bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 44
Jeremiah 44
Lao Bible 2012 (ພຣະຄຳພີສັກສິ)
← Chapter 43
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 45 →
1
ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ຂ້າພະເຈົ້າກ່ຽວກັບຊາວອິດສະຣາເອນທັງໝົດ ທີ່ກຳລັງອາໄສຢູ່ໃນປະເທດເອຢິບ ຄືໃນເມືອງມິກໂດນ, ຕາປັນເຮັດ, ມຳຟິດ ແລະໃນທາງພາກໃຕ້ຂອງປະເທດ.
2
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວວ່າ, “ພວກເຈົ້າເອງໄດ້ເຫັນການທຳລາຍທີ່ເຮົາໄດ້ນຳມາສູ່ນະຄອນເຢຣູຊາເລັມ ແລະສູ່ທຸກເມືອງຂອງຢູດາຍ. ຈົນເຖິງດຽວນີ້ ເມືອງເຫຼົ່ານັ້ນກໍຍັງຮົກຮ້າງເພພັງ ແລະບໍ່ມີຜູ້ໃດຢູ່ອາໄສ
3
ເພາະປະຊາຊົນຢູ່ໃນເມືອງເຫຼົ່ານັ້ນໄດ້ເຮັດຊົ່ວ ແລະເຮັດໃຫ້ເຮົາໂກດຮ້າຍ. ພວກເຂົາໄດ້ຖວາຍບູຊາແກ່ບັນດາພະອື່ນ ແລະໄດ້ຮັບໃຊ້ບັນດາພະທີ່ພວກເຂົາເອງ ແລະບັນພະບຸລຸດຂອງພວກເຂົາບໍ່ເຄີຍຂາບໄຫວ້.
4
ເຮົາໄດ້ສືບຕໍ່ສົ່ງພວກຜູ້ທຳນວາຍ ຄືຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ເພື່ອບອກພວກເຈົ້າບໍ່ໃຫ້ເຮັດສິ່ງທີ່ໜ້າກຽດຊັງທີ່ເຮົາບໍ່ມັກນັ້ນ.
5
ແຕ່ພວກເຈົ້າບໍ່ໄດ້ຍອມຟັງ ຫລືເອົາໃຈໃສ່ເລີຍ. ພວກເຈົ້າບໍ່ຍອມເລີກຄວາມປະພຶດອັນຊົ່ວຊ້າສຳລັບຖວາຍບູຊາໃຫ້ບັນດາພະອື່ນ.
6
ດັ່ງນັ້ນ ເຮົາຈຶ່ງເທຄວາມໂກດຮ້າຍ ແລະຄວາມໂກດເຄືອງຂອງເຮົາ ໃສ່ເມືອງຂອງຢູດາຍ ແລະໃສ່ຕາມຖະໜົນຫົນທາງຂອງນະຄອນເຢຣູຊາເລັມ ແລະເຮົາກໍຈູດເມືອງເຫຼົ່ານີ້ຖິ້ມໝົດ. ເມືອງເຫຼົ່ານັ້ນໄດ້ຖືກປະໃຫ້ຮົກຮ້າງເພພັງ ແລະກາຍເປັນເປົ້າສາຍຕາອັນໜ້າກຽດໜ້າກົວ ດັ່ງທີ່ເປັນຢູ່ໃນທຸກວັນນີ້.
7
ສະນັ້ນ ບັດນີ້ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງຖາມວ່າ ເປັນຫຍັງພວກເຈົ້າຈຶ່ງກະທຳສິ່ງອັນຊົ່ວຊ້າເຫຼົ່ານີ້ໃສ່ພວກເຈົ້າເອງ. ພວກເຈົ້າຢາກນຳການທຳລາຍມາສູ່ພວກຜູ້ຊາຍ, ພວກແມ່ຍິງ, ພວກເດັກນ້ອຍ, ເພື່ອບໍ່ໃຫ້ປະຊາຊົນຂອງພວກເຈົ້າຜູ້ໃດຜູ້ໜຶ່ງເຫຼືອຢູ່ບໍ?
8
ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍ ໂດຍຂາບໄຫວ້ຮູບເຄົາຣົບ ແລະຖວາຍບູຊາແກ່ບັນດາພະອື່ນໃນປະເທດເອຢິບ ຄືບ່ອນທີ່ພວກເຈົ້າໄດ້ມາພັກອາໄສຢູ່ນີ້? ພວກເຈົ້າຢາກເຮັດສິ່ງນີ້ເພື່ອທຳລາຍພວກເຈົ້າເອງບໍ? ເພື່ອທຸກຊົນຊາດໃນໂລກຈະຫົວເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງບໍ?
