bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 29
Jeremiah 29
Lao Bible 2012 (ພຣະຄຳພີສັກສິ)
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 30 →
1
ຂ້າພະເຈົ້າໄດ້ຂຽນໜັງສືສະບັບໜຶ່ງເຖິງພວກປະໂຣຫິດ, ພວກຜູ້ທຳນວາຍ ແລະເຖິງຄົນອື່ນໆທີ່ເຈົ້າເນບູກາດເນັດຊາໄດ້ຈັບພວກເຂົາ ຈາກນະຄອນເຢຣູຊາເລັມໄປເປັນຊະເລີຍທີ່ບາບີໂລນ.
2
ຂ້າພະເຈົ້າໄດ້ຂຽນຈົດໝາຍນີ້ ຫລັງຈາກທີ່ກະສັດເຢໂຮຍອາກິນ, ມານດາຂອງເພິ່ນ, ບັນດາຂ້າຣາຊການໃນວັງ, ພວກເຈົ້ານາຍຂອງຢູດາຍ ແລະຂອງນະຄອນເຢຣູຊາເລັມ, ພວກຊ່າງສີມື ແລະພວກກຳມະກອນທີ່ຊຳນິຊຳນານໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.
3
ຂ້າພະເຈົ້າໄດ້ມອບຈົດໝາຍນັ້ນໃຫ້ເອລາຊາລູກຊາຍຂອງຊາຟານ ແລະເກມາຣີຢາລູກຊາຍຂອງຮິນກີຢາ ຄືພວກທີ່ກະສັດເຊເດກີຢາແຫ່ງຢູດາຍ ໄດ້ສົ່ງໄປພົບກະສັດເນບູກາດເນັດຊາແຫ່ງບາບີໂລນ. ໜັງສືນັ້ນມີເນື້ອຄວາມວ່າດັ່ງນີ້:
4
“ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວຕໍ່ປະຊາຊົນເຫຼົ່ານັ້ນທັງໝົດ ທີ່ພຣະອົງໄດ້ອະນຸຍາດໃຫ້ກະສັດເນບູກາດເນັດຊາ ຈັບພວກເຂົາຈາກນະຄອນເຢຣູຊາເລັມໄປເປັນຊະເລີຍທີ່ບາບີໂລນວ່າ:
5
‘ຈົ່ງປຸກເຮືອນແລະເຂົ້າຢູ່ອາໄສ. ຈົ່ງປູກຝັງໃນສວນແລະກິນຜົນລະປູກທີ່ເກີດຈາກສວນນັ້ນ.
6
ຈົ່ງແຕ່ງງານແລະມີລູກຢູ່ທີ່ນັ້ນ. ແລ້ວໃຫ້ລູກຂອງພວກເຈົ້າແຕ່ງງານກັນ ເພື່ອພວກເຂົາຈະມີລູກເຊັ່ນດຽວກັນ. ພວກເຈົ້າຕ້ອງເພີ່ມຈຳນວນຄົນໃຫ້ຫລາຍຂຶ້ນ ແລະບໍ່ໃຫ້ລົດໜ້ອຍຖອຍລົງ.
7
ຈົ່ງພັດທະນາບ້ານເມືອງ ບ່ອນທີ່ເຮົາໄດ້ໃຫ້ພວກເຈົ້າໄປອາໄສຢູ່ ໃນຖານະຊະເລີຍເສິກນັ້ນໃຫ້ດີ. ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວເພື່ອພວກເຂົາ ເພາະຖ້າພວກເຂົາຈະເລີນຮຸ່ງເຮືອງ ພວກເຈົ້າກໍຈະຈະເລີນຮຸ່ງເຮືອງດ້ວຍ.’
8
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ເຕືອນພວກເຈົ້າວ່າ, ‘ຢ່າຍອມໃຫ້ພວກຜູ້ທຳນວາຍທີ່ຢູ່ທ່າມກາງພວກເຈົ້າ ຫລືພວກອື່ນໆທີ່ອ້າງຕົນວ່າເປັນຜູ້ທຳນວາຍອະນາຄົດລໍ້ລວງພວກເຈົ້າ. ຢ່າໄດ້ສົນໃຈນຳຄວາມຝັນໃດໆຂອງພວກເຂົາ.
