bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 7
Jeremiah 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 8 →
1
ພຣະເຈົ້າຢາເວໄດ້ໃຊ້ຂ້າພະເຈົ້າໄປທີ່ປະຕູຂອງພຣະວິຫານ ບ່ອນທີ່ປະຊາຊົນຢູດາໄປນະມັດສະການ.
2
ພຣະອົງໄດ້ບອກຂ້າພະເຈົ້າໃຫ້ຢືນຢູ່ທີ່ປະຕູວິຫານຂອງພຣະເຈົ້າຢາເວ ແລະທີ່ນັ້ນໃຫ້ປະກາດວ່າ, “ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ ພວກເຈົ້າຊາວຢູດາທັງໝົດທີ່ເຂົ້າມາທາງປະຕູນີ້ເພື່ອນະມັດສະການພຣະເຈົ້າຢາເວ
3
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວດັ່ງນີ້ວ່າ, ຈົ່ງປ່ຽນທາງດຳເນີນຊີວິດ ແລະການກະທຳຂອງພວກເຈົ້າສາ ແລະເຮົາຈະໃຫ້ພວກເຈົ້າອາໄສຢູ່ໃນບ່ອນນີ້.
4
ຢ່າເຊື່ອຄຳຫລອກລວງທີ່ວ່າ, ‘ພວກເຮົາປອດໄພ ທີ່ນີ້ແມ່ນພຣະວິຫານຂອງພຣະເຈົ້າຢາເວ ທີ່ນີ້ແມ່ນພຣະວິຫານຂອງພຣະເຈົ້າຢາເວ ທີ່ນີ້ແມ່ນພຣະວິຫານຂອງພຣະເຈົ້າຢາເວ.’
5
ຈົ່ງປ່ຽນທາງດຳເນີນຊີວິດ ແລະການກະທຳຂອງພວກເຈົ້າສາ. ຈົ່ງປະຕິບັດຕໍ່ກັນແລະກັນຢ່າງຍຸດຕິທຳ.
6
ຈົ່ງເຊົາເອົາລັດເອົາປຽບຄົນຕ່າງດ້າວ, ລູກກຳພ້າ ແລະແມ່ໝ້າຍ. ຈົ່ງເຊົາປະຫັດປະຫານຄົນທີ່ບໍ່ມີຄວາມຜິດຢູ່ໃນດິນແດນນີ້. ຈົ່ງເຊົາຂາບໄຫວ້ພະອື່ນສາ ເພາະການກະທຳເຊັ່ນນັ້ນຈະເປັນການທຳລາຍພວກເຈົ້າເອງ.
7
ຖ້າພວກເຈົ້າປ່ຽນແປງ ເຮົາກໍຈະໃຫ້ພວກເຈົ້າອາໄສຢູ່ໃນດິນແດນນີ້ ຊຶ່ງເຮົາໄດ້ມອບໃຫ້ເປັນກຳມະສິດອັນຖາວອນສຳລັບບັນພະບຸລຸດຂອງພວກເຈົ້າ.
8
ເບິ່ງດູ ພວກເຈົ້າໄວ້ວາງໃຈໃນຄຳຫລອກລວງຕ່າງໆ.
9
ພວກເຈົ້າລັກ, ຂ້າເຈົ້າເອົາຂອງ, ລ່ວງເກີນຜົວເມຍຄົນອື່ນ, ສາບານດ້ວຍຄວາມບໍ່ຈິງ, ຖວາຍບູຊາແກ່ພະບາອານ ແລະຂາບໄຫວ້ພະຕ່າງໆທີ່ພວກເຈົ້າບໍ່ເຄີຍຮູ້ຈັກມາກ່ອນ.
10
ເຮົາກຽດຊັງການກະທຳເຫຼົ່ານີ້ຂອງພວກເຈົ້າ ແລະພວກເຈົ້າກໍມາຢືນຢູ່ຊ້ອງໜ້າເຮົາໃນພຣະວິຫານໂດຍເວົ້າວ່າ, ‘ພວກເຮົາປອດໄພ.’
