bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 41
Jeremiah 41
Lao Bible 2012 (ພຣະຄຳພີສັກສິ)
← Chapter 40
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 42 →
1
ໃນເດືອນທີເຈັດຂອງປີນັ້ນ ອິດຊະມາເອນລູກຊາຍຂອງເນທານີຢາ ແລະຫລານຊາຍຂອງເອລີຊາມາ ເຊື້ອວົງຄົນໜຶ່ງ ແລະນາຍທະຫານຄົນໜຶ່ງຂອງກະສັດ ໄດ້ໄປທີ່ເມືອງມີຊະປາພ້ອມກັບທະຫານສິບຄົນ ເພື່ອພົບຜູ້ສຳເລັດຣາຊການເກດາລີຢາລູກຊາຍຂອງອາຮີກຳ. ໃນຂະນະທີ່ພວກເຂົາທຸກຄົນກຳລັງຮ່ວມພາເຂົ້າຢູ່ນັ້ນ
2
ອິດຊະມາເອນແລະທະຫານສິບຄົນທີ່ມານຳຕົນ ກໍຊັກດາບອອກ ແລະຂ້າເກດາລີຢາລູກຊາຍຂອງອາຮີກຳຫຼານຊາຍຂອງຊາຟານ.
3
ອິດຊະມາເອນຍັງໄດ້ຂ້າຊາວອິດສະຣາເອນທຸກຄົນທີ່ຢູ່ກັບເກດາລີຢາໃນເມືອງມີຊະປາ ແລະພວກທະຫານຊາວບາບີໂລນທີ່ຢູ່ໃນທີ່ນັ້ນ.
4
ວັນຕໍ່ມາ ກ່ອນທີ່ຈະມີຜູ້ໃດຜູ້ໜຶ່ງຮູ້ວ່າເກດາລີຢາໄດ້ຖືກລອບສັງຫານ
5
ກໍມີແປດສິບຄົນມາຈາກເມືອງຊີເຄມ, ຊີໂລ ແລະຊາມາເຣຍ. ພວກເຂົາທຸກຄົນແຖໜວດ, ຈີກເຄື່ອງນຸ່ງຫົ່ມຂອງຕົນ ແລະປາດເນື້ອຕົວຕົນເອງ. ພວກເຂົານຳພືດຜົນເປັນເມັດ ແລະເຄື່ອງຫອມມາເພື່ອຈະຖວາຍໃນວິຫານຂອງພຣະເຈົ້າຢາເວ.
6
ສະນັ້ນ ອິດຊະມາເອນລູກຊາຍຂອງເນທານີຢາຈຶ່ງອອກຈາກເມືອງມີຊະປາໄປພົບພວກເຂົາ ທັງຮ້ອງໄຫ້ດ້ວຍ. ເມື່ອມາເຖິງພວກເຂົາແລ້ວ ລາວຈຶ່ງເວົ້າວ່າ, “ເຊີນເຂົ້າມາເບິ່ງເກດາລີຢາລູກຊາຍຂອງອາຮີກຳ.”
7
ພໍເມື່ອພວກເຂົາໄດ້ເຂົ້າໄປໃນເມືອງແລ້ວ ອິດຊະມາເອນລູກຊາຍຂອງເນທານີຢາແລະຄົນຂອງຕົນກໍຂ້າພວກເຂົາຖິ້ມ ແລະໂຍນຊາກສົບຂອງພວກເຂົາລົງໃນນໍ້າສ້າງ.
8
ແຕ່ມີຊາຍສິບຄົນໃນໝວດນັ້ນໄດ້ເວົ້າຕໍ່ອິດຊະມາເອນວ່າ, “ຢ່າສູ່ຂ້າພວກຂ້ານ້ອຍທ້ອນ ພວກຂ້ານ້ອຍມີເຂົ້າບາເລ, ເຂົ້າເດືອຍ, ນໍ້າມັນໝາກກອກເທດ ແລະນໍ້າເຜິ້ງຊຶ່ງພວກຂ້ານ້ອຍໄດ້ເຊື່ອງໄວ້ຢູ່ໃນນາ.” ສະນັ້ນ ລາວຈຶ່ງໄວ້ຊີວິດຄົນເຫຼົ່ານີ້.
9
ນໍ້າສ້າງທີ່ອິດຊະມາເອນໂຍນຊາກສົບຂອງຄົນທີ່ລາວໄດ້ຂ້າລົງໄປໃນນັ້ນ ເປັນນໍ້າສ້າງໃຫຍ່ ທີ່ກະສັດອາສາໄດ້ຂຸດຄາວທີ່ເພິ່ນໄດ້ຖືກກະສັດບາອາຊາແຫ່ງອິດສະຣາເອນໂຈມຕີ. ອິດຊະມາເອນລູກຊາຍຂອງເນທານີຢາຈຶ່ງໃຊ້ດິນຖົມນໍ້າສ້າງນີ້ພ້ອມກັບຊາກສົບເຫຼົ່ານີ້.
