bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 35
Jeremiah 35
Lao Bible 2012 (ພຣະຄຳພີສັກສິ)
← Chapter 34
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 36 →
1
ເມື່ອເຈົ້າເຢໂຮຍອາກິມ ລູກຊາຍຂອງເຈົ້າໂຢສີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍນັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
2
“ຈົ່ງໄປຫາສະມາຊິກຂອງຕະກຸນເຣກາບແລະກ່າວກັບພວກເຂົາ. ແລ້ວຈົ່ງນຳພວກເຂົາມາທີ່ຫ້ອງໜຶ່ງຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະເອົາເຫຼົ້າອະງຸ່ນໃຫ້ພວກເຂົາດື່ມ.”
3
ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ນຳເອົາຕະກຸນເຣກາບທັງໝົດມາ ເຊັ່ນ: ຢາຊານີຢາ (ລູກຊາຍຂອງເຢເຣມີຢາຄົນອື່ນ ຜູ້ເປັນລູກຂອງຮາບາຊີນີຢາ) ພ້ອມດ້ວຍອ້າຍເອື້ອຍນ້ອງແລະລູກຊາຍທັງໝົດ
4
ແລະນຳພວກເຂົາໄປທີ່ວິຫານຂອງພຣະເຈົ້າຢາເວ. ຂ້າພະເຈົ້າໄດ້ນຳພວກເຂົາເຂົ້າໄປໃນຫ້ອງພວກລູກຊາຍຂອງຮານານ ລູກຊາຍຂອງອິກດາລີຢາຄົນຂອງພຣະເຈົ້າ. ຫ້ອງນີ້ຢູ່ເທິງຫ້ອງຂອງມາອາເສອີຢາລູກຊາຍຂອງຊານລູມ ເຈົ້າໜ້າທີ່ຄົນສຳຄັນຜູ້ໜຶ່ງໃນພຣະວິຫານ ແລະໃກ້ກັບຫ້ອງຂອງເຈົ້າໜ້າທີ່ຄົນອື່ນໆ.
5
ແລ້ວຂ້າພະເຈົ້າກໍໄດ້ວາງຈອກແລະຖ້ວຍທີ່ມີເຫຼົ້າອະງຸ່ນເຕັມຢູ່ ໄວ້ຕໍ່ໜ້າຊາວເຣກາບ ແລະກ່າວແກ່ພວກເຂົາວ່າ, “ເຊີນດື່ມເຫຼົ້າອະງຸ່ນເຖີດ.”
6
ແຕ່ພວກເຂົາໄດ້ຕອບວ່າ, “ພວກເຮົາບໍ່ດື່ມເຫຼົ້າອະງຸ່ນ; ເພາະໂຢນາດາບ ລູກຊາຍຂອງເຣກາບຜູ້ເປັນບັນພະບຸລຸດຂອງພວກເຮົາໄດ້ບອກພວກເຮົາວ່າ, ‘ພວກເຈົ້າຢ່າດື່ມເຫຼົ້າອະງຸ່ນຊະນິດໃດໆຈັກເທື່ອ ຄືພວກເຈົ້າເອງ ແລະລູກຫລານຂອງພວກເຈົ້າດ້ວຍ.
7
ພວກເຈົ້າຢ່າສ້າງເຮືອນ ຫລືເຮັດໄຮ່ເຮັດນາ ຫລືເຮັດສວນອະງຸ່ນ ຫລືຊື້ສິ່ງເຫຼົ່ານີ້, ແຕ່ພວກເຈົ້າຈະອາໄສຢູ່ໃນຜ້າເຕັນເລື້ອຍໄປ ເພື່ອພວກເຈົ້າຈະໄດ້ຢູ່ຢ່າງຍາວນານໃນດິນແດນນີ້ດັ່ງຊາວຕ່າງດ້າວ.’
8
ພວກເຮົາເຊື່ອຟັງຄຳແນະນຳທັງໝົດທີ່ໂຢນາດາບລູກຊາຍຂອງເຣກາບໄດ້ມອບໃຫ້. ພວກເຮົາຕະຫລອດທັງເມຍ, ລູກຊາຍ ແລະລູກສາວບໍ່ເຄີຍດື່ມເຫຼົ້າອະງຸ່ນຈັກເທື່ອ.
9
ພວກເຮົາບໍ່ໄດ້ປຸກເຮືອນຢູ່ແຕ່ຢູ່ໃນຜ້າເຕັນ ແລະພວກເຮົາກໍບໍ່ມີສວນອະງຸ່ນ, ທົ່ງໄຮ່ທົ່ງນາ ຫລືພືດຜົນເປັນເມັດເລີຍ. ພວກເຮົາໄດ້ຢຶດຖືຢ່າງຄົບຖ້ວນທຸກໆສິ່ງທີ່ໂຢນາດາບ ບັນພະບຸລຸດຂອງພວກເຮົາໄດ້ສັ່ງໄວ້.