9
ພວກເຈົ້າໄດ້ລືມໄລສິ່ງທີ່ຊົ່ວຊ້າທັງໝົດຊຶ່ງບັນພະບຸລຸດຂອງພວກເຈົ້າ, ບັນດາກະສັດແຫ່ງຢູດາຍກັບພັນລະຍາຂອງພວກເຂົາຕະຫລອດທັງພວກເຈົ້າເອງ ແລະເມຍຂອງພວກເຈົ້າໄດ້ເຮັດໃນເມືອງຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງໃນນະຄອນເຢຣູຊາເລັມແລ້ວບໍ?
10
ແຕ່ມາເຖິງວັນນີ້ ພວກເຈົ້າກໍບໍ່ຍອມຖ່ອມຕົວລົງເລີຍ. ພວກເຈົ້າບໍ່ໄດ້ໃຫ້ກຽດເຮົາ ຫລືດຳເນີນຊີວິດຕາມກົດບັນຍັດຕ່າງໆ ທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ.
11
ເພາະສະນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງຈະຫັນມາຕໍ່ສູ້ພວກເຈົ້າ ແລະທຳລາຍດິນແດນຢູດາຍທັງໝົດ.
12
ສຳລັບປະຊາຊົນຢູດາທີ່ຍັງເຫລືອແລະຕັ້ງໃຈໄປຢູ່ໃນເອຢິບນັ້ນ ເຮົາຈະເຮັດໃຫ້ພວກເຂົາຖືກທຳລາຍໄປຢ່າງໝົດສິ້ນ. ພວກເຂົາທັງໝົດບໍ່ວ່າໃຫຍ່ຫລືນ້ອຍຈະຕາຍໃນເອຢິບ ຄືຕາຍໃນສົງຄາມຫລືຕາຍຍ້ອນການອຶກຢາກ. ພວກເຂົາຈະເປັນເປົ້າສາຍຕາອັນໜ້າກຽດໜ້າກົວ; ຄົນທັງຫລາຍຈະຫົວເຢາະເຢີ້ຍພວກເຂົາແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.
13
ເຮົາຈະລົງໂທດພວກທີ່ອາໄສຢູ່ໃນປະເທດເອຢິບ ດັ່ງທີ່ເຮົາໄດ້ລົງໂທດນະຄອນເຢຣູຊາເລັມດ້ວຍສົງຄາມ, ດ້ວຍການຕາຍອຶດຕາຍຫິວ, ແລະດ້ວຍການເຈັບໄຂ້ໄດ້ປ່ວຍ.
14
ຈະບໍ່ມີປະຊາຊົນຢູດາຜູ້ໃດທີ່ຍັງເຫລືອຢູ່ນັ້ນ ແລະໄດ້ມາອາໄສຢູ່ໃນເອຢິບຈະປົບໜີຫລືລອດຊີວິດໄປໄດ້. ບໍ່ມີຈັກຄົນໃນພວກເຂົາຈະໄດ້ກັບຄືນໄປສູ່ດິນແດນຢູດາຍອີກ ຄືບ່ອນທີ່ພວກເຂົາຢາກຈະຢູ່ນັ້ນ. ບໍ່ມີຈັກຄົນຈະໄດ້ກັບຄືນເມືອ ນອກຈາກຊາວອົບພະຍົບພຽງແຕ່ໜ້ອຍຄົນເທົ່ານັ້ນ.”
15
ແລ້ວພວກຜູ້ຊາຍທີ່ຮູ້ຈັກວ່າ ເມຍຂອງພວກຕົນໄດ້ຖວາຍບູຊາໃຫ້ບັນດາພະອື່ນ ແລະພວກຜູ້ຍິງທັງໝົດທີ່ກຳລັງຢືນຢູ່ທີ່ນັ້ນລວມທັງຊາວອິດສະຣາເອນ ທີ່ໄດ້ອາໄສຢູ່ທາງພາກໃຕ້ຂອງເອຢິບ ຄືທັງໝົດໂຮມເປັນຊຸມນຸມຊົນໝູ່ໃຫຍ່ ໄດ້ເວົ້າຕໍ່ຂ້າພະເຈົ້າວ່າ,
16
“ພວກເຮົາບໍ່ຍອມຟັງສິ່ງທີ່ທ່ານໄດ້ບອກໃນນາມຂອງພຣະເຈົ້າຢາເວດອກ.
