bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 14
Jeremiah 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 15 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າກ່ຽວກັບໄພແຫ້ງແລ້ງວ່າ,
2
“ຢູດາກຳລັງຢູ່ໃນສະພາບໄວ້ທຸກ ເພາະຄົນໃນເມືອງກຳລັງລົ້ມຕາຍ ປະຊາຊົນໃນເມືອງກໍໂສກເສົ້ານອນຕາມຂີ້ດິນ ແລະນະຄອນເຢຣູຊາເລັມກໍຮ້ອງຂໍໃຫ້ຊ່ວຍ.
3
ຄົນຮັ່ງມີສົ່ງຄົນຮັບໃຊ້ອອກໄປຊອກຕັກນໍ້າມາກິນ ແຕ່ບໍ່ໄດ້ພົບນໍ້າເລີຍ ເມື່ອພວກເຂົາໄປຮອດອ່າງນໍ້າ; ພວກເຂົາເລີຍຖືໄຫເປົ່າພາກັນກັບຄືນເມືອ ໝົດກຳລັງໃຈທັງສັບສົນຈຶ່ງອັດໜ້າຕົນໄວ້.
4
ເພາະຝົນບໍ່ຕົກແລະພື້ນດິນແຫ້ງແລ້ງໄປ ພວກພໍ່ນາກໍເປັນທຸກໃຈຈຶ່ງອັດໜ້າຕົນໄວ້.
5
ໃນທົ່ງຫຍ້າ ກວາງແມ່ປະຖິ້ມລູກທີ່ຫາກໍເກີດມາ ເພາະບໍ່ມີຫຍ້າໃນທີ່ນັ້ນເລີຍ ພໍຈະເປັນອາຫານໄດ້.
6
ລໍປ່າກໍຢືນຢູ່ເທິງທີ່ສູງທັງຫລາຍ ຄ່ອຍໆຫາຍໃຈປາເໝືອນດັ່ງຝູງໝາປ່າ; ສາຍຕາພວກມັນກໍມືດມົວໄປ ເພາະບໍ່ມີຫຍ້າກິນເປັນອາຫານສາແລ້ວ.
7
ປະຊາຊົນຂອງເຮົານັ້ນຕ່າງກໍຮ້ອງຫາເຮົາວ່າ, ‘ແມ່ນການບາບທີ່ກ່າວໂທດໃສ່ພວກຂ້ານ້ອຍ ແຕ່ໂຜດຊ່ວຍໃຫ້ພົ້ນດ້ວຍ ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຊ່ວຍເຫລືອຕາມທີ່ພຣະອົງໄດ້ສັນຍາໄວ້. ພວກຂ້ານ້ອຍໄດ້ຫັນໜີຫລາຍເທື່ອຈາກພຣະອົງ ພວກຂ້ານ້ອຍກະທຳບາບຕໍ່ສູ້ພຣະອົງສາແລ້ວ.
8
ຄວາມຫວັງອັນດຽວຂອງອິດສະຣາເອນຄືພຣະອົງ ພຣະອົງເປັນຜູ້ຊ່ວຍພວກຂ້ານ້ອຍໃນເວລາຖືກຂັດສົນ. ເປັນຫຍັງພຣະອົງຈຶ່ງເຮັດຄືກັບຄົນຕ່າງດ້າວນໍ ດັ່ງນັກທ່ອງທ່ຽວທີ່ແວ່ຢາມພຽງຄືນດຽວເທົ່ານັ້ນ?
9
ເປັນຫຍັງຈຶ່ງເປັນດັ່ງຄົນທີ່ຫລອນເຮັດຫລອນທຳ ດັ່ງທະຫານທີ່ຂາດກຳລັງຊ່ວຍເຫລືອຜູ້ໃດບໍ່ໄດ້? ຂ້າແດ່ພຣະເຈົ້າຢາເວ ແນ່ນອນພຣະອົງສະຖິດຢູ່ນຳ ພວກຂ້ານ້ອຍເປັນຂອງພຣະອົງ ຢ່າປະຖິ້ມພວກຂ້ານ້ອຍເລີຍ.”’
