bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 31
Jeremiah 31
Lao Bible 2012 (ພຣະຄຳພີສັກສິ)
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 32 →
1
ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຮົາຈະເປັນພຣະເຈົ້າແຫ່ງເຜົ່າຕ່າງໆຂອງຊາດອິດສະຣາເອນ ແລະພວກເຂົາກໍຈະເປັນປະຊາຊົນຂອງເຮົາ.
2
ພຣະເຈົ້າຢາເວກ່າວດັ່ງນີ້: ໃນຖິ່ນແຫ້ງແລ້ງກັນດານ ເຮົາໄດ້ເມດຕາປະຊາຊົນເຫຼົ່ານັ້ນທີ່ໄດ້ປົບໜີຈາກຄວາມຕາຍ. ເມື່ອຊາວອິດສະຣາເອນຢາກຈະພັກຜ່ອນ
3
ພຣະເຈົ້າຢາເວໄດ້ປາກົດແກ່ພວກເຂົາ ຈາກແດນໄກ. ຊາດອິດສະຣາເອນເອີຍ ເຮົາຮັກແພງເຈົ້າສະເໝີມາ. ດັ່ງນັ້ນ ເຮົາຈຶ່ງສືບຕໍ່ໃຫ້ຄວາມຮັກອັນໝັ້ນຄົງແກ່ເຈົ້າ.
4
ເຮົາຈະປົວແປງແລະກໍ່ສ້າງເຈົ້າຂຶ້ນໃໝ່ອີກເທື່ອໜຶ່ງ. ພວກເຈົ້າຈະຕີກອງ ແລະຟ້ອນລຳຢ່າງຊື່ນບານອີກເທື່ອໜຶ່ງ.
5
ພວກເຈົ້າຈະໄດ້ປູກຕົ້ນອະງຸ່ນທີ່ເທິງພູເຂົາຊາມາເຣຍອີກເທື່ອໜຶ່ງ ແລະພວກທີ່ປູກຕົ້ນອະງຸ່ນກໍຈະໄດ້ກິນຜົນຈາກສວນອະງຸ່ນນັ້ນ.
6
ຖືກແລ້ວ ເມື່ອເວລານັ້ນມາເຖິງ ຄົນເຝົ້າຍາມຈະເປັ່ງສຽງຮ້ອງອອກໄປຈາກເຂດເນີນພູເອຟຣາອິມວ່າ, ‘ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຊີໂອນເພື່ອເຝົ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ.”’
7
ພຣະເຈົ້າຢາເວກ່າວດັ່ງນີ້: “ຈົ່ງຮ້ອງເພງຢ່າງຊົມຊື່ນໃຫ້ອິດສະຣາເອນ ຊົນຊາດໜຶ່ງທີ່ຍິ່ງໃຫຍ່ກວ່າທຸກຊົນຊາດ. ຈົ່ງຮ້ອງເພງຂອງພວກເຈົ້າສັນລະເສີນວ່າ, ‘ພຣະເຈົ້າຢາເວໄດ້ຊ່ວຍກູ້ເອົາປະຊາຊົນຂອງພຣະອົງ; ພຣະອົງໄດ້ຊ່ວຍກູ້ເອົາທຸກໆຄົນ ຄືປະຊາຊົນທີ່ຍັງເຫລືອຢູ່ນັ້ນ.’
8
ເຮົາຈະນຳເອົາພວກເຂົາມາຈາກທິດເໜືອ ເຕົ້າໂຮມເອົາພວກເຂົາມາຈາກທີ່ສຸດແຜ່ນດິນໂລກ ຄົນຕາບອດແລະເສຍຂາກໍຈະຄືນມາກັບພວກເຂົາ ທັງຜູ້ຍິງຖືພາແລະຜູ້ທີ່ຫາກໍອອກລູກດ້ວຍ. ພວກເຂົາຈະກັບຄືນມາ ດັ່ງຝູງຊົນອັນໃຫຍ່ຫລວງ ພວກເຂົາຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່.