11
ວິຫານນີ້ມີຊື່ ຕາມນາມຊື່ຂອງເຮົາ, ພວກເຈົ້າເຮັດໃຫ້ເປັນຖໍ້າຂອງໂຈນຊັ້ນບໍ? ເຮົາເຫັນສິ່ງທີ່ພວກເຈົ້າກຳລັງເຮັດຢູ່. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
12
ຈົ່ງໄປທີ່ເມືອງຊີໂລ ບ່ອນທີ່ເຮົາໄດ້ເລືອກໄວ້ໃຫ້ເປັນບ່ອນນະມັດສະການເຮົາເທື່ອທຳອິດ ແລະຈົ່ງເບິ່ງສິ່ງທີ່ເຮົາໄດ້ເຮັດຕໍ່ເມືອງນັ້ນ ເພາະບາບຂອງຊາວອິດສະຣາເອນ ປະຊາຊົນຂອງເຮົາ.
13
ພວກເຈົ້າເອງກໍໄດ້ເຮັດບາບເຫຼົ່ານີ້ທັງໝົດຄືກັນ, ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. ເຖິງແມ່ນວ່າເຮົາໄດ້ບອກພວກເຈົ້າຫລາຍເທື່ອແລ້ວກໍຕາມ; ແຕ່ພວກເຈົ້າກໍບໍ່ຍອມຟັງເຮົາ. ພວກເຈົ້າບໍ່ຂານຕອບເມື່ອເຮົາເອີ້ນຫາພວກເຈົ້າ.
14
ສະນັ້ນ ສິ່ງທີ່ເຮົາໄດ້ເຮັດຕໍ່ເມືອງຊີໂລນັ້ນ ເຮົາກໍຈະເຮັດຕໍ່ພຣະວິຫານຂອງເຮົາເຊັ່ນກັນ ຄືບ່ອນທີ່ພວກເຈົ້າໄວ້ວາງໃຈນັ້ນ. ໃນບ່ອນນີ້ເອງທີ່ເຮົາໄດ້ຍົກໃຫ້ບັນພະບຸລຸດຂອງພວກເຈົ້າແລະພວກເຈົ້າ; ແຕ່ເຮົາຈະເຮັດເໝືອນກັນກັບທີ່ເຮົາໄດ້ເຮັດຕໍ່ເມືອງຊີໂລ.
15
ເຮົາຈະຂັບໄລ່ພວກເຈົ້າອອກໄປໃຫ້ຫ່າງຈາກສາຍຕາຂອງເຮົາ ດັ່ງທີ່ໄດ້ເຮັດກັບຊາວເອຟຣາອິມ ພີ່ນ້ອງຂອງເຈົ້າ.”
16
ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ເຢເຣມີຢາເອີຍ ຢ່າພາວັນນາອະທິຖານສຳລັບປະຊາຊົນເຫຼົ່ານີ້ເລີຍ. ຢ່າຮ້ອງໄຫ້ຫລືພາວັນນາອະທິຖານເພື່ອພວກເຂົາ; ຢ່າຂໍຮ້ອງເຮົາເພາະເຮົາຈະບໍ່ຟັງເຈົ້າ.
17
ເຈົ້າບໍ່ເຫັນສິ່ງທີ່ພວກເຂົາກຳລັງເຮັດໃນເມືອງຂອງຢູດາຍ ແລະທີ່ທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມບໍ?
18
ພວກເດັກນ້ອຍຊອກຫາຟືນມາ, ພວກຜູ້ຊາຍດັງໄຟຂຶ້ນ ແລະພວກຜູ້ຍິງນັ້ນນວດແປ້ງເຮັດເຂົ້າໜົມຫວານເພື່ອຖວາຍໃຫ້ເຈົ້າແມ່ ທີ່ພວກເຂົາເອີ້ນວ່າ, ເຈົ້າຍິງແຫ່ງສະຫວັນ. ພວກເຂົາເທເຫຼົ້າອະງຸ່ນຖວາຍແກ່ບັນດາພະອື່ນ ເພື່ອເຮັດໃຫ້ເຮົາເຈັບຊໍ້າໜຳໃຈ.
19
ແຕ່ແມ່ນເຮົາແທ້ບໍ ທີ່ພວກເຂົາກຳລັງເຮັດໃຫ້ເຈັບຊໍ້າໜຳໃຈ? ບໍ່ແມ່ນເຮົາດອກ ແຕ່ແມ່ນພວກເຂົາເຮັດໃຫ້ພວກເຂົາເອງເຈັບຊໍ້າໜຳໃຈ ແລະນຳເອົາຄວາມອັບອາຍຂາຍໜ້າມາສູ່ພວກເຂົາເອງ.