10
ພຣະເຈົ້າຢາເວໄດ້ກ່າວໃສ່ປະຊາຊົນເຫຼົ່ານີ້ວ່າ, “ພວກເຂົາມັກແລ່ນໜີໄປຈາກເຮົາ ແລະຈະຄອບຄຸມພວກເຂົາເອງບໍ່ໄດ້. ສະນັ້ນ ພຣະເຈົ້າຢາເວຈຶ່ງບໍ່ພໍໃຈນຳພວກເຂົາ ເຮົາຈະຈົດຈຳຄວາມຜິດທີ່ພວກເຂົາໄດ້ເຮັດ ແລະຈະລົງໂທດພວກເຂົາເພາະບາບກຳທີ່ພວກເຂົາໄດ້ກະທຳ.”
11
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າສູ່ພາວັນນາອະທິຖານເພື່ອຄົນເຫຼົ່ານີ້.
12
ຖ້າພວກເຂົາຖືສິນອົດອາຫານ ເຮົາກໍຈະບໍ່ຟັງພວກເຂົາຮ້ອງໄຫ້ຂໍຄວາມຊ່ວຍເຫລືອ; ແລະຖ້າພວກເຂົາເຜົາສັດບູຊາແລະຖວາຍອາຫານແກ່ເຮົາ ເຮົາກໍຈະບໍ່ພໍໃຈກັບພວກເຂົາ ແຕ່ເຮົາຈະຂ້າພວກເຂົາໃນສົງຄາມ ໃນການອຶດຕາຍ ແລະໃນການເຈັບໄຂ້ໄດ້ປ່ວຍ.”
13
ແລ້ວຂ້າພະເຈົ້າກໍກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ພຣະອົງຮູ້ເຖິງເລື່ອງທີ່ບັນດາຜູ້ທຳນວາຍກຳລັງບອກປະຊາຊົນວ່າ ຈະບໍ່ມີເສິກສົງຄາມ ແລະການອຶດຕາຍດອກ ກໍເພາະພຣະອົງໄດ້ສັນຍາໄວ້. ດັ່ງນັ້ນ ພວກເຂົາເວົ້າວ່າ, ໃນດິນແດນຂອງພວກເຮົາຈະມີແຕ່ຄວາມສະຫງົບສຸກເທົ່ານັ້ນ.”
14
ແຕ່ພຣະເຈົ້າຢາເວໄດ້ຕອບຄືນວ່າ, “ພວກຜູ້ທຳນວາຍກຳລັງໃຊ້ນາມຂອງເຮົາກ່າວຖ້ອຍຄຳບໍ່ຈິງ ເຮົາບໍ່ໄດ້ໃຊ້ພວກເຂົາໄປ ແລະບໍ່ໄດ້ສັ່ງ ຫລືເວົ້າແມ່ນແຕ່ຄຳດຽວກັບພວກເຂົາ. ນິມິດທັງຫລາຍທີ່ພວກເຂົາເວົ້າເຖິງນັ້ນບໍ່ໄດ້ມາຈາກເຮົາ ການທຳນວາຍຂອງພວກເຂົາບໍ່ມີປະໂຫຍດ ແລະເປັນສິ່ງທີ່ພວກເຂົາຄິດຝັນເອົາເອງ.
15
ເຮົາຄືພຣະເຈົ້າຢາເວບອກເຈົ້າໃຫ້ຮູ້ເຖິງສິ່ງທີ່ເຮົາກຳລັງຈະເຮັດ ຕໍ່ພວກຜູ້ທຳນວາຍເຫຼົ່ານີ້ ແລະເຮົາບໍ່ໄດ້ໃຊ້ພວກເຂົາໄປ; ແຕ່ພວກເຂົາເວົ້າໃນນາມຂອງເຮົາວ່າ ສົງຄາມ ແລະຄວາມອຶດຕາຍຈະບໍ່ເກີດຂຶ້ນຢູ່ໃນດິນແດນນີ້; ເຮົາຈະຂ້າພວກເຂົາໃນສົງຄາມ ແລະໃນການອຶດຢາກ.
16
ປະຊາຊົນຜູ້ໃດທີ່ຟັງພວກເຂົາເວົ້າໃນສິ່ງເຫຼົ່ານີ້ ກໍຈະຖືກຂ້າໂດຍວິທີດຽວກັນນີ້. ຊາກສົບຂອງພວກເຂົາຈະຖືກໂຍນຖິ້ມ ຕາມທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມ ແລະຈະບໍ່ມີຜູ້ໃດຝັງຊາກສົບຂອງພວກເຂົາ. ເຫດການນີ້ຈະເກີດຂຶ້ນກັບພວກເຂົາທຸກຄົນ ລວມທັງເມຍ, ລູກຊາຍ ແລະລູກສາວຂອງພວກເຂົາດ້ວຍ. ເຮົາຈະໃຫ້ພວກເຂົາໄດ້ຮັບໂທດກຳ ຍ້ອນພວກເຂົາເອງໄດ້ເຮັດຊົ່ວ.”
