bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 52
Jeremiah 52
Lao Bible 2012 (ພຣະຄຳພີສັກສິ)
← Chapter 51
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
1
ເຈົ້າເຊເດກີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນມີອາຍຸຊາວເອັດປີ ແລະໄດ້ປົກຄອງຢູ່ໃນນະຄອນເຢຣູຊາເລັມເປັນເວລາສິບເອັດປີ. ແມ່ຂອງເພິ່ນຊື່ວ່າຮາມູຕານ. ນາງເປັນລູກສາວຂອງເຢເຣມີຢາຊາວເມືອງລິບນາ.
2
ກະສັດເຊເດກີຢາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ດັ່ງທີ່ກະສັດເຢໂຮຍອາກິມໄດ້ເຮັດ.
3
ພຣະເຈົ້າຢາເວໂກດຮ້າຍຕໍ່ຊາວເຢຣູຊາເລັມ ແລະຢູດາ ຈົນພຣະອົງໄດ້ເນລະເທດພວກເຂົາໜີໄປໃຫ້ພົ້ນຈາກສາຍຕາຂອງພຣະອົງ. ເຈົ້າເຊເດກີຢາໄດ້ກະບົດຕໍ່ກະສັດເນບູກາດເນັດຊາແຫ່ງບາບີໂລນ
4
ດັ່ງນັ້ນ ເຈົ້າເນບູກາດເນັດຊາແຫ່ງບາບີໂລນຈຶ່ງໄດ້ຍົກທັບຂອງຕົນ ມາໂຈມຕີນະຄອນເຢຣູຊາເລັມໃນເດືອນທີສິບ ແຫ່ງຣາຊການປີທີເກົ້າຂອງເຈົ້າເຊເດກີຢາ. ເພິ່ນໄດ້ຕັ້ງຄ້າຍພັກຢູ່ນອກເມືອງ ພ້ອມທັງໄດ້ສ້າງຂຸມກຳບັງອ້ອມເມືອງ
5
ແລະປິດລ້ອມເມືອງໄວ້ ຈົນເຖິງຣາຊການປີທີສິບເອັດຂອງເຈົ້າເຊເດກີຢາ.
6
ໃນວັນທີເກົ້າຂອງເດືອນທີສີ່ໃນປີດຽວກັນນັ້ນ ເມື່ອເກີດການອຶດອາຫານຢ່າງໜັກ ຈົນບໍ່ມີຫຍັງເຫຼືອໃຫ້ປະຊາຊົນກິນເລີຍ
7
ກຳແພງເມືອງຈຶ່ງໄດ້ຖືກພັງທະລາຍ. ເຖິງແມ່ນວ່າຊາວບາບີໂລນໄດ້ປິດລ້ອມເມືອງໄວ້ກໍຕາມ; ແຕ່ທະຫານທັງໝົດກໍຍັງໜີໄປໃນຕອນກາງຄືນ. ພວກເຂົາໄດ້ປົບໜີທາງສວນຂອງກະສັດ ໂດຍຜ່ານທາງປະຕູລະຫວ່າງກຳແພງເມືອງທັງສອງ ແລະມຸ່ງໜ້າໄປສູ່ຮ່ອມພູຂອງແມ່ນໍ້າຈໍແດນ.
8
ແຕ່ກອງທັບບາບີໂລນໄດ້ໄລ່ຕາມໄປທັນກະສັດເຊເດກີຢາ ແລະຈັບເພິ່ນໄດ້ຢູ່ທີ່ທົ່ງພຽງໃກ້ເມືອງເຢຣິໂກ ແລະທະຫານກໍແຕກໜີປະເພິ່ນໄປໝົດ.
9
ເຈົ້າເຊເດກີຢາໄດ້ຖືກຈັບໄປຫາກະສັດເນບູກາດເນັດຊາທີ່ເມືອງຣິບລາໃນເຂດແດນຮາມັດ; ໃນທີ່ນັ້ນ ເຈົ້າເນບູກາດເນັດຊາໄດ້ພິພາກສາລົງໂທດເພິ່ນ.
