bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 39
Jeremiah 39
Lao Bible 2012 (ພຣະຄຳພີສັກສິ)
← Chapter 38
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 40 →
1
ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຍົກກອງທັບທັງໝົດຂອງຕົນ ມາໂຈມຕີນະຄອນເຢຣູຊາເລັມໃນເດືອນທີສິບຂອງປີທີເກົ້າ ໃນຣາຊການຂອງກະສັດເຊເດກີຢາແຫ່ງຢູດາຍ.
2
ຢູ່ຕໍ່ມາ ໃນວັນທີເກົ້າຂອງເດືອນທີສີ່ໃນຣາຊການປີທີສິບເອັດຂອງກະສັດເຊເດກີຢາ ນະຄອນເຢຣູຊາເລັມກໍແຕກ. (
3
ເມື່ອນະຄອນເຢຣູຊາເລັມຖືກຢຶດໄດ້ແລ້ວ ບັນດາເຈົ້ານາຍຊັ້ນຜູ້ໃຫຍ່ຂອງກະສັດແຫ່ງບາບີໂລນ ຄືເນການ-ຊາເຣເຊ, ຊາມກາເນໂບ, ຊາຣະເຊກິມ ແລະເນການ-ຊາເຣເຊ ຄົນອື່ນກໍໄດ້ເຂົ້າມາຕັ້ງກອງບັນຊາການທີ່ປະຕູໃຫຍ່ທາງເຂົ້າເມືອງ.)
4
ເມື່ອກະສັດເຊເດກີຢາ ແລະທະຫານທັງໝົດຂອງເພິ່ນ ໄດ້ເຫັນເຫດການເຊັ່ນນັ້ນ ຈຶ່ງພະຍາຍາມປົບໜີອອກຈາກເມືອງໃນເວລາກາງຄືນ. ພວກເຂົາໜີໄປທາງສວນຂອງກະສັດ ໂດຍທາງປະຕູລະຫວ່າງກຳແພງເມືອງທັງສອງ ແລະປົບໜີໄປທາງຮ່ອມພູຈໍແດນ.
5
ແຕ່ກອງທັບພວກບາບີໂລນໄດ້ໄລ່ຕາມພວກເຂົາໄປ ແລະຈັບກະສັດເຊເດກີຢາໄດ້ໃນທົ່ງພຽງໃກ້ກັບເມືອງເຢຣິໂກ. ແລ້ວພວກເຂົາກໍນຳເພິ່ນໄປມອບໃຫ້ກະສັດເນບູກາດເນັດຊາແຫ່ງບາບີໂລນ ທີ່ເມືອງຣິບລາໃນເຂດແດນຮາມັດ; ຢູ່ທີ່ນັ້ນ ກະສັດເນບູກາດເນັດຊາໄດ້ພິພາກສາລົງໂທດເພິ່ນ.
6
ກະສັດເນບູກາດເນັດຊາໄດ້ປະຫານຊີວິດພວກລູກຊາຍຂອງເຈົ້າເຊເດກີຢາ ຢູ່ທີ່ເມືອງຣິບລາຕໍ່ໜ້າຂອງເຈົ້າເຊເດກີຢາເອງ ແລະເພິ່ນກໍໄດ້ປະຫານບັນດາຂ້າຣາຊການແຫ່ງຢູດາຍເຊັ່ນກັນ.
7
ຫລັງຈາກນັ້ນແລ້ວ ເພິ່ນກໍໄດ້ຄວັດໜ່ວຍຕາເຈົ້າເຊເດກີຢາອອກ ແລະເອົາໂສ້ລ່າມເພິ່ນໄວ້ເພື່ອຈະນຳໄປບາບີໂລນ.
8
ໃນຂະນະດຽວກັນນັ້ນ ພວກບາບີໂລນກໍໄດ້ຈູດຣາຊວັງແລະເຮືອນຂອງປະຊາຊົນ ພ້ອມທັງກຳແພງນະຄອນເຢຣູຊາເລັມລົງໃຫ້ພິນາດ.
