ອຟັງ ພວກເຂົາຈະໄດ້ເປັນປະຊາຊົນຂອງເຮົາ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ.
5
ແລ້ວເຮົາກໍຈະຮັກສາພັນທະສັນຍາຂອງເຮົາທີ່ວ່າ ຈະມອບດິນແດນອັນອຸດົມສົມບູນແລະຮັ່ງມີໃຫ້ແກ່ບັນພະບຸລຸດຂອງພວກເຂົາ ດັ່ງທີ່ພວກເຂົາໄດ້ຮັບແລ້ວໃນທຸກວັນນີ້.” ຂ້າພະເຈົ້າຈຶ່ງຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ຖືກຕ້ອງແລ້ວ.”
6
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງໄປທີ່ເມືອງຂອງຢູດາຍ ແລະໄປຕາມທ້ອງຖະໜົນຫົນທາງໃນນະຄອນເຢຣູຊາເລັມ. ຈົ່ງປະກາດຖ້ອຍຄຳຂອງເຮົາຢູ່ທີ່ນັ້ນ ແລະບອກປະຊາຊົນໃຫ້ຟັງເນື້ອແທ້ຂອງພັນທະສັນຍາ ແລະໃຫ້ພວກເຂົາປະຕິບັດຕາມ.
7
ເມື່ອເຮົາໄດ້ນຳບັນພະບຸລຸດຂອງພວກເຂົາອອກມາຈາກປະເທດເອຢິບນັ້ນ ເຮົາໄດ້ເຕືອນພວກເຂົາຢ່າງເດັດຂາດໃຫ້ເຊື່ອຟັງເຮົາ ແລະເຮົາໄດ້ສືບຕໍ່ເຕືອນພວກເຂົາຈົນເຖິງທຸກວັນນີ້.
8
ແຕ່ພວກເຂົາບໍ່ໄດ້ເຊື່ອຟັງ ຫລືປະຕິບັດຕາມນັ້ນເລີຍ. ພວກເຂົາທຸກຄົນຊໍ້າໄດ້ສືບຕໍ່ດື້ດ້ານ ແລະເຮັດຊົ່ວເໝືອນເດີມ. ເຮົາໄດ້ສັ່ງພວກເຂົາໃຫ້ຮັກສາພັນທະສັນຍາ, ແຕ່ພວກເຂົາພັດປະຕິເສດ. ດັ່ງນັ້ນ ເຮົາຈຶ່ງນຳເອົາໂທດກຳທັງໝົດທີ່ໄດ້ກ່າວໄວ້ໃນພັນທະສັນຍານັ້ນມາສູ່ພວກເຂົາ.”
9
ຕໍ່ມາ ພຣະເຈົ້າຢາເວໄດ້ກ່າວຕໍ່ຂ້າພະເຈົ້າວ່າ, “ປະຊາຊົນຢູດາ ແລະຊາວນະຄອນເຢຣູຊາເລັມກຳລັງກະບົດຕໍ່ສູ້ເຮົາ.
10
ພວກເຂົາໄດ້ກັບຄືນໄປເຮັດບາບທີ່ບັນພະບຸລຸດຂອງພວກເຂົາໄດ້ເຮັດນັ້ນ ຄືພວກເຂົາບໍ່ຍອມເຮັດຕາມສິ່ງທີ່ເຮົາໄດ້ບອກ, ແຕ່ພວກເຂົາໄດ້ຂາບໄຫວ້ບັນດາພະອື່ນ. ທັງສອງຄືອິດສະຣາເອນແລະຢູດາ ຕ່າງກໍລະເມີດພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ.
11
ສະນັ້ນ ເຮົາຄືພຣະເຈົ້າຢາເວຈຶ່ງເຕືອນພວກເຂົາວ່າ ເຮົາກຳລັງຈະນຳໄພພິບັດມາສູ່ພວກເຂົາ ແລະພວກເຂົາຈະຫລົບຫລີກໜີໄປບໍ່ໄດ້. ເມື່ອພວກເຂົາຮ້ອງຂໍເຮົາໃຫ້ຊ່ວຍເຫລືອ ເຮົາຈະບໍ່ຟັງສຽງຂອງພວກເຂົາ.
12
ແລ້ວປະຊາຊົນຢູດາແລະຊາວນະຄອນເຢຣູຊາເລັມກໍຈະໄປຮ້ອງໄຫ້ ເພື່ອຂໍຄວາມຊ່ວຍເຫລືອນຳບັນດາພະທີ່ພວກເຂົາຖວາຍບູຊາໃຫ້, ແຕ່ພະເຫຼົ່ານັ້ນຈະບໍ່ສາມາດຊ່ວຍເຫລືອພວກເຂົາໄດ້ເລີຍ ເມື່ອໄພພິບັດມາເຖິງ.
13
ປະຊາຊົນຢູດາມີພະຫລາຍເທົ່າກັບເມືອງທັງຫລາຍທີ່ຕົນມີຢູ່ ແລະຊາວນະຄອນເຢຣູຊາເລັມກໍຕັ້ງແທ່ນຂຶ້ນເພື່ອຖວາຍບູຊາແກ່ພະບາອານ ຫລາຍເທົ່າກັບມີຖະໜົນຫົນທາງໃນນະຄອນເຢຣູຊາເລັມ.