10
ກະສັດແຫ່ງບາບີໂລນໄດ້ຕັດສິນ ໃຫ້ປະຫານພວກລູກຊາຍຂອງເຈົ້າເຊເດກີຢາ ທີ່ເມືອງຣິບລາຕໍ່ໜ້າຕໍ່ຕາຂອງເຈົ້າເຊເດກີຢາ ທັງໄດ້ໃຫ້ປະຫານພວກຂ້າຣາຊການຂອງຢູດາຍດ້ວຍ.
11
ຫລັງຈາກນັ້ນ ເພິ່ນໄດ້ຄວັດແກ່ນຕາຂອງເຈົ້າເຊເດກີຢາ ພ້ອມທັງລ່າມໂສ້ແລະນຳເພິ່ນໄປທີ່ນະຄອນບາບີໂລນ. ເຈົ້າເຊເດກີຢາໄດ້ຖືກຄຸກຢູ່ໃນນະຄອນບາບີໂລນຈົນເຖິງເພິ່ນຕາຍ.
12
ໃນວັນທີສິບຂອງເດືອນທີຫ້າ ແຫ່ງຣາຊການປີທີສິບເກົ້າ ຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ; ເນບູຊາຣາດານທີ່ປຶກສາຂອງກະສັດທັງເປັນຜູ້ບັນຊາການກອງທັບໄດ້ເຂົ້າມານະຄອນເຢຣູຊາເລັມ.
13
ລາວໄດ້ຈູດວິຫານຂອງພຣະເຈົ້າຢາເວ, ຣາຊວັງ ແລະເຮືອນຂອງບຸກຄົນສຳຄັນທັງໝົດໃນນະຄອນເຢຣູຊາເລັມ;
14
ພວກທະຫານຊາວບາບີໂລນທັງໝົດທີ່ຢູ່ກັບຜູ້ບັງຄັບບັນຊາຮັກສາພະອົງກໍໄດ້ພັງກຳແພງເມືອງລົງ.
15
ແລ້ວເນບູຊາຣາດານກໍຈັບເອົາປະຊາຊົນທີ່ເຫຼືອຢູ່ໃນເມືອງໄປທີ່ບາບີໂລນ ຄືບັນດາຊ່າງສີມືທີ່ຍັງເຫລືອຢູ່ ຕະຫລອດທັງພວກທີ່ໄດ້ແຕກໜີມາຫາລາວນັ້ນ.
16
ແຕ່ເນບູຊາຣາດານໄດ້ປະໄວ້ໃນຢູດາຍ ມີປະຊາຊົນທີ່ຍາກຈົນທີ່ສຸດບາງສ່ວນ ຄືຄົນທີ່ບໍ່ມີຊັບສົມບັດໃດໆ ແລະລາວໃຫ້ພວກເຂົາເຮັດວຽກໃນສວນອະງຸ່ນແລະໃນນາ.
17
ຊາວບາບີໂລນໄດ້ທັບເສົາ ແລະລົດລໍ້ເປັນທອງສຳຣິດ ຢູ່ໃນວິຫານຂອງພຣະເຈົ້າຢາເວເປັນປ່ຽງໆ ພ້ອມທັງຂັນໃຫຍ່ເປັນທອງສຳຣິດຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະພວກເຂົາໄດ້ຂົນເອົາໄປນະຄອນບາບີໂລນ.
18
ພວກເຂົາຍັງໄດ້ຂົນເອົາຊ້ວນ ແລະກ່ອງໃສ່ຂີ້ເຖົ່າທີ່ໃຊ້ສຳລັບທຳຄວາມສະອາດທີ່ແທ່ນບູຊາ, ເຄື່ອງໃຊ້ໃນການບົວລະບັດຕະກຽງ, ອ່າງໃສ່ເລືອດຈາກເຄື່ອງຖວາຍບູຊາ, ອ່າງສຳລັບໃຊ້ເຜົາເຄື່ອງຫອມ ແລະເຄື່ອງທອງສຳຣິດອື່ນໆທັງໝົດ ຊຶ່ງໃຊ້ສຳລັບພິທີຕ່າງໆຢູ່ໃນພຣະວິຫານໄປດ້ວຍ.