9
ໃນທີ່ສຸດ ເນບູຊາຣາດານ ຜູ້ບັນຊາການທະຫານ ກໍຈັບປະຊາຊົນທີ່ເຫຼືອຢູ່ໃນເມືອງລວມທັງຄົນທີ່ໜີເຂົ້າມາມອບຕົວຕໍ່ເພິ່ນ ໄປເປັນຊະເລີຍທີ່ບາບີໂລນ.
10
ລາວປະໄວ້ແຕ່ຄົນຍາກຈົນຈຳນວນບໍ່ເທົ່າໃດຄົນ ຄືຜູ້ທີ່ບໍ່ມີຊັບສົມບັດຫຍັງໃນອານາຈັກ ແລະລາວໄດ້ມອບສວນອະງຸ່ນ ແລະໄຮ່ນາໃຫ້ພວກເຂົາເຮັດ.
11
ແຕ່ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ສົ່ງເນບູຊາຣາດານ ຜູ້ບັນຊາການທະຫານໃຫ້ຈັດການດັ່ງນີ້:
12
“ຈົ່ງແຕ່ງຄົນໄປຊອກຫາເຢເຣມີຢາ ແລະເບິ່ງແຍງລາວໃຫ້ດີ. ຢ່າທຳຮ້າຍລາວ ແຕ່ຈົ່ງຊ່ວຍເຫລືອລາວຕາມທີ່ລາວຕ້ອງການ.”
13
ດັ່ງນັ້ນ ເນບູຊາຣາດານພ້ອມດ້ວຍເຈົ້ານາຍຊັ້ນຜູ້ໃຫຍ່ສອງຄົນ ຄືເນບູຊັດບານ ແລະເນການ-ຊາເຣເຊ ພ້ອມກັບເຈົ້ານາຍຄົນອື່ນໆອີກຂອງກະສັດແຫ່ງບາບີໂລນ
14
ຈຶ່ງໄດ້ນຳຂ້າພະເຈົ້າມາຈາກເດີ່ນຂອງຣາຊວັງ. ພວກເຂົາໄດ້ມອບຂ້າພະເຈົ້າໄວ້ຢູ່ໃຕ້ຄວາມເບິ່ງແຍງຂອງເກດາລີຢາລູກຊາຍຂອງອາຮີກຳ ແລະຫລານຊາຍຂອງຊາຟານ ແລະໃຫ້ນຳຂ້າພະເຈົ້າເມືອເຖິງເຮືອນຂອງຂ້າພະເຈົ້າຢ່າງປອດໄພ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ຢູ່ນຳປະຊາຊົນໃນທີ່ນັ້ນ.
15
ໃນຂະນະທີ່ຂ້າພະເຈົ້າໄດ້ຖືກຄວບຄຸມຕົວຢູ່ທີ່ເດີ່ນຂອງຣາຊວັງນີ້ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ,
16
“ໃຫ້ບອກເອເບັດເມເຫລັກ ຊາວເອທີໂອເປຍວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວວ່າ ເຮົາຈະນຳຄວາມຈິບຫາຍມາສູ່ເມືອງນີ້ຕາມທີ່ເຮົາໄດ້ກ່າວໄວ້ ແຕ່ບໍ່ແມ່ນຄວາມຈະເລີນຮຸ່ງເຮືອງ. ເມື່ອເຫດການນີ້ເກີດຂຶ້ນ ເຈົ້າຈະຢູ່ທີ່ນັ້ນເພື່ອເບິ່ງເຫດການນັ້ນ.
17
ພຣະເຈົ້າຢາເວກ່າວວ່າ, ແຕ່ເຮົາຈະປົກປ້ອງຄຸ້ມຄອງເຈົ້າ ແລະເຈົ້າຈະບໍ່ຖືກມອບໃຫ້ແກ່ຄົນທີ່ເຈົ້າຢ້ານກົວ.
18
ເຮົາຈະຮັກສາເຈົ້າໃຫ້ປອດໄພ ແລະເຈົ້າກໍຈະບໍ່ຖືກຂ້າ. ເຈົ້າຈະປົບໜີເອົາຊີວິດລອດ ເພາະເຈົ້າໄວ້ວາງໃຈໃນເຮົາ. ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.”’
← Chapter 38
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 40 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52