17
ອົງພຣະຜູ້ເປັນເຈົ້າໄດ້ສັ່ງຂ້າພະເຈົ້າໃຫ້ບອກປະຊາຊົນ ເຖິງຄວາມເສຍໃຈຂອງຂ້າພະເຈົ້າວ່າ: “ຂໍໃຫ້ນໍ້າຕາຂອງຂ້ານ້ອຍໄຫລຫລັ່ງທັງເວັນທັງຄືນ ຂໍຢ່າໃຫ້ຂ້ານ້ອຍເຊົາຮ້ອງໄຫ້ຈັກເທື່ອ ເພາະປະຊາຊົນຂອງຂ້ານ້ອຍໄດ້ຖືກທຳລາຍໜັກ ບາດແຜຂອງພວກເຂົາກໍໜັກໜ່ວງແທ້ໆ.
18
ເມື່ອຂ້ານ້ອຍອອກໄປຕາມທ້ອງທົ່ງນາ ກໍເຫັນຊາກສົບຄົນຕາຍຢາຍຢູ່ໃນສະໜາມຮົບ; ເມື່ອຂ້ານ້ອຍເຂົ້າໄປໃນນະຄອນ ກໍເຫັນຄົນກຳລັງອຶດຕາຍກັນທັງນັ້ນ. ຜູ້ທຳນວາຍແລະປະໂຣຫິດກໍເຮັດວຽກຂອງພວກເຂົາ ແຕ່ພວກເຂົາບໍ່ຮູ້ຈັກສິ່ງທີ່ພວກຕົນກຳລັງເຮັດຢູ່.”
19
ພຣະອົງໄດ້ປະຖິ້ມຢູດາເດັດຂາດແລ້ວບໍ? ພຣະອົງກຽດຊັງປະຊາຊົນໃນນະຄອນຊີໂອນຫລືນີ້? ເປັນຫຍັງຈຶ່ງທຳຮ້າຍພວກຂ້ານ້ອຍໜັກຫລາຍ? ຈົນບໍ່ຮັກສາພວກຂ້ານ້ອຍໃຫ້ດີໄດ້? ສັນຕິສຸກຄືສິ່ງທີ່ພວກຂ້ານ້ອຍຊອກຫາ ແຕ່ກໍບໍ່ເຫັນສິ່ງທີ່ດີເກີດຂຶ້ນມາຈັກເທື່ອ; ພວກຂ້ານ້ອຍຫວັງຈະໄດ້ຮັບການຮັກສາໃຫ້ດີ ແຕ່ຄວາມຢ້ານກົວໃຫຍ່ກໍມາແທນທີ່.
20
ຂ້າແດ່ພຣະເຈົ້າຢາເວ ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະອົງ ຈຶ່ງຮັບຮູ້ບາບກຳທີ່ບັນພະບຸລຸດໄດ້ກະທຳນັ້ນ ຄືການບາບທີ່ພວກຂ້ານ້ອຍໄດ້ເຮັດມາ ຊຶ່ງເປັນຄວາມຜິດຕໍ່ສູ້ພຣະອົງ.
21
ຈົ່ງຈື່ຈຳພຣະສັນຍາ ແລະຢ່າກຽດຊັງພວກຂ້ານ້ອຍເລີຍ ຢ່ານຳຄວາມອັບອາຍມາສູ່ນະຄອນເຢຣູຊາເລັມ ບ່ອນທີ່ບັນລັງຂອງພຣະເຈົ້າຕັ້ງຢູ່ຢ່າງສະຫງ່າຣາສີ ຢ່າຍົກເລີກພັນທະສັນຍາທີ່ພຣະອົງໄດ້ເຮັດໄວ້ທ້ອນ
22
ບໍ່ມີຮູບເຄົາຣົບຂອງຊົນຊາດໃດເຮັດໃຫ້ຝົນຕົກມາ ຟ້າສະຫວັນກໍເຮັດໃຫ້ຝົນຫລັ່ງລິນລົງມາບໍ່ໄດ້; ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ເພາະແມ່ນພຣະອົງທີ່ໄດ້ກະທຳທຸກສິ່ງເຫຼົ່ານີ້.
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52