bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 18
Jeremiah 18
Lao Bible 2012 (ພຣະຄຳພີສັກສິ)
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 19 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
2
“ຈົ່ງລົງໄປທີ່ເຮືອນຂອງຊ່າງປັ້ນໝໍ້ ແລະເຮົາຈະໃຫ້ຖ້ອຍຄຳຂອງເຮົາແກ່ເຈົ້າຢູ່ທີ່ນັ້ນ.”
3
ດັ່ງນັ້ນ ຂ້າພະເຈົ້າຈຶ່ງລົງໄປທີ່ນັ້ນ ແລະເຫັນຊ່າງປັ້ນໝໍ້ກຳລັງຊ່ຽນໝໍ້ຂອງຕົນຢູ່.
4
ເມື່ອໃດໝໍ້ທີ່ລາວປັ້ນນັ້ນຮູບຊົງບໍ່ສົມບູນ ລາວກໍໃຊ້ດິນໜຽວອັນເກົ່ານັ້ນປັ້ນເປັນພາຊະນະຢ່າງອື່ນອີກ.
5
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍມາເຖິງຂ້າພະເຈົ້າວ່າ,
6
“ເຮົາບໍ່ມີສິດທີ່ຈະເຮັດກັບປະຊາຊົນອິດສະຣາເອນ ດັ່ງຊ່າງປັ້ນໝໍ້ໄດ້ເຮັດກັບດິນໜຽວນັ້ນບໍ? ພຣະເຈົ້າຢາເວກ່າວວ່າ ດິນໜຽວຢູ່ໃນມືຂອງຊ່າງປັ້ນໝໍ້ສັນໃດ ພວກເຈົ້າກໍຢູ່ໃນກຳມືຂອງເຮົາສັນນັ້ນ.
7
ຖ້າເມື່ອໃດເຮົາກ່າວວ່າຈະຖອນ, ຈະທັບໃຫ້ແຕກ, ຫລືຈະທຳລາຍຊົນຊາດໃດຊົນຊາດໜຶ່ງ ຫລືອານາຈັກໃດອານາຈັກໜຶ່ງ
8
ແຕ່ແລ້ວຊົນຊາດນັ້ນຫັນໜີຈາກການຊົ່ວຮ້າຍຂອງຕົນ ເຮົາກໍຈະບໍ່ເຮັດສິ່ງທີ່ເຮົາວ່າຈະເຮັດນັ້ນ.
9
ອີກຢ່າງໜຶ່ງ ຖ້າເຮົາກ່າວວ່າຈະປູກ ຫລືຈະກໍ່ສ້າງຊົນຊາດໜຶ່ງຫລືອານາຈັກໜຶ່ງຂຶ້ນ
10
ແຕ່ແລ້ວຊົນຊາດນັ້ນບໍ່ເຊື່ອຟັງເຮົາແລະຍັງເຮັດຊົ່ວຕໍ່ໄປ ເຮົາກໍຈະບໍ່ເຮັດຕາມສິ່ງທີ່ເຮົາໄດ້ກ່າວນັ້ນ.
11
ແລ້ວບັດນີ້ ຈົ່ງບອກປະຊາຊົນຢູດາ ແລະຊາວນະຄອນເຢຣູຊາເລັມວ່າ ພຣະເຈົ້າຢາເວກ່າວດັ່ງນີ້: ເຮົາກຳລັງວາງແຜນຕໍ່ສູ້ພວກເຂົາ ແລະກຳລັງຕຽມພ້ອມທີ່ຈະລົງໂທດພວກເຂົາ. ຈົ່ງບອກພວກເຂົາໃຫ້ເຊົາດຳເນີນຊີວິດໃນທາງບາບນັ້ນສາ ຄືໃຫ້ປ່ຽນວິທີດຳເນີນຊີວິດແລະສິ່ງທີ່ພວກເຂົາກຳລັງເຮັດຢູ່ນັ້ນ.
12
ພວກເຂົາຈະຕອບວ່າ, ‘ບໍ່ເປັນຫຍັງພວກເຮົາຕ້ອງເຮັດເຊັ່ນນັ້ນ? ພວກເຮົາທຸກຄົນຈະດື້ດ້ານແລະເຮັດຊົ່ວຊ້າຕາມໃຈຂອງພວກເຮົາຕໍ່ໄປ.”’
13
ພຣະເຈົ້າຢາເວກ່າວວ່າ, “ຈົ່ງຖາມທຸກຊົນຊາດ ວ່າເຫດການເຊັ່ນນີ້ເຄີຍເກີດຂຶ້ນກັບພວກເຂົາຫລືບໍ່? ສິ່ງທີ່ປະຊາຊົນອິດສະຣາເອນໄດ້ພາກັນກະທຳ ເປັນສິ່ງໜ້າຢ້ານກົວຫລາຍ ແລະພີລຶກແທ້ໆ
14
ພູສູງເລບານອນນັ້ນຂາດຫິມະຈັກເທື່ອບໍ? ກະແສນໍ້າເຢັນໆທີ່ເທິງພູບົກແຫ້ງຈັກເທື່ອຫລືບໍ່?