20
ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງຈະເທຄວາມໂກດຮ້າຍອັນຮຸນແຮງຂອງເຮົາລົງໃສ່ພຣະວິຫານນີ້. ເຮົາຈະເທລົງໃສ່ທັງຄົນ ແລະສັດເດຍລະສານ ຕະຫລອດທັງກົກໄມ້ ແລະເຄື່ອງປູກຂອງຝັງດ້ວຍ. ຄວາມໂກດຮ້າຍຂອງເຮົາຈະລຸກໄໝ້ ດັ່ງໄຟທີ່ບໍ່ມີຜູ້ໃດມອດໄດ້.”
21
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ພຣະເຈົ້າຂອງຊາດອິດສະຣາເອນກ່າວດັ່ງນີ້ວ່າ, “ປະຊາຊົນຂອງເຮົາເອີຍ ເຄື່ອງບູຊາບາງຢ່າງ ພວກເຈົ້າຕ້ອງເຜົາໝົດເທິງແທ່ນບູຊາ ແລະເຄື່ອງບູຊາບາງຢ່າງ ພວກເຈົ້າໄດ້ຮັບອະນຸຍາດໃຫ້ກິນໄດ້, ແຕ່ສິ່ງທີ່ເຮົາບອກແມ່ນໃຫ້ພວກເຈົ້າກິນໄດ້ທັງໝົດ.
22
ເມື່ອເຮົາໄດ້ນຳບັນພະບຸລຸດຂອງພວກເຈົ້າອອກມາຈາກປະເທດເອຢິບນັ້ນ ເຮົາບໍ່ໄດ້ໃຫ້ຄຳສັ່ງກ່ຽວກັບເຄື່ອງເຜົາບູຊາ ຫລືເຄື່ອງບູຊາຊະນິດໃດໆແກ່ພວກເຂົາເລີຍ.
23
ແຕ່ໄດ້ສັ່ງພວກເຂົາໃຫ້ເຊື່ອຟັງເຮົາ ເພື່ອວ່າເຮົາຈະໄດ້ເປັນພຣະເຈົ້າຂອງພວກເຂົາ ແລະພວກເຂົາຈະໄດ້ເປັນປະຊາຊົນຂອງເຮົາ. ແລະເຮົາກໍໄດ້ບອກພວກເຂົາໃຫ້ດຳເນີນຊີວິດຕາມທີ່ເຮົາໄດ້ສັ່ງນັ້ນ ເພື່ອພວກເຂົາຈະໄດ້ຢູ່ເຢັນເປັນສຸກ.
24
ແຕ່ພວກເຂົາບໍ່ໄດ້ເຊື່ອຟັງຫລືເອົາໃຈໃສ່ເລີຍ. ພວກເຂົາຕ່າງກໍໄດ້ປະພຶດຕົນໄປຕາມຄວາມດື້ດ້ານ ແລະໃຈຊົ່ວຂອງພວກເຂົາເອງ; ສະນັ້ນ ພວກເຂົາຈຶ່ງຊົ່ວໜັກລົງແທນທີ່ຈະດີຂຶ້ນ.
25
ຕັ້ງແຕ່ມື້ທີ່ບັນພະບຸລຸດຂອງພວກເຈົ້າໄດ້ອອກຈາກປະເທດເອຢິບ ມາຈົນເຖິງທຸກວັນນີ້; ເຮົາກໍໄດ້ໃຊ້ບັນດາຜູ້ທຳນວາຍ ຜູ້ຮັບໃຊ້ຂອງເຮົາໄປຫາພວກເຈົ້າສະເໝີ.
26
ພວກເຈົ້າບໍ່ໄດ້ເຊື່ອຟັງ ຫລືເອົາໃຈໃສ່ເລີຍ, ແຕ່ພວກເຈົ້າແຮ່ງເປັນຄົນຫົວດື້ດ້ານ ແລະກະບົດຫລາຍກວ່າບັນພະບຸລຸດຂອງພວກເຈົ້າອີກ.
27
ສະນັ້ນ ເຢເຣມີຢາເອີຍ ເຈົ້າຈະກ່າວຖ້ອຍຄຳເຫຼົ່ານີ້ສູ່ປະຊາຊົນຂອງເຮົາຟັງ ແຕ່ພວກເຂົາຈະບໍ່ຟັງເຈົ້າ; ເຈົ້າຈະເອີ້ນຫາພວກເຂົາ ແຕ່ພວກເຂົາຈະບໍ່ຂານຕອບ.
