bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 10
Jeremiah 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 11 →
1
ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວມີສຳລັບພວກເຈົ້າ.
2
ພຣະເຈົ້າຢາເວກ່າວວ່າ, “ຢ່າໃຊ້ຊີວິດຕາມວິທີຊົນຊາດອື່ນ ຢ່າໃຫ້ສິ່ງຜິດປົກກະຕິພາໃຈສະທ້ານຢ້ານກົວ ຄືສິ່ງທີ່ເກີດຂຶ້ນເທິງຟ້າສະຫວັນ ແມ່ນວ່າຊົນຊາດອື່ນສະທ້ານຢ້ານກົວກໍຕາມ.
3
ສາສະໜາຂອງຄົນເຫຼົ່ານີ້ໄຮ້ປະໂຫຍດໝົດ ພວກເຂົາປໍ້າກົກໄມ້ໃນປ່າ ຊ່າງກໍແກະສະຫລັກທ່ອນໄມ້
4
ແລ້ວພວກເຂົາກໍໄດ້ເອົາເງິນຄຳມາຕົບແຕ່ງ ພວກເຂົາໄດ້ໃຊ້ຕະປູຕອກຈັບໄວ້ເພື່ອບໍ່ໃຫ້ລົ້ມລົງ.
5
ຮູບເຄົາຣົບນີ້ ຄືເປັນດັ່ງຫຸ່ນທີ່ສວນໝາກແຕງໂມ ຊຶ່ງສາມາດເວົ້າຈາ ຫລືປາໄສຫຍັງບໍ່ໄດ້; ຄົນຕ້ອງຫາມຍົກຍ້າຍເພາະມັນຍ່າງບໍ່ເປັນ ຢ່າສູ່ຢ້ານກົວຮູບເຄົາຣົບເຫຼົ່ານີ້ເທາະ ເພາະມັນທຳຮ້າຍພວກເຈົ້າບໍ່ໄດ້ເລີຍ ມັນບໍ່ເຮັດຫຍັງດີໃຫ້ແກ່ພວກເຈົ້າໄດ້ດ້ວຍ.”
6
ຂ້າແດ່ພຣະເຈົ້າຢາເວ ບໍ່ມີພຣະເຈົ້າອື່ນໃດແລ້ວຄືພຣະອົງ ພຣະອົງຊົງຍິ່ງໃຫຍ່ແລະພຣະນາມຂອງພຣະອົງກໍຊົງມີຣິດເດດອຳນາດອັນຍິ່ງໃຫຍ່.
7
ຜູ້ໃດແດ່ບໍ່ຍ້ອງຍໍໃຫ້ກຽດ? ກະສັດທຸກຊົນຊາດເອີຍ ພຣະອົງເປັນຜູ້ສົມຄວນຈະໄດ້ຮັບກຽດຕິຍົດ. ທ່າມກາງພວກນັກປາດຂອງຊົນຊາດທັງຫລາຍ ໃນບັນດາກະສັດຂອງພວກເຂົາບໍ່ມີຜູ້ໃດຄືພຣະອົງໄດ້.
8
ພວກເຂົາທັງໝົດນັ້ນໂງ່ຈ້າ ແລະງົມງາຍ ພວກເຂົາຮຽນຮູ້ຫຍັງແດ່ຈາກຮູບເຄົາຣົບທີ່ເປັນໄມ້?
9
ຮູບເຄົາຣົບພວກເຂົາໂອບດ້ວຍເງິນຈາກຕາກຊິດ ໂອບດ້ວຍຄຳທີ່ຖືກນຳມາຈາກແດນອູຟາດ ຊຶ່ງລ້ວນແຕ່ແຕ້ມດ້ວຍສີມືຂອງນັກສິນລະປິນ ພວກເຂົານຸ່ງເຄື່ອງງົດງາມໃຫ້ຮູບເຄົາຣົບເຫຼົ່ານັ້ນ ເປັນສີແດງແຈດແລະສີມ່ວງຢ່າງດີ ຊຶ່ງຊ່າງຜູ້ຊຳນິຊຳນານຕໍ່າອອກມາໃຫ້.