9
ປະຊາຊົນຈະກັບມາດ້ວຍນໍ້າຕາຫລັ່ງໄຫລ ໂດຍພາວັນນາອະທິຖານຕໍ່ເຮົາໃຫ້ນຳພວກເຂົາຄືນເມືອບ້ານ. ເຮົາຈະນຳພວກເຂົາໄປສູ່ຫ້ວຍນໍ້າທີ່ຫລັ່ງໄຫລ ຕາມທາງພຽງທີ່ພວກເຂົາຈະບໍ່ຕໍາສະດຸດໄດ້. ເຮົາເປັນດັ່ງພໍ່ຜູ້ໜຶ່ງຂອງຊາດອິດສະຣາເອນ ເອຟຣາອິມກໍເປັນລູກຊາຍກົກຂອງເຮົາດ້ວຍ.”
10
ພຣະເຈົ້າຢາເວກ່າວວ່າ, “ຊົນຊາດທັງຫລາຍເອີຍ ຈົ່ງຟັງເຮົາເທີ້ນ ຈົ່ງປະກາດຖ້ອຍຄຳຂອງເຮົາທີ່ແຄມຝັ່ງໄກຫ່າງ. ເຮົາໄດ້ເຮັດໃຫ້ປະຊາຊົນຂອງເຮົາກະຈັດກະຈາຍໄປ ແຕ່ເຮົາຈະເຕົ້າໂຮມພວກເຂົາ ແລະດູແລພວກເຂົາໃໝ່ອີກ ຄົນລ້ຽງແກະເຝົ້າເບິ່ງຝູງແກະຂອງຕົນສັນໃດ ເຮົາກໍຈະເຝົ້າເບິ່ງແຍງປະຊາຊົນຂອງເຮົາສັນນັ້ນ.
11
ພຣະເຈົ້າຢາເວໄດ້ຊ່ວຍໃຫ້ຊາດອິດສະຣາເອນເປັນເສລີ ຊ່ວຍໃຫ້ພົ້ນໄພຈາກຊົນຊາດໜຶ່ງທີ່ມີອຳນາດ.
12
ພວກເຂົາຈະມາຂັບຮ້ອງຍິນດີທີ່ເທິງພູເຂົາຊີໂອນ ແລະຈະເບີກບານໃຈກັບສິ່ງດີທີ່ພຣະເຈົ້າຢາເວມອບໃຫ້ ຄືພືດຜົນເປັນເມັດແດ່ແລະເຫຼົ້າອະງຸ່ນ ນໍ້າມັນໝາກກອກເທດທັງຝູງແກະແລະງົວດ້ວຍ. ພວກເຂົາຈະເປັນດັ່ງສວນທີ່ມີນໍ້າຫົດລ້ຽງຢ່າງດີ ມີທຸກສິ່ງທີ່ຕ້ອງການ.
13
ແລ້ວແມ່ຍິງກໍຈະຟ້ອນຢ່າງມີຄວາມສຸກໃຈ ຜູ້ຊາຍບໍ່ວ່າເຖົ້າຫລືໜຸ່ມກໍດີຈະຍິນດີດ້ວຍ. ເຮົາຈະເລົ້າໂລມໃຈຜູ້ໄວ້ທຸກ ໃຫ້ປີຕິຍິນດີ ຄວາມໂສກເສົ້າເສຍໃຈ ເປັນຄວາມຊົມຊື່ນ.
14
ເຮົາຈະໃຫ້ພວກປະໂຣຫິດເຕັມດ້ວຍສິ່ງທີ່ດີ ທັງອາຫານການກິນຢ່າງອຸດົມສົມບູນດ້ວຍ ແລະຈະໃຫ້ປະຊາຊົນມີທຸກສິ່ງທີ່ຕ້ອງການ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
15
ພຣະເຈົ້າຢາເວກ່າວດັ່ງນີ້: “ມີສຽງໜຶ່ງໃນຣາມາ ສຽງຮ້ອງໄຫ້ຄວນຄາງຢ່າງລະທົມຂົມຂື່ນ ນາງຣາເຊັນກຳລັງຮ້ອງໄຫ້ໃຫ້ລູກໆຂອງຕົນ ທີ່ໄດ້ເສຍໄປ ຈຶ່ງບໍ່ຟັງຄຳປອບໃຈໃດໆທັງນັ້ນ.”