17
ພວກເຮົາຈະເຮັດທຸກສິ່ງຕາມທີ່ພວກເຮົາເວົ້າວ່າຈະເຮັດ. ພວກເຮົາຈະຖວາຍບູຊາແກ່ເຈົ້າແມ່ແຫ່ງສະຫວັນຂອງພວກເຮົາ ແລະພວກເຮົາຈະຖອກເຫຼົ້າອະງຸ່ນຖວາຍແກ່ນາງ ດັ່ງທີ່ພວກເຮົາແລະບັນພະບຸລຸດຂອງພວກເຮົາ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຮົາ, ເຄີຍໄດ້ເຮັດໃນເມືອງຕ່າງໆຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງທີ່ນະຄອນເຢຣູຊາເລັມນັ້ນ. ແລ້ວພວກເຮົາກໍເຄີຍມີອາຫານການກິນຢ່າງຫລວງຫລາຍ ພວກເຮົາເຄີຍຈະເລີນຮຸ່ງເຮືອງ ແລະທັງບໍ່ໄດ້ມີຄວາມເດືອດຮ້ອນຫຍັງເລີຍ.
18
ແຕ່ເມື່ອໃດພວກເຮົາເຊົາຖວາຍບູຊາແກ່ເຈົ້າແມ່ແຫ່ງສະຫວັນ ແລະເຊົາຖອກເຫຼົ້າອະງຸ່ນແກ່ນາງ; ພວກເຮົາກໍບໍ່ມີຫຍັງເລີຍ ແລະປະຊາຊົນຂອງພວກເຮົາໄດ້ຕາຍໃນສົງຄາມ ແລະຍ້ອນການອຶດຢາກ.”
19
ຝ່າຍພວກຜູ້ຍິງກໍເວົ້າສອຍຂຶ້ນວ່າ, “ເວລາພວກເຮົາໄດ້ເຮັດເຂົ້າໜົມຫວານເປັນຮູບເຈົ້າແມ່ແຫ່ງສະຫວັນ ຖວາຍບູຊາແກ່ນາງ ແລະຖອກເຫຼົ້າອະງຸ່ນຖວາຍແກ່ນາງນັ້ນ ຜົວຂອງພວກເຮົາກໍເຫັນດີເຫັນພ້ອມໃນສິ່ງທີ່ພວກເຮົາໄດ້ເຮັດດ້ວຍ.”
20
ແລ້ວຂ້າພະເຈົ້າກໍກ່າວແກ່ພວກຜູ້ຊາຍ ແລະພວກຜູ້ຍິງທີ່ໄດ້ຕອບຂ້າພະເຈົ້າໃນທຳນອງນີ້ວ່າ,
21
“ສຳລັບເຄື່ອງຖວາຍບູຊາຕ່າງໆທີ່ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້າ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຈົ້າ ແລະປະຊາຊົນໃນດິນແດນໄດ້ຖວາຍໃນເມືອງຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມນັ້ນ; ພວກເຈົ້າຄິດວ່າ ພຣະເຈົ້າຢາເວບໍ່ຮູ້ກ່ຽວກັບສິ່ງເຫຼົ່ານັ້ນບໍ? ພຣະອົງລືມໄລສິ່ງເຫຼົ່ານັ້ນຊັ້ນບໍ?
22
ທຸກວັນນີ້ ດິນແດນຂອງພວກເຈົ້າເປັນບ່ອນຮົກຮ້າງເພພັງ ແລະບໍ່ມີຜູ້ໃດຢູ່ອາໄສໃນທີ່ນັ້ນ. ສິ່ງນັ້ນເປັນເປົ້າສາຍຕາອັນໜ້າກຽດໜ້າກົວ ແລະປະຊາຊົນໃຊ້ຊື່ນັ້ນເປັນຄຳສາບແຊ່ງ ຍ້ອນພຣະເຈົ້າຢາເວທົນເບິ່ງຄວາມຊົ່ວ ແລະຄວາມປະພຶດອັນຊົ່ວຊ້າຂອງພວກເຈົ້າບໍ່ໄດ້ອີກຕໍ່ໄປ.
23
ໄພພິບັດທີ່ຕົກມາຖືກພວກເຈົ້າໃນເວລານີ້ ກໍຍ້ອນພວກເຈົ້າໄດ້ຖວາຍບູຊາແກ່ບັນດາພະອື່ນ ແລະທັງໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວດ້ວຍ ໂດຍບໍ່ໄດ້ເຊື່ອຟັງຂໍ້ຄຳສັ່ງທັງໝົດຂອງພຣະອົງ.”