9
ພວກເຂົາໃຊ້ນາມຂອງເຮົາເວົ້າຕົວະຍົວະພວກເຈົ້າ ເຮົາບໍ່ໄດ້ໃຊ້ພວກເຂົາມາ.’ ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
10
ພຣະເຈົ້າຢາເວກ່າວວ່າ, ‘ເມື່ອຢູ່ນະຄອນບາບີໂລນຄົບເຈັດສິບປີ ແລ້ວເຮົາກໍຈະສະແດງຄວາມຫ່ວງໃຍຂອງເຮົາສຳລັບພວກເຈົ້າ ທັງຈະຮັກສາຄຳສັນຍາຂອງເຮົາທີ່ວ່າ ຈະນຳພວກເຈົ້າກັບຄືນມາສູ່ບ້ານເກີດເມືອງນອນ.
11
ເຮົາຜູ້ດຽວເທົ່ານັ້ນທີ່ຮູ້ແຜນການຂອງເຮົາສຳລັບພວກເຈົ້າ,’ ພຣະເຈົ້າຢາເວກ່າວວ່າ, ‘ຄືແຜນການທີ່ນຳຄວາມຈະເລີນຮຸ່ງເຮືອງມາສູ່ພວກເຈົ້າ ແລະບໍ່ແມ່ນນຳຄວາມຈິບຫາຍມາສູ່ພວກເຈົ້າ ແຕ່ເປັນແຜນການທີ່ນຳຄວາມຫວັງມາສູ່ອະນາຄົດຂອງພວກເຈົ້າ.
12
ແລ້ວພວກເຈົ້າກໍຈະເອີ້ນຫາເຮົາ. ເມື່ອພວກເຈົ້າມາຫາເຮົາແລະພາວັນນາອະທິຖານຫາເຮົາ ເຮົາກໍຈະຕອບຄຳພາວັນນາອະທິຖານຂອງພວກເຈົ້າ.
13
ຖ້າພວກເຈົ້າຊອກຫາເຮົາຢ່າງໝົດຈິດໝົດໃຈ ພວກເຈົ້າກໍຈະພົບເຮົາ
14
ພວກເຈົ້າຈະພົບເຮົາແທ້ໆ,’ ພຣະເຈົ້າຢາເວກ່າວວ່າ, ‘ແລະເຮົາຈະປົວແປງພວກເຈົ້າຂຶ້ນໃໝ່ຢູ່ໃນປະເທດຂອງພວກເຈົ້າເອງ. ເຮົາຈະເຕົ້າໂຮມພວກເຈົ້າຈາກທຸກໆປະເທດແລະຈາກທຸກໆບ່ອນ ຊຶ່ງເຮົາໄດ້ໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ’ ພຣະເຈົ້າຢາເວກ່າວວ່າ ‘ແລະເຮົາຈະນຳພວກເຈົ້າກັບຄືນມາສູ່ດິນແດນ ຊຶ່ງເຮົາໄດ້ສົ່ງພວກເຈົ້າໄປເປັນຊະເລີຍນັ້ນ.’
15
ພວກເຈົ້າອາດຈະເວົ້າວ່າ ‘ພຣະເຈົ້າຢາເວໄດ້ໃຫ້ຜູ້ທຳນວາຍແກ່ພວກເຮົາທີ່ບາບີໂລນແລ້ວ.’
16
ຈົ່ງຟັງພຣະເຈົ້າຢາເວກ່າວກ່ຽວກັບກະສັດ ຜູ້ທີ່ປົກຄອງອານາຈັກ ຊຶ່ງເຈົ້າດາວິດໄດ້ປົກຄອງແລະກ່ຽວກັບປະຊາຊົນຢູ່ໃນເມືອງນັ້ນ ຄືກ່າວຕໍ່ພີ່ນ້ອງທີ່ບໍ່ໄດ້ຖືກຈັບມາເປັນຊະເລີຍພ້ອມກັບພວກເຈົ້າ.
17
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ‘ເຮົາກຳລັງຈະນຳສົງຄາມ, ການຕາຍອຶດຕາຍຫິວ, ການເຈັບໄຂ້ໄດ້ປ່ວຍມາສູ່ພວກເຂົາ ແລະເຮົາຈະເຮັດໃຫ້ພວກເຂົາເປັນດັ່ງໝາກເດື່ອເນົ່າຈົນກິນບໍ່ໄດ້.