16
ພຣະເຈົ້າຢາເວກ່າວດັ່ງນີ້: “ຈົ່ງເຊົາຮ້ອງໄຫ້ແລະເຊັດນໍ້າຕາຂອງເຈົ້າສາ ທຸກສິ່ງທີ່ເຈົ້າໄດ້ກະທຳເພື່ອລູກຂອງເຈົ້ານັ້ນ ຈະເສຍລ້າໆໂດຍບໍ່ໄດ້ຮັບບຳເໜັດກໍບໍ່ຫ່ອນເປັນ.” ພຣະເຈົ້າຢາເວກ່າວດັ່ງນີ້: “ພວກເຂົາຈະກັບມາຈາກດິນແດນສັດຕູຂອງພວກເຂົາ.
17
ພຣະເຈົ້າຢາເວກ່າວວ່າ, ຄວາມຫວັງຂ້າງໜ້າຂອງເຈົ້າ ຄືລູກໆຂອງເຈົ້າຈະກັບມາ.”
18
“ເຮົາໄດ້ຍິນປະຊາຊົນອິດສະຣາເອນເວົ້າ ດ້ວຍຄວາມໂສກເສົ້າເສຍໃຈດັ່ງນີ້: ‘ພວກຂ້ານ້ອຍດື້ດ້ານ ແລະຈອງຫອງ ດັ່ງສັດໂຕໜຶ່ງ ແຕ່ຂໍໂຜດໄດ້ສັ່ງສອນໃຫ້ເຊື່ອຟັງພຣະອົງແດ່ ຂໍໂຜດໃຫ້ໄດ້ກັບຄືນມາຫາພຣະອົງແດ່ທ້ອນ; ພວກຂ້ານ້ອຍພ້ອມແລ້ວຈະກັບຄືນມາຫາພຣະອົງ ເພາະພຣະອົງເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.
19
ແມ່ນແທ້ ພວກຂ້ານ້ອຍໄດ້ຫັນໜີຈາກພຣະອົງ ແຕ່ບັດນີ້ ຂໍກັບຄືນມາຫາພຣະອົງອີກ. ຫລັງຈາກທີ່ພຣະອົງໄດ້ລົງໂທດພວກຂ້ານ້ອຍ ຈຶ່ງຕີເອິກຕົນເອງຢ່າງເສຍໃຈແທ້ໆ. ພວກຂ້ານ້ອຍຖືກອັບອາຍຂາຍໜ້າເຕັມທີ ເພາະໄດ້ກະທຳບາບແຕ່ຄາວຍັງໜຸ່ມພຸ້ນ.’
20
ອິດສະຣາເອນເອີຍ ເຈົ້າຄືລູກທີ່ຮັກຂອງເຮົາ ເປັນເດັກນ້ອຍທີ່ເຮົາຮັກແພງຫລາຍແທ້ໆ. ເມື່ອເຮົາເອີ່ຍເຖິງເຈົ້າຄືເອີ່ຍເຖິງຊື່ເຈົ້າຍາມໃດ ເຮົາກໍມີຄວາມຮັກແລະຄິດເຖິງເຈົ້າຍາມນັ້ນ; ຈິດໃຈເຮົາຄິດເຖິງແຕ່ເຈົ້າຢູ່ສະເໝີມາ ເຮົາບັງຄັບເຮົາເອງບໍ່ໃຫ້ເມດຕາເຈົ້າບໍ່ໄດ້.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
21
“ຈົ່ງເຮັດປ້າຍແລະໝາຍໄວ້ຕາມຫົນທາງ ຈົ່ງຊອກຫາຖະໜົນທີ່ເຈົ້າໄດ້ປະໄປນັ້ນ. ຈົ່ງກັບມາເຖີດ ປະຊາຊົນອິດສະຣາເອນເອີຍ ກັບຄືນມາສູ່ບ້ານເມືອງທີ່ພວກເຈົ້າໄດ້ຈາກໄປນັ້ນ.
22
ພວກເຈົ້າຍັງຈະລັ່ງເລໃຈຢູ່ອີກດົນປານໃດນໍ? ຜູ້ຍິງທີ່ບໍ່ສັດຊື່ເອີຍ ເວລາຕັດສິນໃຈມາຮອດແລ້ວ. ພຣະເຈົ້າຢາເວໄດ້ສ້າງບາງສິ່ງໃໝ່ໆໃຫ້ແຕກຕ່າງອອກໄປ ຄືແມ່ຍິງສາມາດປ້ອງກັນຜູ້ຊາຍໄດ້.”
