bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 46
Jeremiah 46
Lao Bible 2012 (ພຣະຄຳພີສັກສິ)
← Chapter 45
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 47 →
1
ຖ້ອຍຄຳຂອງພຣະເຈົ້າຢາເວກ່າວແກ່ຂ້າພະເຈົ້າກ່ຽວກັບຊົນຊາດທັງຫລາຍ
2
ໂດຍເລີ່ມຈາກເອຢິບກ່ອນ. ຕໍ່ໄປນີ້ແມ່ນສິ່ງທີ່ພຣະອົງໄດ້ກ່າວເຖິງກອງທັບຂອງກະສັດເນໂກແຫ່ງເອຢິບ ທີ່ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ເອົາຊະນະ ທີ່ກາກເກມິດໃກ້ກັບແມ່ນໍ້າເອີຟຣັດໃນຣາຊການປີທີສີ່ຂອງເຈົ້າເຢໂຮຍອາກິມລູກຊາຍຂອງໂຢສີຢາ ກະສັດແຫ່ງຢູດາຍ:
3
“ພວກນາຍທະຫານແຫ່ງເອຢິບໄດ້ຮ້ອງຂຶ້ນວ່າ, ‘ຕຽມໂລ້ໃຫ້ພ້ອມແລະເດີນເຂົ້າສູ່ສະໜາມ
4
ມັດອານໃສ່ຫລັງມ້າແລະກະໂດດຂຶ້ນຂີ່ໄປ ເຂົ້າປະຈຳທີ່ທັງສຸບໝວກເຫລັກໃສ່ຫົວພວກເຈົ້າ ຝົນຫອກຂອງພວກເຈົ້າໃຫ້ແຫລມຄົມ ໃສ່ເຄື່ອງຫຸ້ມເກາະປ້ອງກັນຕົວໃຫ້ດີໄວ້.’
5
ແຕ່ມີຫຍັງເກີດຂຶ້ນຈຶ່ງເຫັນພວກເຂົາຕົກໃຈກົວ ທະຫານຂອງພວກເຂົາຖືກຕີໃຫ້ລ່າຖອຍສາແລ້ວ. ພວກເຂົາເຕັມໄປດ້ວຍຄວາມຢ້ານຈຶ່ງແລ່ນປົບໜີໄປ ແລ່ນໜີຢ່າງສຸດກຳລັງທັງບໍ່ຫລຽວຄືນຫລັງອີກ.
6
ຄົນແລ່ນໄວສຸດຂີດກໍໜີໄປບໍ່ໄດ້ເລີຍ ທະຫານທັງໝົດປົບໜີເອົາຕົວລອດບໍ່ໄດ້. ຢູ່ທາງທິດເໜືອຕາມຝັ່ງແມ່ນໍ້າເອີຟຣັດ ພວກເຂົາຕ່າງກໍເຕະສະດຸດລົ້ມລົງທັງນັ້ນ.
7
ຜູ້ນີ້ຄືຜູ້ໃດທີ່ໂຜ່ຫົວຂຶ້ນດັ່ງແມ່ນໍ້ານິນ? ດັ່ງແມ່ນໍ້າທີ່ກຳລັງໄຫລລົ້ນຖ້ວມຕາຝັ່ງ.
8
ແມ່ນເອຢິບເອງທີ່ມາກຂຶ້ນດັ່ງນໍ້ານິນ ດັ່ງແມ່ນໍ້າທີ່ກຳລັງໄຫລລົ້ນຖ້ວມຕາຝັ່ງ. ເອຢິບເວົ້າວ່າ, ‘ເຮົາຈະໂຜ່ຫົວຂຶ້ນຄອງໂລກາ ຈະທຳລາຍເມືອງກັບຄົນທີ່ອາໄສຢູ່ທີ່ນັ້ນ.
9
ຈົ່ງສັ່ງຝູງມ້າໃຫ້ແລ່ນແກ່ລົດຮົບອອກມາ ຈົ່ງໃຫ້ພວກທະຫານຖືໂລ້ຍ່າງອອກມາພ້ອມ ຄືພວກທີ່ມາແຕ່ປະເທດເອທີໂອເປຍແລະປະເທດລີເບຍ ນັກຍິງໜ້າທະນູທີ່ຊຳນານຈາກປະເທດລີເດຍດ້ວຍ.”’
10
ນີ້ຄືວັນຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ວັນນີ້ຄືວັນທີ່ພຣະອົງຈະແກ້ແຄ້ນຄືນສາແລ້ວ ວັນນີ້ພຣະອົງຈະລົງໂທດເຫຼົ່າສັດຕູຂອງພຣະອົງ ດາບຂອງພຣະອົງຈະກິນພວກເຂົາໃຫ້ຈົນອີ່ມ ແລະດື່ມເລືອດພວກເຂົາໃຫ້ອີ່ມໜຳສຳລານ ວັນນີ້ຄືການຖວາຍບູຊາແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ຄືຖວາຍເຫຍື່ອໃຫ້ເປັນເຄື່ອງບູຊາແກ່ພຣະອົງ ຖວາຍຢູ່ທິດເໜືອຕາມຝັ່ງແມ່ນໍ້າເອີຟຣັດ.
