bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 40
Jeremiah 40
Lao Bible 2012 (ພຣະຄຳພີສັກສິ)
← Chapter 39
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 41 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າ ຫລັງຈາກເນບູຊາຣາດານ ຜູ້ບັນຊາການທະຫານໄດ້ປ່ອຍຂ້າພະເຈົ້າແລ້ວທີ່ເມືອງຣາມາ. ຂ້າພະເຈົ້າໄດ້ຖືກນຳຕົວໄປທີ່ນັ້ນ ໂດຍຖືກລ່າມໂສ້ໄປພ້ອມກັບປະຊາຊົນຄົນອື່ນໆຈາກນະຄອນເຢຣູຊາເລັມ ແລະຢູດາຍ ຄືພວກທີ່ໄດ້ຖືກຈັບເປັນຊະເລີຍເສິກໄປສູ່ບາບີໂລນ.
2
ຜູ້ບັນຊາການທະຫານໄດ້ພາຂ້າພະເຈົ້າແວະອອກມາ ແລະເວົ້າວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າໄດ້ຂູ່ວ່າ ຈະກະທຳໃຫ້ດິນແດນນີ້ຈິບຫາຍ
3
ແລະບັດນີ້ ພຣະເຈົ້າຢາເວກໍໄດ້ກະທຳດັ່ງທີ່ພຣະອົງໄດ້ກ່າວໄວ້ນັ້ນ. ເຫດການທັງໝົດທີ່ໄດ້ເກີດຂຶ້ນນີ້ ກໍເພາະປະຊາຊົນຂອງເຈົ້າໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ແລະບໍ່ໄດ້ເຊື່ອຟັງພຣະອົງ.
4
ບັດນີ້ ຂ້ອຍຈະແກ້ໂສ້ທີ່ລ່າມເຈົ້າອອກ ແລະປົດປ່ອຍເຈົ້າໃຫ້ເປັນອິດສະຫລະ. ຖ້າເຈົ້າຢາກໄປບາບີໂລນນຳຂ້ອຍ ເຈົ້າກໍໄປໄດ້ ແລະຂ້ອຍຈະເບິ່ງແຍງເຈົ້າ. ແຕ່ຖ້າເຈົ້າບໍ່ຢາກໄປ ກໍບໍ່ຈຳເປັນຕ້ອງໄປ. ເຈົ້າເລືອກໄປທີ່ໃດກໍໄດ້ໃນທົ່ວດິນແດນນີ້ ແລະເຈົ້າໄປທີ່ໃດກໍໄດ້ຕາມທີ່ເຈົ້າຕ້ອງການ.”
5
ເມື່ອຂ້າພະເຈົ້າບໍ່ຕອບ ເນບູຊາຣາດານກໍເວົ້າຂຶ້ນວ່າ, “ຈົ່ງກັບຄືນເມືອຫາເກດາລີຢາ ລູກຊາຍຂອງອາຮີກຳ ແລະຫລານຊາຍຂອງຊາຟານ ຜູ້ທີ່ກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງລາວ ໃຫ້ເປັນຜູ້ສຳເລັດຣາຊການຂອງເມືອງຂອງຢູດາຍແທນເພິ່ນ. ເຈົ້າອາດຢູ່ກັບລາວ ແລະອາໄສຢູ່ທ່າມກາງປະຊາຊົນກໍໄດ້ ຫລືເຈົ້າຈະໄປທີ່ໃດກໍໄດ້ ຕາມທີ່ເຈົ້າຄິດເຫັນວ່າເໝາະສົມ.” ແລ້ວເພິ່ນກໍມອບຂອງຂວັນ ແລະອາຫານບາງສ່ວນໃຫ້ຂ້າພະເຈົ້າເອົາໄປນຳ ແລະປ່ອຍໃຫ້ຂ້າພະເຈົ້າໄປຕາມທາງຂອງຂ້າພະເຈົ້າ.
6
ຂ້າພະເຈົ້າໄດ້ໄປຢູ່ກັບເກດາລີຢາໃນເມືອງມີຊະປາ ແລະອາໄສຢູ່ໃນທ່າມກາງປະຊາຊົນທີ່ຍັງເຫລືອຢູ່ໃນດິນແດນນັ້ນ.
7
ຍັງມີນາຍທະຫານແລະທະຫານບາງຄົນທີ່ບໍ່ຍອມຈຳນົນ. ພວກເຂົາໄດ້ຍິນວ່າກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງເກດາລີຢາ ໃຫ້ເປັນຜູ້ສຳເລັດຣາຊການປະເທດ ແລະໃຫ້ເພິ່ນກຳກັບພວກທີ່ບໍ່ໄດ້ຖືກຈັບໄປເປັນຊະເລີຍທີ່ບາບີໂລນ ຄືປະຊາຊົນທັງໝົດຜູ້ຍາກຈົນທີ່ສຸດຢູ່ໃນອານາຈັກ.
8
ສະນັ້ນ ອິດຊະມາເອນລູກຊາຍຂອງເນທານີຢາ, ໂຢຮານານລູກຊາຍຂອງກາເຣຢາ, ເສຣາອີຢາລູກຊາຍຂອງຕັນຮູເມັດ, ບັນດາລູກຊາຍຂອງເອຟາອີຈາກເມືອງເນໂຕຟາ ແລະຢາອາຊານີຢາ ຈາກເມືອງມາອາກາ ຈຶ່ງໄດ້ນຳຄົນຂອງພວກຕົນໄປຫາເກດາລີຢາທີ່ເມືອງມີຊະປາ.