11
ແຕ່ເມື່ອກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຮຸກຮານປະເທດ ພວກເຮົາໄດ້ຕັດສິນໃຈມາທີ່ນະຄອນເຢຣູຊາເລັມ ເພື່ອຫລົບໜີຈາກກອງທັບຂອງຊາວບາບີໂລນ ແລະຊາວຊີເຣຍ. ດ້ວຍເຫດນີ້ ພວກເຮົາຈຶ່ງມາອາໄສຢູ່ໃນນະຄອນເຢຣູຊາເລັມ.”
12
ແລ້ວພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກໍບອກຂ້າພະເຈົ້າ ໃຫ້ໄປກ່າວແກ່ປະຊາຊົນຢູດາຍ ແລະຊາວນະຄອນເຢຣູຊາເລັມວ່າ,
13
“ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຖາມວ່າ, ‘ເປັນຫຍັງພວກເຈົ້າຈຶ່ງບໍ່ຍອມຟັງເຮົາ ແລະເຊື່ອຟັງຖ້ອຍຄຳທັງຫລາຍຂອງເຮົາ. ພຣະເຈົ້າຢາເວກ່າວດັ່ງນີ້ວ່າ,
14
ເຊື້ອສາຍຂອງໂຢນາດາບລູກຊາຍຂອງເຣກາບໄດ້ເຊື່ອຟັງຄຳສັ່ງຂອງລາວ ໂດຍບໍ່ໄດ້ດື່ມເຫຼົ້າອະງຸ່ນ ແລະຈົນເຖິງທຸກວັນນີ້ ກໍບໍ່ມີຜູ້ໃດໃນພວກເຂົາດື່ມເລີຍ. ແຕ່ເຮົາໄດ້ສືບຕໍ່ກ່າວແກ່ພວກເຈົ້າ ແລະພວກເຈົ້າກໍບໍ່ໄດ້ເຊື່ອຟັງເຮົາ.
15
ເຮົາໄດ້ສືບຕໍ່ສົ່ງຜູ້ທຳນວາຍທຸກຄົນ ຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ແລະບອກພວກເຈົ້າໃຫ້ຫັນໜີຈາກວິທີດຳເນີນຊີວິດອັນຊົ່ວຊ້າ ແລະມາເຮັດໃນສິ່ງທີ່ຖືກຕ້ອງ. ພວກເຂົາໄດ້ເຕືອນພວກເຈົ້າບໍ່ໃຫ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ ເພື່ອພວກເຈົ້າຈະໄດ້ອາໄສຢູ່ໃນດິນແດນ ທີ່ເຮົາໄດ້ມອບໃຫ້ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ. ແຕ່ພວກເຈົ້າບໍ່ຟັງເຮົາກ່າວຫລືເອົາໃຈໃສ່ຕໍ່ເຮົາ.
16
ເຊື້ອສາຍຂອງໂຢນາດາບລູກຊາຍຂອງເຣກາບໄດ້ເຊື່ອຟັງຄຳສັ່ງ ທີ່ບັນພະບຸລຸດຂອງພວກເຂົາໄດ້ມອບໃຫ້, ແຕ່ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ.’
17
ສະນັ້ນ ບັດນີ້ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງກ່າວວ່າ, ‘ເຮົາຈະນຳເອົາການທຳລາຍທັງໝົດ ທີ່ເຮົາໄດ້ສັນຍາໄວ້ນັ້ນ ມາສູ່ປະຊາຊົນຢູດາຍ ແລະຊາວນະຄອນເຢຣູຊາເລັມ. ເຮົາຈະເຮັດເຊັ່ນນີ້ເພາະພວກເຈົ້າບໍ່ໄດ້ເຊື່ອຟັງ ເມື່ອເຮົາໄດ້ກ່າວແກ່ພວກເຈົ້າ ແລະພວກເຈົ້າບໍ່ໄດ້ຂານຕອບເມື່ອເຮົາໄດ້ເອີ້ນຫາພວກເຈົ້າ.”’
18
ແລ້ວຂ້າພະເຈົ້າກໍບອກຄົນໃນຕະກຸນເຣກາບນັ້ນວ່າ, “ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວວ່າ, ‘ຍ້ອນພວກເຈົ້າໄດ້ເຊື່ອຟັງຄຳສັ່ງທີ່ໂຢນາດາບບັນພະບຸລຸດຂອງພວກເຈົ້າ ໄດ້ມອບໃຫ້ແກ່ພວກເຈົ້ານັ້ນ; ພວກເຈົ້າຈຶ່ງເຮັດຕາມຄຳແນະນຳທຸກຢ່າງຂອງລາວ ແລະພວກເຈົ້າໄດ້ເຮັດທຸກໆສິ່ງທີ່ລາວໄດ້ສັ່ງພວກເຈົ້າ.’
19
ສະນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງສັນຍາວ່າ, ‘ໂຢນາດາບລູກຊາຍເຣກາບຈະມີເຊື້ອສາຍເປັນເພດຊາຍ ບົວລະບັດຮັບໃຊ້ເຮົາຕະຫລອດໄປ.”’
← Chapter 34
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 36 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52