11
ຈົ່ງໄປທີ່ກີເລອາດ ປະຊາຊົນເອຢິບເອີຍ ຈົ່ງໄປຊອກຫາຫວ້ານຢາກັນເຖີດ ຫວ້ານຢາຂອງພວກເຈົ້າໃຊ້ການບໍ່ໄດ້ເລີຍ ເພາະປິ່ນປົວພວກເຈົ້າໃຫ້ດີບໍ່ໄດ້.
12
ຊົນຊາດຕ່າງກໍໄດ້ຍິນວ່າພວກເຈົ້າອັບອາຍ ທຸກຄົນຕ່າງກໍໄດ້ຍິນສຽງພວກເຈົ້າຮ້ອງໄຫ້. ທະຫານຜູ້ໜຶ່ງເຕັ້ນໃສ່ຜູ້ອື່ນທີ່ເປັນໝູ່ຂອງຕົນ ແລະທັງສອງຕ່າງກໍລົ້ມລົງດິນທັງນັ້ນ.
13
ເມື່ອກະສັດເນບູກາດເນັດຊາແຫ່ງບາບີໂລນມາໂຈມຕີປະເທດເອຢິບນັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວກ່າວແກ່ຂ້າພະເຈົ້າວ່າ,
14
“ຈົ່ງປະກາດຂ່າວນີ້ໃນເມືອງຂອງເອຢິບ ໃນມິກໂດນ, ມຳຟິດ ແລະຕາປັນເຮັດວ່າ, ‘ຈົ່ງຕຽມພ້ອມເພື່ອປ້ອງກັນພວກເຈົ້າເອງສາ ພວກເຈົ້າທັງໝົດຈະຖືກສົງຄາມກຳຈັດໃຫ້ພິນາດ
15
ເປັນຫຍັງພະອາປິດທີ່ມີອຳນາດຈຶ່ງລົ້ມລົງ? ພຣະເຈົ້າຢາເວຕີລາວໃຫ້ລົ້ມລົງສາແລ້ວ.’
16
ບັນດາທະຫານຂອງພວກເຈົ້າໄດ້ສະດຸດລົ້ມລົງ ແຕ່ລະຄົນກໍເວົ້າໃຫ້ກັນແລະກັນວ່າ, ‘ໄວໆເຖີດ ຈົ່ງກັບໄປຫາປະຊາຊົນຂອງພວກເຮົາ ປົບໜີຈາກຄົມດາບສັດຕູຂອງພວກເຮົາເຖີດ.’
17
ຈົ່ງໃສ່ຊື່ໃໝ່ໃຫ້ກະສັດແຫ່ງເອຢິບສາວ່າ, ‘ຄົນເວົ້າຂີ້ສະຫາວ ໃຊ້ການຫຍັງບໍ່ໄດ້.’
18
ອົງຜູ້ມີນາມວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ເປັນອົງກະສັດແລະເປັນອົງຊົງພຮະຊົນຢູ່ແທ້ຈິງ. ຫໍທີ່ພູຕາໂບສູງກວ່າພູທັງຫລາຍສັນໃດ ພູກາເມນກໍຕັ້ງຢູ່ສູງເໜືອນໍ້າທະເລສັນນັ້ນ; ຜູ້ທີ່ຈະໂຈມຕີພວກເຈົ້າກໍຢ່າງນັ້ນແຫລະ ຄືຊົງມີພະລັງອັນເຂັ້ມແຂງ.
19
ຈົ່ງຕຽມຕົວສາເຖີດ ປະຊາຊົນເອຢິບເອີຍ ຈົ່ງຕຽມຕົວໃຫ້ພວກເຂົາຈັບໄປເປັນຊະເລີຍສາເຖີດ ມຳຟິດຈະກາຍເປັນຖິ່ນແຫ້ງແລ້ງກັນດານ ບ່ອນຮົກຮ້າງເພພັງທີ່ບໍ່ມີຜູ້ໃດອາໄສຢູ່.
20
ເອຢິບເປັນດັ່ງງົວແມ່ໂຕໜຶ່ງທີ່ສະຫງ່າງາມ ທີ່ຖືກແມງວັນມີໄລຈາກທິດເໜືອກັດຕອດ.