14
ເຢເຣມີຢາເອີຍ ເຈົ້າຢ່າພາວັນນາອະທິຖານ ຫລືຂໍຮ້ອງນຳເຮົາເພື່ອປະຊາຊົນເຫຼົ່ານີ້ເລີຍ. ເມື່ອພວກເຂົາຕົກທຸກໄດ້ຍາກ ແລະຮ້ອງຂໍເຮົາໃຫ້ຊ່ວຍເຫລືອ ເຮົາຈະບໍ່ຟັງສຽງຂອງພວກເຂົາ.”
15
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຜູ້ທີ່ເຮົາຮັກກຳລັງເຮັດຊົ່ວ. ພວກເຂົາມີສິດຫຍັງຈຶ່ງມາຢູ່ໃນວິຫານຂອງເຮົາ? ພວກເຂົາຄິດວ່າຈະໜີພົ້ນຈາກຄວາມຈິບຫາຍໄດ້ ດ້ວຍຄຳສັນຍາຕ່າງໆ ແລະດ້ວຍເຜົາສັດຖວາຍບູຊາບໍ? ພວກເຂົາຄິດວ່າຈະໄດ້ມີຄວາມສຸກກັບສິ່ງນັ້ນຊັ້ນບໍ?
16
ຄັ້ງໜຶ່ງ ເຮົາໄດ້ເອີ້ນພວກເຂົາວ່າ ກົກໝາກກອກເທດທີ່ມີໃບຂຽວງາມດີ ແລະມີໝາກງາມເຕັມກົກ, ແຕ່ບັດນີ້ໃນທ່າມກາງສຽງຟ້າຮ້ອງຢ່າງຄຶກຄະນອງ ເຮົາຈະມາເພື່ອຈູດໃບແລະຫັກງ່າຂອງມັນຖິ້ມ.
17
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ປູກຝັງອິດສະຣາເອນ ແລະຢູດາ, ແຕ່ບັດນີ້ເຮົານາບຂູ່ພວກເຂົາດ້ວຍຄວາມຈິບຫາຍ. ພວກເຂົາໄດ້ນຳເອົາຄວາມຈິບຫາຍນີ້ມາສູ່ພວກເຂົາເອງຍ້ອນໄດ້ເຮັດຜິດ; ພວກເຂົາໄດ້ເຮັດໃຫ້ເຮົາໂກດຮ້າຍໂດຍຖວາຍບູຊາແກ່ພະບາອານ.”
18
ພຣະເຈົ້າຢາເວໄດ້ແຈ້ງໃຫ້ຂ້າພະເຈົ້າຮູ້ເຖິງແຜນການທີ່ເຫຼົ່າສັດຕູກຳລັງວາງໄວ້ຕໍ່ສູ້ຂ້າພະເຈົ້າ.
19
ຂ້າພະເຈົ້າເປັນດັ່ງລູກແກະຄຳຮູ້ໂຕໜຶ່ງທີ່ຖືກນຳອອກໄປຂ້າ ແລະຂ້າພະເຈົ້າກໍບໍ່ຮູ້ເລີຍວ່າພວກເຂົາຄິດແຜນຮ້າຍນັ້ນ ເພື່ອຕໍ່ສູ້ຂ້າພະເຈົ້າ. ພວກເຂົາເວົ້າວ່າ, “ໃຫ້ປໍ້າກົກໄມ້ລົງສາ ໃນຂະນະທີ່ມັນຍັງແຂງແຮງດີ; ໃຫ້ຂ້າມັນເສຍເພື່ອຈະບໍ່ມີຜູ້ໃດລະນຶກເຖິງມັນອີກຕໍ່ໄປ.”
20
ແລ້ວຂ້າພະເຈົ້າກໍພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ພຣະອົງເປັນຜູ້ພິພາກສາທີ່ທ່ຽງທຳ; ພຣະອົງທົດສອບເບິ່ງຄວາມນຶກຄິດກັບຄວາມຮູ້ສຶກຂອງຄົນທັງຫລາຍ. ຂ້ານ້ອຍຂໍມອບເລື່ອງຂອງຂ້ານ້ອຍໄວ້ໃນມືຂອງພຣະອົງ. ດັ່ງນັ້ນ ຂໍໂຜດໃຫ້ຂ້ານ້ອຍໄດ້ເຫັນພຣະອົງແກ້ແຄ້ນຄົນເຫຼົ່ານີ້ດ້ວຍເຖີດ.”
21
ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ຊາວອານາທົດຕ້ອງການໃຫ້ຂ້າພະເຈົ້າຖືກຂ້າ ແລະພວກເຂົາກໍບອກວ່າ, ພວກເຂົາຈະຂ້າຂ້າພະເຈົ້າເສຍ ຖ້າຂ້າພະເຈົ້າຍັງສືບຕໍ່ປະກາດຖ້ອຍຄຳຂອງພຣະເຈົ້າຢາເວຢູ່.
22
ສະນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈຶ່ງໄດ້ກ່າວວ່າ, “ເຮົາຈະລົງໂທດພວກເຂົາ ຊາຍໜຸ່ມຂອງພວກເຂົາຈະຖືກຂ້າໃນສະໜາມຮົບ; ລູກຂອງພວກເຂົາຈະອຶດຫິວຕາຍ.
23
ເຮົາໄດ້ຕັ້ງເວລາໄວ້ແລ້ວ ເພື່ອນຳເອົາຄວາມຈິບຫາຍມາສູ່ຊາວອານາທົດ ແລະເມື່ອເວລານັ້ນມາເຖິງ ຈະບໍ່ມີຜູ້ໃດໃນພວກເຂົາລອດຊີວິດຢູ່ເລີຍ.”
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52