9
ເກດາລີຢາລູກຊາຍຂອງອາຮີກຳ ແລະຫລານຊາຍຂອງຊາຟານຈຶ່ງເວົ້າກັບພວກເຂົາວ່າ, “ຂ້ອຍຂໍຮັບຮອງວ່າ ພວກເຈົ້າບໍ່ຈຳເປັນຕ້ອງຢ້ານທີ່ຈະຍອມຈຳນົນຕໍ່ຊາວບາບີໂລນ. ຈົ່ງຕັ້ງຖິ່ນຖານຢູ່ໃນດິນແດນນີ້ຮັບໃຊ້ກະສັດແຫ່ງບາບີໂລນ ແລະທຸກສິ່ງຈະເປັນໄປໂດຍດີສຳລັບພວກເຈົ້າ.
10
ຂ້ອຍເອງຈະຢູ່ທີ່ເມືອງມີຊະປານີ້ເປັນຜູ້ຕາງໜ້າຂອງພວກເຈົ້າ ເມື່ອພວກບາບີໂລນມາທີ່ນີ້, ແຕ່ພວກເຈົ້າຮວບຮວມ ແລະສະສົມເຫຼົ້າອະງຸ່ນ, ຜົນລະໄມ້ ແລະນໍ້າມັນໝາກກອກເທດ ແລະອາໄສຢູ່ໃນໝູ່ບ້ານທີ່ພວກເຈົ້າຄຸ້ມຄອງນັ້ນໄດ້.”
11
ໃນຂະນະດຽວກັນນັ້ນ ຊາວອິດສະຣາເອນທັງໝົດທີ່ໄດ້ອາໄສຢູ່ໃນໂມອາບ, ອຳໂມນ, ເອໂດມ ແລະດິນແດນອື່ນອີກໄດ້ຍິນວ່າ ກະສັດແຫ່ງບາບີໂລນໄດ້ອະນຸຍາດໃຫ້ຊາວອິດສະຣາເອນບາງຄົນອາໄສຢູ່ໃນຢູດາຍໄດ້ ແລະເພິ່ນແຕ່ງຕັ້ງເກດາລີຢາລູກຊາຍຂອງອາຮີກຳ ແລະຫລານຊາຍຂອງຊາຟານໃຫ້ເປັນຜູ້ສຳເລັດຣາຊການຂອງພວກເຂົາ.
12
ສະນັ້ນ ພວກເຂົາຈຶ່ງອອກໜີຈາກບ່ອນຕ່າງໆ ທີ່ພວກຕົນໄດ້ກະຈັດກະຈາຍໄປນັ້ນ ແລະກັບຄືນມາຢູດາຍ. ພວກເຂົາໄດ້ມາຫາເກດາລີຢາທີ່ເມືອງມີຊະປາ; ໃນທີ່ນັ້ນ ພວກເຂົາໄດ້ຮວບຮວມເຫຼົ້າອະງຸ່ນ ແລະຜົນລະໄມ້ໄວ້ເປັນຈຳນວນຫລວງຫລາຍ.
13
ຫລັງຈາກນີ້ ໂຢຮານານລູກຊາຍຂອງກາເຣຢາ ແລະບັນດາຜູ້ນຳຝ່າຍທະຫານທີ່ບໍ່ຍອມຈຳນົນ ໄດ້ມາຫາເກດາລີຢາທີ່ເມືອງມີຊະປາ
14
ແລະກ່າວແກ່ເພິ່ນວ່າ, “ທ່ານບໍ່ຮູ້ຫລືວ່າ ກະສັດບາອາລີແຫ່ງອຳໂມນໄດ້ໃຊ້ອິດຊະມາເອນລູກຊາຍຂອງເນທານີຢາມາລອບສັງຫານທ່ານ?” ແຕ່ເກດາລີຢາລູກຊາຍຂອງອາຮີກຳບໍ່ເຊື່ອພວກເຂົາ.
15
ແລ້ວໂຢຮານານລູກຊາຍຂອງກາເຣຢາກໍເວົ້າຕໍ່ເພິ່ນເປັນທາງລັບທີ່ມີຊະປາວ່າ, “ຈົ່ງໃຫ້ຂ້ານ້ອຍໄປສັງຫານອິດຊະມາເອນສາ ແລະຈະບໍ່ມີຄົນຮູ້ວ່າແມ່ນຜູ້ໃດເປັນຄົນຂ້າ. ເປັນຫຍັງຈຶ່ງຈະປ່ອຍໃຫ້ລາວມາລອບສັງຫານທ່ານ? ການກະທຳເຊັ່ນນັ້ນກໍຈະເປັນເຫດໃຫ້ຊາວຢິວທັງໝົດ ທີ່ມາເຕົ້າໂຮມກັນຢູ່ນຳທ່ານນັ້ນຕ້ອງຖືກກະຈັດກະຈາຍໄປ ຊຶ່ງຈະນຳຄວາມຈິບຫາຍຢ່າງໃຫຍ່ຫລວງ ມາສູ່ປະຊາຊົນທຸກໆຄົນທີ່ຍັງເຫລືອຢູ່ໃນຢູດາຍ.”
16
ແຕ່ເກດາລີຢາລູກຊາຍຂອງອາຮີກຳໄດ້ຕອບໂຢຮານານລູກຊາຍຂອງກາເຣຢາວ່າ, “ຢ່າເຮັດເລີຍ ສິ່ງທີ່ເຈົ້າກຳລັງເວົ້າກ່ຽວກັບອິດຊະມາເອນນັ້ນ ບໍ່ເປັນຄວາມຈິງດອກ.”
← Chapter 39
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 41 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52