bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 22
Jeremiah 22
Lao Bible 2012 (ພຣະຄຳພີສັກສິ)
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 23 →
1
ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າໃຫ້ໄປທີ່ວັງຂອງກະສັດແຫ່ງຢູດາຍ ຄືເຊື້ອສາຍຂອງດາວິດ ແລະໃນທີ່ນັ້ນໃຫ້ບອກກະສັດ, ບັນດາຂ້າຣາຊການຂອງເພິ່ນ ແລະຊາວນະຄອນເຢຣູຊາເລັມ ໃຫ້ຟັງຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວດັ່ງນີ້:
3
“ເຮົາຄືພຣະເຈົ້າຢາເວສັ່ງພວກເຈົ້າໃຫ້ເຮັດສິ່ງທີ່ຖືກຕ້ອງແລະທ່ຽງທຳ. ຈົ່ງປົກປ້ອງຜູ້ທີ່ຖືກຄົນສໍ້ໂກງຕົວະຍົວະ. ຢ່າກົດຂີ່ ຫລືຂົ່ມເຫັງຄົນຕ່າງດ້າວ, ເດັກກຳພ້າ ຫລືແມ່ໝ້າຍ ແລະຢ່າຂ້າຄົນທີ່ບໍ່ມີຄວາມຜິດໃນບ່ອນນີ້.
4
ຖ້າພວກເຈົ້າປະຕິບັດຢ່າງແທ້ຈິງຕາມສິ່ງທີ່ເຮົາໄດ້ສັ່ງແລ້ວ ເຊື້ອສາຍຂອງດາວິດຈະໄດ້ສືບຕໍ່ເປັນກະສັດ. ແລ້ວພວກເຂົາພ້ອມຂ້າຣາຊການ ແລະປະຊາຊົນ ກໍຈະສືບຕໍ່ຂີ່ລົດຮົບ ແລະມ້າຜ່ານປະຕູຂອງວັງນີ້.
5
ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງຂໍ້ຄຳສັ່ງຂອງເຮົາ ແລ້ວເຮົາກໍສາບານຕໍ່ພວກເຈົ້າວ່າ ວັງນີ້ຈະລົ້ມທະລາຍເພພັງລົງ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
6
ພຣະເຈົ້າຢາເວກ່າວເຖິງເຊື້ອສາຍຂອງກະສັດແຫ່ງຢູດາຍວ່າ, “ເຖິງແມ່ນເຮົາເຫັນວ່າ ວັງຂອງກະສັດແຫ່ງຢູດາຍງົດງາມ ເທົ່າກັບດິນແດນກີເລອາດ ແລະພູຂອງເລບານອນກໍຕາມ; ແຕ່ເຮົາກໍຈະເຮັດໃຫ້ເປັນບ່ອນຮົກຮ້າງຫວ່າງເປົ່າທີ່ບໍ່ມີຜູ້ໃດອາໄສຢູ່.
7
ເຮົາຈະລະດົມຄົນມາເພື່ອທຳລາຍມັນຖິ້ມ. ພວກເຂົາທັງໝົດຈະເອົາຂວານມານຳ ເພື່ອປໍ້າເສົາໄມ້ແປກອັນສວຍງາມລົງ ແລະໂຍນມັນໃສ່ໄຟ.
8
ຫລັງຈາກນັ້ນ ຄົນຕ່າງດ້າວຢ່າງຫລວງຫລາຍກໍຈະຜ່ານໄປມາ ແລະຖາມກັນວ່າ, ‘ເປັນຫຍັງພຣະເຈົ້າຢາເວ ຈຶ່ງເຮັດເຊັ່ນນີ້ຕໍ່ນະຄອນໃຫຍ່ແຫ່ງນີ້.’
9
ແລ້ວພວກເຂົາຕ່າງກໍຈະຕອບວ່າ, ‘ຍ້ອນພວກເຂົາໄດ້ປະຖິ້ມພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ແລະໄປຂາບໄຫວ້ແລະຮັບໃຊ້ບັນດາພະອື່ນ.”’
10
ປະຊາຊົນຢູດາເອີຍ ຢ່າຮ້ອງໄຫ້ໃຫ້ກະສັດໂຢສີຢາ ຢ່າໄວ້ທຸກໃຫ້ແກ່ການຕາຍຂອງເພິ່ນເລີຍເທາະ ແຕ່ຈົ່ງຮ້ອງໄຫ້ ແລະອາໄລອາວອນ ໃຫ້ແກ່ໂຢອາຮາດລູກຊາຍຂອງເພິ່ນນັ້ນ; ພວກເຂົາໄດ້ຈັບລາວໄປໂດຍບໍ່ຫັນກັບຄືນມາ ທັງບໍ່ໄດ້ເຫັນດິນແດນທີ່ຕົນໄດ້ເກີດ.