19
ພວກເຂົາໄດ້ຂົນເອົາທຸກສິ່ງທີ່ເຮັດດ້ວຍຄຳ ຫລືເງິນໄປ ດັ່ງນີ້: ຖ້ວຍນ້ອຍ, ກະຖັງໃສ່ຖ່ານໄຟ, ອ່າງໃສ່ເລືອດຈາກເຄື່ອງຖວາຍບູຊາ, ກ່ອງໃສ່ຂີ້ເຖົ່າ, ຫລັກຕັ້ງຕະກຽງ, ອ່າງສຳລັບໃຊ້ເຜົາເຄື່ອງຫອມ ແລະຖ້ວຍສຳລັບຖອກເຫຼົ້າອະງຸ່ນຖວາຍບູຊາ.
20
ເຄື່ອງທອງສຳຣິດຕ່າງໆ ຊຶ່ງກະສັດໂຊໂລໂມນໄດ້ເຮັດສຳລັບພຣະວິຫານຂອງພຣະເຈົ້າຢາເວ ດັ່ງນີ້: ເສົາສອງຕົ້ນ, ລົດລໍ້, ຂັນໃຫຍ່ ແລະຮູບປັ້ນຂອງງົວເຖິກສິບສອງໂຕທີ່ໃຊ້ຄໍ້າຂັນນັ້ນ ສິ່ງເຫຼົ່ານີ້ໜັກຈົນສັ່ງບໍ່ໄດ້.
21
ເສົາສອງຕົ້ນຢ່າງດຽວກັນ ຄືແຕ່ລະເສົາສູງແປດແມັດ ແລະລວງກົມຫ້າແມັດສາມສິບເຊັນ. ຂ້າງໃນໂຄ່ງ ແລະເນື້ອໂລຫະໜາເຈັດສິບຫ້າມີລີແມັດ. ເທິງຍອດຂອງເສົາແຕ່ລະຕົ້ນມີຫົວເປັນທອງສຳຣິດ ສູງສອງແມັດຊາວເຊັນ ແລະອ້ອມຮອບເສົານັ້ນ ລ້ວນແຕ່ເປັນຕາໜ່າງທອງສຳຣິດ ແລະປະດັບປະດາດ້ວຍຮູບໝາກພີລາທີ່ເປັນທອງສຳຣິດເຊັ່ນກັນ.
23
ເສົາຕົ້ນໜຶ່ງນັ້ນມີຮູບໝາກພີລາຮ້ອຍໜ່ວຍ ແລະເກົ້າສິບຫົກໜ່ວຍເບິ່ງເຫັນແຕ່ລຸ່ມໄດ້.
24
ນອກຈາກນີ້ ເນບູຊາຣາດານ ຜູ້ບັນຊາການທະຫານ ຍັງໄດ້ຈັບເອົາຄົນໄປເປັນຊະເລີຍ ດັ່ງນີ້: ມະຫາປະໂຣຫິດເສຣາອີຢາ, ປະໂຣຫິດຮອງເຊຟານີຢາ ແລະເຈົ້າໜ້າທີ່ສຳຄັນສາມຄົນອີກໃນພຣະວິຫານ.
25
ຈາກໃນຕົວເມືອງລາວໄດ້ຈັບຜູ້ບັນຊາການທະຫານ, ທີ່ປຶກສາສ່ວນຕົວຂອງກະສັດທີ່ຢູ່ໃນເມືອງນີ້ເຈັດຄົນ, ຮອງຜູ້ບັນຊາການຮັບຜິດຊອບໃນການເກນທະຫານ ແລະບຸກຄົນສຳຄັນອື່ນໆອີກຫົກສິບຄົນ.
