bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 34
Jeremiah 34
Lao Bible 2012 (ພຣະຄຳພີສັກສິ)
← Chapter 33
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 35 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າ ເມື່ອກະສັດເນບູກາດເນັດຊາແຫ່ງບາບີໂລນກັບກອງທັບຂອງເພິ່ນ ໂດຍໄດ້ຮັບການສະໜັບສະໜູນຈາກກຳລັງທະຫານຂອງຊົນຊາດທັງໝົດທີ່ຂຶ້ນກັບເພິ່ນ ກຳລັງໂຈມຕີນະຄອນເຢຣູຊາເລັມ ແລະເມືອງທັງຫລາຍທີ່ໃກ້ຄຽງ.
2
ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ສັ່ງຂ້າພະເຈົ້າ ໃຫ້ໄປບອກກະສັດເຊເດກີຢາແຫ່ງຢູດາຍວ່າ, “ເຮົາຄືພຣະເຈົ້າຢາເວ ເຮົາຈະມອບເມືອງນີ້ໃຫ້ແກ່ກະສັດແຫ່ງບາບີໂລນ ແລະລາວຈະຈູດເຜົາເມືອງຖິ້ມ.
3
ເຈົ້າຈະປົບໜີໄປບໍ່ໄດ້; ເຈົ້າຈະຖືກຈັບໄປມອບໃຫ້ລາວ. ເຈົ້າຈະເຫັນລາວໜ້າຕໍ່ໜ້າແລະກ່າວກັບລາວຕົວຕໍ່ຕົວ; ແລ້ວເຈົ້າກໍຈະຖືກນຳໄປທີ່ບາບີໂລນ.
4
ເຊເດກີຢາເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວກ່ຽວກັບເຈົ້າ. ເຈົ້າຈະບໍ່ຖືກຂ້າໃນສະໜາມຮົບ.
5
ເຈົ້າຈະຕາຍຢ່າງສັນຕິສຸກ; ປະຊາຊົນເຜົາເຄື່ອງຫອມເມື່ອພວກເຂົາຝັງສົບບັນພະບຸລຸດຂອງເຈົ້າ ຜູ້ທີ່ເປັນກະສັດກ່ອນເຈົ້າສັນໃດ; ພວກເຂົາກໍຈະເຜົາເຄື່ອງຫອມໃຫ້ເຈົ້າສັນນັ້ນ. ພວກເຂົາຈະໄວ້ທຸກໃຫ້ເຈົ້າ ແລະເວົ້າວ່າ, ‘ໂອ່ຍ ເຈົ້ານາຍເອີຍ!’ ເພາະເຮົາໄດ້ກ່າວຖ້ອຍຄຳນີ້ແລ້ວ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
6
ແລ້ວຂ້າພະເຈົ້າກໍບອກຖ້ອຍຄຳນີ້ ໃຫ້ແກ່ກະສັດເຊເດກີຢາຢູ່ໃນນະຄອນເຢຣູຊາເລັມ
7
ໃນຂະນະທີ່ກອງທັບຂອງກະສັດແຫ່ງບາບີໂລນກຳລັງໂຈມຕີເມືອງຢູ່. ກອງທັບນັ້ນໄດ້ໂຈມຕີເມືອງລາກິດ ແລະອາເຊກາ ຊຶ່ງເປັນເມືອງທີ່ມີປ້ອມປ້ອງກັນເຫຼືອຢູ່ໃນຢູດາຍ.
8
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາ ຫຼັງຈາກກະສັດເຊເດກີຢາກັບຊາວນະຄອນເຢຣູຊາເລັມໄດ້ເຮັດຂໍ້ຕົກລົງຢ່າງໜຶ່ງ ທີ່ຈະປົດປ່ອຍພວກທາດຮັບໃຊ້ຊາວເຮັບເຣີທັງຊາຍແລະຍິງ
9
ເພື່ອວ່າຈະບໍ່ມີຜູ້ໃດເອົາພີ່ນ້ອງອິດສະຣາເອນນຳກັນເປັນທາດຮັບໃຊ້.
10
ປະຊາຊົນທັງໝົດແລະພວກເຈົ້ານາຍຂອງພວກເຂົາໄດ້ຕົກລົງກັນ ປົດປ່ອຍທາດຮັບໃຊ້ຂອງພວກຕົນ ແລະຈະບໍ່ເອົາພວກເຂົາເປັນທາດຮັບໃຊ້ອີກ. ພວກເຂົາຕ່າງກໍໄດ້ປົດປ່ອຍທາດຮັບໃຊ້ນັ້ນໄປ
11
ແຕ່ຕໍ່ມາ ພວກເຂົາໄດ້ປ່ຽນໃຈ ແລະເອົາຄົນເຫຼົ່ານັ້ນຄືນມາ ແລະບັງຄັບພວກເຂົາໃຫ້ເປັນທາດຮັບໃຊ້ອີກ.
12
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາມາຈາກພຣະເຈົ້າຢາເວແຫ່ງຊາດອິດສະຣາເອນ ໄດ້ກ່າວແກ່ເຢເຣມີຢາດ້ວຍຖ້ອຍຄຳດັ່ງນີ້ວ່າ,
13
“ພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນກ່າວວ່າ: ເຮົາໄດ້ເຮັດພັນທະສັນຍາຢ່າງໜຶ່ງໄວ້ກັບບັນພະບຸລຸດຂອງພວກເຈົ້າ ເມື່ອເຮົາໄດ້ນຳພວກເຂົາອອກມາຈາກດິນແດນເອຢິບ ແລະໄດ້ປົດປ່ອຍພວກເຂົາອອກມາຈາກການເປັນທາດຮັບໃຊ້. ເຮົາໄດ້ບອກພວກເຂົາວ່າ
14
‘ທຸກໆເຈັດປີໃດ ພວກເຈົ້າຕ້ອງປົດປ່ອຍທາດຮັບໃຊ້ຊາວເຮັບເຣີ ຜູ້ທີ່ໄດ້ຮັບໃຊ້ພວກເຈົ້າມາໄດ້ຫົກປີແລ້ວ.’ ແຕ່ບັນພະບຸລຸດຂອງພວກເຈົ້າບໍ່ໄດ້ເອົາໃຈໃສ່ຕໍ່ເຮົາ ຫລືຟັງສິ່ງທີ່ເຮົາໄດ້ກ່າວເລີຍ.