15
ແຕ່ປະຊາຊົນຂອງເຮົາກັບໄດ້ລືມໄລເຮົາໄປ ພວກເຂົາໄດ້ເຜົາເຄື່ອງຫອມບູຊາແກ່ຮູບເຄົາຣົບ. ພວກເຂົາຕ່າງກໍໄດ້ພາກັນເຕະສະດຸດ ຕາມວິທີທາງທີ່ພວກເຂົາເດີນໄປນັ້ນ. ພວກເຂົາບໍ່ໄດ້ເຮັດຕາມທາງເດີມອີກຕໍ່ໄປ ພວກເຂົາແວ່ໄປຕາມທາງຊອຍທີ່ບໍ່ໄດ້ຂີດໝາຍໄວ້ໃຫ້.
16
ພວກເຂົາເຮັດໃຫ້ດິນແດນນີ້ເປັນຕາຢ້ານກົວຫລາຍ ເປັນດິນແດນທີ່ຖືກອັບອາຍຂາຍໜ້າຕະຫລອດ. ທຸກຄົນທີ່ຜ່ານໄປເຫັນບ່ອນນັ້ນຈະສະດຸ້ງຕົກໃຈ ຕ່າງກໍຈະແກວ່ງຫົວດ້ວຍຄວາມປະຫລາດ.
17
ເຮົາຈະກະຈັດກະຈາຍປະຊາຊົນຂອງເຮົາໄປ ຕໍ່ໜ້າເຫຼົ່າສັດຕູດັ່ງລົມຕາເວັນອອກພັດ. ເຮົາຈະຫັນຫລັງໃຫ້ແກ່ພວກເຂົາທຸກໆເຜົ່າ ເຮົາຈະບໍ່ຊ່ວຍພວກເຂົາ ເມື່ອໄພພິບັດມາເຖິງ.”
18
ແລ້ວປະຊາຊົນກໍໄດ້ເວົ້າວ່າ, “ໃຫ້ພວກເຮົາກຳຈັດເຢເຣມີຢາສາເທາະ ພວກເຮົາມີພວກປະໂຣຫິດໃຫ້ຄຳແນະນຳ, ມີພວກນັກປາດໃຫ້ຄຳປຶກສາ ແລະມີພວກຜູ້ທຳນວາຍ ປະກາດຖ້ອຍຄຳຂອງພຣະເຈົ້າຢູ່ສະເໝີ. ໃຫ້ພວກເຮົາຫາເລື່ອງໃສ່ລາວ ແລະຢ່າຟັງສິ່ງທີ່ລາວເວົ້ານັ້ນ.”
19
ສະນັ້ນ ຂ້າພະເຈົ້າຈຶ່ງພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ໂຜດສະດັບຮັບຟັງສິ່ງທີ່ຂ້ານ້ອຍກຳລັງເວົ້າ ແລະຟັງເລື່ອງທີ່ເຫຼົ່າສັດຕູກ່າວຮ້າຍໃສ່ຂ້ານ້ອຍແດ່ທ້ອນ.
20
ພວກເຂົາຈະເຮັດການຮ້າຍຕອບແທນການດີຊັ້ນບໍ? ດ້ວຍວ່າ, ພວກເຂົາຍັງຂຸດຫລຸມໄວ້ດັກຈັບຂ້ານ້ອຍຢູ່. ໂຜດລະນຶກເຖິງຂ້ານ້ອຍທີ່ໄດ້ມາຫາພຣະອົງ ແລະເວົ້າສຳລັບພວກເຂົາ ເພື່ອພຣະອົງຈະບໍ່ໄດ້ກະທຳຕໍ່ພວກເຂົາດ້ວຍຄວາມໂກດຮ້າຍ.
21
ແຕ່ບັດນີ້ ຈົ່ງໃຫ້ລູກຂອງພວກເຂົາອຶດຢາກເຖິງແກ່ຄວາມຕາຍ; ຈົ່ງໃຫ້ພວກເຂົາຖືກຂ້າໃນສົງຄາມ. ຈົ່ງໃຫ້ພວກຜູ້ຍິງສູນເສຍຜົວ ແລະລູກຂອງພວກເຂົາ; ຈົ່ງໃຫ້ພວກຜູ້ຊາຍຕາຍຍ້ອນເຈັບໄຂ້ໄດ້ປ່ວຍ ແລະພວກຊາຍໜຸ່ມຖືກຂ້າໃນສະໜາມຮົບ.
22
ຈົ່ງສົ່ງຝູງຄົນເຂົ້າມາປຸ້ນເຮືອນຂອງພວກເຂົາ ຢ່າງພວກເຂົາບໍ່ຮູ້ຕົວ; ຈົ່ງເຮັດໃຫ້ພວກເຂົາຮ້ອງໄຫ້ດ້ວຍຄວາມຢ້ານກົວແດ່ທ້ອນ. ພວກເຂົາໄດ້ຂຸດຫລຸມໄວ້ດັກຈັບຂ້ານ້ອຍ ແລະໄດ້ເຮັດແຮ້ວດັກຈັບຂ້ານ້ອຍຄືກັນ.
23
ຂ້າແດ່ພຣະເຈົ້າຢາເວ ພຣະອົງຮູ້ແຜນການຂອງພວກເຂົາທັງໝົດ ທີ່ຈະສັງຫານຂ້ານ້ອຍ. ຂໍຢ່າອະໄພຄວາມຜິດ ແລະຍົກໂທດໃຫ້ພວກເຂົາເລີຍ. ຈົ່ງເຮັດໃຫ້ພວກເຂົາລົ້ມລົງຢ່າງພ່າຍແພ້ ແລະຈັດການກັບພວກເຂົາດ້ວຍຄວາມໂກດຮ້າຍສາເຖີດ.”
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 19 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52