26
ເນບູຊາຣາດານໄດ້ຈັບພວກເຂົາໄປຫາກະສັດແຫ່ງບາບີໂລນ
27
ຢູ່ທີ່ເມືອງຣິບລາໃນເຂດແດນຮາມັດ. ກະສັດໄດ້ຂ້ຽນແລະປະຫານຊີວິດພວກເຂົາໃນທີ່ນັ້ນ. ສະນັ້ນ ປະຊາຊົນຢູດາຈຶ່ງຖືກກວາດຈາກດິນແດນຂອງພວກຕົນ ໄປເປັນຊະເລີຍໃນຕ່າງຖິ່ນ.
28
ຕໍ່ໄປນີ້ແມ່ນບັນທຶກຈຳນວນປະຊາຊົນທີ່ເຈົ້າເນບູກາດເນັດຊາໄດ້ຈັບໄປເປັນຊະເລີຍ ມີດັ່ງນີ້: ໃນຣາຊການປີທີເຈັດທີ່ເພິ່ນຂຶ້ນເປັນກະສັດມີ ສາມພັນຊາວສາມຄົນ;
29
ໃນຣາຊການປີທີສິບແປດຂອງເພິ່ນມີ ແປດຮ້ອຍສາມສິບສອງຄົນ ຈາກນະຄອນເຢຣູຊາເລັມ;
30
ແລະໃນຣາຊການປີທີຊາວສາມຂອງເພິ່ນ ເນບູຊາຣາດານກໍຈັບເອົາໄປມີ ເຈັດຮ້ອຍສີ່ສິບຫ້າຄົນ. ລວມທັງໝົດມີ ສີ່ພັນຫົກຮ້ອຍຄົນ ທີ່ໄດ້ຖືກຈັບໄປ.
31
ໃນປີທີ່ເຈົ້າເອວິນເມໂຣດັກໄດ້ຂຶ້ນເປັນກະສັດແຫ່ງບາບີໂລນ ເພິ່ນໄດ້ສະແດງຄວາມເມດຕາຕໍ່ເຈົ້າເຢໂຮຍອາກິນແຫ່ງຢູດາຍ ໂດຍໄດ້ປ່ອຍເພິ່ນອອກຈາກຄຸກ. ເຫດການນີ້ໄດ້ເກີດຂຶ້ນໃນວັນທີຊາວຫ້າ ກົງກັບເດືອນທີສິບສອງຂອງປີສາມສິບເຈັດ ຫລັງຈາກທີ່ກະສັດເຢໂຮຍອາກິນໄດ້ຖືກຈັບໄປເປັນຊະເລີຍ.
32
ເອວິນເມໂຣດັກໄດ້ປະຕິບັດຕໍ່ເພິ່ນດ້ວຍຄວາມເມດຕາ ແລະໄດ້ມອບຕຳແໜ່ງສູງ ແລະມີກຽດກວ່າກະສັດຄົນອື່ນໆທີ່ຖືກຈັບມາເປັນຊະເລີຍໃນບາບີໂລນພ້ອມກັນ.
33
ສະນັ້ນ ເຢໂຮຍອາກິນຈຶ່ງໄດ້ຮັບອະນຸຍາດໃຫ້ປ່ຽນເຄື່ອງນັກໂທດ ທັງໄດ້ຖືກສັບຊ້ອນໃຫ້ຮ່ວມຮັບປະທານອາຫານກັບກະສັດຕະຫລອດຊີວິດຂອງເພິ່ນ.
34
ແຕ່ລະວັນ ຈົນຊົ່ວຊີວິດຂອງເພິ່ນ ເພິ່ນໄດ້ຮັບສິ່ງທີ່ເພິ່ນຕ້ອງການເປັນປະຈຳຈາກກະສັດແຫ່ງບາບີໂລນ.
← Chapter 51
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52