21
ແມ່ນແຕ່ຄົນທີ່ຮັບຈ້າງໃຫ້ເປັນທະຫານ ກໍເປັນດັ່ງລູກງົວທີ່ຊ່ວຍຫຍັງບໍ່ໄດ້. ພວກເຂົາບໍ່ໄດ້ຢືນຢູ່ຕັດຊີວິດຕົນໃສ່ເພື່ອສູ້ຮົບ ພວກເຂົາຕ່າງກໍອ່ວາຍໜ້າແລ່ນໜີໄປທັງໝົດ. ວັນຫາຍຍະນະຂອງພວກເຂົາມາຮອດແລ້ວ, ແມ່ນເວລາແຫ່ງການລົງໂທດພວກເຂົາແລ້ວ.
22
ເອຢິບແລ່ນໜີສຽງດັງຊິດໆດັ່ງງູລິເລືອໄປ ເມື່ອກອງທັບສັດຕູຫຍັບເຂົ້າມາໃກ້. ພວກເຂົາໂຈມຕີມັນດ້ວຍໃຊ້ຂວານສັບ ດັ່ງຄົນກຳລັງໃຊ້ຂວານປໍ້າຕົ້ນໄມ້
23
ແລະກຳລັງທຳລາຍປ່າອັນຕຶບໜາ ພຣະເຈົ້າຢາເວກ່າວວ່າ, ພວກເຂົາມີຫລາຍກາຍນັບດັ່ງຝູງຕັກແຕນເຕັ້ນ.
24
ປະຊາຊົນເອຢິບຕ່າງກໍກົ້ມໜ້າລົງ ເພາະຕ່າງກໍໄດ້ຖືກອັບອາຍຂາຍໜ້າ; ພວກເຂົາໄດ້ພ່າຍແພ້ປະຊາຊົນທາງທິດເໜືອ.”
25
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວວ່າ, “ເຮົາຈະລົງໂທດອາໂມນ ພະຂອງເມືອງເທເບພ້ອມກັບເອຢິບຕະຫລອດທັງພວກພະ ແລະບັນດາກະສັດດ້ວຍ. ເຮົາກຳລັງຈະເອົາກະສັດເອຢິບ ແລະໝົດທຸກຄົນທີ່ໄວ້ວາງໃຈໃນລາວ,
26
ໄປມອບໃຫ້ແກ່ຄົນທີ່ຕ້ອງການຢາກຂ້າພວກເຂົານັ້ນ ຄືມອບໃຫ້ກະສັດເນບູກາດເນັດຊາແຫ່ງບາບີໂລນແລະກອງທັບຂອງລາວ. ແຕ່ຕໍ່ມາ ປະຊາຊົນຈະໄດ້ອາໄສຢູ່ໃນປະເທດເອຢິບອີກ ດັ່ງພວກເຂົາໄດ້ເປັນມາໃນອະດີດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
27
“ປະຊາຊົນຂອງເຮົາເອີຍ ຢ່າຢ້ານກົວເລີຍ ປະຊາຊົນອິດສະຣາເອນເອີຍ ຢ່າຕົກໃຈຢ້ານເທາະ ເຮົາຈະຊ່ວຍເອົາພວກເຈົ້າຈາກດິນແດນທີ່ຫ່າງໄກ ຈາກດິນແດນທີ່ພວກເຈົ້າຕົກເປັນຊະເລີຍນັ້ນ. ພວກເຈົ້າຈະກັບມາສູ່ບ້ານ ແລະຢູ່ຢ່າງສັນຕິສຸກ ຈະຢູ່ຢ່າງປອດໄພ ແລະບໍ່ມີຜູ້ໃດເຮັດໃຫ້ຢ້ານອີກ.”
28
ພຣະເຈົ້າຢາເວໄດ້ກ່າວວ່າ, “ຢາໂຄບຜູ້ຮັບໃຊ້ຂອງເຮົາເອີຍ ຢ່າຢ້ານກົວເລີຍ ເພາະເຮົາສະຖິດຢູ່ກັບເຈົ້າ ເຮົາຈະທຳລາຍຊົນຊາດທັງຫລາຍໃຫ້ດັບກ້ຽງ ຄືບ່ອນທີ່ເຮົາໄດ້ກະຈັດກະຈາຍພວກເຈົ້າໄປຢູ່ອາໄສ ແຕ່ເຮົາຈະບໍ່ທຳລາຍພວກເຈົ້າທັງໝົດດອກ. ເຮົາຈະປ່ອຍໃຫ້ພວກເຈົ້າໄປລ້າໆກໍບໍ່ຫ່ອນເປັນ ໂດຍບໍ່ໄດ້ຮັບໂທດກຳທີ່ພວກເຈົ້າໄດ້ກະທຳນັ້ນ. ແຕ່ເມື່ອລົງໂທດພວກເຈົ້າ ເຮົາຈະເຮັດຢ່າງຍຸດຕິທຳ.”
← Chapter 45
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 47 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52