18
ເຮົາຈະໃຫ້ສົງຄາມ, ການຕາຍອຶດຕາຍຫິວ, ແລະການເຈັບໄຂ້ໄດ້ປ່ວຍໄລ່ຕາມພວກເຂົາໄປ ແລະຊົນຊາດທັງຫລາຍໃນໂລກຈະຕົກໃຈຢ້ານກົວໃນສິ່ງທີ່ພວກເຂົາເຫັນ. ໃນທຸກໆບ່ອນທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປ ປະຊາຊົນຈະສະດຸ້ງຕົກໃຈທັງຢ້ານກົວຫຼາຍ ຕໍ່ສິ່ງທີ່ໄດ້ເກີດຂຶ້ນກັບພວກເຂົານັ້ນ. ປະຊາຊົນຈະຫົວເຍາະເຍີ້ຍພວກເຂົາ ແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.
19
ເຫດການນີ້ຈະເກີດຂຶ້ນ ເພາະພວກເຂົາບໍ່ໄດ້ເຊື່ອຟັງຖ້ອຍຄຳຂອງເຮົາ.’ ພຣະເຈົ້າຢາເວກ່າວວ່າ ‘ທີ່ເຮົາໄດ້ສົ່ງມາສູ່ພວກເຂົາຜ່ານທາງພວກຜູ້ທຳນວາຍຜູ້ຮັບໃຊ້ຂອງເຮົາ. ແຕ່ພວກເຈົ້າບໍ່ຍອມຟັງ.’ ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
20
ຝ່າຍພວກເຈົ້າທັງໝົດທີ່ເຮົາໄດ້ສົ່ງມາໃຫ້ເປັນຊະເລີຍໃນບາບີໂລນນັ້ນ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ.
21
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວກ່ຽວກັບອາຮາບລູກຊາຍຂອງໂກໄລຢາ ແລະເຊເດກີຢາລູກຊາຍຂອງມາອາເສອີຢາ ທີ່ກຳລັງເວົ້າຕົວະໃນນາມຂອງພຣະອົງວ່າ: ‘ເຮົາຈະໃຫ້ພວກເຂົາ ຕົກຢູ່ໃນກຳມືຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ. ລາວຈະປະຫານຊີວິດພວກເຂົາຕໍ່ໜ້າຕໍ່ຕາພວກເຈົ້າ.
22
ເມື່ອປະຊາຊົນນະຄອນເຢຣູຊາເລັມທີ່ຖືກຈັບໄປເປັນຊະເລີຍທີ່ບາບີໂລນ ຢາກຈະສາບແຊ່ງຜູ້ໜຶ່ງຜູ້ໃດ; ພວກເຂົາຈະເວົ້າວ່າ ຂໍໃຫ້ພຣະເຈົ້າຢາເວເຮັດກັບເຈົ້າ ດັ່ງທີ່ພຣະອົງໄດ້ເຮັດກັບເຊເດກີຢາແລະອາຮາບ ທີ່ກະສັດແຫ່ງບາບີໂລນໄດ້ປີ້ງພວກເຂົາທັງເປັນ.’
23
ຊາຕາກຳຂອງພວກເຂົາເປັນເຊັ່ນນີ້ ກໍຍ້ອນພວກເຂົາໄດ້ເຮັດບາບຢ່າງຮ້າຍແຮງ ຄືພວກເຂົາໄດ້ຫລິ້ນຊູ້ສູ່ຜົວເມຍ ແລະໄດ້ເວົ້າຕົວະໃນນາມຂອງເຮົາ ທີ່ເຮົາບໍ່ໄດ້ສັ່ງໄວ້ແກ່ພວກເຂົາ. ເຮົາຮູ້ເຫັນສິ່ງທີ່ພວກເຂົາໄດ້ເຮັດ ແລະເຮົາກໍເປັນພະຍານຕໍ່ສູ້ໃນເລື່ອງນີ້. ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.”