10
ແຕ່ພຣະເຈົ້າຢາເວເປັນພຣະເຈົ້າແຫ່ງຄວາມຈິງ ພຣະອົງຊົງເປັນຊີວິດແລະເປັນກະສັດຕະຫລອດໄປ. ເມື່ອພຣະອົງໂກດຮ້າຍ ໂລກນີ້ກໍສະທ້ານຫວັ່ນໄຫວ ທຸກຊົນຊາດບໍ່ອາດທົນທານຕໍ່ຄວາມໂກດຮ້າຍຂອງພຣະອົງໄດ້. (
11
ພວກເຈົ້າຕ້ອງບອກພວກເຂົາວ່າ ບັນດາພະທີ່ບໍ່ໄດ້ສ້າງຟ້າສະຫວັນ ແລະແຜ່ນດິນໂລກນັ້ນ ພະເຫຼົ່ານັ້ນຈະຖືກທຳລາຍໝົດ. ພວກເຂົາຈະບໍ່ມີບ່ອນຢູ່ໃນແຜ່ນດິນໂລກແລະໃຕ້ຟ້ານີ້ອີກຕໍ່ໄປ.)
12
ພຣະເຈົ້າສ້າງແຜ່ນດິນໂລກໂດຍຣິດທານຸພາບ ໂດຍພຣະປັນຍາໄດ້ສ້າງໂລກແລະກາງຟ້າສະຫວັນອອກ.
13
ໂດຍພຣະຄຳສັ່ງ ນໍ້າທີ່ເທິງຟ້າສະຫວັນ ດັງຄຶກຄະນອງ ນຳກ້ອນເມກມາຈາກສົ້ນສຸດຂອງແຜ່ນດິນໂລກ. ພຣະອົງໃຫ້ຟ້າແມບເຫລື້ອມໃນທ່າມກາງສາຍຝົນ ແລະສົ່ງລົມໃຫ້ພັດມາຈາກຄັງຂອງພຣະອົງນັ້ນ.
14
ເມື່ອເບິ່ງສິ່ງນີ້ ຄົນຊ່າງໂງ່ຈ້າ ແລະບໍ່ເຂົ້າໃຈ; ຄືພວກທີ່ເຮັດຮູບເຄົາຣົບ ກໍງົມງາຍກັນທັງນັ້ນ ເພາະບັນດາພະທີ່ພວກເຂົາໄດ້ເຮັດຂຶ້ນມາ ລ້ວນແຕ່ເປັນພະຈອມປອມແລະບໍ່ມີຊີວິດ.
15
ມັນບໍ່ມີຄຸນຄ່າແລະຕ້ອງຖືກຫຍໍ້ຫຍັນ ເມື່ອພຣະອົງມາຈັດການມັນຈະຖືກທຳລາຍ.
16
ພຣະເຈົ້າຂອງຢາໂຄບ ບໍ່ຄືພະເຫຼົ່ານີ້ເລີຍ ຊົງເປັນຜູ້ສ້າງສັບພະທຸກສິ່ງໃນຈັກກະວານນີ້. ພຣະອົງໄດ້ເລືອກອິດສະຣາເອນໃຫ້ເປັນຂອງພຣະອົງ ນາມຊື່ຂອງພຣະອົງຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.
17
ຊາວນະຄອນເຢຣູຊາເລັມເອີຍ ພວກເຈົ້າຖືກປິດລ້ອມສາແລ້ວ ຈົ່ງເກັບເອົາເຄື່ອງຂອງທີ່ພວກເຈົ້າມີຢູ່.
18
ເພາະພຣະເຈົ້າຢາເວກ່າວດັ່ງນີ້ວ່າ, “ເຮົາກຳລັງຈະໂຍນພວກເຈົ້າອອກໄປຈາກດິນແດນນີ້; ເຮົາກຳລັງຈະຢຽບຢໍ່າພວກເຈົ້າລົງ ຈົນບໍ່ມີຜູ້ໃດເຫລືອຢູ່.”