10
ຕໍ່ມາ ລາວໄດ້ເອົາພວກລູກສາວຂອງກະສັດກັບປະຊາຊົນທັງໝົດ ທີ່ເຫຼືອຢູ່ໃນເມືອງມີຊະປາ ຊຶ່ງເນບູຊາຣາດານຜູ້ບັນຊາການທະຫານ ໄດ້ມອບໃຫ້ເກດາລີຢາລູກຊາຍຂອງອາຮີກຳເປັນຜູ້ເບິ່ງແຍງ ໄປເປັນຊະເລີຍເສິກ. ອິດຊະມາເອນໄດ້ຈັບພວກເຂົາໄປເປັນຊະເລີຍ ແລະອອກເດີນທາງມຸ່ງໜ້າໄປສູ່ເຂດແດນອຳໂມນ.
11
ໂຢຮານານລູກຊາຍຂອງກາເຣຢາ ແລະຜູ້ນຳຝ່າຍທະຫານທັງໝົດໄດ້ຍິນເຖິງອາດຊະຍາກຳ ທີ່ອິດຊະມາເອນລູກຊາຍຂອງເນທານີຢາໄດ້ກໍ່ຂຶ້ນ.
12
ສະນັ້ນ ພວກເຂົາຈຶ່ງຕາມລາວໄປພ້ອມກັບຄົນຂອງພວກຕົນ ແລະໄປທັນລາວໃກ້ສະນໍ້າໃຫຍ່ທີ່ເມືອງກີເບໂອນ.
13
ເມື່ອພວກຊະເລີຍຂອງອິດຊະມາເອນເຫັນໂຢຮານານລູກຊາຍຂອງກາເຣຢາ ແລະບັນດາຜູ້ນຳຝ່າຍທະຫານມາກັບລາວ ພວກເຂົາຕ່າງກໍດີໃຈ
14
ແລະປະຊາຊົນທັງໝົດທີ່ອິດຊະມາເອນໄດ້ຈັບໄປຈາກເມືອງມີຊະປາກໍໄດ້ຕ່າວຄືນແລະຫັນກັບໄປນຳໂຢຮານານລູກຊາຍຂອງກາເຣຢາ.
15
ສ່ວນອິດຊະມາເອນລູກຊາຍຂອງເນທານີຢາແລະຄົນຂອງຕົນແປດຄົນນັ້ນ ຕ່າງກໍປົບໜີຈາກໂຢຮານານໄປສູ່ດິນແດນອຳໂມນ.
16
ແລ້ວໂຢຮານານລູກຊາຍຂອງກາເຣຢາແລະບັນດາຜູ້ນຳຝ່າຍທະຫານທີ່ມາກັບຕົນ ກໍກຳກັບເອົາປະຊາຊົນ ທີ່ອິດຊະມາເອນລູກຊາຍຂອງເນທານີຢາໄດ້ຈັບເອົາມາແຕ່ເມືອງມີຊະປາໄປເປັນຊະເລີຍ ຫລັງຈາກທີ່ໄດ້ລອບສັງຫານເກດາລີຢາລູກຊາຍຂອງອາຮີກຳແລ້ວ ຄືພວກທະຫານ, ພວກຜູ້ຍິງ, ພວກເດັກນ້ອຍ ແລະພວກຊາຍກະເທີຍ.
17
ພວກເຂົາຢ້ານກົວຊາວບາບີໂລນ ຍ້ອນອິດຊະມາເອນລູກຊາຍຂອງເນທານີຢາໄດ້ລອບສັງຫານເກດາລີຢາລູກຊາຍຂອງອາຮີກຳ ຜູ້ທີ່ກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງໃຫ້ເປັນຜູ້ສຳເລັດຣາຊການດິນແດນແທນເພິ່ນ. ສະນັ້ນ ພວກເຂົາຈຶ່ງມຸ່ງໜ້າໄປສູ່ປະເທດເອຢິບ ເພື່ອປົບໜີຈາກພວກບາບີໂລນ. ເມື່ອກຳລັງເດີນທາງໄປນັ້ນ ພວກເຂົາໄດ້ຢຸດຢູ່ທີ່ເມືອງກິມຮາມໃກ້ກັບເມືອງເບັດເລເຮັມ.
← Chapter 40
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 42 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52