24
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໄດ້ໃຫ້ຖ້ອຍຄຳແກ່ຂ້າພະເຈົ້າ ເພື່ອບອກເຊມາອີຢາ ຊາວເນເຮລາມ. ເຊມາອີຢາໄດ້ສົ່ງຈົດໝາຍໃນນາມຂອງຕົນ ໄປເຖິງປະຊາຊົນນະຄອນເຢຣູຊາເລັມທັງໝົດ ແລະໄດ້ສົ່ງໄປຫາປະໂຣຫິດເຊຟານີຢາລູກຊາຍຂອງມາອາເສອີຢາ ພ້ອມທັງພວກປະໂຣຫິດຄົນອື່ນໆດ້ວຍ. ໃນຈົດໝາຍທີ່ເຊມາອີຢາໄດ້ຂຽນໄປເຖິງເຊຟານີຢານັ້ນ ມີເນື້ອຄວາມດັ່ງນີ້:
26
“ພຣະເຈົ້າຢາເວໄດ້ເຮັດໃຫ້ທ່ານເປັນປະໂຣຫິດແທນເຢໂຮຍອາດາ; ບັດນີ້ ທ່ານກໍເປັນຫົວໜ້າຂອງພວກເຈົ້າໜ້າທີ່ ປະຈຳວິຫານຂອງພຣະເຈົ້າຢາເວ. ແມ່ນໜ້າທີ່ຂອງທ່ານທີ່ຈະຈັດການລ່າມໂສ້ຄົນເສຍສະຕິທຸກໆຄົນ ທີ່ແກ້ງເຮັດເປັນຜູ້ທຳນວາຍ.
27
ເປັນຫຍັງທ່ານຈຶ່ງບໍ່ເຮັດເຊັ່ນນັ້ນກັບເຢເຣມີຢາ ຊາວອານາທົດ ຜູ້ທີ່ໄດ້ກ່າວຕໍ່ປະຊາຊົນໃນຖານະຜູ້ທຳນວາຍ?
28
ລາວຕ້ອງຖືກບັງຄັບໃຫ້ເຊົາເວົ້າ ເພາະລາວໄດ້ເອົາຖ້ອຍຄຳມາໃຫ້ປະຊາຊົນຢູ່ໃນບາບີໂລນວ່າ, ພວກເຂົາຈະຕ້ອງເປັນຊະເລີຍເສິກຢູ່ໃນທີ່ນັ້ນອີກເປັນເວລາດົນນານ ແລະຈະຕ້ອງປຸກບ້ານປຸກເຮືອນຢູ່ອາໄສ, ເຮັດສວນປູກຝັງ ແລະກິນຜົນລະປູກ ຈາກເຫື່ອແຮງຂອງພວກເຂົາ.”
29
ເຊຟານີຢາໄດ້ອ່ານຈົດໝາຍນັ້ນໃຫ້ຂ້າພະເຈົ້າຟັງ
30
ແລະຕໍ່ມາ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າ
31
ໃຫ້ສົ່ງຖ້ອຍຄຳນີ້ໄປເຖິງພວກທີ່ຖືກຈັບໄປເປັນຊະເລີຍ ໃນບາບີໂລນທັງໝົດວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, ‘ເຮົາຈະລົງໂທດເຊມາອີຢາຊາວເນເຮລາມ ແລະເຊື້ອສາຍຂອງລາວທຸກຄົນ. ເຮົາບໍ່ໄດ້ໃຊ້ລາວກ່າວ, ແຕ່ລາວໄດ້ຊັກຊວນພວກເຈົ້າໃຫ້ວາງໃຈເຊື່ອໃນຄວາມຕົວະ,
32
ນີ້ແມ່ນພຣະເຈົ້າຢາເວກ່າວຄື: ເຮົາຈະລົງໂທດເຊມາອີຢາຊາວເນເຮລາມກັບເຊື້ອສາຍຂອງລາວ ລາວຈະບໍ່ມີເຊື້ອສາຍຈັກຄົນດຽວອາໄສຢູ່ໃນທ່າມກາງພວກເຈົ້າ. ລາວຈະບໍ່ມີຊີວິດຢູ່ໄດ້ເຫັນສິ່ງດີທັງຫລາຍ ຊຶ່ງເຮົາຈະເຮັດສຳລັບປະຊາຊົນຂອງເຮົາ, ເພາະລາວໄດ້ສອນພວກເຂົາໃຫ້ກະບົດຕໍ່ສູ້ພຣະເຈົ້າຢາເວ.’ ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.”
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 30 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52