23
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, “ເມື່ອເຮົາປົວແປງປະຊາຊົນຂອງເຮົາໃນດິນແດນຂອງພວກເຂົາໃຫ້ດີຄືເກົ່າແລ້ວ ພວກເຂົາຈະເວົ້າໃນດິນແດນຂອງຢູດາຍແລະຂອງພວກເຂົາເອງອີກເທື່ອໜຶ່ງວ່າ, ‘ຂໍພຣະເຈົ້າຢາເວອວຍພອນເຈົ້າ ເນີນພູສັກສິດ ນະຄອນເຢຣູຊາເລັມບ່ອນສັກສິດທີ່ພຣະອົງສະຖິດຢູ່.’
24
ປະຊາຊົນຈະອາໄສຢູ່ໃນອານາຈັກຢູດາຍແລະໃນເມືອງທັງໝົດ ແລະທີ່ນັ້ນຈະມີພວກພໍ່ນາພ້ອມທັງພວກລ້ຽງແກະກັບຝູງແກະຂອງພວກເຂົາ.
25
ເຮົາຈະເຮັດໃຫ້ຜູ້ທີ່ອິດເມື່ອຍມີແຮງຂຶ້ນໃໝ່ ແລະໃຫ້ຜູ້ທີ່ອ່ອນແຮງຍ້ອນອຶດຫິວໄດ້ມີອາຫານການກິນພຽງພໍ.
26
ເມື່ອນັ້ນປະຊາຊົນຈະເວົ້າວ່າ, ‘ຂ້ອຍເຂົ້າໄປນອນແລະຕື່ນຂຶ້ນມາ ດ້ວຍຈິດໃຈຊົມຊື່ນແລະເບີກບານ.’
27
ພຣະເຈົ້າຢາເວກ່າວວ່າ ເມື່ອເວລານັ້ນມາເຖິງ ເຮົາຈະເຮັດໃຫ້ດິນແດນອິດສະຣາເອນແລະຢູດາຍ ເຕັມໄປດ້ວຍຜູ້ຄົນແລະຝູງສັດ.
28
ເຮົາໄດ້ຄອຍເຝົ້າເພື່ອຖອນຮາກ, ຫລົກຖິ້ມ, ໂຄ່ນລົ້ມ, ທຳລາຍ, ແລະຮື້ພວກເຂົາຖິ້ມສັນໃດ ເຮົາກໍຈະເບິ່ງແຍງເພື່ອປູກແລະກໍ່ສ້າງພວກເຂົາຂຶ້ນສັນນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
29
ເມື່ອເວລານັ້ນມາເຖິງ ປະຊາຊົນຈະບໍ່ເວົ້າຕໍ່ໄປວ່າ, ‘ພໍ່ແມ່ກິນໝາກອະງຸ່ນສົ້ມ ແຕ່ລູກຊໍ້າພັດເຂັດແຂ້ວນຳ.’
30
ແຕ່ຄົນເຫຼົ່ານັ້ນ ທຸກຄົນທີ່ກິນໝາກອະງຸ່ນສົ້ມຈະຕ້ອງເຂັດແຂ້ວ; ພວກເຂົາທຸກຄົນຈະຕາຍຍ້ອນບາບຂອງພວກເຂົາເອງ.”
31
ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຮົາຈະເຮັດພັນທະສັນຍາໃໝ່ກັບປະຊາຊົນອິດສະຣາເອນແລະກັບປະຊາຊົນຢູດາ.