19
ປະຊາຊົນນະຄອນເຢຣູຊາເລັມໄດ້ຮ້ອງອອກມາວ່າ, “ພວກເຮົາຖືກທຳຮ້າຍໜັກສໍ່າໃດແລ້ວ ບາດແຜຂອງພວກເຮົານັ້ນຈະປິ່ນປົວບໍ່ດີ ເປັນຄວາມທົນທຸກທີ່ພວກເຮົາຄິດວ່າຕ້ອງທົນສູ້.
20
ຜ້າເຕັນຂອງພວກເຮົາຖືກທຳລາຍເຊືອກກໍຂາດໝົດ ລູກໆພວກເຮົາຈຳຕ້ອງພາກຈາກພວກເຮົາໄປສິ້ນ; ຈຶ່ງບໍ່ມີຜູ້ໃດຊ່ວຍຍົກຜ້າເຕັນລົ້ມນັ້ນຂຶ້ນມາ ບໍ່ມີຜູ້ໃດເກາະຜ້າກັ້ງຜ້າເຕັນຂຶ້ນຊ່ວຍ.”
21
ຂ້ານ້ອຍຕອບວ່າ, “ພວກຜູ້ນຳຂອງພວກເຮົາເປັນຄົນໂງ່ຈ້າທີ່ສຸດ ແລະບໍ່ໄດ້ຮ້ອງຂໍພຣະເຈົ້າຢາເວນຳພາ. ດ້ວຍເຫດນີ້ ພວກເຂົາຈຶ່ງໄດ້ພາກັນລົ້ມລົງ ປະຊາຊົນຂອງພວກເຮົາຈຶ່ງໄດ້ແຕກຊະຊາຍໄປສິ້ນ.
22
ຂ່າວລືມາຮອດແລ້ວ ຈົ່ງພາກັນຟັງເອົາ ມີສຽງວຸ້ນວາຍໃຫຍ່ໃນຊົນຊາດທາງທິດເໜືອພຸ້ນ; ກອງທັບຂອງພວກເຂົາຈະປ່ຽນເມືອງຂອງຢູດາຍ ໃຫ້ເປັນຖິ່ນແຫ້ງແລ້ງກັນດານ ບ່ອນໝາປ່າຢູ່.”
23
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮູ້ວ່າ ຊີວິດຂອງມະນຸດບໍ່ໄດ້ຢູ່ທີ່ຕົວເຂົາ ບໍ່ມີຜູ້ໃດຄວບຄຸມຊີວິດຂອງຕົນເອງໄດ້.
24
ຂ້າແດ່ພຣະເຈົ້າຢາເວ ຈົ່ງສອນປະຊາຊົນຂອງພຣະອົງ ແຕ່ຢ່າຮຸນແຮງເກີນໄປຕໍ່ພວກເຂົາ ຫລືຢ່າລົງໂທດພວກເຂົາເທາະ ເມື່ອພຣະອົງໂກດຮ້າຍ ອັນນັ້ນກໍເທົ່າຈຸດຈົບຂອງພວກຂ້ານ້ອຍສາແລ້ວ.
25
ຈົ່ງໃຫ້ຄວາມໂກດຮ້າຍຫັນໄປສູ່ຊົນຊາດອື່ນສາ ຄືຊົນຊາດທັງຫລາຍທີ່ບໍ່ນະມັດສະການພຣະເຈົ້າ ແລະຫັນໄປສູ່ປະຊາຊົນທີ່ໄດ້ປະຖິ້ມພຣະອົງໄປ ພວກເຂົາໄດ້ສັງຫານປະຊາຊົນຂອງພຣະເຈົ້າ ພວກເຂົາໄດ້ທຳລາຍພວກຂ້ານ້ອຍໃຫ້ດັບສູນໄປ ແລະປ່ອຍໃຫ້ດິນແດນຕ້ອງເພພັງຮົກຮ້າງ.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52