15
ກ່ອນນັ້ນເມື່ອບໍ່ເທົ່າໃດວັນ ພວກເຈົ້າໄດ້ປ່ຽນໃຈເຮັດໃນສິ່ງທີ່ເຮົາພໍໃຈ ຄືພວກເຈົ້າທັງໝົດໄດ້ຕົກລົງກັນປົດປ່ອຍພີ່ນ້ອງຊາວອິດສະຣາເອນ ແລະເຮັດພັນທະສັນຍາຢ່າງໜຶ່ງຊ້ອງໜ້າເຮົາ ຢູ່ໃນວິຫານທີ່ຖຶກເອີ້ນຕາມນາມຊື່ຂອງເຮົາ.
16
ແຕ່ແລ້ວພວກເຈົ້າກໍໄດ້ປ່ຽນໃຈກັບມາລົບຫລູ່ກຽດຕິຍົດຂອງເຮົາອີກ. ພວກເຈົ້າທັງໝົດໄດ້ເອົາທາດຮັບໃຊ້ທີ່ໄດ້ຖືກປົດປ່ອຍໄປຕາມຄວາມປາຖະໜາຂອງພວກເຂົານັ້ນກັບມາ ແລະບັງຄັບໃຫ້ພວກເຂົາເປັນທາດຮັບໃຊ້ອີກ.
17
ເພາະສະນັ້ນ ບັດນີ້ພຣະເຈົ້າຢາເວກ່າວວ່າ ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ; ພວກເຈົ້າບໍ່ໃຫ້ພີ່ນ້ອງຊາວອິດສະຣາເອນໄດ້ຮັບອິດສະຫລະພາບ. ດີແລ້ວ ບັດນີ້ເຮົາຈະໃຫ້ພວກເຈົ້າໄດ້ມີອິດສະຫລະພາບ, ພຣະເຈົ້າຢາເວກ່າວວ່າ ຄືອິດສະຫລະພາບທີ່ຈະຕາຍໂດຍສົງຄາມ, ການເຈັບໄຂ້ໄດ້ປ່ວຍ ແລະການຕາຍອຶດຕາຍຫິວ. ເຮົາຈະເຮັດໃຫ້ທຸກໆຊົນຊາດໃນໂລກນີ້ຢ້ານກົວຫຼາຍ ຕໍ່ສິ່ງທີ່ເຮົາຈະເຮັດກັບພວກເຂົາ.
18
ບັນດາເຈົ້ານາຍຂອງອານາຈັກຢູດາຍ ແລະຂອງນະຄອນເຢຣູຊາເລັມ, ຮ່ວມກັບບັນດາເຈົ້ານາຍໃນຣາຊວັງ, ພວກປະໂຣຫິດ ແລະບັນດາຜູ້ນຳທັງໝົດໄດ້ເຮັດພັນທະສັນຍາກັບເຮົາ ໂດຍຍ່າງຜ່ານງົວເຖິກໂຕໜຶ່ງທີ່ພວກເຂົາໄດ້ຕັດເປັນສອງຕ່ອນ. ແຕ່ພວກເຂົາໄດ້ຝ່າຝືນ ແລະບໍ່ຮັກສາພັນທະສັນຍານັ້ນ. ສະນັ້ນ ເຮົາຈຶ່ງຈະເຮັດຕໍ່ປະຊາຊົນດັ່ງທີ່ພວກເຂົາໄດ້ເຮັດຕໍ່ງົວເຖິກນັ້ນ.
20
ເຮົາຈະມອບພວກເຂົາໃຫ້ເຫຼົ່າສັດຕູຜູ້ທີ່ຢາກສັງຫານພວກເຂົາ ແລະຊາກສົບຂອງພວກເຂົາຈະຖືກຝູງນົກເຈາະແລະຖືກສັດປ່າກັດກິນ.
21
ເຮົາຈະມອບກະສັດເຊເດກີຢາແຫ່ງຢູດາຍ ແລະພວກຂ້າຣາຊການຂອງລາວໃຫ້ຄົນທີ່ຢາກຂ້າພວກເຂົາດ້ວຍ. ເຮົາຈະມອບພວກເຂົາໃຫ້ກອງທັບຂອງບາບີໂລນ ທີ່ຢຸດໂຈມຕີພວກເຈົ້ານັ້ນ.
22
ພຣະເຈົ້າຢາເວກ່າວວ່າ, ເຮົາຈະສັ່ງພວກເຂົາ ແລະພວກເຂົາຈະກັບຄືນມາເມືອງນີ້ໂລດ. ພວກເຂົາຈະໂຈມຕີເມືອງທັງຢຶດ ແລະຈູດເມືອງຖິ້ມ. ເຮົາຈະເຮັດໃຫ້ເມືອງຂອງຢູດາຍເປັນບ່ອນທີ່ບໍ່ມີຜູ້ໃດອາໄສຢູ່ ດັ່ງຖິ່ນແຫ້ງແລ້ງກັນດານ.”
← Chapter 33
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 35 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52