32
ພັນທະສັນຍານີ້ຈະບໍ່ຄືພັນທະສັນຍາເກົ່າ ທີ່ເຮົາໄດ້ເຮັດກັບບັນພະບຸລຸດຂອງພວກເຂົາ ເມື່ອເຮົາໄດ້ຈູງແຂນພວກເຂົາອອກມາຈາກປະເທດເອຢິບນັ້ນ. ເຖິງແມ່ນວ່າເຮົາເປັນດັ່ງຜົວຂອງພວກເຂົາກໍຕາມ ພວກເຂົາກໍບໍ່ໄດ້ຮັກສາພັນທະສັນຍານັ້ນເລີຍ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
33
ພຣະເຈົ້າຢາເວກ່າວວ່າ, ພັນທະສັນຍາໃໝ່ທີ່ເຮົາຈະເຮັດກັບປະຊາຊົນອິດສະຣາເອນ ຈະເປັນດັ່ງນີ້: ເຮົາຈະຕັ້ງກົດບັນຍັດຂອງເຮົາໄວ້ພາຍໃນພວກເຂົາ ແລະຂຽນກົດບັນຍັດນັ້ນໄວ້ທີ່ຫົວໃຈຂອງພວກເຂົາ. ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະພວກເຂົາກໍຈະເປັນປະຊາຊົນຂອງເຮົາ.
34
ຈະບໍ່ມີຜູ້ໃດໃນພວກເຂົາສັ່ງສອນເພື່ອນຮ່ວມຊາດຂອງຕົນໃຫ້ຮູ້ຈັກພຣະເຈົ້າຢາເວ ເພາະທຸກຄົນຈະຮູ້ຈັກເຮົາ ແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດ. ພຣະເຈົ້າຢາເວກ່າວວ່າ ເຮົາຈະອະໄພການບາບຂອງພວກເຂົາ ແລະເຮົາຈະບໍ່ຈົດຈຳຄວາມຜິດຂອງພວກເຂົາອີກຕໍ່ໄປ.”
35
ພຣະເຈົ້າຢາເວກ່າວດັ່ງນີ້: ອົງໃຫ້ຕາເວັນສ່ອງແສງໃນກາງເວັນ ໃຫ້ເດືອນດາວສ່ອງແສງໃນກາງຄືນດ້ວຍ. ພຣະອົງເຮັດໃຫ້ທະເລຄຶກຄະນອງມີຟອງໃຫຍ່ຂຶ້ນ ພຣະນາມຂອງພຣະອົງຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.
36
ພຣະເຈົ້າຢາເວກ່າວວ່າ ຕາບໃດໂລກນີ້ຍັງຄົງຢູ່ຕໍ່ໄປ ຕາບນັ້ນອິດສະຣາເອນກໍຈະດຳລົງຢູ່ຕໍ່ໜ້າເຮົາເປັນຊາດຕະຫຼອດໄປ.
37
ພຣະເຈົ້າຢາເວກ່າວວ່າ, “ຖ້າວັນໜຶ່ງ ຈັກກະວານຖືກວັດແທກໄດ້ໃຫ້ເຫັນ ແລະຮາກຖານແຜ່ນດິນໂລກຖືກຄົ້ນຄວ້າໄດ້ ເມື່ອນັ້ນເຮົາຈະປະຖິ້ມຍ້ອນພວກເຂົາຊົ່ວຊ້າ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
38
ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຢຣູຊາເລັມຈະຖືກສ້າງຂຶ້ນໃໝ່ເປັນນະຄອນສຳລັບພຣະເຈົ້າຢາເວ ຄືຕັ້ງແຕ່ຫໍຄອຍຮານາເນນທາງທິດຕາເວັນຕົກຈົນເຖິງປະຕູແຈ.
39
ເສັ້ນໝາຍຂອງເຂດແດນຈະຍາວໄປເຖິງເນີນພູຄາເຣັບ ແລ້ວລ້ຽວໄປເຖິງໂກອາ.
40
ຢູ່ທົ່ວຮ່ອມພູບ່ອນຝັງຊາກສົບແລະບ່ອນຖິ້ມຂີ້ເຫຍື້ອ ແລະທົ່ງນາທັງໝົດຕາມລຳນໍ້າກິດໂຣນ ຈົນເຖິງປະຕູຄອກມ້າທີ່ທາງທິດຕາເວັນອອກ ຈະເປັນບ່ອນສັກສິດສຳລັບພຣະເຈົ້າຢາເວ. ເມືອງນີ້ຈະບໍ່ຖືກຖອນຮາກຫລືທຳລາຍອີກຕໍ່ໄປ.”
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 32 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52