24
ຂ້າພະເຈົ້າໄດ້ບອກປະຊາຊົນທຸກຄົນ ໂດຍສະເພາະແລ້ວແມ່ນບັນດາພວກແມ່ຍິງ ຖ້ອຍຄຳທີ່ພຣະເຈົ້າຢາເວກ່າວແກ່ປະຊາຊົນຢູດາທີ່ອາໄສຢູ່ໃນປະເທດເອຢິບວ່າ, “ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ: ພວກເຈົ້າ ແລະເມຍຂອງພວກເຈົ້າໄດ້ເຮັດພັນທະສັນຍາອັນໜັກແໜ້ນ ຕໍ່ເຈົ້າແມ່ແຫ່ງສະຫວັນ. ພວກເຈົ້າໄດ້ສັນຍາວ່າ ຈະຖວາຍບູຊາແລະຖອກເຫຼົ້າອະງຸ່ນຖວາຍແກ່ນາງ ແລະຕ້ອງສືບຕໍ່ຮັກສາຄຳສັນຍາທັງຫລາຍຂອງພວກເຈົ້າ. ຖ້າດັ່ງນັ້ນກໍດີຫລາຍແລ້ວ ຈົ່ງຮັກສາພັນທະສັນຍາຂອງພວກເຈົ້າສາ ຈົ່ງເຮັດຕາມທີ່ພວກເຈົ້າໄດ້ບະບົນໄວ້ສາ
26
ແຕ່ບັດນີ້ ຊາວຢູດາທັງຫລາຍທີ່ຢູ່ປະເທດເອຢິບ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວເຖີດ ພຣະເຈົ້າຢາເວກ່າວວ່າ, ‘ເຮົາໄດ້ສາບານດ້ວຍນາມຊື່ອັນຍິ່ງໃຫຍ່ຂອງເຮົາຕໍ່ຊາວອິດສະຣາເອນທຸກໆຄົນທີ່ຢູ່ໃນປະເທດເອຢິບວ່າ ເຮົາຈະບໍ່ປ່ອຍໃຫ້ພວກເຈົ້າຄົນໃດຄົນໜຶ່ງເອີ່ຍຊື່ຂອງເຮົາເດັດຂາດໂດຍບະບົນວ່າ “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງພຣະຊົນຢູ່.”
27
ເຮົາຈະເຝົ້າເບິ່ງບໍ່ໃຫ້ພວກເຈົ້າຈະເລີນຮຸ່ງເຮືອງຂຶ້ນ ແຕ່ພວກເຈົ້າຈະຕ້ອງຖືກທຳລາຍ. ພວກເຈົ້າທັງໝົດຈະຕ້ອງຕາຍໃນສົງຄາມ ຫລືເພາະການເຈັບໄຂ້ໄດ້ປ່ວຍ ຈົນບໍ່ມີຜູ້ໃດໃນພວກເຈົ້າເຫລືອຢູ່.
28
ແຕ່ມີໜ້ອຍຄົນເທົ່ານັ້ນໃນພວກເຈົ້າ ທີ່ຈະໜີພົ້ນຈາກຄວາມຕາຍ ແລະກັບຄືນຈາກເອຢິບມາສູ່ດິນແດນຢູດາຍ. ແລ້ວພວກທີ່ລອດຊີວິດມານັ້ນກໍຈະຮູ້ວ່າ ຄຳເວົ້າຂອງຜູ້ໃດກາຍເປັນຈິງ ຂອງເຮົາຫລືຂອງພວກເຂົາແທ້.’
29
ພຣະເຈົ້າຢາເວກ່າວວ່າ, ‘ນີ້ຈະເປັນໝາຍສຳຄັນແກ່ພວກເຈົ້າ ຄືເຮົາຈະລົງໂທດພວກເຈົ້າໃນບ່ອນນີ້ ເພື່ອພວກເຈົ້າຈະໄດ້ຮູ້ວ່າຖ້ອຍຄຳທັງຫລາຍຂອງເຮົາທີ່ວ່າ ຈະນຳການທຳລາຍມາສູ່ພວກເຈົ້ານັ້ນຈະກາຍເປັນຈິງ.’
30
ພຣະເຈົ້າຢາເວກ່າວວ່າ, ‘ເຮົາຈະມອບກະສັດຟາໂຣໂຮຟະຣາແຫ່ງເອຢິບ ໃຫ້ແກ່ສັດຕູຜູ້ທີ່ຢາກສັງຫານລາວນັ້ນ ດັ່ງທີ່ເຮົາໄດ້ມອບກະສັດເຊເດກີຢາແຫ່ງຢູດາຍ ໃຫ້ແກ່ກະສັດເນບູກາດເນັດຊາແຫ່ງບາບີໂລນ ຄືສັດຕູຜູ້ທີ່ຢາກສັງຫານລາວ.”’
← Chapter 43
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 45 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52