28
ເຈົ້າຈະບອກພວກເຂົາວ່າ ຊົນຊາດຂອງພວກເຂົາບໍ່ຍອມເຊື່ອຟັງເຮົາ ຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຫລືບໍ່ຍອມຖອດຖອນບົດຮຽນຈາກການທີ່ພວກເຂົາຖືກລົງໂທດ. ຄວາມສັດຊື່ໄດ້ສູນຫາຍໄປຈາກພວກເຂົາສາແລ້ວ. ບໍ່ມີຜູ້ໃດເລີຍຢາກເອີ່ຍເຖິງເລື່ອງນີ້ອີກຕໍ່ໄປ.”
29
ພຣະເຈົ້າຢາເວກ່າວວ່າ, “ຊາວນະຄອນເຢຣູຊາເລັມເອີຍ ຈົ່ງໄວ້ທຸກສາເຖີດ ຈົ່ງແຖຜົມພວກເຈົ້າອອກ ແລະໂຍນມັນຖິ້ມສາ ຈົ່ງຮ້ອງເພງອາໄລອາວອນທີ່ເທິງຈອມພູພຸ້ນ ເພາະອົງພຣະຜູ້ເປັນເຈົ້າໂກດຮ້າຍໃດ ແລະປະຖິ້ມປະຊາຊົນຂອງເຮົາສາແລ້ວ.”
30
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຢູດາໄດ້ເຮັດສິ່ງທີ່ຊົ່ວຮ້າຍ. ພວກເຂົາໄດ້ເອົາຮູບພະຂອງພວກເຂົາທີ່ໜ້າກຽດຊັງນັ້ນ ມາວາງໄວ້ໃນວິຫານທີ່ມີຊື່ຕາມນາມຊື່ຂອງເຮົາ ແລະເຮັດໃຫ້ວິຫານນັ້ນເສື່ອມເສຍກຽດ.
31
ໃນຮ່ອມພູຮິນໂນມ ພວກເຂົາໄດ້ສ້າງແທ່ນບູຊາແທ່ນໜຶ່ງທີ່ຄົນເອີ້ນວ່າໂຕເຟັດ ເພື່ອວ່າພວກເຂົາຈະເອົາລູກຊາຍຍິງຂອງພວກເຂົາມາເຜົາບູຊາ. ເຮົາບໍ່ໄດ້ສັ່ງພວກເຂົາໃຫ້ເຮັດເຊັ່ນນີ້. ແມ່ນແຕ່ໃນຄວາມຄິດຂອງເຮົາກໍບໍ່ເຄີຍມີເຊັ່ນນັ້ນເລີຍ.”
32
ພຣະເຈົ້າຢາເວກ່າວວ່າ, “ດ້ວຍເຫດນີ້ ເວລາຈະຕ້ອງມາເຖິງຢ່າງແນ່ນອນ ແລະເມື່ອນັ້ນຄົນຈະບໍ່ເອີ້ນໂຕເຟັດ ຫລືຮ່ອມພູຮິນໂນມອີກຕໍ່ໄປ ແຕ່ຄົນຈະພາກັນເອີ້ນວ່າຮ່ອມພູແຫ່ງການຂ້າຟັນກັນ. ພວກເຂົາຈະຝັງຄົນໃນທີ່ນັ້ນຍ້ອນບໍ່ມີບ່ອນຝັງໃນທີ່ອື່ນ.
33
ຊາກສົບຕ່າງໆຈະກາຍເປັນອາຫານຂອງຝູງນົກ ແລະສັດປ່າທັງຫລາຍ ແລະຈະບໍ່ມີຜູ້ໃດໄລ່ມັນໜີໄປຈາກທີ່ນັ້ນ.
34
ດິນແດນຈະກາຍເປັນຖິ່ນແຫ້ງແລ້ງກັນດານ. ໃນເມືອງຂອງຢູດາຍ ແລະໃນທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມ ເຮົາຈະເຮັດໃຫ້ສຽງມ່ວນຊື່ນ ແລະສຽງເຈົ້າບ່າວເຈົ້າສາວທີ່ມີຄວາມສຸກໃນພິທີແຕ່ງງານມິດງຽບສິ້ນສຸດລົງ.”
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52