11
ພຣະເຈົ້າຢາເວກ່າວກ່ຽວກັບເຈົ້າໂຢອາຮາດ ລູກຊາຍຂອງເຈົ້າໂຢສີຢາ ຜູ້ທີ່ໄດ້ຂຶ້ນເປັນກະສັດແຫ່ງຢູດາຍແທນບິດາຂອງຕົນວ່າ ລາວຕ້ອງຈາກທີ່ນີ້ໄປໂດຍບໍ່ມີວັນກັບມາ.
12
ລາວຈະຕາຍໃນປະເທດທີ່ພວກເຂົາໄດ້ຈັບເອົາລາວໄປນັ້ນ ແລະຈະບໍ່ເຫັນດິນແດນນີ້ອີກຈັກເທື່ອ.
13
ເຄາະກຳເປັນຂອງຜູ້ທີ່ສ້າງເຮືອນຕົນຢ່າງບໍ່ຍຸດຕິທຳ ທັງຂະຫຍາຍໃຫ້ກວ້າງຂວາງຢ່າງບໍ່ສັດຊື່; ຄືຜູ້ທີ່ໃຫ້ຄົນອື່ນເຮັດວຽກໂດຍບໍ່ໃຫ້ຄ່າຈ້າງຫຍັງ ທັງບໍ່ຈ່າຍຄ່າແຮງງານໃຫ້ພວກເຂົາອີກດ້ວຍ.
14
ເຄາະກຳເປັນຂອງຜູ້ທີ່ເວົ້າຈາອອກມາວ່າ, “ຂ້ອຍຈະສ້າງຕຶກໃຫຍ່ຫລາຍຊັ້ນສຳລັບຂ້ອຍ.” ສະນັ້ນ ຈຶ່ງເຮັດຫລາຍປ່ອງຢ້ຽມທີ່ເຮືອນຂອງຕົນ ໃຊ້ໄມ້ແປກແອ້ມຢ່າງດີແລະທາສີແດງດ້ວຍ.
15
ຈະເປັນກະສັດເດັ່ນຍ້ອນມີໄມ້ແປກສ້າງເຮືອນບໍ? ຄືສ້າງຕຶກຫລັງງາມໆກວ່າກະສັດຄົນອື່ນໄດ້ສ້າງ? ພໍ່ຂອງເຈົ້າມີຊີວິດເຕັມດ້ວຍຄວາມຊົມຊື່ນຍິນດີ ຊອບທຳທັງທ່ຽງທຳຈຶ່ງເກີດຜົນດີໃນທຸກສິ່ງ.
16
ເພິ່ນຕັດສິນຄະດີຄົນທຸກຈົນຢ່າງທ່ຽງທຳດີ ແລະກໍຢູ່ເຢັນເປັນສຸກຕະຫລອດມາເລື້ອຍໆ. ຜູ້ທີ່ເປັນເຊັ່ນນີ້ໝາຍຄວາມວ່າຮູ້ຈັກເຮົາຢ່າງແທ້ຈິງ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
17
“ແຕ່ເຈົ້າເຫັນແຕ່ຜົນປະໂຫຍດສ່ວນຕົວ ເຈົ້າກົດຂີ່ຢ່າງຮຸນແຮງປະຊາຊົນຂອງເຈົ້າ. ເຈົ້າເຂັ່ນຂ້າຄົນທີ່ບໍ່ມີຄວາມຜິດຫຍັງ.”
18
ສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວເຖິງເຈົ້າເຢໂຮຍອາກິມລູກຊາຍຂອງເຈົ້າໂຢສີຢາກະສັດແຫ່ງຢູດາຍວ່າ, “ບໍ່ມີຜູ້ໃດຈະໄວ້ທຸກໃຫ້ແກ່ການຕາຍຂອງລາວ ຫລືເວົ້າວ່າ, ‘ເພື່ອນເອີຍ ເປັນຕາຢ້ານແທ້ໆ’ ບໍ່ມີຜູ້ໃດຈະຮ້ອງໄຫ້ໃຫ້ແກ່ລາວເລີຍວ່າ ‘ນາຍເຈົ້າເອີຍ ກະສັດຂອງຂ້ານ້ອຍ.’
19
ພວກເຂົາຈະໃຫ້ກຽດຝັງສົບລາວໄວ້ດັ່ງຝັງໂຕລາ ໂດຍຈະລາກໂຍນຖິ້ມໄປນອກປະຕູນະຄອນພຸ້ນ.”
20
ຈົ່ງໄປທີ່ເລບານອນ ແລະໂຮຮ້ອງ ຊາວນະຄອນເຢຣູຊາເລັມເອີຍ ຈົ່ງໄປທີ່ດິນແດນບາຊານ ແລະຮ້ອງໄຫ້ສາເຖີດ; ຈົ່ງຄວນຄາງມາຈາກຕັ້ງແຕ່ພູອາບາຣິມໄປ ເພາະພັນທະມິດຂອງພວກເຈົ້າທັງໝົດພ່າຍແພ້.
21
ພຣະອົງໄດ້ກ່າວຕໍ່ພວກເຈົ້າ ເມື່ອຈະເລີນຮຸ່ງເຮືອງ ແຕ່ພວກເຈົ້າບໍ່ເຊື່ອຟັງແລະປະຕິເສດມາຕະຫລອດ. ນີ້ຄືສິ່ງທີ່ພວກເຈົ້າໄດ້ເຮັດໃນຊີວິດຕະຫລອດມາ ພວກເຈົ້າບໍ່ເຄີຍເຊື່ອຟັງພຣະອົງ.
22
ພວກຜູ້ນຳຂອງພວກເຈົ້າຈະຖືກລົມພັດໃຫ້ໜີໄປ ພັນທະມິດຂອງພວກເຈົ້າໄດ້ຖືກຈັບເປັນຊະເລີຍດ້ວຍ. ນະຄອນກໍເປັນມົນທິນແລະໄດ້ຖືກອັບອາຍ ເພາະສິ່ງຊົ່ວຊ້າທັງຫລາຍທີ່ພວກເຈົ້າໄດ້ເຮັດນັ້ນ.
23
ພວກເຈົ້າພັກຜ່ອນຢູ່ທ່າມກາງກົກແປກທັງຫລາຍ ຊຶ່ງໄດ້ຖືກນຳມາຈາກເລບານອນພຸ້ນ; ແຕ່ເມື່ອຖືກເຈັບປວດ ພວກເຈົ້າຈະໜ້າສົງສານສໍ່າໃດ ເຈັບປວດໜັກໜ່ວງດັ່ງຜູ້ຍິງກຳລັງຈະຄອດລູກ.
24
ພຣະເຈົ້າຢາເວໄດ້ກ່າວຕໍ່ເຈົ້າເຢໂຮຍອາກິນ ລູກຊາຍຂອງກະສັດເຢໂຮຍອາກິມແຫ່ງຢູດາຍວ່າ, “ເຮົາເປັນພຣະເຈົ້າອົງຊົງພຣະຊົນຢູ່ຢ່າງແນ່ແທ້ສັນໃດ ເຖິງແມ່ນເຈົ້າເປັນແຫວນສຸບຢູ່ໃນມືຂວາຂອງເຮົາ ເຮົາກໍຈະດຶງເຈົ້າອອກໄປສັນນັ້ນ
25
ແລະມອບເຈົ້າໃຫ້ແກ່ປະຊາຊົນທີ່ພວກເຈົ້າຢ້ານກົວ ຄືພວກທີ່ຢາກຂ້າພວກເຈົ້າຖິ້ມ. ເຮົາຈະມອບເຈົ້າໃຫ້ກະສັດເນບູກາດເນັດຊາແຫ່ງບາບີໂລນ ແລະເຫຼົ່າທະຫານຂອງລາວ.
26
ເຮົາຈະບັງຄັບເຈົ້າກັບແມ່ຂອງເຈົ້າໃຫ້ຖືກຈັບໄປຢູ່ໃນຕ່າງຖິ່ນ. ພວກເຈົ້າຈະໄປຢູ່ປະເທດໜຶ່ງທີ່ບໍ່ແມ່ນບ້ານເກີດເມືອງນອນຂອງພວກເຈົ້າ ແລະເຈົ້າທັງສອງຈະຕາຍຢູ່ທີ່ນັ້ນ.
27
ພວກເຈົ້າຢາກຈະເຫັນດິນແດນນີ້ອີກ ແຕ່ຈະບໍ່ໄດ້ກັບຄືນມາອີກຈັກເທື່ອ.”
28
ຂ້າພະເຈົ້າຖາມວ່າ, “ກະສັດເຢໂຮຍອາກິນຜູ້ນີ້ເປັນດັ່ງໝໍ້ແຕກ ທີ່ຖືກໂຍນຖິ້ມ ແລະບໍ່ມີຜູ້ໃດຕ້ອງການນັ້ນບໍ? ດ້ວຍເຫດນັ້ນ ລາວເອງແລະລູກຂອງລາວຈຶ່ງໄດ້ຖືກຈັບໄປເປັນຊະເລີຍໃນດິນແດນໜຶ່ງ ຊຶ່ງພວກເຂົາບໍ່ຮູ້ຈັກແມ່ນຫລືບໍ່?”
29
ໂອ ດິນແດນ ດິນແດນ ດິນແດນເອີຍ ຈົ່ງຟັງເອົາ ຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ:
30
“ຊາຍຜູ້ນີ້ໄດ້ຮັບໂທດໂດຍເສຍລູກຂອງຕົນ ຄືຜູ້ໜຶ່ງຈະບໍ່ປະສົບຄວາມສຳເລັດຫຍັງຈັກເທື່ອ. ລາວຈະບໍ່ມີເຊື້ອສາຍເພື່ອສືບຕໍ່ປົກຄອງໃນຢູດາຍ.”
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 23 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52